วันพฤหัสบดีที่ 15 สิงหาคม พ.ศ. 2556

ປັບປຸງການແກ້ເລກຈຳນວນໃນພື້ນຖານສິບຂອງນັກຮຽນຫ້ອງມ1

    I.        ບົດນຳ
1.1  ຄວາມເປັນມາ  ແລະ  ຄວາມສຳຄັນຂອງບັນຫາ
​          ການ​ຈັດການ​ຮຽນ-ການ​ສອນ​ຜ່ານ​ມາ​​ໄປ​ຕາມ​ຫຼັກສູດ​ຂອງ​ກະຊວງ​ສຶກສາ​ທິການ​ ແລະ ​ກິລາ​ ວາງ​ອອກແລະ ການ​ສອນ​ເອົາ​ນັກຮຽນ​ເປັນ​ໃຈກາງ​ໂດຍ​ນຳ​ໃຊ້​ວິທີ​ສອນ​ແບບ​ແບ່ງ​ກຸ່ມ “ດັ່ງທ່ານພີມພັນເດຊາຄຸບ(2544:7) ໄດ້ຂຽນຄວາມໝາຍການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນສໍາຄັນໄວ້ວ່າ: ການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສໍາຄັນຄືແນວທາງການຈັດການຮຽນ-ການສອນ ທີ່ເນັ້ນໃຫ້ຜູ້ຮຽນສ້າງຄວາມຮູ້ໃໝ່ ແລະ ສິ່ງປະດິດໃໝ່ ໂດຍໃຊ້ຂະ ບວນທາງປັນຍາ ( ຂະບວນການຄິດ ), ຂະບວນການທາງສັງຄົມ ( ຂະບວນການກຸ່ມ ) ແລະ ໃຫ້ຜູ່ຮຽນມີປະຕິສໍາພັນ ແລະ ມີສ່ວນຮ່ວມໃນການຮຽນ, ສາມາດນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນໄດ້ ໂດຍຄູມີບົດບາດເປັນຜູ້ອໍານວຍຄວາມສະດວກໃນການຈັດການຮຽນຮູ້. ການຈັດການຮຽນ-ການສອນ ທີ່ເນັ້ນຜູ່ຮຽນເປັນສໍາຄັນຕ້ອງໃຫ້ສອດຄ່ອງກັບຄວາມສົນໃຈ, ຄວາມສາມາດ ແລະ ຄວາມຖະໜັດ; ໃຊ້ຫຼາກຫຼາຍວິທີສອນ, ຫຼາກຫຼາຍແຫຼ່ງຄວາມຮູ້ລວມທັງ ເນັ້ນການໃຊ້ວິທີການວັດຜົນການຮຽນຢ່າງຫຼາກຫຼາຍວິທີ ວ່າ​ດ້ວຍ​ການ​ສອນ​ແບບ​ຖື​ເອົາ​ນັກຮຽນ​ເປັນ​ໃຈກາງ​ແມ່ນ​ຄູ​ໄດ້​ມອບ​ໝາຍ​ໃຫ້​ນັກຮຽນ​ໄດ້​ເຮັດ​ວຽກ​ເປັນໜູ່ຄະນະ, ຊ່ວຍ​ກັນ​ແກ້​ໄຂ​ບັນຫາ ຫຼື ​ເຮັດ​ກິດຈະກຳ​ຕາມ​ຄວາມ​ສາມາດຕາມ​ຄວາມ​ຖະນັດ, ຕາມ​ຄວາມ​ສົນ​ໃຈ ​ແລະ ຝຶກ​ນັກຮຽນ​ເຮັດ​ວຽກ​ຮ່ວມ​ກັນຕາມ​ຄູ​ມອບ​ໝາຍໃຫ້, ​ໄດ້​ປະສົບ​ການ​ໃນ​ການ​ເຮັດ​ວຽກ, ສົນທະນາ​ ແລະ​ ຖອດ​ຖອນ​ບົດຮຽນ​ນຳ​ກັນ, ຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ ​ກັນ, ​ໄດ້​ຮຽນ​ຮູ້​ນຳ​ໝູ່​ເພື່ອນ​ຮ່ວມ​ກັນ​ຕາມ​ຄຳ​ແນະນຳ​ຂອງ​ຄູ​ທີ່​ກຳນົດ​ໃຫ້ລະອຽດ​ມາ​​ແລ້ວ​ນັ້ນ ຈຸດປະສົງ​ຂອງ​ການ​ສອນ​ແບບ​ນີ້ ​ເພື່ອ​ຝຶກ​ທັກ​ສະ​ໃຫ້​ນັກຮຽນ​ມີ​ຄວາມ​ຮັບຜິດຊອບ, ​ເຮັດ​ວຽກ​ຮ່ວມ​ກັນ, ຊ່ວຍ​ເຫຼືອ​ກັນ​ຕາມ​ລະບຽບ​ວິ​ໄນ​ທີ່​ຄູ​ໄດ້​ວາງ​ໄວ້, ຮູ້​ໜ້າ​ທີ່​ຂອງ​ຕົນ​ເອງ​ຢູ່​ໃນ​ກຸ່ມ​ເຮັດ​ວຽກ ​ແກ້​ໄຂ​ບັນຫາ​ຕາມ​ວິທະຍາສາດ, ມັກ​ຊອກ​ຮູ້​ດ້ວຍ​ຕົນ​ເອງ​ຕາມ​ຄວາມ​ສາມາດ ຄວາມ​ຖະນັດ, ຄວາມ​ສົນ​ໃຈ, ການ​ຮຽນ​-ການ​ສອນ​ຂອງ​ຄູສ່ວນ​ຫຼາຍ​ໄດ້​ຮັບ​ການ​ຝຶກ​ອົບຮົມ ​ແລະ ຮັບປະກັນ​ຄຸ​ນະພາ​ບ​ໃນ​ດ້ານ​ການ​ຮຽນ-ການ​ສອນ​ທີ່​ກະຊວງ​ສຶກສາ​ທິການ ​ແລະ ​ກິລາ ​ໄດ້ສ້າງ​ຄູ​ສຶກສາ​ນິ​ເທດ​ໃນ​ຊັ້ນ​ມັດທະຍົມ​ຕົ້ນ​ເພື່ອ​ລົງ​ຊຸກຍູ້​ຕິດຕາມ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ຄູ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ເມືອງ ຄູ​ໃຫ້​ສອດຄ່ອງ​ກັບ​ຫຼັກສູດ ສະພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນ ​ແລະ ​ແຂວງ ​ເພື່ອ​ແນ່​ໃສ່​ການ​ປັບປຸງ​ຄຸນະພາ​ບ ​ແລະ ວິ​ທີ​ຈັດ​ການ​ຮຽນ-ການ​ສອນ​  ​ເພື່ອ​ຮັບ​ປະກັນ​ຄຸນະພາ​ບ​ໃນ​ການ​ຈັດການ​ຮຽນ​-ການ​ສອນ​ເຊັ່ນ: ປຶ້ມ​ແບບຮຽນ, ປຶ້ມຄູ່​ມື​ຄູ ສື່​ການ​ສອນ​ເອກະສານ​ອ້າງ​ອີງ ​ແລະ ອື່ນໆ ​ເຊິ່ງ​ເຮັດ​ໃຫ້ການ​ດຳ​ເນີນ​ກິດຈະກຳ​ການ​ຮຽນ-ການ​ສອນ​ຂອງ​ຄູ​ສ່ວນຫຼາຍ ​ແມ່ນ​ເອົາ​ຜູ້​ສອນ​ເປັນ​ຈຸດໃຈກາງ, ອຸປະກອນ ​ແລະ ສື່​ການ​ສອນ​ກໍ​ບໍ່ພຽງພໍ ຈິ່ງ​ເຮັດ​ໃຫ້ການ​ສົ່ງ​ຄວາມ​ຮູ້​ຂອງຄູ​ບໍ່​ທົ່ວ​ເຖິງ​ນັກຮຽນ  ສະ​ນັ້ນ, ຈຶ່ງ​ເຮັດ​ໃຫ້ການ​ຮຽນ-ການ​ສອນ​ໃນ​ວິຊາ​ຄະນິດສາດພົບ​ຄວາມ​ຫຍຸ້ງຍາກ ​ແລະ ​ເຮັດ​ໃຫ້​ນັກຮຽນ​ຈຳນວນ​ໜຶ່ງ​ບໍ່​ສົນ​ໃຈ​ໃນ​ການ​ສຶກສາ​ຮໍ່າຮຽນ ​ເປັນ​ຕົ້ນ​ແມ່ນ​ໃນ​ລາຍ​ວິຊາ​ຄະນິດສາດຫ້ອງ​ ມ1 ​ເຊິ່ງມີ​ຈຳນວນ​ນັກຮຽນ 20 ຄົນ, ຍິງ 9 ຄົນ.ໃນຄະນະນ້ອງສອນທີ່ໂຮງຮຽນແຫ່ງນີ້ໄດ້ສຶກສາອົບຮົມແລະແນະນໍາໃຫ້ເຂົາເຈົ້າເອົາໃຈໃສ່ຕໍ່ບົດຮຽນເຫັນວ່ານັກຮຽນສ່ວນຫຼາຍມີຄວາມເອົາໃຈໃສ່ຕໍ່ການຮຽນແລະ ຮຽນໄດ້ດີແຕ່ຍັງມີນັກຮຽນ​​ຈໍານວນໜຶ່ງທີ່ບໍ່ເອົາໃຈໃສ່ຕໍ່ການຮຽນວິຊາຄະນິດສາດ, ​ໃນເວລາຄູມອບກິດຈະກໍາໃຫ້ເຮັດເຂົາເຈົ້າບໍ່ສົນໃຈເຮັດກິດຈະກໍານໍາໝູ່, ບໍ່ສົນໃຈຕໍ່ການຮຽນ, ບໍ່ຕອບຄໍາຖາມຄູແລະ ບໍ່ແກ້ວຽກບ້ານທີ່ຄູມອບໝາຍໃຫ້ການຮຽນວິຊາຄະນິດສາດໂດຍສະເພາະການແກ້ເລກພື້ນຖານສິບ​ ​ແມ່ນມີຄວາມສຳຄັນຫຼາຍທີ່ສຸດໃນການດໍາລົງຊີວິດປະຈໍາວັນເຊັ່ນ: ການຄິດໄລ່ໃນການກໍ່ສ້ງເຄຫາສະຖານ-ການຄົມມະນາຄົມ, ການຄ້າຂາຍ, ການແລກປ່ຽນວັດຖຸສິ່ງຂອງແລະ ອຶ່ນໆແຕ່ວ່າຄູສອນພັດບໍ່ໄດ້ຍົກໃຫ້ນັກຮຽນໄດ້ເຫັນກ່ຽວກັບຄວາມສໍາຄັນໃນການຄິດໄລ່​​ ແລະ ຄຸນປະໂຫຍດຂອງເລກຈຳນວນໃນພື້ນຖານສິບ
         ຄະນິດສາດເປັນສິ່ງໝຶ່ງທີ່ມະນຸດໄດ້ຄົ້ນຄິດຂຶ້ນນານແລ້ວ, ຈົນມາເຖິງໄລຍະປະຫວັດສາດໝຶ່ງ ຄະນິດສາດຈິ່ງໄດ້ແຍກມາເປັນວິຊາຮຽນໝຶ່ງ ຈາກນັ້ນຕໍ່ມາກໍເປັນຂະແໜງການໝຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງ ຈົນມີບົດບາດສຳຄັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າຂະຫຍາຍຕົວຢ່າງວ່ອງໄວດ້ານເຕັກໂນໂລຊີ, ຜະລິດຕະພັນອຸດສະຫະກຳ, ຄົມມະນາຄົມສື່ສານອັນທັນສະໄໝຈຶ່ງເວົ້າໄດ້ວ່າຄະນິດສາດໄດ້ຖືກນຳມາໃຊ້ເກືອບທຸກວິຊາຮຽນ, ທຸກຂະແໜງການວຽກງານຕ່າງໆ. ດັ່ງນັ້ນ, ການຮຽນຄະນິດສາດໄດ້ກາຍເປັນສິ່ງຈຳເປັນຂອງທຸກລະດັບຊັ້ນຮຽນ.
          ຄະນິດສາດເປັນສິ່ງທີ່ເລິກລັບຊັບຊ້ອນແຕ່ກໍມີຄວາມເປັນລະບຽບຊັດເຈນໃນຕົວຂອງມັນ. ດັ່ງນັ້ນ ການຮຽນ-ການສອນຄະນິດສາດຈິ່ງມີຄວາມໝາຍເຖິງການເຝິກຜົນໃຫ້ກາຍເປັນຜູ້ຮູ້ຄິດ, ຮູ້ກະທຳຢ່າງມີລະບຽບຫຼັກການ, ເປັນລະບົບ, ມີພິກໄຫວຢ່າງຄ່ອງແຄ້ວ, ຄົ້ນຄິດໄຕ່ຕອງດ້ວຍເຫດຜົນ ແລະ ມີຄວາມມານະອົດທົນ. ຄະນິດສາດເປັນໝຶ່ງໃນວິຊາຮຽນທີ່ເປັນເຄື່ອງມືຂອງການຮຽນຮູ້, ການຮຽນ-ການສອນຄະນິດສາດຢູ່ຊັ້ນມັດທະຍົມແມ່ນແນໃສ່ເຮັດໃຫ້ນັກຮຽນມີຄວາມຮູ້, ຄວາມເຂົ້າໃຈຄະນິດສາດຟື້ນຖານ, ມີທັກສະຂະບວນການທາງຄະນິດສາດ, ພັດທະນາຄວາມສາມາດໄຕ່ຕອງຄື: ການສັງເກດ, ການວິເຄາະ, ການຄິດແບບອຸປະມານ ແລະ ຊຸກຍູ້ຈິນຕະນາການເຮັດໃຫ້ນັກຮຽນມີການປ່ຽນແປງພຶດຕິກຳທັງສາມດ້ານຄື: ດ້ານຄວາມຮູ້, ດ້ານການກະທຳ ແລະ ດ້ານຄວາມຮູ້ສຶກ. (ທອງເຄນ ຄຳສຸກຖາວົງ, ພິມມະສອນ ວໍລະຍຸດ, 2009, ໜ້າທີ 12 )
            ການສອນຄະນິດສາດແມ່ນການເຮັດໃຫ້ຜູ້ຮຽນປະພຶດຕົນເອງເໝືອນນັກຄະນິດສາດ ໂດຍເອົາບັນຫາໃຫ້ນັກຮຽນແກ້ ແລະ ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນຈະບໍ່ພຽງພໍເພື່ອການແກ້ໄຂບັນຫາທີ່ຄູວາງອອກ. ດັ່ງນັ້ນ, ນັກຮຽນຈະຕ້ອງອີງໃສ່ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນເພື່ອຈຳແນກ, ຈັດກຸ່ມຫາຄວາມສຳພັນອັນໃໝ່, ຊອກຮູ້ວາງຂໍ້ສົມມຸດ ແລະ ກວດຄືນເພື່ອແກ້ບັນຫາໂດຍຜູ້ສອນເປັນຜູ້ແນະນຳ ແຕ່ ບໍ່ເປັນຜູ້ແກ້ບັນຫາຕ່າງນັກຮຽນ ການຮຽນການສອນຄະນິດສາດຊັ້ນມັດທະຍົມຍັງແນ່ໃສ່ພັດທະນາຄຸນສົມບັດດ້ານຄວາມເປັນລະບຽບຮຽບຮ້ອຍຄວາມດຸໝັ່ນພາກພຽນ, ຄວາມອົດທົນ, ຄວາມສາມາດໃນການເຮັດວຽກແບບບຸກຄົນ, ລວມໝູ່ ແລະ ຄວາມສາມາດໃນການຊອກຄົ້ນ, ການປະສານງານຕິດຕໍ່ສື່ສານ ແລະ ໃຫ້ເຫດຜົນຕໍ່ຄຳຢືນຢັນຕ່າງໆ. ໄດ້ພະຍາຍາມໃຫ້ນັກຮຽນໄດ້ຮຽນຄວາມຮູ້ພື້ນຖານ, ທັກສະ ແລະ ວິທີການພາຍຫຼັງທີ່ຈົບແລ້ວພວກເຂົາເຈົ້າສາມາດນໍາໃຊ້ຄວາມຮູ້ທີ່ຮຽນມາໃນຄັ້ງນີ້ ສະນັ້ນ ການຮຽນແຕ່ທີດສະດີເທົ່ານັ້ນບໍ່ສາມາດບັນລຸຈຸດມຸ້ງໝາຍຂອງຫຼັກສູດໄດ້ ໂຮງຮຽນຈິ່ງໄດ້ບັນລຸກິດຈະກໍາຕ່າງໆເພື່ອໃຫ້ຈຸດມຸ້ງໝາຍຂອງຫຼັກສຸດບັນລຸຜົນສໍາເລັດກິດຈະກໍາຄະນິດສາດ ( ທອງເຄນ ຄຳສຸກຖາວົງ, ພິມມະສອນ ວໍລະຍຸດ, 2009, ໜ້າທີ 13 )
ຂ້າພະເຈົ້າຄິດວ່າຖ້າຫາກການສອນຂອງຄູຫາກບໍ່ດໍາເນີນຕາມຈຸດປະສົງ ທີ່ກ່າວມາຂ້າງເທິງຈະບໍ່ສາມາດບັນລຸຈຸດປະສົງທີ່ວາງໄວ້ ເພາະວ່າການສອນຕ້ອງໄດ້ດໍາເນີນໄປຕາມໂຄງການຫຼັກສູດ ໂດຍສະເພາະແມ່ນການຈັດກິດຈະການຮຽນ-ການສອນຕ້ອງມີສື່ການສອນປະກອບໃນການຜະລິດສື່ການສອນ ເພາະວ່າສື່ການສອນເປັນສິ່ງໝຶ່ງທີ່ດຶງດູດຄວາມສົນໃຈຂອງນັກຮຽນ ແລະ ເປັນສິ່ງທີ່ຂາດບໍ່ໄດ້ເຂົ້າໃນການດໍາເນີນການຮຽນ-ການສອນໂດຍສະ ເພາະແມ່ນໄລຍະປະຈຸບັນ ແມ່ນເໝາະສົມທີ່ສຸດເພາະວ່າເດັກໄດ້ມີການຊອກຮູ້ຈາກສິ່ງໃໝ່ຈາກສິ່ງແວດລ້ອມອ້ອມຂ້າງເພື່ອເຮັດໃຫ້ເຂົາເຈົ້າພັດທະນາຕົນເອງ ແລະ ໃຊ້ຈິດສໍານຶກໃນການຄົ້ນຄິດ.
         ໂຮງຮຽນມັດທະຍົມຕອນ​ຕົ້ນບ້ານຫຸນ ຕັ້ງຢູ່ເມືອງຕາະໂອ້ຍ ແຂວງສາລະວັນຫ່າງຈາກເທດສະບານເມືອງຕະໂອ້ຍປະມານ 1 Km2  ມີຈໍານວນຄູອາຈານທັງໝົດ 10 ຄົນ, ຍິງ 5 ຄົນ, ຈໍານວນຫ້ອງຮຽນທັງໝົດ 4 ຫ້ອງໃນນັ້ນຫ້ອງ ມ1 ມີຈໍານວນນັກຮຽນທັງໝົດ 20 ຄົນ, ຍິງ 9 ຄົນ
ອີງຕາມການລາຍງານສະພາບການຮຽນ-ການສອນ ຄູປະຈຳລາຍວິຊາຄະນິດສາດຫ້ອງ ມ1 ພົບວ່າເຄື່ອງມື ແລະ ອຸປະກອນຮັບໃຊ້ເຂົ້າໃນກິດຈະກໍາການຮຽນ-ການສອນ ທາງໂຮງຮຽນບໍ່ສາມາດຕອບສະໝອງຕາມຄວາມຮຽກຮ້ອງຕ້ອງການ ສະນັ້ນ, ຈິ່ງເຮັດໃຫ້ການຮຽນ-ການສອນພາກປະຕິບັດຕົວຈິງ ສ່ວນໃຫຍ່ສົ່ງຜົນສະທ້ອນໃຫ້ແກ່ນັກຮຽນຄື: ຮຽນອ່ອນ, ຂາດຄວາມສາມາດໃນການສະແດງອອກ, ​ແກ້ເລກຈໍານວນພື້ນສິບບໍ່ໄດ້.
ສະນັ້ນ, ຂ້າພະເຈົ້າຈິ່ງມີຄວາມສົນໃຈຢາກເຮັດການວິໄຈກ່ຽວກັບເລື່ອງນີ້ຄື: ປັບປຸງການແກ້ເລກຈຳນວນໃນພື້ນ ຖານສິບຂອງນັກຮຽນຫ້ອງ ມ 1 ໂຮງຮຽນມັດທະຍົມຕົ້ນບ້ານຫຸນເມືອງຕະໂອ້ຍແຂວງສາລະວັນ
1.2 ຈຸດປະສົງ
        -  ເພື່ຶອໃຫ້ນັກຮຽນສາມາດແກ້ເລກຈໍານວນໃນພື້ນຖານສິບ
        -  ເພື່ຶອໃຫ້ນັກຮຽນສາມາດນໍາໃຊ້ເລກຈໍານວນໃນພື້ນຖານເຂົ້າໃນຊີວິດປະຈໍາວັນ
2.  ວິທີດໍາເນີນການວິໄຈ
2.1. ສຶກສາສະພາບບັນຫາ
  ໃນເບື້ອງຕົ້ນການສຶກສາສະພາບບັນຫາ ເພື່ອຄວາມສະດວກໃນການເກັບກຳຂໍ້ມູນຕ່າງໆ ທີ່ຈະມາຮັບໃຊ້ໃນການເຮັດການວິໄຈຂ້າພະເຈົ້າໄດ້ປຶກສາຫາລືກັບຄູ່ຮ່ວມງານ ອາຈານ ແກ້ວດອກໄມ້ ວໍລະສານ ກະກຽມເຄື່ອງມືອຸປະ ກອນ ແລະ ສ້າງເຄື່ອງມື, ສ້າງຮ່າງບັນທຶກການເຂົ້າຮ່ວມໂມງສອນສົນທະນາປຶກສາຫາລືກັບຄູສອນວິຊາຄະນິດສາດຄູປະຈຳຫ້ອງ 1 ຈະເຂົ້າຮ່ວມໂມງສອນຄູສອນຄະນິດສາດ ແລະ ໄດ້ນັດໝາຍກັບອາຈານແກ້ວດອກໄມ້ ວໍລະສານ.
ເມື່ອຮອດມື້ນັດໝາຍວັນທີ 2/10/2012 ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນອາຈານ ແກ້ວດອກໄມ້ ວໍລະສານ ຄູປະຈຳວິຊາປະຈຳຊັ້ນ ມ1 ວິຊາຄະນິດສາດ ບົດທີ 8 ຈຳນວນໃນພື້ນຖານຕ່າງໆ ຂ້າພະເຈົ້າເຂົ້າຮ່ວມສັງເກດຢູ່ຂ້າງຫຼັງເພື່ອບັນທຶກເຫດການຕ່າງໆໃນເວລາຄູດຳເນີນກິດຈະກຳການຮຽນ-ການສອນຜ່ານການສັງເກດເຫັນວ່າຄູໄດ້ເນັ້ນໃຫ້ນັກຮຽນທ່ອງແມ່ບັ້ງສູດແຕ່ບັ້ງສອງຮອດບັ້ງສິບເປັນສໍາຄັນ, ສື່ທີ່ຄູນໍາໃຊ້ປະກອບເຂົ້າໃນການຮຽນ​-ການສອນມີພຽງປື້ແບບຮຽນ, ປື້ມບັນທຶກນັກຮຽນ, ຄູ່ມືຄູແລະ ຄູໄດ້ຂຽນກິດຈະກໍາໃສ່ກະດານລະອຽດລຸ່ມນີ້:
ກິດຈະກໍາທີ 1
·        ຈົ່ງຂຽນຈຳນວນຕໍ່ໄປນີ້ເປັນຈຳນວນທຳມະຊາດດ້ວຍຕົວເລກກຣິດ
a.    MDXXXVII                      b.  CDLXXIII                     c.  MMCMVI
ກິດຈະກຳທີ 2
·        ປ່ຽນຈຳນວນທຳມະຊາດລຸ່ມນີ້ເປັນຈຳນວນພື້ນຖານ
A = 132                            B = 17                             C = 280
ຜ່ານການດໍາເນີນກິດຈະກໍາການຮຽນ-ການສອນຂອງຄູສັງເກດເຫັນ ແລະ ໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນລະອຽດລຸ່ມນີ້:
-       ນັກຮຽນບໍ່ສົນໃຈຕໍ່ກິດຈະກໍາຂອງຄູ
-       ນັກຮຽນສົນທະນາກັນໃນເວລາຄູອະທິບາຍບົດຮຽນ
-       ນັກຮຽນອອກມາແກ້ເລກຫານຢຸ່ກະດານບໍ່ໄດ້
-       ນັກຮຽນບໍ່ອອກມາແກ້ເລກຢູ່ກະດານ
-       ນັກຮຽນບໍ່ຕອບຄໍາຖາມຂອງຄູ
ພາຍຫຼັງເຂົ້າຮ່ວມໂມງສອນຄູສຳເລັດແລ້ວ ຂ້າພະເຈົ້າຜູ້ວິໄຈໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນ ແລະ ໄດ້ພົບບັນຫາຫຼາຍຢ່າງບັນຫາທີ່ໄດ້ມາໃນຄັ້ງນີ້ ພວກເຮົາບໍ່ສາມາດສະຫຼຸບໄດ້ວ່າເປັນສາເຫດທີ່ແທ້ຈິງຂອງບັນຫາທີ່ເກີດຂຶ້ນກັບນັກຮຽນ ແລະ ຂ້າພະເຈົ້າຍັງບໍ່ທັນມີຄວາມແນ່ໃສ່ເທື່ອທີ່ຈະເລືອກໄດ້ຫົວຂໍ້ມາເຮັດການວິໄຈ ສະນັ້ນ, ຂ້າພະເຈົ້າຜູ້ວິໄຈຈິ່ງໄດ້ປຶກສາຫາລືກັນຄູ່ຮ່ວມງານອາຈານແກ້ວດອກໄມ້ ວໍລະສານ ວ່າຈະເຂົ້າຮ່ວມໂມງສອນໄດ້ຕົກລົງເຫັນດີກຳນົດວັນທີນັດໝາຍ
ເມື່ອຮອດມື້ນັດໝາຍຄື ໃນວັນທີ 9/10/2012 ໄດ້ເຂົ້າຮ່ວມໂມງສອນອາຈານແກ້ວດອກໄມ້ ວໍລະສານ ເປັນຜູ້ສອນຕົວຈິງໃນຫ້ອງ ມ1 ວິຊາຄະນິດສາດ ບົດທີ8 (ຕໍ່) ຈຳນວນໃນພື້ນຖານຕ່າງ
ຜ່ານການດໍາເນີນກິດຈະກໍາການຮຽນ-ການສອນຂອງຄູສັງເກດເຫັນ ແລະ ໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນລະອຽດລຸ່ມນີ້:
-       ນັກຮຽນບົນແຊວໃນເວລາຮຽນ
-       ນັກຮຽນບໍ່ມີສ່ວນຮ່ວມໃນການສອນຂອງຄູ
-       ນັກຮຽນແກ້ເລກຄູຈໍານວນຖ້ວນມີລັກສະນະສັບປ່ຽນບ່ອນບໍ່ໄດ້
-       ນັກຮຽນບໍ່ຕອບຄຳຖາມຂອງຄູ
ຫຼັງ​ຈາກ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ໂມງ​ສອນ​ໃນ​ຄັ້ງ​ນີ້​ແລ້ວ ​ຂ້າພະ​ເຈົ້າຜູ້ວິໄຈ​ຍັງ​ບໍ່​ທັນ​ມີ​ຄວາມ​ແນ່ໃຈ​ເທື່ອ ​ແລະ​ ຂ້າ ພະເຈົ້າຜູ້ວິໄຈ​ໄດ້​ປຶກສາ​ຫາລື​ກັບຄູ່ຮ່ວມງານ​ວິ​ໄຈ ​ເພື່ອ​ເກັບກຳຂໍ້ມູນຕື່ມອີກ ແລະ ຫາສາ​ເຫດ​ທີ່​ແທ້​ຈິງ​ຂອງ​ບັນຫາວ່າມັນເປັນຍ້ອນຫຍັງກັນແທ້ ດັ່ງນັ້ນ, ຈິ່ງກັບໄປຫາຕົ້ນເຫດຂອງບັນຫາ ໄດ້ລົງສຳພາດຄູສອນ ແລະ ນັກຮຽນກຸ່ມ ເປົ້າໝາຍ
ໃນວັນທີ 17/10/2012 ​ໄດ້ສະພາດຄູປະຈໍາວິຊາຄະນິດສາດ ແລະໄດ້ຂໍ້ມູນດັ່ງນີ້: ເປັນຄົນມັກຂາດຮຽນ, ບໍ່ມີສ່ວນຮ່ວມໃນການປະຕິບັດກິດຈະກຳຂອງຄູ, ເອື້ອອີງໃສ່ແຕ່ໝູ່, ຄວາມຮັບຮູ້ຊ້າ
-       ທ້າວ ນ້ອຍເປັນຄົນບໍ່ມັກປາກ, ​​ເວລາຄູອະທິບາຍບໍ່ມັກຕັ້ງໃຈ​​ຟັງ, ​ເຂົ້າໃຈບົດຮຽນຍາກແຕ່ລາວໄດ້ເຮັດກິດຈະກຳກັບໝູ່ເພື່ອນ
-       ທ້າວ ອາກຽນມັກຂາດຮຽນ, ຮຽນບໍ່ໄດ້, ຄວາມຮັບຮູ້ຊ້າ, ບໍ່ມີສ່ວນນຳໝູ່ໃນເວລາຄູມອບກິດຈະກຳ
ໃນວັນທີ18/10/2012ໃຊ້ເວລາ 1 ຊົ່ວໂມງໄດ້ໄປສະຖາທີ່ເຮືອນ ທ້າວ ນ້ອຍ ໄດ້ສອບຖາມແມ່ຂອງລາວເຊິ່ງເພິ່ນກໍ່ໃຫ້ການຮ່ວມມືເປັນຢ່າງດີເພິ່ນໃຫ້ຂໍ້ມູນວ່າ: ທ້າວນ້ອຍໄປໂຮງຮຽນທຸກມື້ແຕ່ເຊົ້າ, ບໍ່ໄດ້ຄົ້ນຄວ້າບົດຮຽນ, ມັກໄປທ່ຽວເບິ່ງໜັງຍາມກາງຄືນ, ບໍ່ມີປື້ມແບບຮຽນ.
ວັນທີ 19/10/2012ໃຊ້ເວລາ 1 ຊົ່ວໂມງໄປສະຖາທີ່ເຮືອນ ທ້າວ ອາກຽນ ໄດ້ສອບຖາມພໍ່ແມ່ຂອງລາວເພິ່ນໃຫ້ຂໍ້ມູນວ່າ: ບ້ານໄກ,ພໍ່ແມ່ທຸກຍາກ, ບໍ່ໄດ້ຄົ້ນຄວ້າບົດຮຽນ, ບໍ່ມີປື້ມແບບຮຽນ, ບໍ່ມີໃຜຊ່ວຍວຽກພໍ່ແມ່.
ຫຼັງຈາກສຳເລັດການສຳພາດນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ຜ່ານການສຳພາດນັກຮຽນກຸ່ມເປົ້າໝາຍໃນຄັ້ງນີ້ຂ້າພະເຈົ້າຜູ້ວິໄຈໄດ້ຂໍ້ມູນ ແລະ ສາມາດຕີລາຄາລະອຽດລຸ່ມນີ້:
-       ບໍ່ມັກຮຽນວິຊາຄະນິດສາດ
-       ບໍ່ມີປື້ມແບບຮຽນໃນລາຍວິຊາຄະນິດສາດ
ເມື່ອ​ໄດ້​ຂໍ້​ມູນ​ຈາກ​ການ​ເຂົ້າ​ຮ່ວມ​ໂມງ​ສອນ​ຄູ​ປະຈໍາວິຊາຄະນິດສາດ, ສໍາພາດ​ນັກຮຽນ​ກຸ່ມ​ເປົ້າ​ໝາຍຄືແນວນັ້ນ ​ຂ້າພະ​ເຈົ້າຜູ້ວິໄຈ ຈິ່ງ​ໄດ້​ປຶກສາ​ຫາລືກັບຄູ່ຮ່ວມງານ​ສ້າງ​ແຜນ​ດຳ​ເນີນ​ການ​ວິ​ໄຈ ​ໃນ​ຫ້ອງ ມ1 ​ເພື່ອ​ຢາກ​ຮູ້​ຄວາມ​ຈິງ​ທີ່​ຊັດ​ເຈນ​ຂຶ້ນ ​ແລະ ຂ້າພະເຈົ້າໄດ້​ຄັດ​ເລືອກ​ເອົາ​ໝຶ່ງບັນຫາ​ມາ​ເຮັດ​ການ​ວິ​ໄຈ ແລະ ຕັ້ງຫົວຂໍ້ວິໄຈຄື: ປັບປຸງການແກ້ເລກຈຳນວນໃນພື້ນ ຖານສິບຂອງນັກຮຽນຫ້ອງ ມ 1
         ຈາກ​ບັນຫາ​ທີ່​ໄດ້​ມາ​ຂ້າງ​ເທິງ​ນັ້ນ ​ຂ້າພະ​ເຈົ້າ​ຈິ່ງ​ໄດ້​ຕັ້ງ​ຄຳ​ຖາມ​ວິ​ໄຈຂຶ້ນມາ:
   ຄໍາຖາມວິໄຈ
  “ ໃນຖານະເປັນຄູພວກເຮົາຈະເຮັດແນວໃດ ເພື່ອໃຫ້ນັກຮຽນ​ສາມາດແກ້ເລກຈໍານວນໃນພື້ນຖານສິບໄດ້”
2.2 ວາງແຜນ 1
 ພາຍຫຼັງສຶກສາສະພາບຫາເປັນທີ່ຮຽບຮ້ອຍແລ້ວໃນຄັ້ງວັນທີ 25/10/2012 ຂ້າພະເຈົ້າຜູ້ວິໄຈ ແລະ ຄູ່ຮ່ວມງານໄດ້ປຶກສາຫາລືຮ່ວມກັນວາງແຜນແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນກຸ່ມເປົ້າໝາຍ, ​ແລກປ່ຽນແນວຄວາມຮ່ວມກັນກັບຄູ່ຮ່ວມງານຖອດຖອນບົດຮຽນນໍາກັນ ເພື່ອເລັ່ງໃສ່ໃຫ້ການຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍໄດ້ພັດ ທະນາແນວຄວາມຄິດຂອງເຂົາເຈົ້າໃຫ້ມີການປ່ຽນແປງຢ່າງຮິບດ່ວນກໍານົດແຜນລະອຽດລຸ່ມນີ້:
-       ຮ່ວມກັນແຕ່ງບົດສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆ
-       ໃຊ້ວິທີສອນແບບຮ່ວມມື
-       ຄູໃຫ້ຄວາມ​​ໃກ້ຊິດຕິດແທດກັບນັກຮຽນຢ່າງທົ່ວເຖິງ
-       ຄູແນະນໍາ ຫຼື ອະທິບາຍບົດຮຽນໃຫ້ມີຄວາມຈະແຈ້ງ ແລະ ໃຫ້ມີຄວາມລະອຽດຖີ່ຖ້ວນ
-       ຄູແກ້ກິດຈະກໍາໃຫ້ນັກຮຽນໄດ້ສັງເກດເບິ່ງ 2-3 ຕົວຢ່າງເພື່ອໃຫ້ນັກຮຽນທໍາຄວາມເຂົ້າໃຈບົດຮຽນຫຼາຍຂຶ້ນ





2.3 ການປະຕິບັດ ແລະ ສັງເກດ 1
        ຫຼັງຈາກການສໍາເລັດການວາງແຜນ ແລະ ນໍາເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດ ຢູ່ຫ້ອງມ 1 ໃນຄັ້ງວັນທີ30/10/2012 ສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆອາຈານ ແກ້ວອຸດອນ ເປັນຜູ້ສອນຕົວຈິງຄູໄດ້ນໍາກິດຈະກໍາລະອຽດລຸ່ມນີ້:
  ກິດຈະກໍາທີ 1
ເພື່ອຂຽນຈໍານວນທຳມະຊາດ, ເພິ່ນໃຊ້ເຄື່ອງໝາຍເອີ້ນວ່າເລກອາຣັບ
  . ຈົ່ງຂຽນເລກອາຣັບມາໃຫ້ໝົດ
  . 15 = 10 + 5
    
    
      ການຂຽນຈຳນວນທຳມະຊາດແມ່ນການຂຽນຈຳນວນທຳມະຊາດແບບກະຈາຍໃນພື້ນຖານສິບ
     ຈົ່ງຂຽນຈຳນວນລຸ່ມນີ້ແບບກະຈາຍໃນພື້ນຖານສິບແລ້ວຂຽນຈຳນວນນັ້ນດ້ວຍຕົວໜັງສື
a.    18       b. 158           c. 368          d. 2,586        e. 37,500      f. 257,901
  ກິດຈະກໍາທີ  2
  ໃນຍຸກສະໄໝເອເລັກໂຕຣນິກເພິ່ນໄດ້ນຳໃຊ້ເຄື່ອງຄິດໄລ່ເອເລັກໂຕຣນິກ ( ຄອມພິວເຕີ ) ເຂົ້າໃນການຄຳນວນຕ່າງໆແຕ່ເຄື່ອງເອເລັກໂຕຣນິກສາມາດອ່ານຕົວເລກໄດ້ສອງຕົວເທົ່ານັ້ນຄື: 0 ແລະ 1 ( ກະແສໄຟບໍ່ຜ່ານແມ່ນ 0, ກະແສໄຟຜ່ານແມ່ນ 1 )
        ຈຳນວນທີ່ຂຽນແບບກະຈາຍໂດຍໃຊ້ 0 ແລະ 1  ເອີ້ນຈຳນວນວ່າຈຳນວນໃນພື້ນຖານສອງເຊັ່ນ:
ຈຳນວນໃນພື້ນຖານສິບ
ຈຳນວນໃນພື້ນຖານສິບ
11
101
1101

          ຈົ່ງຕື່ມຕາຕະລາງລຸ່ມນີ້ໃຫ້ຖືກຕ້ອງແລະຄົບຖ້ວນ

ຈຳນວນໃນພື້ນຖານສິບ
ຈຳນວນໃນພື້ນຖານສິບ
111
....
1111
....
110111
....

ຄູແບ່ງນັກຮຽນອອກເປັນ 5 ກຸ່ມຕາມຄວາມເໝາະສົມຂອງຫ້ອງຮຽນ, ຄູມອບໝາຍໃຫ້ນັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມເພື່ອຂຶ້ນລາຍງານ, ຄູຢາຍໃບກິດຈະກໍາໃຫ້ແຕ່ລະກຸ່ມໄດ້ປະຕິບັດກິດຈະກໍາ, ຄູຕິດຕາມການປະຕິບັດກິດຈະກໍາຂອງນັກຮຽນແຕ່ລະກຸ່ມຢ່າງໃກ້ຊິດຕິດແທດຈາກນັ້ນ, ຄູຍັງແນະນໍາໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍຂໍ້ທີ່ຍັງຄົງຄ້າງ ຫຼື ຈຸດທີ່ບໍ່ເຂົ້າໃຈ, ຄູໄດ້ແນະນໍານັກຮຽນທຸກຄົົນ​​ເບິ່ງການແກ້ຕົວຢ່າງຂອງຄູ 2-3 ຕົວຢ່າງຈາກນັ້ນ, ຄູໄດ້ບົ່ງຕົວນັກຮຽນກຸ່ມເປົ້າໝາຍອອກມາແກ້ເລກຢູ່ກະດານ, ຄູໄດ້ໃຫ້ແຮງຈູງໃຈກະຕຸກຊຸ້ກຍູ້ສົ່ງເສີມຢ່າງ​​ໃກ້ຊິດຕິດແທດໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດດັ່ງທ່ານພີມພັນເດຊາຄຸບ(2544:7) ໄດ້ຂຽນຄວາມໝາຍການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນສໍາຄັນໄວ້ວ່າ: ການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນສໍາຄັນຄືແນວທາງການຈັດການຮຽນ-ການສອນທີ່ເນັ້ນໃຫ້ຜູ້ຮຽນສ້າງຄວາມຮູ້ໃໝ່ ແລະ ສິ່ງປະດິດໃໝ່ໂດຍໃຊ້ຂະບວນທາງປັນຍາ (ຂະບວນການຄິດ), ຂະບວນການທາງສັງຄົມ (ຂະບວນການກຸ່ມ) ແລະ ໃຫ້ຜູ້ຮຽນມີປະຕິສໍາພັນ ແລະມີສ່ວນຮ່ວມໃນການຮຽນ, ສາມາດນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນໄດ້ ໂດຍຄູມີບົດບາດເປັນຜູ້ອໍານວຍຄວາມສະດວກໃນການຈັດການຮຽນຮູ້. ການຈັດການຮຽນ-ການສອນ ທີ່ເນັ້ນຜູ້ຮຽນເປັນສໍາຄັນຕ້ອງໃຫ້ສອດຄ່ອງກັບຄວາມສົນໃຈ, ຄວາມສາມາດແລະຄວາມຖະໜັດ; ໃຊ້ຫຼາກຫຼາຍວິທີສອນ, ຫຼາກຫຼາຍແຫຼ່ງຄວາມຮູ້ລວມທັງເນັ້ນການໃຊ້ວິທີການວັດຜົນການຮຽນຢ່າງຫຼາກຫຼາຍວິທີ
        ຜ່ານການນໍາເອົາແຜນໄປຈັດຕັ້ງປະຕິບັດໃນຫ້ອງ 1 ​ໃນຄັ້ງນີ້ເຫັນວ່ານັກຮຽນກູ່ເປົ້າໝາຍມີການພັດທະນາທັກສະທາງດ້ານການຮຽນດີຂຶ້ນ, ຫັນມາສົນໃຈຕໍ່ບົດຮຽນມີຄວາມຮັບຜິດຊອບຫຼາຍຂຶ້ນ, ກ້າສະແດງຄວາມສາມາດ, ​ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານ ສາມາດເຮັດໄດ້ຖືກໆຜິດໆໂດຍໄດ້ຮັບການແນະນໍາຊ່ວຍເຫຼຶອຈາກຄູ-​ອາຈານແລະ ໝູ່ເພື່ອນຮ່ວມຫ້ອງແຕ່ເຂົາເຈົ້າກໍມີລັກສະນະເຂີນອາຍ, ອອກອາການ​​ເລັກໝ້ອຍແຕ່ສາມາດເອົາຕົວລອດໄດ້.
2.4 ການສະທ້ອນຄືນຄັັ້ງທີ 1
      ຜ່ານການປະຕິບັດ ແລະ ສັງເກດຄັ້ງທີ 1 ປະກົດເຫັນວ່າ ນັກຮຽນກຸ່ມກຸ່ມເປົ້າໝາຍຈໍານວນ 2 ຄົນນັ້ນມີ 1 ຄົນສາມາດແກ້ເລກຈຳນວນພື້ນຖານສິບໄດ້ ເຊິ່ງມັນສະແດງໃນການອອກມາແກ້ເລກຢູ່ກະດານ, ເຖິງວ່າ 1 ຄົນບໍ່ສາມາດແກ້ເລກຈຳນວນໃນພື້ນຖານໄດ້ກໍຈິງແຕ່ມັນສ່ອງແສງໃຫ້ເຫັນເຖິງການນຳໃຊ້ທິດສະດີການສອນທີ່ສອດຄ່ອງກັບຜູ່ຮຽນ ຫຼື ສອດຄ່ອງກັບຄວາມຕ້ອງການຂອງຜູ່ຮຽນເຊັ່ນວ່າ: ນັກຮຽນຍັງຕ້ອງການຄວາມຊ່ວຍເຫຼືອຈາກຄູ ແລະ ໜູ່ຄູ່ພາຍໃນຫ້ອງ, ການຈັດກິດຈະກໍາການຮຽນ-ການສອນທີ່ໃຫ້ນັກຮຽນຄິດຫາວິທີແກ້ບັນຫາດ້ວຍຕົນເອງໃນວິຊາຄະນິດສາດ ຫຼື ວິຊາອື່ນໆ ມັນແມ່ນສ້າງໃຫ້ນັກຮຽນມີຄວາມຮັບຮູ້ຄວາມສາມາດຂອງຕົນເອງ ເຖິງວ່າຈະຜິດ ຫຼື ຖືກ ກໍຍັງແມ່ນຄຸເປັນຜູ່ທີ່ໃຫ້ຄໍາປຶກສາແກ່ຜູ່ຮຽນດັ່ງທ່ານ ພິມພັນ ເດຊາຄຸບ (  2544 : 7  ) ໄດ້ຂຽນຄວາມ
ໝາຍການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສຳຄັນໄວ້ວ່າ : ການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສຳຄັນຄື ແນວທາງການຈັດການຮຽນ-ການສອນທີ່ເນັ້ນໃຫ້ຜູ່ຮຽນສ້າງຄວາມຮູ້ໃໝ່ ແລະ ສິ່ງປະດິດໃໝ່ໂດຍໃຊ້ຂະບວນການທາງປັນຍາ ( ຂະບວນການຄິດ ) ຂະບວນການທາງສັງຄົມ ( ຂະ​ບວນການ​ກຸ່ມ )  ​ແລະ ​ໃຫ້​ຜູ່​ຮຽນ​ມີ​ປະຕິ​ສຳພັນ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ຮຽນ, ສາມາດ​ນຳ​ຄວາມ​ຮູ້​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ໄດ້ ​ໂດຍ​ຄູ​ມີ​ບົດບາດ​ເປັນ​ຜູ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຈັດການ​ຮຽນ​ຮູ້. ການ​ຈັດການ​ຮຽນ-ການ​ສອນ​ທີ່​ເນັ້ນ​ຜູ່​ຮຽນ​ເປັນ​ສຳຄັນ​ຕ້ອງ​ໃຫ້​ສອດຄ່ອງ​ກັບ​ຄວາມ​ສົນ​ໃຈ ຄວາມ​ສາມາດ ​ແລະ ຄວາມ​ຖະໜັດ, ​ໃຊ້​ຫຼາກ​ຫຼາຍ​ວິທີ​ສອນ, ຫຼາກ​ຫຼາຍ​ແຫຼ່ງຄວາມ​ຮູ້​ລວມ
ອີງໃສ່ທິດສະດີດັ່ງກ່າວ ກິດຈະກຳທີ 1 ຈຶ່ງມີຄວາມເໝາະສົມສະເພາະນັກຮຽນເປັນຈຳນວນຫຼວງຫຼາຍ, ໃນຂະນະດຽວກັນນັ້ນ ມັນພັດບໍ່ສອງຄ່ອງກັບນັກຮຽນທີ່ມີຄວາມຮັບຮູ້ຊ້າ ໂດຍສະເພາະ ແມ່ນນັກຮຽນໃນກຸ່ມເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ  ເຊິ່ງບັນຫາແມ່ນ ຍັງບໍ່ຮູ້ການນຳໃຊ້ຄຸນລັກສະນະຂອງເລກຈຳນວນໃນພື່ນຖານຕ່າງໆ, ຈຳແນກຕົວເລກພື້ນຖານບໍ່ໄດ້, ສະນັ້ນ ຂ້າພະເຈົ້າຈິງວາງແຜນຄືນໃໝ່.
2.5 ການວາງແຜນຄັ້ງທີ 2
       ໃນວັນທີ 2 / 11 / 2012 ຜູ່ວິໄຈໄດ້ນຳເອົາສິ່ງທີ່ຄົງຄ້າງໃນການປະຕິບັດຜ່ານມາເພື່ອມາປຶກສາຫາລືກັນກັບຄູ່ຮ່ວມງານເພື່ອມາປັບປຸງການວາງແຜນດັ່ງນີ້
-       ຮ່ວມກັນແຕ່ງ ແລະ ປັບປຸງບົດສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆໃຫ້ສອດຄ່ອງກັບຜູ້ຮຽນໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍໃຫ້ມີສ່ວນຮ່ວມໃນການປະຕິບັດກິດຈະກຳຫຼາຍຂຶ້ນ
-       ໃກ້ຊິດ, ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈໃນການຮຽນ
-       ໃຫ້ນັກຮຽນທຳຄວາມເຂົ້າໃຈກ່ຽວກັບໃຈຄວາມໃນບົດຮຽນ, ໃຫ້ນັກຮຽນໄດ້ເຮັດດ້ວຍຕົນເອງຫຼາຍຂຶ້ນເພື່ອໃຫ້ສອດຄ່ອງກັບຜຸ່ຮຽນ.
-       ຄູອະທິບາຍບົດຮຽນໃຫ້ຈະແຈ້ງ ຊັດເຈນ ແລະ ຍົກຕົວຢ່າງ ຫຼື ແກ້ໃຫ້ນັກຮຽນໄດ້ສັງເກດວິທີແກ້ຂອງຄູ 3-4 ຄັ້ງ
          ຂ້າພະເຈົ້າຜູ້ວິໄຈແລະ ຄູ່ຮ່ວມງານວິໄຈໄດ້ວາງແຜນໄວ້ໂດຍໄດ້ຮັບອະນຸຍາດຈາກ​​ໂຮງຮຽນແລະຜູ້ອຳນວຍການ ແລ້ວນຳໄປຈັດຕັ້ງປະຕິບັດເພື່ອໃຫ້ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນມີການປ່ຽນແປງພຶດຕິກຳແລະ ຫັນມາສົນໃຈຕໍ່ການຮຽນໂດຍສະເພາະໃຫ້ນັກຮຽນອະທິບາຍວິທີີແກ້ກ່ຽວກັບເລກພື້ນສິບເຊິ່ງມັນສະແດງອອກລາຍລະອຽດຢູ່ໃນຂັ້ນຕອນນຳໄປຈັດຕັ້ງປະຕິບັດຄື: ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນໄດ້​​ມີການປ່ຽນແປງພຶດຕິກໍາ
2.6  ປະຕິບັດ ແລະ ສັງເກດຄັ້ງທີ 2
ໃນຄັ້ງວັນທີ 6 / 11 / 2012 ສອນວິຊາຄະນິດສາດບົດທີ 8 ( ຕໍ່ )ຈໍານວນໃນພື້ນຖານຕ່າງໆ ອາຈານ ແກ້ວອຸດອນ ເປັນຜູ້ສອນຕົວຈິງຄູໄດ້ນໍາກິດຈະກໍາລະອຽດລຸ່ມນີ້:
ກິດຈະກໍາທີ 3
ຕົວຢ່າງ:
     ທຽບເທົ່າກັບ 10 ໃນພື້ນຖານສອງ
    ທຽບເທົ່າກັບ 11 ໃນພື້ນຖານສອງ
              ທຽບເທົ່າກັບ 11011 ໃນພື້ນຖານສອງ
  ຈົ່ງຂຽນຈຳນວນໃນພື້ນຖານສິບລຸ່ມນີ້
a.    8        b. 15             c. 21             d. 86            e. 1010                   f. 10110
ຄູໄດ້ເປີດໂອກາດໃຫ້ນັກຮຽນຕອບ ຫຼື ອອກມາແກ້ເລກເອົາຄະແນນ 1, ສ່ວນນັກຮຽນກຸ່ມເປົ້າໝາຍກໍໄດ້ອອກມາແກ້ເລກຢູ່ກະດານ ແລະ ເຂົາເຈົ້າກໍສາມາດແກ້ໄດ້ດ້ວຍຕົນເອງແລະເຫັນວ່າມີການພັດທະນາໃນທາງທີ່ດີຂຶ້ນ
ຄູແບ່ງນັກຮຽນອອກເປັນ 5 ກຸ່ມຕາມຄວາມເໝາະສົມຂອງຫ້ອງຮຽນ, ຄູມອບໝາຍໃຫ້ນັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມເພື່ອຂຶ້ນລາຍງານ, ຄູຢາຍໃບກິດຈະກໍາໃຫ້ແຕ່ລະກຸ່ມໄດ້ປະຕິບັດກິດຈະກໍາ, ຄູຕິດຕາມການປະຕິບັດກິດຈະກໍາຂອງນັກຮຽນແຕ່ລະກຸ່ມຢ່າງໃກ້ຊິດຕິດແທດຈາກນັ້ນ, ຄູຍັງແນະນໍາໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍຂໍ້ທີ່ຍັງຄົງຄ້າງ ຫຼື ຈຸດທີ່ບໍ່ເຂົ້າໃຈ, ຄູໄດ້ແນະນໍານັກຮຽນທຸກຄົນເບິ່ງກະດານ​​ເບິ່ງການແກ້ຕົວຢ່າງຂອງຄູ 2-3 ຕົວຢ່າງຈາກນັ້ນ, ຄູໄດ້ບົ່ງຕົວນັກຮຽນກຸ່ມເປົ້າໝາຍອອກມາແກ້ເລກຢູ່ກະດານ, ຄູໄດ້ໃຫ້ແຮງຈູງໃຈກະຕຸກຊຸ້ກຍູ້ສົ່ງເສີມຢ່າງ​​ໃກ້ຊິດຕິດແທດໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດ.
ຜ່ານການນໍາເອົາແຜນໄປຈັດຕັ້ງປະຕິບັດໃນຫ້ອງ 1 ​ໃນຄັ້ງນີ້ເຫັນວ່ານັກຮຽນກຸ່ເປົ້າໝາຍມີການພັດທະນາທັກສະທາງດ້ານການຮຽນດີຂຶ້ນ, ຫັນມາສົນໃຈຕໍ່ບົດຮຽນມີຄວາມຮັບຜິດຊອບຫຼາຍຂຶ້ນ, ກ້າສະແດງຄວາມສາມາດ, ​ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານສາມາດໄດ້ຖືກຕ້ອງແລະ ມີຄວາມຄ່ອງແຄ້ວຂຶ້ນກວ່າເດີມ ພາຍຫຼັງສຳເລັດການລາຍງານ, ຄູໃຫ້ນັກຮຽນກຸ່ມອື່ນຕິດຕາມຄຳຕອບທັງມີຄຳເຫັນຕໍ່ຄຳຕອບ.
ຄູນຳພານັກຮຽນເຂົ້າສູ່ກິດຈະກຳທີ 4 ດ້ວຍການສົນທະນາໄປພ້ອມກັນ, ພາຍຫຼັງປະຕິບັດກິດຈະກຳທີ 3 ແລ້ວຄູສະຫຼຸບບົດຮຽນຕອນທ້າຍຊົ່ວໂມງຄູໄດ້ວັດຜົນການຮຽນດ້ວຍການຕັ້ງບົດຮຽນໃສ່ກະດານໃຫ້ນັກຮຽນແກ້ ເພື່ອເອົາຄະແນນລາຍບຸກຄົນ. ທົດສອບ (  ເອົາຄະແນນບຸກຄົນ )
1. ຈົ່ງປ່ຽນຈໍານວນທໍາມະຊາດຕໍ່ໄປ​​ນີ້ : 3; 4;  7;  9; 12; 15; 110;  156;  219;  98
. ​ເປັນຈໍານວນໃນພື້ນຖານສອງ                                  ເປັນຈໍານວນໃນພື້ນຖານສາມ
. ເປັນຈໍານວນໃນພື້ນຖານສີ່                                    . ເປັນຈໍານວນໃນພື້ນຖານຫ້າ
2. ຈົ່ງຕາຕະລາງການບວກແລະ ຕາຕະລາງການຄູນ ຂອງຈໍານວນພື້ນຖານສາມລຸ່ມນີ້
 
0
1
2
10
0




1




2




10





0
1
2
10
0




1




2




10












. ຈົ່ງຄິດໄລ່ຜົນບວກລຸ່ມນີ້ໃນພື້ນຖານສາມ ພ້ອມກວດຄືນຜົນໄດ້ຮັບໂດຍການປ່ຽນແປງຈໍານວນທໍາມະຊາດ
a. 1220 + 112                                                 b. 21021 + 12212              
c.  10001 + 22222                                          d. 21120 + 1221
. ຈົ່ງຄິດໄລ່ຜົນລົບລຸ່ມນີ້ໃນພື້ນຖານສາມ ພ້ອມກວດຄືນຜົນໄດ້ຮັບໂດຍການປ່ຽນແປງຈໍານວນທໍາມະຊາດ
a. 220 - 21                                                              b. 21021 - 12212                c. 10201 - 2212                                                          d. 21220 – 1221


. ຈົ່ງຄິດໄລ່ຜົນຄູນລຸ່ມນີ້ໃນພື້ນຖານສາມ ພ້ອມກວດຄືນຜົນໄດ້ຮັບໂດຍການປ່ຽນແປງຈໍານວນທໍາມະຊາດ
a. 220  21                                                            b. 102 12                        c. 10221  210                                                          d. 2222  22
3. ຈໍານວນ​​ໃນພື້ນຖານຫ້າໄດ້ຈັດລຽນຕາມລຳດັບຂຶ້ນດັ່ງນີ້ 0<1<2<3<4<10<11<12
. ຈົ່ງຈັດລຽນຈໍານວນໃນພື້ນຖານຫ້າລຸ່ມນີ້ຕາມລໍາດັບຂຶ້ນ
333; 244; 24, 200, 141,  4,  301,  341
. ຈົ່ງຈັດລຽນຈໍານວນໃນພື້ນຖານຫ້າລຸ່ມນີ້ຕາມລໍາດັບ​​ແຮມ
101,  401,  32,  221,  34,  112,  231,  114
2.7    ສະທ້ອນຄືນຄັ້ງທີ 2
          ຜ່ານການປະຕິບັດ 2 ຊົ່ວໂມງຜ່ານໄປ ໄດ້ສັງເກດເຫັນວ່າ ຂ້າພະເຈົ້າໄດ້ໃຫ້ຄວາມໃກ້ຊິດ ແລະ ໃຫ້ກຳລັງ
ໃຈນັກຮຽນຈັດນັກຮຽນອອກເປັນກຸ່ມຍ່ອຍ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ນັກຮຽນຍັງມີຄວາມຕ້ອງການໃຫ້ກຳລັງໃຈການຊຸກຍູ້,  ການແນະນໍາ ແລະ ການຮຽນຮ່ວມກັນຈະເຮັດໃຫ້ນັກຮຽນມີກຳລັງໃຈທີ່ຢາກຮຽນຫຼາຍຂຶ້ນ, ອີກປະການໜຶ່ງຜົນການປະເມີນການຮຽນກໍຍັງເຮັດໃຫ້ຮູ້ເຖິງວິທີສອນ-ການຮຽນຂອງຄູ ແລະ ນັກຮຽນ ສາມາດນຳມາພັດທະນາທາງດ້ານການຮຽນຮູ້ວິຊາຄະນິດສາດ ເຊິ່ງເຮັດໃຫ້ຜູ່ຮຽນມີຄວາມພາກພູມໃຈຕໍ່ຕົນເອງ, ກ້າຄິດ ກ້າສະແດງອອກຫຼາຍຂຶ້ນຜູ່ຮຽນເກີດມີຄວາມກະຕືລືລົ້ນຢາກຮຽນ ແລະ ມີທັດສະນະທີ່ດີຕໍ່ຜູ່ຮຽນວິຊາຄະນິດສາດ ຜົນການທົດລອງດັ່ງກ່າວສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ, ສາມາດແກ້ເລກຈຳນວນໃນພື້ນຖານສິບໄດ້ ແລະ ຄະແນນໂດຍສະເລ່ຍໃນລະດັບທີ່ໜ້າເພິ່ງພໍໃຈ.
     ຜ່ານຈາກການປະຕິບັດ ແລະ ສັງເກດ 2 ຄັ້ງ ສະທ້ອນໃຫ້ເຫັນວ່າ: ນັກຮຽນເປົ້າໝາຍທັງ 2 ຄົນ, ສາມາດແກ້ເລກຈຳນວນພື້ນຖານສິບໄດ້, ການດຳເນີນການຮຽນ-ການສອນຂອງຄູ ແລະ ນັກຮຽນວິຊາຄະນິດສາດຢູ່ຫ້ອງ ມ1 ມັດທະຍົມຕົ້ນບ້ານຫຸນຄ່ອຍໆໄດ້ຮັບການພັດທະນາດີຂຶ້ນ, ນັກຮຽນສ່ວນຫຼາຍພາຍໃນຫ້ອງ ມ1 ໄດ້ມີສ່ວນຮ່ວມໃນການຮຽນຢ່າງງມ່ວນຊື່ນ ອັນເນື່ອງມາຈາກການວາງແຜນດຳເນີນການວິໄຈມີຄວາມຄ່ອງກັບສະພາບຈິງຂອງຫ້ອງຮຽນ ແລະ ການນຳໃຊ້ກິດຈະກໍາເໝາະສົມເຊັ່ນ: ກິດຈະກໍາຍ່ອຍ ເຊິ່ງເປັນກິດຈະກຳທີ່ຊ່ວຍໃຫ້ນັກຮຽນໄດ້ມີການສົນທະນາແລກປ່ຽນຄວາມຮູ້
3 ສະຫຼຸບ
    ຜ່ານການປະຕິບັດວິໄຈພາກປະຕິບັດໃນຫົວຂໍ້ ປັບປຸງການແກ້ເລກຈໍານວນໃນພື້ນຖານສິບຂອງນັກຮຽນຫ້ອງມ1 ເປັນຜົນງານທີ່ໄດ້ບົ່ງບອກເຖິງຂະບວນການສຶກສາວິທີຮຽນ ແລະ ວິທີສອນວິຊາຄະນິດສາດ ເຊິ່ງ ຂະບວນການໃນການດໍາເນີນການວິໄຈແມ່ນປະຕິບັດຕາມຮອບວຽກການວິໄຈ . ສັງເກດເຫັນວ່າ: ນັກຮຽນໃນກຸ່ມເປົ້າໝາຍຫ້ອງມ1 ຈຳນວນ 2 ຄົນ, ຍິງ 0 ຄົນ, ໄດ້ມີການປ່ຽນແປງພຶດຕິກໍາ.
      ສິ່ງທີ່ເປັນໜ້າປະທັບໃຈໃນການດໍາເນີນການວິໄຈຄັ້ງນີ້ແມ່ນນັກຮຽນທີ່ນອນໃນກຸ່ມເປົ້າໝາຍມີຄວາມສາມາດຮັບຮູ້ເຂົ້າໃຈໃນການຈັດຕັ້ງນຳພາເຮັດກິດຈະກຳຕ່າງໆນັ້ນກໍໝາຍຄວາມວ່າເຂົາເຈົ້າມີຄວາມພໍໃຈຕໍ່ການສອນ ຫຼື ເວົ້າອີກຢ່າງໜຶ່ງວ່າ ເຂົາເຈົ້າມີຄວາມພ້ອມທີ່ຈະຮຽນວິຊານີ້ໃນບົດຕໍ່ໄປໃຫ້ໄດ້ ສະແດງອອກຢ່າງຈະແຈ້ງທີ່ສຸດແມ່ນເຂົາມີຄວາມຫ້າວຫັນໃນການສົນທະນາ ແລະ ໃຊ້ພາສາທາງຄະນິດສາດໄດ້ດີ, ເຂົາເຈົ້າມີຄວາມສາມາດໃນການເຄື່ອນໄຫວ ແລະ ມີສ່ວນຮ່ວມໃນຫ້ອງກັບໝູ່ຄູ່, ມີຄວາມສະໜິດສະໝົມກັັບໜູ່ຄູ່ ແລະ ອາຈານໄດ້ໃນ ລະດັບດີ ພ້ອມດຽວກັນນັ້ນ ໜູ່ຄູ່ກໍໃຫ້ຄວາມອົບອຸ່ນຕອບຮັບໃນຄວາມບົກຜ່ອງຂອງເຂົາເຈົ້າໃນຜ່ານມາ ແລະ ພ້ອມແລ້ວທີ່ຈະໃຫ້ຄວາມຊ່ວຍເຫຼືອການຮຽນໃນຕໍ່ໄປອີກ.
    ການຕອບຄໍາຖາມເພື່ອການວິໄຈ ກໍຄືການຊອກຫາວິທີແກ້ໄຂບັນຫາຂອງນັກຮຽນທີ່ແກ້ເລກຈໍານວນໃນພື້ນຖານບໍ່ໄດ້ທີ່ສາມາດແກ້ໄຂບັນຫາໄດ້ແມ່ນ ການສ້າງກິດຈະກໍາເພື່ອຝຶກທັກສະ ທີ່ໄດ້ປະຕິບັດໃນຄັ້ງທີ 1 ແລະ 2 ເຫັນວ່າມີຄວາມເໝາະສົມກັບເນື້ອໃນບົດຮຽນ ແລະ ຄວາມຕ້ອງການແຫ່ງການຮຽນຮູ້ຂອງຜູ່ຮຽນ ເພາະກິດຈະກຳທີ່ສ້າງຂຶ້ນໄດ້ລວມເອົາທັງແນວຄິດທາງຄະນິດສາດ, ການຄິດຄຳນວນ ແລະ ການສະຫຼຸບເປັນຫຼັກການທາງຄະນິດສາດ, ຜູ່ວິໄຈໄດ້ຮຽນຮູ້ວິທີສ້າງກິດຈະກຳທີ່ຫຼາກຫຼາຍສາມາດນຳໃຊ້ ຫຼັກເກນ ແລະ ຄຸນລັກສະນະຂອງເລກຈຳນວນພື້ນຖານຕ່າງໆຢ່າງສອດຄ່ອງຖືກຕ້ອງເຮັດໃຫ້ນັກຮຽນໃນຫ້ອງ ແລະ ນັກຮຽນກຸ່ມເປົ້າໝາຍ ມີຄວາມສາມາດຄິດຄຳນວນຖືກຕ້ອງທີ່ສຸດ ດັ່ງທ່ານ ທອງເຄນ ຄໍາສຸກຖາວົງ ແລະ ພິມມະສອນ ວໍລະຍຸດໄດ້ຂຽນການສ້າງກິດຈະກຳໃນການຝຶກທັກສະວ່າ: ເມື່ອນັກຮຽນໄດ້ຮຽນຮູ້ເນື້ອໃນໃໝ່, ຄົ້ນພົບຫຼັກການ ແລະ ວິທີການແລ້ວ ກໍຕ້ອງຝຶກການນໍາເອົາສິ່ງທີ່ຄົ້ນພົບ ຫຼື ການສະຫຼຸບໄດ້ນັ້ນໄປໃຊ້ໃຫ້ມີຄວາມຄ່ອງແຄ້ວ, ວ່ອງໄວ, ຖືກຕ້ອງ ແລະ ຊັດເຈນ ເພື່ອສ້າງໃຫ້ຜູ່ຮຽນມີຄວາມຈື່ຈຳໄດ້ດົນຂອງບັນດາຫຼັກການ, ວິທີ ການຄໍານວນໃຫ້ເກີດມີຄວາມໜັ້ນໃຈໃນການແກ້ບົດເລກ
4. ຂໍ້ສະເໜີແນະ
4.1 ຂໍ້ສະເໜີແນະຜົນການວິໄຈ
      ໂຮງຮຽນຄວນຈັດຕັ້ງເຜີຍແຜ່ຜົນການວິໄຈໃນຫ້ອງຮຽນເພື່ອນຳເອົາຜົນຂອງການວິໄຈໄປຈັດຕັ້ງປະຕິບັດໃນການຮຽນ-ການສອນໃຫ້ມີຄຸນະພາບດີຂຶ້ນ.
4.2 ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ
      ຄູຄວນສືບຕໍ່ດຳເນີນການວິໄຈຊັ້ນອື່ນ ແລະ ວິຊາອື່ນພາຍໃນໂຮງຮຽນ