I.
ບົດນຳ
1.1 ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ
ການຈັດການຮຽນ-ການສອນຜ່ານມາໄປຕາມຫຼັກສູດຂອງກະຊວງສຶກສາທິການ
ແລະ ກິລາ ວາງອອກແລະ
ການສອນເອົານັກຮຽນເປັນໃຈກາງໂດຍນຳໃຊ້ວິທີສອນແບບແບ່ງກຸ່ມ “ດັ່ງທ່ານພີມພັນເດຊາຄຸບ(2544:7)
ໄດ້ຂຽນຄວາມໝາຍການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນສໍາຄັນໄວ້ວ່າ:
ການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສໍາຄັນຄືແນວທາງການຈັດການຮຽນ-ການສອນ ທີ່ເນັ້ນໃຫ້ຜູ້ຮຽນສ້າງຄວາມຮູ້ໃໝ່ ແລະ ສິ່ງປະດິດໃໝ່ ໂດຍໃຊ້ຂະ ບວນທາງປັນຍາ
( ຂະບວນການຄິດ ), ຂະບວນການທາງສັງຄົມ
( ຂະບວນການກຸ່ມ ) ແລະ ໃຫ້ຜູ່ຮຽນມີປະຕິສໍາພັນ
ແລະ ມີສ່ວນຮ່ວມໃນການຮຽນ, ສາມາດນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນໄດ້
ໂດຍຄູມີບົດບາດເປັນຜູ້ອໍານວຍຄວາມສະດວກໃນການຈັດການຮຽນຮູ້. ການຈັດການຮຽນ-ການສອນ ທີ່ເນັ້ນຜູ່ຮຽນເປັນສໍາຄັນຕ້ອງໃຫ້ສອດຄ່ອງກັບຄວາມສົນໃຈ, ຄວາມສາມາດ ແລະ ຄວາມຖະໜັດ; ໃຊ້ຫຼາກຫຼາຍວິທີສອນ,
ຫຼາກຫຼາຍແຫຼ່ງຄວາມຮູ້ລວມທັງ ເນັ້ນການໃຊ້ວິທີການວັດຜົນການຮຽນຢ່າງຫຼາກຫຼາຍວິທີ
ວ່າດ້ວຍການສອນແບບຖືເອົານັກຮຽນເປັນໃຈກາງແມ່ນຄູໄດ້ມອບໝາຍໃຫ້ນັກຮຽນໄດ້ເຮັດວຽກເປັນໜູ່ຄະນະ,
ຊ່ວຍກັນແກ້ໄຂບັນຫາ ຫຼື ເຮັດກິດຈະກຳຕາມຄວາມສາມາດຕາມຄວາມຖະນັດ, ຕາມຄວາມສົນໃຈ
ແລະ ຝຶກນັກຮຽນເຮັດວຽກຮ່ວມກັນຕາມຄູມອບໝາຍໃຫ້,
ໄດ້ປະສົບການໃນການເຮັດວຽກ, ສົນທະນາ ແລະ ຖອດຖອນບົດຮຽນນຳກັນ,
ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄດ້ຮຽນຮູ້ນຳໝູ່ເພື່ອນຮ່ວມກັນຕາມຄຳແນະນຳຂອງຄູທີ່ກຳນົດໃຫ້ລະອຽດມາແລ້ວນັ້ນ
ຈຸດປະສົງຂອງການສອນແບບນີ້ ເພື່ອຝຶກທັກສະໃຫ້ນັກຮຽນມີຄວາມຮັບຜິດຊອບ,
ເຮັດວຽກຮ່ວມກັນ, ຊ່ວຍເຫຼືອກັນຕາມລະບຽບວິໄນທີ່ຄູໄດ້ວາງໄວ້,
ຮູ້ໜ້າທີ່ຂອງຕົນເອງຢູ່ໃນກຸ່ມເຮັດວຽກ ແກ້ໄຂບັນຫາຕາມວິທະຍາສາດ,
ມັກຊອກຮູ້ດ້ວຍຕົນເອງຕາມຄວາມສາມາດ ຄວາມຖະນັດ, ຄວາມສົນໃຈ,
ການຮຽນ-ການສອນຂອງຄູສ່ວນຫຼາຍໄດ້ຮັບການຝຶກອົບຮົມ ແລະ ຮັບປະກັນຄຸນະພາບໃນດ້ານການຮຽນ-ການສອນທີ່ກະຊວງສຶກສາທິການ
ແລະ ກິລາ
ໄດ້ສ້າງຄູສຶກສານິເທດໃນຊັ້ນມັດທະຍົມຕົ້ນເພື່ອລົງຊຸກຍູ້ຕິດຕາມ ແລະ
ໃຫ້ການຊ່ວຍເຫຼືອຄູໃນຂອບເຂດຄວາມຮັບຜິດຊອບຂອງເມືອງ ຄູໃຫ້ສອດຄ່ອງກັບຫຼັກສູດ
ສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ແຂວງ ເພື່ອແນ່ໃສ່ການປັບປຸງຄຸນະພາບ
ແລະ ວິທີຈັດການຮຽນ-ການສອນ ເພື່ອຮັບປະກັນຄຸນະພາບໃນການຈັດການຮຽນ-ການສອນເຊັ່ນ:
ປຶ້ມແບບຮຽນ, ປຶ້ມຄູ່ມືຄູ ສື່ການສອນເອກະສານອ້າງອີງ ແລະ ອື່ນໆ
ເຊິ່ງເຮັດໃຫ້ການດຳເນີນກິດຈະກຳການຮຽນ-ການສອນຂອງຄູສ່ວນຫຼາຍ
ແມ່ນເອົາຜູ້ສອນເປັນຈຸດໃຈກາງ, ອຸປະກອນ ແລະ ສື່ການສອນກໍບໍ່ພຽງພໍ
ຈິ່ງເຮັດໃຫ້ການສົ່ງຄວາມຮູ້ຂອງຄູບໍ່ທົ່ວເຖິງນັກຮຽນ ສະນັ້ນ, ຈຶ່ງເຮັດໃຫ້ການຮຽນ-ການສອນໃນວິຊາຄະນິດສາດພົບຄວາມຫຍຸ້ງຍາກ
ແລະ ເຮັດໃຫ້ນັກຮຽນຈຳນວນໜຶ່ງບໍ່ສົນໃຈໃນການສຶກສາຮໍ່າຮຽນ ເປັນຕົ້ນແມ່ນໃນລາຍວິຊາຄະນິດສາດຫ້ອງ
ມ1 ເຊິ່ງມີຈຳນວນນັກຮຽນ 20 ຄົນ,
ຍິງ 9 ຄົນ. ໃນຄະນະນ້ອງສອນທີ່ໂຮງຮຽນແຫ່ງນີ້ໄດ້ສຶກສາອົບຮົມ ແລະ ແນະນໍາໃຫ້ເຂົາເຈົ້າເອົາໃຈໃສ່ຕໍ່ບົດຮຽນ ເຫັນວ່ານັກຮຽນສ່ວນຫຼາຍມີຄວາມເອົາໃຈໃສ່ຕໍ່ການຮຽນ ແລະ ຮຽນໄດ້ດີ ແຕ່ຍັງມີນັກຮຽນຈໍານວນໜຶ່ງທີ່ບໍ່ເອົາໃຈໃສ່ຕໍ່ການຮຽນວິຊາຄະນິດສາດ, ໃນເວລາຄູມອບກິດຈະກໍາໃຫ້ເຮັດເຂົາເຈົ້າບໍ່ສົນໃຈເຮັດກິດຈະກໍານໍາໝູ່,
ບໍ່ສົນໃຈຕໍ່ການຮຽນ, ບໍ່ຕອບຄໍາຖາມຄູ ແລະ ບໍ່ແກ້ວຽກບ້ານທີ່ຄູມອບໝາຍໃຫ້ການຮຽນວິຊາຄະນິດສາດ ໂດຍສະເພາະການແກ້ເລກພື້ນຖານສິບ ແມ່ນມີຄວາມສຳຄັນຫຼາຍທີ່ສຸດໃນການດໍາລົງຊີວິດປະຈໍາວັນເຊັ່ນ: ການຄິດໄລ່ໃນການກໍ່ສ້ງເຄຫາສະຖານ-ການຄົມມະນາຄົມ, ການຄ້າຂາຍ, ການແລກປ່ຽນວັດຖຸສິ່ງຂອງ ແລະ ອຶ່ນໆ ແຕ່ວ່າຄູສອນພັດບໍ່ໄດ້ຍົກໃຫ້ນັກຮຽນໄດ້ເຫັນກ່ຽວກັບຄວາມສໍາຄັນໃນການຄິດໄລ່ ແລະ ຄຸນປະໂຫຍດຂອງເລກຈຳນວນໃນພື້ນຖານສິບ.
ຄະນິດສາດເປັນສິ່ງໝຶ່ງທີ່ມະນຸດໄດ້ຄົ້ນຄິດຂຶ້ນນານແລ້ວ, ຈົນມາເຖິງໄລຍະປະຫວັດສາດໝຶ່ງ
ຄະນິດສາດຈິ່ງໄດ້ແຍກມາເປັນວິຊາຮຽນໝຶ່ງ ຈາກນັ້ນຕໍ່ມາກໍເປັນຂະແໜງການໝຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງ
ຈົນມີບົດບາດສຳຄັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າຂະຫຍາຍຕົວຢ່າງວ່ອງໄວດ້ານເຕັກໂນໂລຊີ, ຜະລິດຕະພັນອຸດສະຫະກຳ, ຄົມມະນາຄົມສື່ສານອັນທັນສະໄໝຈຶ່ງເວົ້າໄດ້ວ່າຄະນິດສາດໄດ້ຖືກນຳມາໃຊ້ເກືອບທຸກວິຊາຮຽນ, ທຸກຂະແໜງການວຽກງານຕ່າງໆ. ດັ່ງນັ້ນ, ການຮຽນຄະນິດສາດໄດ້ກາຍເປັນສິ່ງຈຳເປັນຂອງທຸກລະດັບຊັ້ນຮຽນ.
ຄະນິດສາດເປັນສິ່ງທີ່ເລິກລັບຊັບຊ້ອນແຕ່ກໍມີຄວາມເປັນລະບຽບຊັດເຈນໃນຕົວຂອງມັນ. ດັ່ງນັ້ນ
ການຮຽນ-ການສອນຄະນິດສາດຈິ່ງມີຄວາມໝາຍເຖິງການເຝິກຜົນໃຫ້ກາຍເປັນຜູ້ຮູ້ຄິດ, ຮູ້ກະທຳຢ່າງມີລະບຽບຫຼັກການ, ເປັນລະບົບ, ມີພິກໄຫວຢ່າງຄ່ອງແຄ້ວ, ຄົ້ນຄິດໄຕ່ຕອງດ້ວຍເຫດຜົນ
ແລະ ມີຄວາມມານະອົດທົນ.
ຄະນິດສາດເປັນໝຶ່ງໃນວິຊາຮຽນທີ່ເປັນເຄື່ອງມືຂອງການຮຽນຮູ້, ການຮຽນ-ການສອນຄະນິດສາດຢູ່ຊັ້ນມັດທະຍົມແມ່ນແນໃສ່ເຮັດໃຫ້ນັກຮຽນມີຄວາມຮູ້, ຄວາມເຂົ້າໃຈຄະນິດສາດຟື້ນຖານ, ມີທັກສະຂະບວນການທາງຄະນິດສາດ, ພັດທະນາຄວາມສາມາດໄຕ່ຕອງຄື: ການສັງເກດ, ການວິເຄາະ, ການຄິດແບບອຸປະມານ
ແລະ ຊຸກຍູ້ຈິນຕະນາການເຮັດໃຫ້ນັກຮຽນມີການປ່ຽນແປງພຶດຕິກຳທັງສາມດ້ານຄື: ດ້ານຄວາມຮູ້, ດ້ານການກະທຳ
ແລະ ດ້ານຄວາມຮູ້ສຶກ.
(ທອງເຄນ ຄຳສຸກຖາວົງ, ພິມມະສອນ ວໍລະຍຸດ,
2009, ໜ້າທີ 12 )
ການສອນຄະນິດສາດແມ່ນການເຮັດໃຫ້ຜູ້ຮຽນປະພຶດຕົນເອງເໝືອນນັກຄະນິດສາດ
ໂດຍເອົາບັນຫາໃຫ້ນັກຮຽນແກ້ ແລະ ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນຈະບໍ່ພຽງພໍເພື່ອການແກ້ໄຂບັນຫາທີ່ຄູວາງອອກ. ດັ່ງນັ້ນ, ນັກຮຽນຈະຕ້ອງອີງໃສ່ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນເພື່ອຈຳແນກ, ຈັດກຸ່ມຫາຄວາມສຳພັນອັນໃໝ່, ຊອກຮູ້, ວາງຂໍ້ສົມມຸດ ແລະ ກວດຄືນເພື່ອແກ້ບັນຫາໂດຍຜູ້ສອນເປັນຜູ້ແນະນຳ
ແຕ່ ບໍ່ເປັນຜູ້ແກ້ບັນຫາຕ່າງນັກຮຽນ ການຮຽນການສອນຄະນິດສາດຊັ້ນມັດທະຍົມຍັງແນ່ໃສ່ພັດທະນາຄຸນສົມບັດດ້ານຄວາມເປັນລະບຽບຮຽບຮ້ອຍຄວາມດຸໝັ່ນພາກພຽນ, ຄວາມອົດທົນ, ຄວາມສາມາດໃນການເຮັດວຽກແບບບຸກຄົນ, ລວມໝູ່ ແລະ ຄວາມສາມາດໃນການຊອກຄົ້ນ, ການປະສານງານຕິດຕໍ່ສື່ສານ ແລະ ໃຫ້ເຫດຜົນຕໍ່ຄຳຢືນຢັນຕ່າງໆ. ໄດ້ພະຍາຍາມໃຫ້ນັກຮຽນໄດ້ຮຽນຄວາມຮູ້ພື້ນຖານ, ທັກສະ ແລະ
ວິທີການພາຍຫຼັງທີ່ຈົບແລ້ວພວກເຂົາເຈົ້າສາມາດນໍາໃຊ້ຄວາມຮູ້ທີ່ຮຽນມາໃນຄັ້ງນີ້ ສະນັ້ນ ການຮຽນແຕ່ທີດສະດີເທົ່ານັ້ນບໍ່ສາມາດບັນລຸຈຸດມຸ້ງໝາຍຂອງຫຼັກສູດໄດ້
ໂຮງຮຽນຈິ່ງໄດ້ບັນລຸກິດຈະກໍາຕ່າງໆເພື່ອໃຫ້ຈຸດມຸ້ງໝາຍຂອງຫຼັກສຸດບັນລຸຜົນສໍາເລັດກິດຈະກໍາຄະນິດສາດ
( ທອງເຄນ
ຄຳສຸກຖາວົງ, ພິມມະສອນ
ວໍລະຍຸດ, 2009, ໜ້າທີ 13 )
ຂ້າພະເຈົ້າຄິດວ່າຖ້າຫາກການສອນຂອງຄູຫາກບໍ່ດໍາເນີນຕາມຈຸດປະສົງ
ທີ່ກ່າວມາຂ້າງເທິງຈະບໍ່ສາມາດບັນລຸຈຸດປະສົງທີ່ວາງໄວ້ ເພາະວ່າການສອນຕ້ອງໄດ້ດໍາເນີນໄປຕາມໂຄງການຫຼັກສູດ
ໂດຍສະເພາະແມ່ນການຈັດກິດຈະການຮຽນ-ການສອນຕ້ອງມີສື່ການສອນປະກອບໃນການຜະລິດສື່ການສອນ
ເພາະວ່າສື່ການສອນເປັນສິ່ງໝຶ່ງທີ່ດຶງດູດຄວາມສົນໃຈຂອງນັກຮຽນ ແລະ
ເປັນສິ່ງທີ່ຂາດບໍ່ໄດ້ເຂົ້າໃນການດໍາເນີນການຮຽນ-ການສອນໂດຍສະ ເພາະແມ່ນໄລຍະປະຈຸບັນ ແມ່ນເໝາະສົມທີ່ສຸດເພາະວ່າເດັກໄດ້ມີການຊອກຮູ້ຈາກສິ່ງໃໝ່ຈາກສິ່ງແວດລ້ອມອ້ອມຂ້າງເພື່ອເຮັດໃຫ້ເຂົາເຈົ້າພັດທະນາຕົນເອງ
ແລະ ໃຊ້ຈິດສໍານຶກໃນການຄົ້ນຄິດ.
ໂຮງຮຽນມັດທະຍົມຕອນຕົ້ນບ້ານຫຸນ ຕັ້ງຢູ່ເມືອງຕາະໂອ້ຍ ແຂວງສາລະວັນຫ່າງຈາກເທດສະບານເມືອງຕະໂອ້ຍປະມານ
1 Km2 ມີຈໍານວນຄູອາຈານທັງໝົດ 10 ຄົນ, ຍິງ 5 ຄົນ, ຈໍານວນຫ້ອງຮຽນທັງໝົດ
4
ຫ້ອງໃນນັ້ນຫ້ອງ ມ1 ມີຈໍານວນນັກຮຽນທັງໝົດ
20
ຄົນ, ຍິງ 9 ຄົນ
ອີງຕາມການລາຍງານສະພາບການຮຽນ-ການສອນ ຄູປະຈຳລາຍວິຊາຄະນິດສາດຫ້ອງ ມ1
ພົບວ່າເຄື່ອງມື ແລະ ອຸປະກອນຮັບໃຊ້ເຂົ້າໃນກິດຈະກໍາການຮຽນ-ການສອນ
ທາງໂຮງຮຽນບໍ່ສາມາດຕອບສະໝອງຕາມຄວາມຮຽກຮ້ອງຕ້ອງການ ສະນັ້ນ, ຈິ່ງເຮັດໃຫ້ການຮຽນ-ການສອນພາກປະຕິບັດຕົວຈິງ ສ່ວນໃຫຍ່ສົ່ງຜົນສະທ້ອນໃຫ້ແກ່ນັກຮຽນຄື: ຮຽນອ່ອນ, ຂາດຄວາມສາມາດໃນການສະແດງອອກ, ແກ້ເລກຈໍານວນພື້ນສິບບໍ່ໄດ້.
ສະນັ້ນ, ຂ້າພະເຈົ້າຈິ່ງມີຄວາມສົນໃຈຢາກເຮັດການວິໄຈກ່ຽວກັບເລື່ອງນີ້ຄື: ປັບປຸງການແກ້ເລກຈຳນວນໃນພື້ນ
ຖານສິບຂອງນັກຮຽນຫ້ອງ ມ 1 ໂຮງຮຽນມັດທະຍົມຕົ້ນບ້ານຫຸນເມືອງຕະໂອ້ຍແຂວງສາລະວັນ
1.2 ຈຸດປະສົງ
- ເພື່ຶອໃຫ້ນັກຮຽນສາມາດແກ້ເລກຈໍານວນໃນພື້ນຖານສິບ
- ເພື່ຶອໃຫ້ນັກຮຽນສາມາດນໍາໃຊ້ເລກຈໍານວນໃນພື້ນຖານເຂົ້າໃນຊີວິດປະຈໍາວັນ
2. ວິທີດໍາເນີນການວິໄຈ
2.1.
ສຶກສາສະພາບບັນຫາ
ໃນເບື້ອງຕົ້ນການສຶກສາສະພາບບັນຫາ ເພື່ອຄວາມສະດວກໃນການເກັບກຳຂໍ້ມູນຕ່າງໆ
ທີ່ຈະມາຮັບໃຊ້ໃນການເຮັດການວິໄຈຂ້າພະເຈົ້າໄດ້ປຶກສາຫາລືກັບຄູ່ຮ່ວມງານ ອາຈານ ແກ້ວດອກໄມ້
ວໍລະສານ ກະກຽມເຄື່ອງມືອຸປະ ກອນ ແລະ ສ້າງເຄື່ອງມື, ສ້າງຮ່າງບັນທຶກການເຂົ້າຮ່ວມໂມງສອນສົນທະນາປຶກສາຫາລືກັບຄູສອນວິຊາຄະນິດສາດຄູປະຈຳຫ້ອງມ 1 ຈະເຂົ້າຮ່ວມໂມງສອນຄູສອນຄະນິດສາດ ແລະ ໄດ້ນັດໝາຍກັບອາຈານແກ້ວດອກໄມ້ ວໍລະສານ.
ເມື່ອຮອດມື້ນັດໝາຍວັນທີ 2/10/2012 ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນອາຈານ
ແກ້ວດອກໄມ້ ວໍລະສານ ຄູປະຈຳວິຊາປະຈຳຊັ້ນ ມ1 ວິຊາຄະນິດສາດ ບົດທີ 8 ຈຳນວນໃນພື້ນຖານຕ່າງໆ ຂ້າພະເຈົ້າເຂົ້າຮ່ວມສັງເກດຢູ່ຂ້າງຫຼັງເພື່ອບັນທຶກເຫດການຕ່າງໆໃນເວລາຄູດຳເນີນກິດຈະກຳການຮຽນ-ການສອນຜ່ານການສັງເກດເຫັນວ່າຄູໄດ້ເນັ້ນໃຫ້ນັກຮຽນທ່ອງແມ່ບັ້ງສູດແຕ່ບັ້ງສອງຮອດບັ້ງສິບເປັນສໍາຄັນ, ສື່ທີ່ຄູນໍາໃຊ້ປະກອບເຂົ້າໃນການຮຽນ-ການສອນມີພຽງປື້ມແບບຮຽນ, ປື້ມບັນທຶກນັກຮຽນ, ຄູ່ມືຄູ ແລະ ຄູໄດ້ຂຽນກິດຈະກໍາໃສ່ກະດານລະອຽດລຸ່ມນີ້:
ກິດຈະກໍາທີ 1
·
ຈົ່ງຂຽນຈຳນວນຕໍ່ໄປນີ້ ເປັນຈຳນວນທຳມະຊາດດ້ວຍຕົວເລກກຣິດ
a. MDXXXVII b. CDLXXIII c. MMCMVI
ກິດຈະກຳທີ 2
·
ປ່ຽນຈຳນວນທຳມະຊາດລຸ່ມນີ້ ເປັນຈຳນວນພື້ນຖານ
A = 132 B = 17 C = 280
ຜ່ານການດໍາເນີນກິດຈະກໍາການຮຽນ-ການສອນຂອງຄູສັງເກດເຫັນ ແລະ ໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນລະອຽດລຸ່ມນີ້:
-
ນັກຮຽນບໍ່ສົນໃຈຕໍ່ກິດຈະກໍາຂອງຄູ
- ນັກຮຽນສົນທະນາກັນໃນເວລາຄູອະທິບາຍບົດຮຽນ
- ນັກຮຽນອອກມາແກ້ເລກຫານຢຸ່ກະດານບໍ່ໄດ້
- ນັກຮຽນບໍ່ອອກມາແກ້ເລກຢູ່ກະດານ
-
ນັກຮຽນບໍ່ຕອບຄໍາຖາມຂອງຄູ
ພາຍຫຼັງເຂົ້າຮ່ວມໂມງສອນຄູສຳເລັດແລ້ວ
ຂ້າພະເຈົ້າຜູ້ວິໄຈໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນ ແລະ ໄດ້ພົບບັນຫາຫຼາຍຢ່າງບັນຫາທີ່ໄດ້ມາໃນຄັ້ງນີ້
ພວກເຮົາບໍ່ສາມາດສະຫຼຸບໄດ້ວ່າເປັນສາເຫດທີ່ແທ້ຈິງຂອງບັນຫາທີ່ເກີດຂຶ້ນກັບນັກຮຽນ ແລະ ຂ້າພະເຈົ້າຍັງບໍ່ທັນມີຄວາມແນ່ໃສ່ເທື່ອທີ່ຈະເລືອກໄດ້ຫົວຂໍ້ມາເຮັດການວິໄຈ ສະນັ້ນ,
ຂ້າພະເຈົ້າຜູ້ວິໄຈຈິ່ງໄດ້ປຶກສາຫາລືກັນຄູ່ຮ່ວມງານອາຈານ ແກ້ວດອກໄມ້ ວໍລະສານ ວ່າຈະເຂົ້າຮ່ວມໂມງສອນໄດ້ຕົກລົງເຫັນດີກຳນົດວັນທີນັດໝາຍ
ເມື່ອຮອດມື້ນັດໝາຍຄື
ໃນວັນທີ 9/10/2012 ໄດ້ເຂົ້າຮ່ວມໂມງສອນອາຈານ ແກ້ວດອກໄມ້ ວໍລະສານ ເປັນຜູ້ສອນຕົວຈິງໃນຫ້ອງ ມ1 ວິຊາຄະນິດສາດ ບົດທີ8 (ຕໍ່) ຈຳນວນໃນພື້ນຖານຕ່າງໆ
ຜ່ານການດໍາເນີນກິດຈະກໍາການຮຽນ-ການສອນຂອງຄູສັງເກດເຫັນ ແລະ ໄດ້ບັນທຶກທຸກເຫດການທີ່ເກີດຂຶ້ນລະອຽດລຸ່ມນີ້:
-
ນັກຮຽນບົນແຊວໃນເວລາຮຽນ
- ນັກຮຽນບໍ່ມີສ່ວນຮ່ວມໃນການສອນຂອງຄູ
- ນັກຮຽນແກ້ເລກຄູຈໍານວນຖ້ວນມີລັກສະນະສັບປ່ຽນບ່ອນບໍ່ໄດ້
-
ນັກຮຽນບໍ່ຕອບຄຳຖາມຂອງຄູ
ຫຼັງຈາກສຳເລັດການເຂົ້າຮ່ວມໂມງສອນໃນຄັ້ງນີ້ແລ້ວ
ຂ້າພະເຈົ້າຜູ້ວິໄຈຍັງບໍ່ທັນມີຄວາມແນ່ໃຈເທື່ອ ແລະ ຂ້າ ພະເຈົ້າຜູ້ວິໄຈໄດ້ປຶກສາຫາລືກັບຄູ່ຮ່ວມງານວິໄຈ ເພື່ອເກັບກຳຂໍ້ມູນຕື່ມອີກ ແລະ ຫາສາເຫດທີ່ແທ້ຈິງຂອງບັນຫາວ່າມັນເປັນຍ້ອນຫຍັງກັນແທ້ ດັ່ງນັ້ນ, ຈິ່ງກັບໄປຫາຕົ້ນເຫດຂອງບັນຫາ
ໄດ້ລົງສຳພາດຄູສອນ ແລະ ນັກຮຽນກຸ່ມ ເປົ້າໝາຍ
ໃນວັນທີ 17/10/2012
ໄດ້ສະພາດຄູປະຈໍາວິຊາຄະນິດສາດ ແລະ ໄດ້ຂໍ້ມູນດັ່ງນີ້: ເປັນຄົນມັກຂາດຮຽນ, ບໍ່ມີສ່ວນຮ່ວມໃນການປະຕິບັດກິດຈະກຳຂອງຄູ,
ເອື້ອອີງໃສ່ແຕ່ໝູ່, ຄວາມຮັບຮູ້ຊ້າ
- ທ້າວ ນ້ອຍ ເປັນຄົນບໍ່ມັກປາກ, ເວລາຄູອະທິບາຍບໍ່ມັກຕັ້ງໃຈຟັງ, ເຂົ້າໃຈບົດຮຽນຍາກແຕ່ລາວໄດ້ເຮັດກິດຈະກຳກັບໝູ່ເພື່ອນ
- ທ້າວ ອາກຽນ ມັກຂາດຮຽນ, ຮຽນບໍ່ໄດ້, ຄວາມຮັບຮູ້ຊ້າ, ບໍ່ມີສ່ວນນຳໝູ່ໃນເວລາຄູມອບກິດຈະກຳ
ໃນວັນທີ18/10/2012ໃຊ້ເວລາ 1 ຊົ່ວໂມງໄດ້ໄປສະຖາທີ່ເຮືອນ ທ້າວ ນ້ອຍ ໄດ້ສອບຖາມແມ່ຂອງລາວເຊິ່ງເພິ່ນກໍ່ໃຫ້ການຮ່ວມມືເປັນຢ່າງດີເພິ່ນໃຫ້ຂໍ້ມູນວ່າ:
ທ້າວນ້ອຍໄປໂຮງຮຽນທຸກມື້ແຕ່ເຊົ້າ, ບໍ່ໄດ້ຄົ້ນຄວ້າບົດຮຽນ,
ມັກໄປທ່ຽວເບິ່ງໜັງຍາມກາງຄືນ, ບໍ່ມີປື້ມແບບຮຽນ.
ວັນທີ 19/10/2012ໃຊ້ເວລາ 1 ຊົ່ວໂມງໄປສະຖາທີ່ເຮືອນ ທ້າວ ອາກຽນ ໄດ້ສອບຖາມພໍ່ແມ່ຂອງລາວເພິ່ນໃຫ້ຂໍ້ມູນວ່າ:
ບ້ານໄກ,ພໍ່ແມ່ທຸກຍາກ, ບໍ່ໄດ້ຄົ້ນຄວ້າບົດຮຽນ, ບໍ່ມີປື້ມແບບຮຽນ, ບໍ່ມີໃຜຊ່ວຍວຽກພໍ່ແມ່.
ຫຼັງຈາກສຳເລັດການສຳພາດນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ຜ່ານການສຳພາດນັກຮຽນກຸ່ມເປົ້າໝາຍໃນຄັ້ງນີ້ຂ້າພະເຈົ້າຜູ້ວິໄຈໄດ້ຂໍ້ມູນ ແລະ
ສາມາດຕີລາຄາລະອຽດລຸ່ມນີ້:
- ບໍ່ມັກຮຽນວິຊາຄະນິດສາດ
- ບໍ່ມີປື້ມແບບຮຽນໃນລາຍວິຊາຄະນິດສາດ
ເມື່ອໄດ້ຂໍ້ມູນຈາກການເຂົ້າຮ່ວມໂມງສອນຄູປະຈໍາວິຊາຄະນິດສາດ, ສໍາພາດນັກຮຽນກຸ່ມເປົ້າໝາຍຄືແນວນັ້ນ
ຂ້າພະເຈົ້າຜູ້ວິໄຈ ຈິ່ງໄດ້ປຶກສາຫາລືກັບຄູ່ຮ່ວມງານສ້າງແຜນດຳເນີນການວິໄຈ
ໃນຫ້ອງ ມ1 ເພື່ອຢາກຮູ້ຄວາມຈິງທີ່ຊັດເຈນຂຶ້ນ
ແລະ ຂ້າພະເຈົ້າໄດ້ຄັດເລືອກເອົາໝຶ່ງບັນຫາມາເຮັດການວິໄຈ ແລະ ຕັ້ງຫົວຂໍ້ວິໄຈຄື: ປັບປຸງການແກ້ເລກຈຳນວນໃນພື້ນ ຖານສິບຂອງນັກຮຽນຫ້ອງ ມ 1
ຈາກບັນຫາທີ່ໄດ້ມາຂ້າງເທິງນັ້ນ ຂ້າພະເຈົ້າຈິ່ງໄດ້ຕັ້ງຄຳຖາມວິໄຈຂຶ້ນມາ:
ຄໍາຖາມວິໄຈ
“
ໃນຖານະເປັນຄູພວກເຮົາຈະເຮັດແນວໃດ ເພື່ອໃຫ້ນັກຮຽນສາມາດແກ້ເລກຈໍານວນໃນພື້ນຖານສິບໄດ້”
2.2
ວາງແຜນ 1
ພາຍຫຼັງສຶກສາສະພາບຫາເປັນທີ່ຮຽບຮ້ອຍແລ້ວໃນຄັ້ງວັນທີ 25/10/2012 ຂ້າພະເຈົ້າຜູ້ວິໄຈ ແລະ ຄູ່ຮ່ວມງານໄດ້ປຶກສາຫາລືຮ່ວມກັນ ວາງແຜນແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນກຸ່ມເປົ້າໝາຍ, ແລກປ່ຽນແນວຄວາມຮ່ວມກັນກັບຄູ່ຮ່ວມງານຖອດຖອນບົດຮຽນນໍາກັນ ເພື່ອເລັ່ງໃສ່ໃຫ້ການຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍໄດ້ພັດ ທະນາແນວຄວາມຄິດຂອງເຂົາເຈົ້າໃຫ້ມີການປ່ຽນແປງຢ່າງຮິບດ່ວນ ກໍານົດແຜນລະອຽດລຸ່ມນີ້:
- ຮ່ວມກັນແຕ່ງບົດສອນວິຊາຄະນິດສາດບົດທີ
8 ຈໍານວນໃນພື້ນຖານຕ່າງໆ
- ໃຊ້ວິທີສອນແບບຮ່ວມມື
- ຄູໃຫ້ຄວາມໃກ້ຊິດຕິດແທດກັບນັກຮຽນຢ່າງທົ່ວເຖິງ
- ຄູແນະນໍາ ຫຼື ອະທິບາຍບົດຮຽນໃຫ້ມີຄວາມຈະແຈ້ງ
ແລະ ໃຫ້ມີຄວາມລະອຽດຖີ່ຖ້ວນ
- ຄູແກ້ກິດຈະກໍາໃຫ້ນັກຮຽນໄດ້ສັງເກດເບິ່ງ 2-3 ຕົວຢ່າງເພື່ອໃຫ້ນັກຮຽນທໍາຄວາມເຂົ້າໃຈບົດຮຽນຫຼາຍຂຶ້ນ
2.3 ການປະຕິບັດ ແລະ ສັງເກດ
1
ຫຼັງຈາກການສໍາເລັດການວາງແຜນ ແລະ ນໍາເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດ ຢູ່ຫ້ອງມ 1 ໃນຄັ້ງວັນທີ30/10/2012 ສອນວິຊາຄະນິດສາດບົດທີ 8 ຈໍານວນໃນພື້ນຖານຕ່າງໆອາຈານ ແກ້ວອຸດອນ ເປັນຜູ້ສອນຕົວຈິງຄູໄດ້ນໍາກິດຈະກໍາລະອຽດລຸ່ມນີ້:
ກິດຈະກໍາທີ 1
ເພື່ອຂຽນຈໍານວນທຳມະຊາດ, ເພິ່ນໃຊ້ເຄື່ອງໝາຍເອີ້ນວ່າເລກອາຣັບ
ກ.
ຈົ່ງຂຽນເລກອາຣັບມາໃຫ້ໝົດ
ຂ. 15 = 10 + 5
ການຂຽນຈຳນວນທຳມະຊາດແມ່ນການຂຽນຈຳນວນທຳມະຊາດແບບກະຈາຍໃນພື້ນຖານສິບ
ຈົ່ງຂຽນຈຳນວນລຸ່ມນີ້ແບບກະຈາຍໃນພື້ນຖານສິບແລ້ວຂຽນຈຳນວນນັ້ນດ້ວຍຕົວໜັງສື
a.
18 b. 158 c.
368 d. 2,586 e. 37,500 f. 257,901
ກິດຈະກໍາທີ 2
ໃນຍຸກສະໄໝເອເລັກໂຕຣນິກເພິ່ນໄດ້ນຳໃຊ້ເຄື່ອງຄິດໄລ່ເອເລັກໂຕຣນິກ ( ຄອມພິວເຕີ )
ເຂົ້າໃນການຄຳນວນຕ່າງໆແຕ່ເຄື່ອງເອເລັກໂຕຣນິກສາມາດອ່ານຕົວເລກໄດ້ສອງຕົວເທົ່ານັ້ນຄື: 0 ແລະ
1 ( ກະແສໄຟບໍ່ຜ່ານແມ່ນ 0, ກະແສໄຟຜ່ານແມ່ນ 1 )
ຈຳນວນທີ່ຂຽນແບບກະຈາຍໂດຍໃຊ້ 0 ແລະ
1 ເອີ້ນຈຳນວນວ່າຈຳນວນໃນພື້ນຖານສອງເຊັ່ນ:
|
ຈຳນວນໃນພື້ນຖານສິບ
|
ຈຳນວນໃນພື້ນຖານສິບ
|
|
11
|
|
|
101
|
|
|
1101
|
|
ຈົ່ງຕື່ມຕາຕະລາງລຸ່ມນີ້ໃຫ້ຖືກຕ້ອງແລະຄົບຖ້ວນ
|
ຈຳນວນໃນພື້ນຖານສິບ
|
ຈຳນວນໃນພື້ນຖານສິບ
|
|
111
|
....
|
|
1111
|
....
|
|
110111
|
....
|
ຄູແບ່ງນັກຮຽນອອກເປັນ 5 ກຸ່ມຕາມຄວາມເໝາະສົມຂອງຫ້ອງຮຽນ, ຄູມອບໝາຍໃຫ້ນັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມເພື່ອຂຶ້ນລາຍງານ, ຄູຢາຍໃບກິດຈະກໍາໃຫ້ແຕ່ລະກຸ່ມໄດ້ປະຕິບັດກິດຈະກໍາ, ຄູຕິດຕາມການປະຕິບັດກິດຈະກໍາຂອງນັກຮຽນແຕ່ລະກຸ່ມຢ່າງໃກ້ຊິດຕິດແທດຈາກນັ້ນ, ຄູຍັງແນະນໍາໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍຂໍ້ທີ່ຍັງຄົງຄ້າງ
ຫຼື ຈຸດທີ່ບໍ່ເຂົ້າໃຈ, ຄູໄດ້ແນະນໍານັກຮຽນທຸກຄົົນເບິ່ງການແກ້ຕົວຢ່າງຂອງຄູ 2-3 ຕົວຢ່າງຈາກນັ້ນ, ຄູໄດ້ບົ່ງຕົວນັກຮຽນກຸ່ມເປົ້າໝາຍອອກມາແກ້ເລກຢູ່ກະດານ, ຄູໄດ້ໃຫ້ແຮງຈູງໃຈກະຕຸກຊຸ້ກຍູ້ສົ່ງເສີມຢ່າງໃກ້ຊິດຕິດແທດໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດ“ດັ່ງທ່ານພີມພັນເດຊາຄຸບ(2544:7) ໄດ້ຂຽນຄວາມໝາຍການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນສໍາຄັນໄວ້ວ່າ: ການຮຽນ-ການສອນທີ່ເນັ້ນຜູ້ຮຽນເປັນສໍາຄັນຄືແນວທາງການຈັດການຮຽນ-ການສອນທີ່ເນັ້ນໃຫ້ຜູ້ຮຽນສ້າງຄວາມຮູ້ໃໝ່ ແລະ ສິ່ງປະດິດໃໝ່ໂດຍໃຊ້ຂະບວນທາງປັນຍາ
(ຂະບວນການຄິດ), ຂະບວນການທາງສັງຄົມ (ຂະບວນການກຸ່ມ) ແລະ ໃຫ້ຜູ້ຮຽນມີປະຕິສໍາພັນ ແລະມີສ່ວນຮ່ວມໃນການຮຽນ,
ສາມາດນໍາຄວາມຮູ້ໄປໃຊ້ໃນຊີວິດປະຈໍາວັນໄດ້ ໂດຍຄູມີບົດບາດເປັນຜູ້ອໍານວຍຄວາມສະດວກໃນການຈັດການຮຽນຮູ້.
ການຈັດການຮຽນ-ການສອນ ທີ່ເນັ້ນຜູ້ຮຽນເປັນສໍາຄັນຕ້ອງໃຫ້ສອດຄ່ອງກັບຄວາມສົນໃຈ,
ຄວາມສາມາດແລະຄວາມຖະໜັດ; ໃຊ້ຫຼາກຫຼາຍວິທີສອນ,
ຫຼາກຫຼາຍແຫຼ່ງຄວາມຮູ້ລວມທັງເນັ້ນການໃຊ້ວິທີການວັດຜົນການຮຽນຢ່າງຫຼາກຫຼາຍວິທີ
”
ຜ່ານການນໍາເອົາແຜນໄປຈັດຕັ້ງປະຕິບັດໃນຫ້ອງມ 1 ໃນຄັ້ງນີ້ ເຫັນວ່ານັກຮຽນກູ່ມເປົ້າໝາຍມີການພັດທະນາທັກສະທາງດ້ານການຮຽນດີຂຶ້ນ, ຫັນມາສົນໃຈຕໍ່ບົດຮຽນມີຄວາມຮັບຜິດຊອບຫຼາຍຂຶ້ນ, ກ້າສະແດງຄວາມສາມາດ, ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານ ສາມາດເຮັດໄດ້ຖືກໆຜິດໆໂດຍໄດ້ຮັບການແນະນໍາຊ່ວຍເຫຼຶອຈາກຄູ-ອາຈານ ແລະ ໝູ່ເພື່ອນຮ່ວມຫ້ອງ ແຕ່ເຂົາເຈົ້າກໍມີລັກສະນະເຂີນອາຍ,
ອອກອາການເລັກໝ້ອຍແຕ່ສາມາດເອົາຕົວລອດໄດ້.
2.4
ການສະທ້ອນຄືນຄັັ້ງທີ 1
ຜ່ານການປະຕິບັດ
ແລະ ສັງເກດຄັ້ງທີ 1 ປະກົດເຫັນວ່າ ນັກຮຽນກຸ່ມກຸ່ມເປົ້າໝາຍຈໍານວນ 2 ຄົນນັ້ນມີ 1
ຄົນສາມາດແກ້ເລກຈຳນວນພື້ນຖານສິບໄດ້ ເຊິ່ງມັນສະແດງໃນການອອກມາແກ້ເລກຢູ່ກະດານ, ເຖິງວ່າ
1
ຄົນບໍ່ສາມາດແກ້ເລກຈຳນວນໃນພື້ນຖານໄດ້ກໍຈິງແຕ່ມັນສ່ອງແສງໃຫ້ເຫັນເຖິງການນຳໃຊ້ທິດສະດີການສອນທີ່ສອດຄ່ອງກັບຜູ່ຮຽນ
ຫຼື ສອດຄ່ອງກັບຄວາມຕ້ອງການຂອງຜູ່ຮຽນເຊັ່ນວ່າ: ນັກຮຽນຍັງຕ້ອງການຄວາມຊ່ວຍເຫຼືອຈາກຄູ
ແລະ ໜູ່ຄູ່ພາຍໃນຫ້ອງ,
ການຈັດກິດຈະກໍາການຮຽນ-ການສອນທີ່ໃຫ້ນັກຮຽນຄິດຫາວິທີແກ້ບັນຫາດ້ວຍຕົນເອງໃນວິຊາຄະນິດສາດ
ຫຼື ວິຊາອື່ນໆ ມັນແມ່ນສ້າງໃຫ້ນັກຮຽນມີຄວາມຮັບຮູ້ຄວາມສາມາດຂອງຕົນເອງ ເຖິງວ່າຈະຜິດ
ຫຼື ຖືກ ກໍຍັງແມ່ນຄຸເປັນຜູ່ທີ່ໃຫ້ຄໍາປຶກສາແກ່ຜູ່ຮຽນດັ່ງທ່ານ ພິມພັນ ເດຊາຄຸບ ( 2544 : 7
) ໄດ້ຂຽນຄວາມ
ໝາຍການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສຳຄັນໄວ້ວ່າ
: “
ການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສຳຄັນຄື ແນວທາງການຈັດການຮຽນ-ການສອນທີ່ເນັ້ນໃຫ້ຜູ່ຮຽນສ້າງຄວາມຮູ້ໃໝ່
ແລະ ສິ່ງປະດິດໃໝ່ໂດຍໃຊ້ຂະບວນການທາງປັນຍາ ( ຂະບວນການຄິດ ) ຂະບວນການທາງສັງຄົມ (
ຂະບວນການກຸ່ມ ) ແລະ
ໃຫ້ຜູ່ຮຽນມີປະຕິສຳພັນ ແລະ ມີສ່ວນຮ່ວມໃນການຮຽນ,
ສາມາດນຳຄວາມຮູ້ໄປໃຊ້ໃນຊີວິດປະຈຳວັນໄດ້ ໂດຍຄູມີບົດບາດເປັນຜູ່ອຳນວຍຄວາມສະດວກໃນການຈັດການຮຽນຮູ້.
ການຈັດການຮຽນ-ການສອນທີ່ເນັ້ນຜູ່ຮຽນເປັນສຳຄັນຕ້ອງໃຫ້ສອດຄ່ອງກັບຄວາມສົນໃຈ
ຄວາມສາມາດ ແລະ ຄວາມຖະໜັດ, ໃຊ້ຫຼາກຫຼາຍວິທີສອນ,
ຫຼາກຫຼາຍແຫຼ່ງຄວາມຮູ້ລວມ“
ອີງໃສ່ທິດສະດີດັ່ງກ່າວ ກິດຈະກຳທີ 1
ຈຶ່ງມີຄວາມເໝາະສົມສະເພາະນັກຮຽນເປັນຈຳນວນຫຼວງຫຼາຍ, ໃນຂະນະດຽວກັນນັ້ນ
ມັນພັດບໍ່ສອງຄ່ອງກັບນັກຮຽນທີ່ມີຄວາມຮັບຮູ້ຊ້າ ໂດຍສະເພາະ
ແມ່ນນັກຮຽນໃນກຸ່ມເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ
ເຊິ່ງບັນຫາແມ່ນ ຍັງບໍ່ຮູ້ການນຳໃຊ້ຄຸນລັກສະນະຂອງເລກຈຳນວນໃນພື່ນຖານຕ່າງໆ,
ຈຳແນກຕົວເລກພື້ນຖານບໍ່ໄດ້, ສະນັ້ນ ຂ້າພະເຈົ້າຈິງວາງແຜນຄືນໃໝ່.
2.5 ການວາງແຜນຄັ້ງທີ 2
ໃນວັນທີ 2 / 11
/ 2012
ຜູ່ວິໄຈໄດ້ນຳເອົາສິ່ງທີ່ຄົງຄ້າງໃນການປະຕິບັດຜ່ານມາເພື່ອມາປຶກສາຫາລືກັນກັບຄູ່ຮ່ວມງານເພື່ອມາປັບປຸງການວາງແຜນດັ່ງນີ້
- ຮ່ວມກັນແຕ່ງ ແລະ ປັບປຸງບົດສອນວິຊາຄະນິດສາດບົດທີ
8 ຈໍານວນໃນພື້ນຖານຕ່າງໆໃຫ້ສອດຄ່ອງກັບຜູ້ຮຽນໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍໃຫ້ມີສ່ວນຮ່ວມໃນການປະຕິບັດກິດຈະກຳຫຼາຍຂຶ້ນ
-
ໃກ້ຊິດ, ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈໃນການຮຽນ
-
ໃຫ້ນັກຮຽນທຳຄວາມເຂົ້າໃຈກ່ຽວກັບໃຈຄວາມໃນບົດຮຽນ,
ໃຫ້ນັກຮຽນໄດ້ເຮັດດ້ວຍຕົນເອງຫຼາຍຂຶ້ນເພື່ອໃຫ້ສອດຄ່ອງກັບຜຸ່ຮຽນ.
-
ຄູອະທິບາຍບົດຮຽນໃຫ້ຈະແຈ້ງ ຊັດເຈນ ແລະ ຍົກຕົວຢ່າງ ຫຼື
ແກ້ໃຫ້ນັກຮຽນໄດ້ສັງເກດວິທີແກ້ຂອງຄູ 3-4 ຄັ້ງ
ຂ້າພະເຈົ້າຜູ້ວິໄຈ ແລະ ຄູ່ຮ່ວມງານວິໄຈໄດ້ວາງແຜນໄວ້ໂດຍໄດ້ຮັບອະນຸຍາດຈາກໂຮງຮຽນ ແລະຜູ້ອຳນວຍການ ແລ້ວນຳໄປຈັດຕັ້ງປະຕິບັດ ເພື່ອໃຫ້ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນມີການປ່ຽນແປງພຶດຕິກຳແລະ ຫັນມາສົນໃຈຕໍ່ການຮຽນ ໂດຍສະເພາະໃຫ້ນັກຮຽນອະທິບາຍວິທີີແກ້ກ່ຽວກັບເລກພື້ນສິບ ເຊິ່ງມັນສະແດງອອກລາຍລະອຽດຢູ່ໃນຂັ້ນຕອນນຳໄປຈັດຕັ້ງປະຕິບັດຄື: ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ໄດ້ມີການປ່ຽນແປງພຶດຕິກໍາ
2.6
ປະຕິບັດ ແລະ ສັງເກດຄັ້ງທີ 2
ໃນຄັ້ງວັນທີ 6 / 11 /
2012 ສອນວິຊາຄະນິດສາດບົດທີ 8 ( ຕໍ່ )ຈໍານວນໃນພື້ນຖານຕ່າງໆ ອາຈານ ແກ້ວອຸດອນ ເປັນຜູ້ສອນຕົວຈິງຄູໄດ້ນໍາກິດຈະກໍາລະອຽດລຸ່ມນີ້:
ກິດຈະກໍາທີ 3
ຕົວຢ່າງ:
ຈົ່ງຂຽນຈຳນວນໃນພື້ນຖານສິບລຸ່ມນີ້
a.
8 b. 15 c. 21 d. 86 e. 1010 f. 10110
ຄູໄດ້ເປີດໂອກາດໃຫ້ນັກຮຽນຕອບ
ຫຼື ອອກມາແກ້ເລກເອົາຄະແນນ 1, ສ່ວນນັກຮຽນກຸ່ມເປົ້າໝາຍກໍໄດ້ອອກມາແກ້ເລກຢູ່ກະດານ
ແລະ ເຂົາເຈົ້າກໍສາມາດແກ້ໄດ້ດ້ວຍຕົນເອງ ແລະ ເຫັນວ່າມີການພັດທະນາໃນທາງທີ່ດີຂຶ້ນ
ຄູແບ່ງນັກຮຽນອອກເປັນ 5 ກຸ່ມຕາມຄວາມເໝາະສົມຂອງຫ້ອງຮຽນ, ຄູມອບໝາຍໃຫ້ນັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມເພື່ອຂຶ້ນລາຍງານ, ຄູຢາຍໃບກິດຈະກໍາໃຫ້ແຕ່ລະກຸ່ມໄດ້ປະຕິບັດກິດຈະກໍາ, ຄູຕິດຕາມການປະຕິບັດກິດຈະກໍາຂອງນັກຮຽນແຕ່ລະກຸ່ມຢ່າງໃກ້ຊິດຕິດແທດຈາກນັ້ນ, ຄູຍັງແນະນໍາໃຫ້ນັກຮຽນເກັ່ງຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍຂໍ້ທີ່ຍັງຄົງຄ້າງ
ຫຼື ຈຸດທີ່ບໍ່ເຂົ້າໃຈ, ຄູໄດ້ແນະນໍານັກຮຽນທຸກຄົນເບິ່ງກະດານເບິ່ງການແກ້ຕົວຢ່າງຂອງຄູ 2-3 ຕົວຢ່າງຈາກນັ້ນ, ຄູໄດ້ບົ່ງຕົວນັກຮຽນກຸ່ມເປົ້າໝາຍອອກມາແກ້ເລກຢູ່ກະດານ, ຄູໄດ້ໃຫ້ແຮງຈູງໃຈກະຕຸກຊຸ້ກຍູ້ສົ່ງເສີມຢ່າງໃກ້ຊິດຕິດແທດໂດຍເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດ.
ຜ່ານການນໍາເອົາແຜນໄປຈັດຕັ້ງປະຕິບັດໃນຫ້ອງມ 1 ໃນຄັ້ງນີ້ ເຫັນວ່ານັກຮຽນກຸ່ມເປົ້າໝາຍມີການພັດທະນາທັກສະທາງດ້ານການຮຽນດີຂຶ້ນ, ຫັນມາສົນໃຈຕໍ່ບົດຮຽນມີຄວາມຮັບຜິດຊອບຫຼາຍຂຶ້ນ, ກ້າສະແດງຄວາມສາມາດ, ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານສາມາດໄດ້ຖືກຕ້ອງ ແລະ ມີຄວາມຄ່ອງແຄ້ວຂຶ້ນກວ່າເດີມ ພາຍຫຼັງສຳເລັດການລາຍງານ,
ຄູໃຫ້ນັກຮຽນກຸ່ມອື່ນຕິດຕາມຄຳຕອບທັງມີຄຳເຫັນຕໍ່ຄຳຕອບ.
ຄູນຳພານັກຮຽນເຂົ້າສູ່ກິດຈະກຳທີ 4
ດ້ວຍການສົນທະນາໄປພ້ອມກັນ, ພາຍຫຼັງປະຕິບັດກິດຈະກຳທີ 3
ແລ້ວຄູສະຫຼຸບບົດຮຽນຕອນທ້າຍຊົ່ວໂມງຄູໄດ້ວັດຜົນການຮຽນດ້ວຍການຕັ້ງບົດຮຽນໃສ່ກະດານໃຫ້ນັກຮຽນແກ້
ເພື່ອເອົາຄະແນນລາຍບຸກຄົນ. ທົດສອບ (
ເອົາຄະແນນບຸກຄົນ )
1. ຈົ່ງປ່ຽນຈໍານວນທໍາມະຊາດຕໍ່ໄປນີ້ : 3; 4; 7; 9; 12; 15; 110; 156;
219; 98
ກ. ເປັນຈໍານວນໃນພື້ນຖານສອງ ຂ.
ເປັນຈໍານວນໃນພື້ນຖານສາມ
ຄ. ເປັນຈໍານວນໃນພື້ນຖານສີ່ ງ. ເປັນຈໍານວນໃນພື້ນຖານຫ້າ
2. ຈົ່ງຕາຕະລາງການບວກ
ແລະ ຕາຕະລາງການຄູນ
ຂອງຈໍານວນພື້ນຖານສາມລຸ່ມນີ້
|
|
ຂ. ຈົ່ງຄິດໄລ່ຜົນບວກລຸ່ມນີ້ໃນພື້ນຖານສາມ ພ້ອມກວດຄືນຜົນໄດ້ຮັບໂດຍການປ່ຽນແປງຈໍານວນທໍາມະຊາດ
a. 1220 + 112 b.
21021 + 12212
c. 10001 + 22222 d. 21120 + 1221
ຄ. ຈົ່ງຄິດໄລ່ຜົນລົບລຸ່ມນີ້ໃນພື້ນຖານສາມ ພ້ອມກວດຄືນຜົນໄດ້ຮັບໂດຍການປ່ຽນແປງຈໍານວນທໍາມະຊາດ
a. 220 - 21 b.
21021 - 12212 c. 10201 -
2212 d.
21220 – 1221
ງ. ຈົ່ງຄິດໄລ່ຜົນຄູນລຸ່ມນີ້ໃນພື້ນຖານສາມ ພ້ອມກວດຄືນຜົນໄດ້ຮັບໂດຍການປ່ຽນແປງຈໍານວນທໍາມະຊາດ
a. 220
21 b.
102
12 c.
10221
210 d.
2222
22
3. ຈໍານວນໃນພື້ນຖານຫ້າໄດ້ຈັດລຽນຕາມລຳດັບຂຶ້ນດັ່ງນີ້
0<1<2<3<4<10<11<12
ກ. ຈົ່ງຈັດລຽນຈໍານວນໃນພື້ນຖານຫ້າລຸ່ມນີ້ຕາມລໍາດັບຂຶ້ນ
333; 244; 24, 200, 141, 4,
301, 341
ຂ. ຈົ່ງຈັດລຽນຈໍານວນໃນພື້ນຖານຫ້າລຸ່ມນີ້ຕາມລໍາດັບແຮມ
101,
401, 32, 221,
34, 112, 231,
114
2.7 ສະທ້ອນຄືນຄັ້ງທີ 2
ຜ່ານການປະຕິບັດ 2
ຊົ່ວໂມງຜ່ານໄປ ໄດ້ສັງເກດເຫັນວ່າ ຂ້າພະເຈົ້າໄດ້ໃຫ້ຄວາມໃກ້ຊິດ ແລະ ໃຫ້ກຳລັງ
ໃຈນັກຮຽນຈັດນັກຮຽນອອກເປັນກຸ່ມຍ່ອຍ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ
ນັກຮຽນຍັງມີຄວາມຕ້ອງການໃຫ້ກຳລັງໃຈການຊຸກຍູ້,
ການແນະນໍາ ແລະ ການຮຽນຮ່ວມກັນຈະເຮັດໃຫ້ນັກຮຽນມີກຳລັງໃຈທີ່ຢາກຮຽນຫຼາຍຂຶ້ນ,
ອີກປະການໜຶ່ງຜົນການປະເມີນການຮຽນກໍຍັງເຮັດໃຫ້ຮູ້ເຖິງວິທີສອນ-ການຮຽນຂອງຄູ ແລະ ນັກຮຽນ
ສາມາດນຳມາພັດທະນາທາງດ້ານການຮຽນຮູ້ວິຊາຄະນິດສາດ
ເຊິ່ງເຮັດໃຫ້ຜູ່ຮຽນມີຄວາມພາກພູມໃຈຕໍ່ຕົນເອງ, ກ້າຄິດ ກ້າສະແດງອອກຫຼາຍຂຶ້ນຜູ່ຮຽນເກີດມີຄວາມກະຕືລືລົ້ນຢາກຮຽນ
ແລະ ມີທັດສະນະທີ່ດີຕໍ່ຜູ່ຮຽນວິຊາຄະນິດສາດ
ຜົນການທົດລອງດັ່ງກ່າວສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ,
ສາມາດແກ້ເລກຈຳນວນໃນພື້ນຖານສິບໄດ້ ແລະ ຄະແນນໂດຍສະເລ່ຍໃນລະດັບທີ່ໜ້າເພິ່ງພໍໃຈ.
ຜ່ານຈາກການປະຕິບັດ ແລະ ສັງເກດ 2
ຄັ້ງ ສະທ້ອນໃຫ້ເຫັນວ່າ: ນັກຮຽນເປົ້າໝາຍທັງ 2 ຄົນ, ສາມາດແກ້ເລກຈຳນວນພື້ນຖານສິບໄດ້,
ການດຳເນີນການຮຽນ-ການສອນຂອງຄູ ແລະ ນັກຮຽນວິຊາຄະນິດສາດຢູ່ຫ້ອງ ມ1
ມັດທະຍົມຕົ້ນບ້ານຫຸນຄ່ອຍໆໄດ້ຮັບການພັດທະນາດີຂຶ້ນ, ນັກຮຽນສ່ວນຫຼາຍພາຍໃນຫ້ອງ ມ1
ໄດ້ມີສ່ວນຮ່ວມໃນການຮຽນຢ່າງງມ່ວນຊື່ນ ອັນເນື່ອງມາຈາກການວາງແຜນດຳເນີນການວິໄຈມີຄວາມຄ່ອງກັບສະພາບຈິງຂອງຫ້ອງຮຽນ
ແລະ ການນຳໃຊ້ກິດຈະກໍາເໝາະສົມເຊັ່ນ: ກິດຈະກໍາຍ່ອຍ
ເຊິ່ງເປັນກິດຈະກຳທີ່ຊ່ວຍໃຫ້ນັກຮຽນໄດ້ມີການສົນທະນາແລກປ່ຽນຄວາມຮູ້
3 ສະຫຼຸບ
ຜ່ານການປະຕິບັດວິໄຈພາກປະຕິບັດໃນຫົວຂໍ້ ປັບປຸງການແກ້ເລກຈໍານວນໃນພື້ນຖານສິບຂອງນັກຮຽນຫ້ອງມ1
ເປັນຜົນງານທີ່ໄດ້ບົ່ງບອກເຖິງຂະບວນການສຶກສາວິທີຮຽນ ແລະ ວິທີສອນວິຊາຄະນິດສາດ ເຊິ່ງ ຂະບວນການໃນການດໍາເນີນການວິໄຈແມ່ນປະຕິບັດຕາມຮອບວຽກການວິໄຈ
. ສັງເກດເຫັນວ່າ: ນັກຮຽນໃນກຸ່ມເປົ້າໝາຍຫ້ອງມ1 ຈຳນວນ 2 ຄົນ, ຍິງ 0 ຄົນ, ໄດ້ມີການປ່ຽນແປງພຶດຕິກໍາ.
ສິ່ງທີ່ເປັນໜ້າປະທັບໃຈໃນການດໍາເນີນການວິໄຈຄັ້ງນີ້ແມ່ນນັກຮຽນທີ່ນອນໃນກຸ່ມເປົ້າໝາຍມີຄວາມສາມາດຮັບຮູ້ເຂົ້າໃຈໃນການຈັດຕັ້ງນຳພາເຮັດກິດຈະກຳຕ່າງໆນັ້ນກໍໝາຍຄວາມວ່າເຂົາເຈົ້າມີຄວາມພໍໃຈຕໍ່ການສອນ
ຫຼື ເວົ້າອີກຢ່າງໜຶ່ງວ່າ ເຂົາເຈົ້າມີຄວາມພ້ອມທີ່ຈະຮຽນວິຊານີ້ໃນບົດຕໍ່ໄປໃຫ້ໄດ້ ສະແດງອອກຢ່າງຈະແຈ້ງທີ່ສຸດແມ່ນເຂົາມີຄວາມຫ້າວຫັນໃນການສົນທະນາ
ແລະ ໃຊ້ພາສາທາງຄະນິດສາດໄດ້ດີ, ເຂົາເຈົ້າມີຄວາມສາມາດໃນການເຄື່ອນໄຫວ ແລະ
ມີສ່ວນຮ່ວມໃນຫ້ອງກັບໝູ່ຄູ່, ມີຄວາມສະໜິດສະໝົມກັັບໜູ່ຄູ່ ແລະ ອາຈານໄດ້ໃນ ລະດັບດີ
ພ້ອມດຽວກັນນັ້ນ ໜູ່ຄູ່ກໍໃຫ້ຄວາມອົບອຸ່ນຕອບຮັບໃນຄວາມບົກຜ່ອງຂອງເຂົາເຈົ້າໃນຜ່ານມາ
ແລະ ພ້ອມແລ້ວທີ່ຈະໃຫ້ຄວາມຊ່ວຍເຫຼືອການຮຽນໃນຕໍ່ໄປອີກ.
ການຕອບຄໍາຖາມເພື່ອການວິໄຈ
ກໍຄືການຊອກຫາວິທີແກ້ໄຂບັນຫາຂອງນັກຮຽນທີ່ແກ້ເລກຈໍານວນໃນພື້ນຖານບໍ່ໄດ້ທີ່ສາມາດແກ້ໄຂບັນຫາໄດ້ແມ່ນ
“ ການສ້າງກິດຈະກໍາເພື່ອຝຶກທັກສະ“
ທີ່ໄດ້ປະຕິບັດໃນຄັ້ງທີ 1 ແລະ 2 ເຫັນວ່າມີຄວາມເໝາະສົມກັບເນື້ອໃນບົດຮຽນ ແລະ
ຄວາມຕ້ອງການແຫ່ງການຮຽນຮູ້ຂອງຜູ່ຮຽນ
ເພາະກິດຈະກຳທີ່ສ້າງຂຶ້ນໄດ້ລວມເອົາທັງແນວຄິດທາງຄະນິດສາດ, ການຄິດຄຳນວນ ແລະ
ການສະຫຼຸບເປັນຫຼັກການທາງຄະນິດສາດ, ຜູ່ວິໄຈໄດ້ຮຽນຮູ້ວິທີສ້າງກິດຈະກຳທີ່ຫຼາກຫຼາຍສາມາດນຳໃຊ້
ຫຼັກເກນ ແລະ
ຄຸນລັກສະນະຂອງເລກຈຳນວນພື້ນຖານຕ່າງໆຢ່າງສອດຄ່ອງຖືກຕ້ອງເຮັດໃຫ້ນັກຮຽນໃນຫ້ອງ ແລະ
ນັກຮຽນກຸ່ມເປົ້າໝາຍ ມີຄວາມສາມາດຄິດຄຳນວນຖືກຕ້ອງທີ່ສຸດ ດັ່ງທ່ານ ທອງເຄນ
ຄໍາສຸກຖາວົງ ແລະ ພິມມະສອນ ວໍລະຍຸດໄດ້ຂຽນການສ້າງກິດຈະກຳໃນການຝຶກທັກສະວ່າ: “ ເມື່ອນັກຮຽນໄດ້ຮຽນຮູ້ເນື້ອໃນໃໝ່, ຄົ້ນພົບຫຼັກການ ແລະ ວິທີການແລ້ວ
ກໍຕ້ອງຝຶກການນໍາເອົາສິ່ງທີ່ຄົ້ນພົບ ຫຼື ການສະຫຼຸບໄດ້ນັ້ນໄປໃຊ້ໃຫ້ມີຄວາມຄ່ອງແຄ້ວ,
ວ່ອງໄວ, ຖືກຕ້ອງ ແລະ ຊັດເຈນ ເພື່ອສ້າງໃຫ້ຜູ່ຮຽນມີຄວາມຈື່ຈຳໄດ້ດົນຂອງບັນດາຫຼັກການ,
ວິທີ ການຄໍານວນໃຫ້ເກີດມີຄວາມໜັ້ນໃຈໃນການແກ້ບົດເລກ “
4. ຂໍ້ສະເໜີແນະ
4.1 ຂໍ້ສະເໜີແນະຜົນການວິໄຈ
ໂຮງຮຽນຄວນຈັດຕັ້ງເຜີຍແຜ່ຜົນການວິໄຈໃນຫ້ອງຮຽນເພື່ອນຳເອົາຜົນຂອງການວິໄຈໄປຈັດຕັ້ງປະຕິບັດໃນການຮຽນ-ການສອນໃຫ້ມີຄຸນະພາບດີຂຶ້ນ.
4.2 ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ
ຄູຄວນສືບຕໍ່ດຳເນີນການວິໄຈຊັ້ນອື່ນ
ແລະ ວິຊາອື່ນພາຍໃນໂຮງຮຽນ
ไม่มีความคิดเห็น:
แสดงความคิดเห็น