วันอาทิตย์ที่ 8 มิถุนายน พ.ศ. 2557

ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ ນັກຮຽນຫ້ອງ ມ 3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ແຂວງສາລະວັນ ທີ່ໄດ້ຮັບການສອນແບບທົດລອງ

ບົດນຳ
1.   ຄວາມເປັນມາແລະ ຄວາມສຳຄັນຂອງການວິໄຈ
           ຄະນິດສາດເປັນເລື່ອງນາມມະທຳ ຈິ່ງເປັນການຍາກທີ່ຈະທ່າຍຖອດໃຫ້ຜູ້ອື່ນເຂົ້າໃຈໄດ້ງ່າຍໆໃນນັ້ນແມ່ນນັກຮຽນ
ຊັ້ນມັດທະຍົມສຶກສາທີ່ມີແນວຄວາມຄິດເປັນຮູບປະທຳຫຼາຍກວ່ານາມມະທຳເຂົາເຈົ້າມັກຫຼິ້ນ ມ່ວນຊື່ນ, ມັກສັງເກດ, ມັກຊອກຮູ້ຊອກຫາຕ່າງໆນາໆ ແລະ ອື່ນໆ
          ດັ່ງນັ້ນ ຄູຜູ້ສອນຈຳເປັນສຸດຈະຕ້ອງຈັດການຮຽນ-ການສອນຄະນິດສາດໃຫ້ຖືກຕ້ອງກັບຈຸດພິເສດຂອງນັກຮຽນ ເພາະວ່າ ນັກຮຽນຈະຮຽນໄດ້ກໍ່ຕໍ່ເມື່ອໄດ້ເຫັນວັດຖຸຈິງ ( ຮູບປະທຳ ) ໄປສູ່ເຄິ່ງນາມມະທຳ ແລະ ສັນຍາລັກ. ຈາກຄວາມຮູ້ ແລະ ປະສົບການຂອງນັກຮຽນກ່ອນເຂົ້າໂຮງຮຽນໄດ້ພົວພັນກັບຄວາມຮູ້ທາງຄະນິດສາດເຊັ່ນ: ການນັບ, ການຫຼີ້ນແກ່ນໝາກຂາມ, ການປຽບທຽບສັ້ນຍາວ ( ການຫຼີ້ນໄມ້ຕີຫົວປາຄໍ່ ) ການແລກປ່ຽນ ( ຫຼິ້ນຊື້ຂາຍ ) ເຊິ່ງຄູຜູ້ສອນຄວນຄຳນຶງເຖິງຄວາມຮູ້ເບື້ອງຕົ້ນຂອງນັກຮຽນຜ່ານມາໃຫ້ມາປະສົມປະສານເຂົ້າໃນການຮຽນ-ການສອນວິຊາຄະນິດສາດ ແລະ ເນັ້ນໃສ່ການພັດທະນາ 3 ດ້ານໄປພ້ອມກັນຄື:
-    ການພັດທະນາແນວຄວາມຄິດທາງຄະນິດສາດ
-    ການພັດທະນາດ້ານທັກສະທາງຄະນິດສາດ
-    ການພັດທະນາວິທີການນຳໃຊ້ຄະນິດສາດ
 ສາຍມັດທະຍົມສຶກສາເປັນສາຍໜຶ່ງທີ່ມີຄວາມສຳຄັນໃນການສຶກສາຢູ່ໃນສັງຄົມມະນຸດຊາດເຮົາ ທີ່ພັກ-ລັດເຮົາໄດ້ເລັງ
ໃສ່ແຜນຍຸດທະສາດດ້ານການພັດທະນາການສຶກສາຂັ້ນພື້ນຖານຄື: ສາຍອະນຸບານສຶກສາ, ປະຖົມສຶກສາ ແລະ ມັດທະຍົມສຶກສາຈົນກ້າວໄປເຖິງວິຊາຊີບສຶກສາ.
          ໂຮງຮຽນມັດທະຍົມສົມບູນລະຄອນສີ ເປັນໂຮງຮຽນທີ່ຂຶ້ນກັບຫ້ອງສຶກສາທິການ ແລະ ກິລາເມືອງລະຄອນເພັງ ແຂວງສາລະວັນ ເຊິ່ງມີນັກຮຽນທັງໜົດ 55 ຄົນ, ຍິງ 20 ຄົນ, ນັກຮຽນສ່ວນໃຫຍ່ແມ່ນມາຈາກຫຼາຍບ້ານທີ່ມີພາສາສຳນຽງຄ້າຍຄືກັນ, ຊໍ່າອາຍຸແຕກຕ່າງກັນ, ສ່ວນຫຼາຍແມ່ນລູກຊາວນາ, ພໍ່ຄ້າຊາວຂາຍ ແລະ ພະນັກງານ, ສ່ວນໃຫຍ່ໂຮງຮຽນທີ່ນອນໃນເທດສະບານຂອງເມືອງ. ສະພາບການນຸ່ງຖືຂອງນັກຮຽນມີຄວາມເປັນລະບຽບຮຽບຮ້ອຍຈົບງາມ, ມີມາລະຍາດດີ, ການເວົ້າຈາສຸພາບ, ​ການໃຫ້ຄວາມເຄົາລົບຕໍ່ຄູອາຈານກໍ່ດີ, ນັກຮຽນສ່ວນໃຫຍ່ມີຄວາມລ້າເລີງແຈ່ມໃສ ແຕ່ເຖິງຢ່າງໃດກໍ່ຕາມການພັດທະນາທາງດ້ານການສຶກສາໃນໂຮງຮຽນແຫ່ງນີ້ຍັງມີຄວາມແຕກຕ່າງທາງດ້ານມັນສະໜອງ ( ການພັດທະນາຂອງມັນສະ
ໝອງໄວ - ຊ້າ ) ສະນັ້ນ ນັກຮຽນແຕ່ລະຄົນບໍ່ວ່າຊັ້ນຮຽນໃດຂອງໂຮງຮຽນແຫ່ງນີ້ຈິ່ງເປັນໜ້າສົນໃຈໃຫ້ແກ່ຄູ-ອາຈານຜູ້ສອນ ທີ່ຈະຕ້ອງສຶກສາຄົ້ນຄວ້າຊອກຫາຈຸດດີ - ຈຸດບົກຜ່ອງຂອງນັກຮຽນ ເພື່ອນຳມາແກ້ໄຂ ແລະ  ພັດທະນາດ້ານການຮຽນ-ການສອນຂອງຄູໃຫ້ດີຂຶ້ນເທື່ອລະກ້າວ.
          ການຮຽນ-ການສອນໃນທຸກລາຍວິຊາແມ່ນມີຄວາມສຳຄັນເທົ່າໆກັນຕໍ່ກັບການພັດທະນາການສຶກສາກໍ່ຄືການພັດທະນາປະເທດຊາດ. ດັ່ງນັ້ນ ໃນນາມທີ່ເປັນນັກສຶກສາລະບົບ 12+2 ສາຍຄູຄະນິດສາດທີ່ໄດ້ລົງເຝິກຫັດສອນໃນໄລຍະ 10 ອາທິດ ຢູ່ທີ່ໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງແຂວງສາລະວັນ ຂອງສົກຮຽນ 2013-2014. ຈິ່ງມີຄວາມສົນໃຈໃນການພັດທະນາຄວາມຮູ້ດ້ານວິຊາສະເພາະປະກອບກັບການເຝິກຫັດສອນຕົວຈິງໃນແຕ່ລະວິຊາຮຽນໃນຊັ້ນມັດທະຍົມ ໂດຍສະເພາະແມ່ນວິຊາຄະນິດສາດ ຫ້ອງ ມ 3 ທີ່ທີມງານວິໄຈພວກຂ້າພະເຈົ້າມີຄວາມສົນໃຈຢາກປັບປຸງ ແລະ ພັດທະນາການຮຽນ-ການສອນໃຫ້ດີຂຶ້ນ ເພື່ອນຳເອົາເປັນບົດຮຽນປະກອບເຂົ້າໃນອາຊີບຄູໃນອານາຄົດໄດ້.
          ຕະຫຼອດໄລຍະຂອງການລົງເຝິກຫັດສອນຕົວຈິງ 10 ອາທິດ ທີມງານການວິໄຈພວກຂ້າພະເຈົ້າໄດ້ຈັບເອົາບັນຫາຈາກການລາຍງານຂອງຄູລາຍວິຊາຄະນິດສາດ ຫ້ອງ ມ 3 ບົດທີ 21: ຄວາມຖີ່ຂອງຂໍ້ມູນ, ຜ່ານມາຄູເກົ່າໄດ້ດຳເນີນການຮຽນ-ການສອນແບບດາວ 5 ​ແຈເຂົ້າໃນການສອນວິຊາຄະນິດສາດເພາະວ່າ: ວິທີສອນແບບດາວ 5 ແຈແມ່ນຂະບວນການທາງຍຸດທະວິທີການສອນຕ່າງໆ ຢ່າງປະສົມປະສານກັນໃນຊົ່ວໂມງສອນໃດໜຶ່ງ ເພື່ອເຮັດໃຫ້ການຮຽນໄດ້ບັນລຸເປົ້າໝາຍຕາມຈຸດປະສົງທີ່ວາງໄວ້ເຊັ່ນ: ການໃຊ້ຄຳຖາມ, ການໃຊ້ອຸປະກອນ, ການຈັດກຸ່ມ, ການຈັດກິດຈະກຳ ແລະ ການສອນຕິດພັນກັບຊີວິດປະຈຳວັນ. ເຊິ່ງໄດ້ພົບບັນຫາທີ່ເກີດຂຶ້ນໃນຊ່ວງດຳເນີນການຮຽນ-ການສອນໃນພາກຮຽນທີ 2 ມີນັກຮຽນຈຳນວນ 2 ຄົນ, ທັກສະການຄິດຄຳນວນມີຄວາມສຳຄັນຕໍ່ການຮຽນຮູ້ໃນວິຊາຄະນິດສາດເປັນຢ່າງຫຼາຍນັກຮຽນສ່ວນໃຫຍ່ຍັງຂາດທັກສະໃນການຄິດຄຳນວນເຊິິ່ງມີຫຼາຍສາຍເຫດດັ່ງນີ້:
-    ພື້ນຖານການຮຽນຮູ້ຂອງນັກຮຽນຍັງບໍ່ຄ່ອຍດີ
-    ນັກຮຽນຂາດການຄົ້ນຄວ້າໃນການຄິດທີ່ຕໍ່ເນື່ອງ
-    ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ
ດັ່ງນັ້ນ ຄູປະຈຳວິຊາຈິ່ງພະຍາຍາມຊອກຫາວິທີສອນຫຼາຍວິທີເພື່ອຊ່ວຍເຂົ້າໃນການດຳເນີນການຮຽນ-ການສອນວິຊາຄະນິດສາດ ຊັ້ນ ມ 3  ບົດທີ 22: ຄວາມຖີ່  ໂດຍນຳໃຊ້ວິທີສອນແບບທົດລອງ ເຊິ່ງວ່າການສອນແບບທົດລອງ ເປັນວິທີການສອນທີ່ມຸ້ງໃຫ້ຜູ້ຮຽນດ້ວຍການກະທຳ ຫຼື ດ້ວຍການສັງເກດ, ເປັນການນຳເອົາຮູບປະທຳ ມາອະທິບາຍນາມມະທຳ ຜູ້ຮຽນຈະຄົ້ນຄວ້າຫາຂໍ້ສະຫຼຸບຈາກການທົດລອງນັ້ນດ້ວຍຕົນເອງ ວິທີການສອນແບບທົດລອງນີ້ອາດຈະເຮັດເປັນກຸ່ມ ຫຼື ເປັນບຸກຄົນກໍ່ໄດ້ ທັງນີ້ກໍ່ຂຶ້ນກັບເນື້ອໃນ ແລະ ຄວາມເໜາະສົມ. ຈາກທິດສະດີຂອງການສອນຈິ່ງເຮັດໃຫ້ທີມງານວິໄຈພວກຂ້າພະເຈົ້າມີຄວາມສົນໃຈທີ່ຢາກຄົ້ນຄວ້າ ແລະ ຊອກວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງ, ສະນັ້ນ ທີມງານການວິໄຈຈິ່ງຕົກລົງຕັ້ງຫົວຂໍ້ການວິໄຈວ່າ: “ ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ນັກຮຽນຫ້ອງ ມ3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີເມືອງລະຄອນເພັງ ທີ່​​ໄດ້ຮັບການສອນແບບທົດລອງ
2.  ຈຸດປະສົງຂອງການວິໄຈ
-    ເພື່ອປຽບທຽບຜົນສຳເລັດທາງການຮຽນວິຊາຄະນິດສາດຂອງນັກຮຽນຫ້ອງ 3 ທີ່ໃດ້ຮັບການສອນແບບທົດລອງ.
-    ເພື່ອປັບປຸງແກ້ໄຂການຮຽນ-ການສອນໃນລາຍວິຊາຄະນິດສາດໃຫ້ດີຂຶ້ນກວ່າເກົ່າ
3.  ຂອບເຂດຂອງການວິໄຈ
3.1. ປະຊາກອນແລະ ກຸ່ມຕົວຢ່າງ
               ການວິໄຈ-ສຳມະນາຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນກັບທີມງານວິໄຈຂ້າພະເຈົ້າທີ່ໄດ້ລົງເຝິກຫັດສອນແລະ ປະຕິບັດການວິໄຈໄປຄຽງຄູ່ກັນຈົນສາມາດຈັບເອົາບັນຫາທີ່ເກີດໃນການຮຽນ-ການສອນວິຊາຄະນິດສາດ​ ​ແລະໄດ້ເລືອກເອົາຫ້ອງ3 ​ເປັນເປົ້າໝາຍເຮັດການວິໄຈເຊິ່ງມີນັກຮຽນທັງໜົດ 55 ຄົນ, ຍິງ 20 ຄົນໃນນັ້ນມີນັກຮຽນເປົ້າໝາຍ 2 ຄົນ, ຍິງ 1 ຄົນ.
          3.2. ​ເນື້ອໃນທີ່ນຳການສອນຄື: ວິຊາຄະນິດສາດຊັ້ນມັດທະຍົມສຶກສາ ປີທີ 3
    ບົດທີ 21 :  ຄວາມຖີ່ຂອງຂໍ້ມູນ
    ບົດທີ22: ຄວາມຖີ່ສະສົມຂອງຂໍ້ມູນ



3.3. ວິທີການສອນ ແບບທົດລອງ
    ການຮຽນ-ການສອນກ່ຽວກັບຫົວຂໍ້:ຄວາມຖີ່ສະສົມຂອງຂໍ້ມູນໂດຍນຳໃຊ້ວິທີສອນແບບທົດລອງເຊິ່ງວ່າການສອນແບບທົດລອງ ເປັນວິທີການສອນທີ່ມຸ້ງໃຫ້ຜູ້ຮຽນດ້ວຍການກະທຳ ຫຼື ດ້ວຍການສັງເກດ, ເປັນການນຳເອົາຮູບປະທຳ ມາອະທິບາຍນາມມະທຳ ຜູ້ຮຽນຈະຄົ້ນຄວ້າຫາຂໍ້ສະຫຼຸບຈາກການທົດລອງນັ້ນດ້ວຍຕົນເອງ ວິທີການສອນແບບທົດລອງນີ້ອາດຈະເຮັດເປັນກຸ່ມ ຫຼື ເປັນບຸກຄົນກໍ່ໄດ້ ທັງນີ້ກໍ່ຂຶ້ນກັບເນື້ອໃນ ແລະ ຄວາມເເໜະສົມ. ຈຸດປະສົງການຳໃຊ້ວິທີການສອນທົດລອງນີ້ແມ່ນ:
- ເພື່ອໃຫ້ຜູ້ຮຽນໄດ້ທົດລອງ ແລະ ຄົ້ນຫາມະໂນພາບດ້ວຍຕົນເອງ
- ເພື່ອເຝິກໃຫ້ຜູ້ຮຽນຮູ້ຈັກການເຮັດວຽກເປັນກຸ່ມດ້ວຍການທົດລອງຮ່ວມກັນ
- ເພື່ອເຝິກຜົນໃຫ້ຜູ້ຮຽນມີການສັງເກດ ແລະ ຮູ້ຈັກບັນທຶກຜົນ
·        ເທັກນິກໃນການໃຊ້ຄໍາຖາມ:
        ການຕັ້ງຄໍາຖາມເປັນເລື່ອງທີ່ຈໍາເປັນໃນການສອນ, ທັງນີ້ເພື່ອວ່າຜູ້ສອນຈະໄດ້ຄົ້ນຫາຄຳຕອບຈາກຜູ້ຮຽນວ່າຄວາມຄິດ
ແນວໃດໃນເລື່ອງນັ້ນ ແລະ ເຂົ້າໃຈພຽງໃດ. ການຕັ້ງຄຳຖາມທີ່ດີຈະເປັນເຄື່ອງມືຊ່ວຍເຫຼືອໃຫ້ຜູ້ຕອບພັດທະນາຄວາມຄິດຈົນຊອກຫາຄຳຕອບ ແລະ ສະຫຼຸບໄດ້ ຜູ້ສອນຈະຕ້ອງມີສິລະປະໃນການໃຊ້ຄຳຖາມ ເພື່ອເສີມສ້າງຄວາມສາມາດໃນທາງຄວາມຄິດເຫັນແກ່ຜູ້ຮຽນ. ລັກສະນະຄຳຖາມໄດ້ສະເໜີມາ ລັກສະນະຄຳຖາມທີ່ດີ.
-       ເປັນຄຳຖາມຊັດເຈນມີຄວາມໝາຍທີ່ແນ່ນອນ
-       ບໍ່ງ່າຍບໍ່ຍາກເກີນໄປ ເໝາະສົມກັບເນື້ອໃນນັ້ນ ແລະ ເໜາະສົມກັບໄວອາຍຸ ຕະຫຼອດຈົນລະດັບຊັ້ນຂອງຜູ້ຮຽນ
-       ບໍ່ຄວນເປັນຄຳຖາມຊ້ອນຄຳຖາມ, ຄວນຈະຖາມເທື່ອລະປະໂຫຍກ ເຊັ່ນ: ມາດຕາສ່ວນແມ່ນຫຍັງ ?
ວິທີຄິດໄລ່ແນວໃດ ?
-       ບໍ່ຄວນເປັນຄຳຖາມແບບປະຕິເສດ
-       ບໍ່ຄວນເປັນຄຳຖາມໜໍ່າ
-       ຄຳຖາມທີ່ດີຄວນເປັນຄຳຖາມທີ່ພັດທະນາຄວາມຄິດ
-       ຄຳຖາມອາດຈະຖາມໃຫ້ມີຄຳຕອບຖືກ ຫຼື ຜິດ
·        ເທັກນິກການສ້າງແຮງຈູງໃຈ:
     ໃນຊີວິດປະຈໍາວັນຂອງພວກເຮົາ, ເມື່ອເຮົາເຮັດສິ່ງໃດກໍຍ່ອມຕ້ອງການຄວາມສຳເລັດ,   ເມື່ອເກີດຄວາມສຳເລັດແລ້ວກໍ
ເຮັດໃຫ້ເກີດຄວາມພໍໃຈ ແລະ ມີກຳລັງໃຈໃນການປະຕິບັດວຽກງານດີ ອັນເປັນຜົນສົ່ງໃຫ້ເກີດແຮງຈູງໃຈແກ່ຜູ້ຮຽນ. ດ້ວຍເຫດນີ້ຜູ້ສອນຈິ່ງຕ້ອງສຶກສາວ່າເຮັດແນວໃດຈິ່ງຈະສ້າງແຮງຈູງໃຈໃຫ້ແກ່ຜູ້ຮຽນໄດ້.
ຜູ້ຮຽນຈະເກີດແຮງຈູງໃຈໄດ້ກໍຕໍ່ເມື່ອ:
-       ຜູ້ຮຽນໄດ້ຮັບການຍອມຮັບຈາກຜູ້ສອນ ຫຼື ຈາກເພື່ອນເຊັ່ນ ຜູ້ຮຽນແກ້ໂຈດບັນຫາຄະນິດສາດທີ່ຍາກທີ່ສູດໄດ້, ຜູ້ສອນ ແລະ ເພື່ອນກໍສະແດງການຍ້ອງຍໍ ຫຼື ສະແດງຄໍາວ່າເກັ່ງຫຼາຍ.
-       ຜູ້ຮຽນປະສົບຄວາມສຳເລັດ, ເລື່ອງນີ້ຜູ້ສອນຄວນພິຈາລະນາເຊັ່ນ ຜູ້ຮຽນອ່ອນທາງຄະນິດສາດ, ຜູ້ສອນຄວນຄຳນຶງເຖິງໂຈດບັນຫາທີ່ໃຫ້ນັກຮຽນແກ້, ຄວນໃຊ້ໂຈດທີ່ງ່າຍໄປຫາຍາກເພື່ອຜູ້ຮຽນຈະໄດ້ປະສົບຄວາມສຳເລັດເປັນຂັ້ນໆໄປ ກໍຈະເຮັດໃຫ້ເກີດແຮງຈູງໃຈຢາກຮຽນຕໍ່ໄປ.
-       ຜູ້ສອນຊີ້ໃຫ້ເຫັນປະໂຫຍດຂອງຄວາມຮູ້ທີ່ໄດ້ຮັບນັ້ນວ່າ ຈະນຳໄປໃຊ້ໃນເວລາຕໍ່ໄປແນວໃດ ແລະ ຈະໃຊ້ກັບວິຊາອື່ນໆແນວໃດ.
-       ຜູ້ສອນຈັດກິດຈະກຳການສອນ-ການຮຽນໄດ້ເໜາະສົມເຊັ່ນ: ການຊອກສື່ການສອນ-ການຮຽນມາປະກອບ, ການໃຊ້ຄະນິດສາດນັນທະນາການເຊັ່ນ ການຮ້ອງເພງ, ເກມ, ການແຂ່ງຂັນອື່ນໆເຂົ້າຊ່ວຍ.
-       ຜູ້ສອນມອບໝາຍວຽກທີ່ທ້າທາຍໃຫ້ຜູ້ຮຽນເຮັດ.
-       ຜູ້ຮຽນໄດ້ອ່ານ, ໄດ້ຟັງ, ເບິ່ງຮູບເງົາ, ຟັງວິທະຍຸ, ເບິ່ງໂທລະພາບ, ອ່ານວາລະສານກ່ຽວກັບຄະນິດສາດ, ເພາະຜູ້ຮຽນຈະໄດ້ເອົາເລື່ອງຕ່າງໆເຫຼົ່ານັ້ນ ມາສຳພັນກັບເນື້ອໃນທີ່ຮຽນໃນປະຈຸບັນ.
-       ຜູ້ຮຽນສາມາດຄົ້ນພົບຄຳຕອບດ້ວຍຕົນເອງ
-       ຜູ້ສອນຊີ້ໃຫ້ເຫັນວ່າຜູ້ຮຽນຄະນິດສາດນັ້ນຈະມີໂອກາດປະກອບອາຊີບແນວໃດ?
-       ຜູ້ສອນສ້າງແຮງຈູງໃຈດ້ວຍຕົວຜູ້ສອນເອງ, ບຸກຄະນິກທ່າທາງຂອງຜູ້ສອນ, ການປະຕິບັດຕົນເອງເປັນແບບຢ່າງທີ່ດີຕະຫຼອດຈົນວິທີການສອນ ແລະ ເທັກນິກການສອນ, ການມີມະນຸດສຳພັນທີ່ດີ ຈະເປັນແຮງຈູງໃຈໃຫ້ຜູ້ຮຽນສົນໃຈຢາກຮຽນວິຊາຄະນິດສາດຫຼາຍຂຶ້ນ.
·        ເທັກນິກການເສີມແຮງຈູງໃຈ:
    ການເສີມແຮງຈູງໃຈເປັນສິ່ງສໍາຄັນໃນການສອນ-ການຮຽນ ເພາະເມື່ອຜູ້ຮຽນຮັບຮູ້ວ່າພຶດຕິກຳທີ່ສະແດງອອກນັ້ນເປັນທີ່ຍອມຮັບ ກໍຈະເຮັດໃຫ້ເກີດກຳລັງໃຈທີ່ຈະດຳເນີນປະຕິບັດເລື່ອງອື່ນໆຕໍ່ໄປ. ຜູ້ສອນເປັນຜູ້ທີ່ມີບົດບາດສຳຄັນຍິ່ງ ໃນເລື່ອງການເສີມແຮງ ແຕ່ຜູ້ສອນຈະຕ້ອງເບິ່ງໃຫ້ເໝາະສົມ ທັງນີ້ກໍເພື່ອເຮັດໃຫ້ເກີດກຳລັງໃຈໃນການຮຽນຕໍ່ໄປເລື້ອຍໆ.
      ວິທີການເສີມແຮງອາດປະຕິບັດດັງນີ້:
-       ການຊົມເຊີຍໃນຂະນະທີ່ຜູ້ຮຽນກຳລັງປະຕິບັດຢູ່ ເຊັ່ນ: ຜູ້ສອນໃຫ້ຜູ້ຮຽນອອກແກ້ໂຈດຢູ່ກະດານ. ເມື່ອຜູ້ຮຽນແກ້ໄດ້ຖືກຕ້ອງ ກໍອາດຈະໃຊ້ທ່າທາງປະກອບດ້ວຍການງຶກຫົວ ຫຼື ໃຊ້ວາຈາປະກອບວ່າ ດີຫຼາຍ, ຖືກຕ້ອງແລ້ວ.
ເມື່ອຜູ້ຮຽນເຮັດສິ່ງໃດຖືກຕ້ອງກໍຕ້ອງຊົມເຊີຍທັນທີ, ແຕ່ຢ່າໃຫ້ການຊົມເຊີຍໂລດໂຜນ ແລະ ຖ້າແກ້ໂຈດບໍ່ຖືກຕ້ອງກໍຄວນພະຍາຍາມໃຊ້ຄຳເວົ້າເຊັ່ນ ນ້ອງກຳລັງຈະແກ້ໄດ້ຖືກຕ້ອງແລ້ວພະຍາຍາມຕໍ່ໄປອີກໜ້ອຍໜຶ່ງ.
-       ການຍົກຍ້ອງຄວາມສາມາດເຊັ່ນ ເມື່ອຜູ້ຮຽນໄປສ້າງຊື່ສຽງໃຫ້ແກ່ສະຖາບັນການສຶກສາຂອງຕົນດ້ວຍການສອບແຂ່ງຂັນ ຫຼື ຕອບບັນຫາຊະນະຜູ້ສອນຈະຕ້ອງຍ້ອງຍໍຊົມເຊີຍ.
-       ການໃຫ້ລາງວັນ, ເລື່ອງນີ້ຜູ້ສອນຕ້ອງລະວັງຢ່າໃຫ້ລາງວັນຈົນເຟິ້ ຈົນບໍ່ມີຄວາມໝາຍ.
-       ການສົ່ງຜົນງານທີ່ກວດແລ້ວກັບຄືນໄປໃຫ້ຜູ້ຮຽນ ຄວນໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ເພາະຖ້າຜູ້ຮຽນແກ້ໄດ້ຖືກຕ້ອງກໍຈະເປັນການເສີມແຮງ.
-       ການຍົກຕົວຢ່າງປຽບທຽບເຊັ່ນ ຜູ້ຮຽນທໍ້ຖອຍຕໍ່ການຮຽນ ເພາະບັນຫາທາງດ້ານຄອບຄົວ, ດ້ານເສດຖະກິດ ຜູ້ສອນຕ້ອງພະຍາຍາມຍົກຕົວຢ່າງຊີວິດຂອງບຸກຄົນຕ່າງໆ ທີ່ເຂົາສາມາດເອົາຊະນະອຸປະສັກໄດ້ເພື່ອເສີມແຮງໃຫ້ແກ່ຜູ້ຮຽນ.
-       ການບອກຈຸດປະສົງໃຫ້ແກ່ຜູ້ຮຽນ, ຜູ້ສອນຕ້ອງການໃຫ້ຜູ້ຮຽນເຮັດຫຍັງ ເພາະຖ້າຜູ້ຮຽນເຮັດໄດ້ຊ້າກໍຈະເກີດຄວາມທໍ້ຖອຍ, ຜູ້ສອນຈະຕ້ອງເສີມແຮງໃຫ້ຜູ້ຮຽນເຮັດໃຫ້ຖືກຕ້ອງ ແລະ ເພີ່ມຄວາມໄວຂຶ້ນ.
-       ການພະຍາຍາມເຮັດໃຫ້ຜູ້ຮຽນຮູ້ສຶກພາກພູມໃຈ ໃນຜົນງານຂອງເຂົາ, ຖ້າຜູ້ຮຽນປະສົບຄວາມສໍາເລັດໃນລະດັບສູງຜູ້ສອນກໍອາດຈະເວົ້າວ່າ ດີເລີດ, ດີຫຼາຍ, ນ້ອງເຮັດໄດ້ດີ ແລະ ວ່ອງໄວທີ່ສຸດ ເຖິງຢ່າງໃດກໍຕາມການເສີມແຮງຈະມີປະສິດທິພາບກໍ່ຕໍ່ເມື່ອເປັນການເສີມແຮງໃນເວລາກຳລັງຮຽນ ແລະ ຜູ້ຮຽນປະຕິບັດໄດ້ຜົນຕາມຄວາມຕ້ອງການ ໃນເວລານັ້ນເປັນການເສີມແຮງທີ່ຕິດຕາມການອອກມາທັນທີ ຫຼັງຈາກພຶດຕິກໍາທີ່ຕ້ອງການເກີດຂຶ້ນເຊັ່ນ ຜູ້ສອນອາດສະແດງທ່າທາງ, ໃຊ້ວາຈາເສີມແຮງທັນທີ ເມື່ອຜູ້ຮຽນເຮັດໄດ້ດີ ແລະ ຖືກຕ້ອງ.
-       ເປັນການເສີມແຮງທີ່ສຳພັນກັບພຶດຕິກຳທີ່ຕ້ອງການ
-       ເປັນ​ການ​ເສີມ​ແຮງ​ດ້ວຍ​ກາ​ນຊີ້​ແນະ​ແນວທາງ ຫຼື ​ໃຊ້​ຄຳ​ເວົ້າ​ໃນ​ພຶດຕິ​ກຳ​ທີ່​ບໍ່​ຕ້ອງການ
4.  ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ
          ຜ່ານການດຳເນີນການວິໄຈ ໃນຫົວຂໍ້: “ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ ນັກຮຽນຫ້ອງ ມ 3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີເມືອງລະຄອນເພັງ ທີ່​​ໄດ້ຮັບການສອນແບບທົດລອງສະຫຼຸບໄດ້ຈາກຜົນການວິໄຈຄັ້ງນີ້ຄື:
           ປະສົບການໃນການເຮັດບົດວິໄຈ, ຮູ້ຈັກວິທີເຮັດວຽກເປັນທີມ, ຮູ້ວິທີການວາງແຜນໃນການເຮັດບົດວິໄຈ, ປັບປຸງກິດຈະກຳການຮຽນ-ການສອນເມື່ອນັກຮຽນບໍ່ໄດ້, ແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນ, ຂັ້ນຕອນຕ່າງໆໃນການດຳເນີນການວິໄຈ, ວິທີສອນແບບທົດລອງ ແລະ ວິທີເກັບກຳຂໍ້ມູນຕ່າງໆມາເຮັດວິໄຈ.
 ຜູ້ຮຽນສາມາດຄົ້ນຄວ້າຫາຄວາມຈິງດ້ວຍຕົນເອງ, ​ເກີດຄວາມສົນໃຈແລະ ຢາກຮຽນວິຊາຄະນິດສາດ, ຜູ້ຮຽນມີອິດສະຫຼະໃນການເຮັດວຽກເປັນກຸ່ມແລະໄດ້ລົງມືດ້ວຍຕົນເອງ, ຊ່ວຍໃຫ້ຜູ້ຮຽນເຮັດວຽກຮ່ວມກັນ, ຮູ້ຈັກແລກປ່ຽນບົດຮຽນ, ​ແລກປ່ຽນຄວາມຄິດເຫັນນຳໝູ່ນັກຮຽນດ້ວຍກັນ, ​ເມື່ອຜູ້ຮຽນມີຜົນສຳເລັດໃນການທົດລອງ ກໍຈະເກີດກໍ່າລັງໃຈໃນການຮຽນແລະເປັນການແລກປ່ຽນການຮຽນຈາກຮູບປະທຳໄປສູ່ນາມມະທຳ.
5.ວິທີສອນໃນໄລຍະການລົງເຝິກຫັດ
ຕະຫຼອດໄລຍະຂອງການເຝິກຫັດ ທີມງານການວິໄຈພວກຂ້າພະເຈົ້າໄດ້ມີຄວາມພາກພູມໃຈຍ່າງຍິ່ງຫາອັນປຽບບໍ່ໄດ້ທີ່
ໄດ້ຮັບການມອບໝາຍວຽກວິຊາການຈາກຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ແຂວງສາລະວັນ ເວົ້າສະເພາະແມ່ນວຽກສິດສອນຂອງຕົນຄື: ວິຊາຄະນິດສາດ ແລະ ພ້ອມກັນນັ້ນທີມງານກໍ່ໄດ້ດຳເນີນການວິໄຈ-ສຳມະນາໄປພ້ອມໆກັນອີກດ້ວຍ.
ການຮຽນ-ການສອນຄະນິດສາດຊັ້ນມັດທະຍົມແມ່ນມີຄວາມໝາຍ ແລະ ຄວາມສຳຄັນຫຼາຍຕໍ່ຄູຜູ້ສອນ  ແລະ
ຜູ້ຮຽນ ສະນັ້ນ ຂ້າພະເຈົ້າທີມງານການວິໄຈ ຈິ່ງວາງແຜນການດຳເນີນການຮຽນ-ການສອນວິຊາຄະນິດສາດ ຫ້ອງ ມ ແລະ ໄດ້ຮັບການຮ່ວມມືຈາກຄູປະຈຳວິຊາ ( ຄູເກົ່າ ) ແລະ ວິຊາການໂຮງຮຽນບ່ອນລົງເຝິກຫັດເປັນຍ່າງດີເຊັ່ນ: ການແຕ່ງແຜນການສອນໄລຍະຍາວ, ແຕ່ງບົດສອນປະຈຳບົດ, ຜະລິດສື່ການສອນ, ການສອນທົດລອງ ແລະ ການນຳເອົາບົດສອນໄປຜ່ານກ່ອນ 24 ຊົ່ວໂມງກ່ອນຂຶ້ນຫ້ອງສອນ.
          ຜ່ານການດຳເນີນການຮຽນ-ການສອນ ວິຊາຄະນິດສາດ ບົດທີ21: ຄວາມຖີ່ ຂອງຂໍ້ມູນໃຊ້ເວລາ 120 ນາທີ, ເຊິ່ງນຳໃຊ້ວິທີສອນແບບທົດລອງໂດຍເນັ້ນເອົານັກຮຽນເປັນໃຈກາງ.
5.1​  ຂັ້ນນໍາເຂົ້າສູ່ບົດຮຽນ:
          ຄູໄດ້ຕັ້ງຄຳຖາມສົນທະນາກັບນັກຮຽນຄືນໃນບົດຮຽນທີ່ຜ່ານມາ ແລະ ຕາງໜ້ານັກຮຽນລຸກຕອບ 1-2 ຄົນແລ້ວຄູກໍສະຫຼຸບບົດຮຽນຄືນ.
5.2 ຂັ້ນສອນບົດໃໝ່:
         ໃນເວລາດຳເນີນການຮຽນ-ການສອນຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ,​ ຄູສະເໜີຫົວຂໍ້ ແລະ ຈຸດປະສົງຂອງບົດຮຽນສູ່ນັກຮຽນຟັງແລ້ວເລີ່ມເຂົ້າສູ່ກິດຈະກຳຂອງບົດຮຽນໃໝ່ ( ກິດຈະກຳ 1 ) ແມ່ນຄູໄດ້ສະເໜີບົດຮຽນຕາມປຶ້ມແບບຮຽນ ແລະ ໃບກິດຈະກຳເປັນກຸ່ມ ( ໃບຄຳຖາມ ), ຄູ ແລະ ນັກຮຽນໄດ້ສົນທະນາກ່ຽວກັບຜົນຄະແນນປະຈຳເດືອນຂອງນັກຮຽນຫ້ອງ ມ 3 , ຄູຍົກຄະແນນໃຫ້ນັກຮຽນເບິ່ງ, ຄູອ່ານຄຳຖາມໃຫ້ນັກຮຽນຟັງແລະ ໄດ້ແນະນໍາຂັ້ນຕອນຂອງການແກ້ກິດຈະກຳໂດຍສະເພາະແມ່ນການຕື່ມຕົວເລກໃສ່ຕາຕະລາງເຊັ່ນ:
ກິດຈະກຳ 1: ຄູສະເໜີກິດຈະກຳໃຫ້ນັກຮຽນຮູ້
1. ຂໍ້ມູນຕໍ່ໄປນີ້ແມ່ນຄະແນນກວດກາວິຊາຄະນິດສາດປະຈຳເດືອນຂອງນັກຮຽນຫ້ອງ3 ມີດັ່ງນີ້:
          10, 10, 2, 3, 10,  3, 8, 9, 7, 3, 5, 3
          5,  8,  7, 6,  2, 10, 4, 1, 3, 2, 4, 5
          9,  4,  5, 6,  7,  8, 7, 4, 5, 9, 8, 2
1.     ອີງໃສ່ຂໍ້ມູນເບື້ອງເທິງແລ້ວຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ  
ຄະແນນ
1
2
3
4
5
6
7
8
9
10
ຄວາມຖີ່
1
4
5
……
……
……
……
……
……
ຄວາມຖີ່ສະສົມ
1
5
10
……
……
……
……
……
……
          ຄູອະທິບາຍກິດຈະກຳໂດຍອີງໃສ່ຂໍ້ມູນເບື້ອງເທິງເຮົາມີ:
ຄະແນນ
1
2
3
4
5
6
7
8
9
10
ຄວາມຖີ່
1
4
5
……
……
……
……
……
……
ຄວາມຖີ່ສະສົມ
1
5
10
……
……
……
……
……
……
ຂໍ້ມູນເດີມ:
10, 10, 2, 3, 10,  3, 8, 9, 7, 3, 5, 3
          5,  8,  7, 6,  2, 10, 4, 1, 3, 2, 4, 5
          9,  4,  5, 6,  7,  8, 7, 4, 5, 9, 8, 2
-    ນັກຮຽນສັງເກດການອະທິບາຍຂອງຄູແລະແຕ່ລະກຸ່ມພາກັນຄົ້ນຄວ້າ
-    ຕາງໜ້າກຸ່ມອອກແກ້ຢູ່ກະດານເຊັ່ນ:
     ຜົນແກ້ກຸ່ມທີ 1, 2 ​ແລະ 3:
ຄະແນນ
1
2
3
4
5
6
7
8
9
10
ຄວາມຖີ່
1
4
5
4
5
2
4
4
3
4
ຄວາມຖີ່ສະສົມ
1
5
10
14
19
21
25
29
32
36
ຜົນແກ້ກຸ່ມທີ 4 ​ແລະ 5:
ຄະແນນ
1
2
3
4
5
6
7
8
9
10
ຄວາມຖີ່
1
4
5
4
5
2
4
4
3
4
ຄວາມຖີ່ສະສົມ
1
5
10
14
19
21
25
29
32
36
          ຄູແລະ ນັກຮຽນພ້ອມກັນສະຫຼຸບຄຳຕອບຄືນກຸ່ມທີ່ແກ້ຖຶກຄູຊົມເຊີຍ ກຸ່ມທີ່ແກ້ຜິດຄູແນະນຳຕື່ມ
ສະຫຼຸບຄຳຕອບທີ່ຖືກຕ້ອງແມ່ນກຸ່ມ 1, 2 ​ແລະ 3 ​ແນະນຳນັກຮຽນຈົດເອົາເປັນບົດຮຽນໃສ່ປຶ້ມຂຽນຂອງໃຜລາວ.
          ກິດຈະກຳທີ2: ຄູສະເໜີກິດຈະກຳໃຫ້ນັກຮຽນຮູ້ ແລະ ອະທິບາຍວິທີແກ້ເປັນຕົວຢ່າງ
1. ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນຄະແນນກວດກາວິຊາພາສາອັງກິດ ຂອງນັກຮຽນຫ້ອງ ມ 3
ຄະແນນ
1
2
3
4
5
6
7
8
9
10
ຄວາມຖີ່
2
4
7
8
6
4
4
2
5
3
ຄວາມຖີ່ສະສົມ
2
6
13
21
27
31
35
37
42
45
-    ຈົ່ງສັງເກດຕາຕະລາງແລ້ວຕອບຄຳຖາມຕໍ່ໄປນີ້:
ກ. ນັກຮຽນຫ້ອງ ມ3 ມີຈັກຄົນ…?
ຂ. ຈົ່ງຊອກຄວາມຖີ່ສຳພັດ ສຳລັບຂໍ້ມູນແຕ່ລະຄ່າໂດຍຊອກອັດຕາສ່ວນລະຫວ່າງຈຳນວນນັກຮຽນທີ່ໄດ້ແຕ່
     ລະຄະແນນ
ຄ. ຈົ່ງຄິດໄລ່ເປີເຊັນຄວາມຖີ່ສຳພັດສຳລັບຂໍ້ມູນແຕ່ລະຄ່າໂດຍອີງໃສ່ຂໍ້ມູນແຕ່ລະຄ່າໃສ່ກັບ 100.
. ຈົ່ງຄິດໄລ່ຄວາມຖີ່ສະສົມສຳພັດຂອງແຕ່ລະຄະແນນໂດຍເອົາຜົນຫານລະຫວ່າງຄວາມຖີ່ສະສົມ​​ຂອງແຕ່ລະ
    ຄະແນນໃຫ້ຈຳນວນນັກຮຽນທັງໜົດ
ຈ. ຈົ່ງຄິດໄລ່ເປີເຊັນຄວາມຖີ່ສຳພັດຂອງແຕ່ລະຄະແນນໂດຍການເອົາຜົນຄູນລະຫວ່າງຄວາມຖີ່ສະສົມສຳພັດ
     ຂອງແຕ່ລະຄະແນນໃຫ້ຄົບຖ້ວນ 100
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ
ຄະແນນ
ຄວາມຖີ່
ຄວາມຖີ່ສະສົມ
ຄວາມຖີ່ສຳພັດ
ຄວາມຖີ່ສະສົມສຳພັດ
ເປີເຊັນຄວາມຖີ່ສຳພັດ %
ເປິເຊັນຄວາມຖີ່ສະສົມສຳພັດ
%
1
2
2
0,045
0,045
4,5
4,5
2
4
6
0,089
0,133
8,9
13,3
3
7
13
0,156
0,289
15,6
28,9
4






5






6






7






8






9






10






ລວມ
45



100
100
-    ນັກຮຽນແຕ່ລະກຸ່ມສົນທະນາກັນຄົ້ນຄວ້າ
-    ນັກຮຽນຕາງໜ້າກຸ່ມອອກແກ້ຢູ່ກະດານ1-2 ຄົນ
ຜົນການຄົ້ນຄວ້າຂອງແຕ່ລະກຸ່ມແລະ ອອກແກ້ຢູ່ກະດານ ກຸ່ມທີ 1:
ບົດແກ້ກິດຈະກຳທີ2:
ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນກ່ຽວກັບຄະແນນກວດກາວິຊາ ພາສາອັງກິດ ຫ້ອງ3 ຂອງໂຮງຮຽນມັດທະຍົມແຫ່ງໜຶ່ງ
ຄະແນນ
ຄວາມຖີ່
ຄວາມຖີ່ສະສົມ
1
2
2
2
4
6
3
7
13
4
8
21
5
6
27
6
4
31
7
4
35
8
2
37
9
5
42
10
3
45
1. ຈົ່ງສັງເກດຕາຕະລາງທີ 2 ​ແລ້ວຕອບຄຳຖາມຕໍ່ໄປນີ້
ກ. ນັກຮຽນຫ້ອງ ມ 3 ມີ​ 45 ​ຄົນ
ຂ. ຄວາມຖີ່ສຳພັດ = ຄວາມຖີ່ຂອງຂໍ້ມູນ ຫານໃຫ້ ຈຳນວນທັງໜົດ
ຄ.ເປີເຊັນຄວາມຖີ່ສຳພັດ = ຄວາມຖີ່ສຳພັດ ຄູນໃຫ້ 100
ງ.  ຄວາມຖີ່ສະສົມສຳພັດ = ຄວາມຖີ່ສະສົມ ຫານໃຫ້ ຈຳນວນທັງໜົດ
ຈ. ເປີເຊັນຄວາມຖີ່ສະສົມສຳພັດ = ຄວາມຖີ່ສະສົສຳພັດ ຄູນໃຫ້ 100
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ
ຄະແນນ
ຄວາມຖີ່
ຄວາມຖີ່ສະສົມ
ຄວາມຖີ່ສຳພັດ
ຄວາມຖີ່ສະສົມສຳພັດ
ເປີເຊັນຄວາມຖີ່ສຳພັດ
%
ເປິເຊັນຄວາມຖີ່ສະສົມສຳພັດ
%
1
2
2
0,045
0,045
4,5
4,5
2
4
6
0,089
0,133
8,9
13,3
3
7
13
0,156
0,289
15,6
28,9
4
8
21
0,178
0,467
17,8
46,7
5
6
27
0,133
0,606
13,3
60
6
4
31
0,09
0,689
9
68,9
7
4
35
0,09
0,778
9
77,8
8
2
37
0,089
0,822
4,5
82,2
9
5
42
0,11
0,933
11
93,3
10
3
45
0,067
1,000
6,7
100
45



100
100
ຜົນການຄົ້ນຄວ້າຂອງແລະ ອອກແກ້ຢູ່ກະດານ ກຸ່ມທີ 2:
ບົດແກ້ກິດຈະກຳທີ2:
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ
ຄະແນນ
ຄວາມຖີ່
ຄວາມຖີ່ສະສົມ
ຄວາມຖີ່ສຳພັດ
ຄວາມຖີ່ສະສົມສຳພັດ
ເປີເຊັນຄວາມຖີ່ສຳພັດ
%
ເປິເຊັນຄວາມຖີ່ສະສົມສຳພັດ
%
1
2
2
0,045
0,045
4,5
4,5
2
4
6
0,089
0,133
8,9
13,3
3
7
13
0,156
0,289
15,6
28,9
4
8
21
0,178
0,467
17,8
46,7
5
6
27
0,133
0,606
13,3
60
6
4
31
0,09
0,689
9
68,9
7
4
35
0,09
0,778
9
77,8
8
2
37
0,089
0,822
4,5
82,2
9
5
42
0,11
0,933
11
93,3
10
3
45
0,067
1,000
100
100
ລວມ
45



100
100
ຄູແລະ ນັກຮຽນພ້ອມກັນສະຫຼຸບຄຳຕອບຄືນກຸ່ມທີ່ແກ້ຖືກຄູຊົມເຊີຍ ກຸ່ມທີ່ແກ້ຜິດຄູແນະນຳຕື່ມ
ສະຫຼຸບຄຳຕອບທີ່ຖຶກຕ້ອງແມ່ນກຸ່ມ 1, 2 ​ແລະ 3 ​ແນະນຳນັກຮຽນຈົດເອົາເປັນບົດຮຽນໃສ່ປື້ມຂຽນຂອງໃຜລາວ.
          ຈາກການດຳເນີນກິດຈະກຳການຮຽນ-ການສອນຫຼາຍກິດຈະກຳດ້ວຍການຈັດກິດຈະກຳຄົ້ນຄວ້າເປັນກຸ່ມແລະໃຫ້ຕາງໜ້າກຸ່ມຂຽນເປັນບົດລາຍງານພ້ອມອອກແກ້ຢູ່ກະດານ.
5.3 ຂັ້ນສະຫຼຸບ
           ເມື່ອຄູສອນສຳເລັດແລ້ວຄູກໍ່ມີການສະຫຼຸບຄືນບົດຮຽນທີ່ຮຽນຜ່ານມາກ່ຽວກັບເນື້ອໃນລວມຂອງບົດຮຽນເພື່ອໃຫ້ນັກຮຽນເຂົ້າໃຈໃນບົດຮຽນຫຼັງຈາກນັ້ນຄູກໍ່ຖາມຂໍ້ຂ້ອງໃຈຂອງນັກຮຽນກ່ຽວກັບບົດຮຽນທີ່ຮຽນຜ່ານມາແລ້ວໃຫ້ນັກຮຽນຈົດເອົາບົດຮຽນໃສ່ປຶ້ມຂອງໃຜລາວ ດັ່ງນີ້:
ໃຈຄວາມ:
1.  ຄວາມຖີ່ແມ່ນຈຳນວນທີ່ສະແດງການປະກົດຕົວຂອງຂໍ້ມູນໃດໜຶ່ງ
2. ການຈັດຄ່າຄວາມຖີ່ຂອງແຕ່ລະຂໍ້ມູນໃສ່ຕາຕະລາງເອີ້ນວ່າ ການສ້າງຕາຕະລາງຄວາມຖີ່ ຫຼື ວ່າແມ່ນສະເໜີຂໍ້ມູນດ້ວຍຕາຕະລາງເຊິ່ງມີ 2 ​ແບບຄື: ກໍລະນີ: ກຸ່ມຂໍ້ມູນບໍ່ຫຼາຍແລະ ຜູ້ວິໄຈຢາກອະທິບາຍຄວາມຖີ່ຂອງຄ່າຄວາມຈິງຂອງຂໍ້ມູນເພິ່ນກໍ່ສາມາດຈັດຕາຕະລາງຂໍ້ມູນໄດ້.
5.4 ຂັ້ນວັດຜົນແລະ ປະເມີນຜົນ
    ໃນການສອນຄັ້ງນີ້ ຄູຜູ້ສອນໃດ້ປະເມີນຄືນດ້ວຍການຕັ້ງຄຳຖາມທົດສອບເປັນບຸກຄົນຄື:
          ຄຳຖາມ:
          1.ໃຫ້ຮູ້ຕາຕະລາງເກັບຈຳນວນອ້າຍແລະເອື້ອຍຂອງນັກຮຽນຈຳນວນອື່ນໆ
ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
ຈຳນວນອ້າຍແລະເອື້ອຍ
ຄວາມຖີ່3
ຄວາມຖີ່ສະສົມ
ຄວາມຖີ່ສຳພັດ
ຄວາມຖີ່ສະສົມສຳພັດ
ເປີເຊັນຄວາມຖີ່ສຳພັດ %
0
11




1
9




2
6




3
8




4
2



          ບົດແກ້ເປັນບຸກຄົນ: ທ້າວ ຈ໋ອດ
ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
ຈຳນວນອ້າຍແລະເອື້ອຍ
ຄວາມຖີ່3
ຄວາມຖີ່ສະສົມ
ຄວາມຖີ່ສຳພັດ
ຄວາມຖີ່ສະສົມສຳພັດ
ເປີເຊັນຄວາມຖີ່ສຳພັດ %
0
11
11
0,3056
0,3056
30,56
1
9
20
0,250
0,556
25
2
6
26
0,1667
0,7222
16,67
3
8
32
0,222
0,9444
22,2
4
2
36
0,0556
1,000
​5,66
ບົດແກ້ເປັນບຸກຄົນ: ທ້າວ ຄຳແກ້ວ
ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
ຈຳນວນອ້າຍແລະເອື້ອຍ
ຄວາມຖີ່3
ຄວາມຖີ່ສະສົມ
ຄວາມຖີ່ສຳພັດ
ຄວາມຖີ່ສະສົມສຳພັດ
ເປີເຊັນຄວາມຖີ່ສຳພັດ %
0
11
11
0,3056
0,3056
30,56
1
9
20
0,250
0,556
25
2
6
26
0,1667
0,7222
16,67
3
8
34
0,222
0,9444
22,2
4
2
36
0,0556
1,000
​5,66
ຈາກນັ້ນຄູໄດ້ກວດເບິ່ງຜົນການສອບຂອງນັກຮຽນໃນຫ້ອງໃຫ້ຄະແນນພ້ອມໃຫ້ຄຳຕຳນິຕິຊົມບ່ອນທີ່ຜິດພາດຂອງນັກຮຽນເພື່ອໃຫ້ນັກຮຽນມີຄວາມສາມາດຄຳນວນໄດ້ ພ້ອມທັງໃຫ້ຄຳຍ້ອງຍໍຊົມເຊີຍໃຫ້ນັກຮຽນແຕ່ລະຄົນເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຮຽນ.
5.5 ຂັ້ນຕັກເຕືອນ / ມອບວຽກບ້ານ
ເປັນຂັ້ນຕອນສຸດທ້າຍຂອງການສອນໃນເມື່ອຄູສອນສຳເລັດການສອນ ຄູກໍ່ໄດ້ຕັກເຕືອນໃຫ້ນັກຮຽນໃນເວລາ
ເມືອເຮືອນຊ່ອຍວຽກພໍ່ແມ່ແລ້ວເບິ່ງບົດຮຽນທີ່ຄູມອບໃຫ້ໃນບົດເຝິກຫັດຂໍ້ທີ 1 , 2 ແລະ ມາຊົ່ວໂມງໜ້າຄູໃຫ້ອອກໄປແຕ້ມຢູ່ກະດານເພື່ອເອົາຄະແນນເດືອນທີ 3.
6. ວິເຄາະຂໍ້ມູນ
        ການວິເຄາະຂໍ້ມູນໂດຍໃຊ້ສະຕິຖິພື້ນຖານໄດ້ແກ່ ຄ່າສະເລ່ຍ, ຮ້ອຍລະ ແລະ ປຽບທຽບພັດທະນາການຂອງນັກຮຽນແຕ່ລະຄົນໂດຍນຳໃຊ້ ຄະແນນກ່ອນການຮຽນ  ແລະ ຫຼັງການຮຽນມາປຽບທຽບກັນ.
ຕາຕະລາງຄະແນນນັກຮຽນກ່ອນ - ຫຼັງຮຽນ
ລ/ດ
ຊື່ແລະນາມສະກຸນ
ຄະແນນກ່ອນຮຽນ
( 10 )
ຄະແນນຫຼັງຮຽນ
( 10 )
ຄະແນນ
ພັດທະນາ
( 10 )
ຜົນການປະເມີນ
1
ທ. ຈ໋ອດ
2
6
4
ຜ່ານ
2
ນ. ແກ້ວ
3,5
7
3,5
ຜ່ານ
ລວມ

5,5
13
7,5

ສະເລ່ຍ

2,75
6,5
3,75

ຮ້ອຍລະ

55
65
75


       
  ຈາກຕາຕະລາງພົບວ່າ ຫຼັງຈາກໄດ້ນໍາໃຊ້ວິທີສອນແບບທົດລອງແລ້ວນັກຮຽນຈໍານວນ 2 ຄົນມີການພັດທະນາດ້ານທັກສະການຄຳນວນໂດຍລວມຮ້ອຍລະ 75, ຄະແນນນັກຮຽນຫຼັງຮຽນຮ້ອຍລະ 65 ສະແດງວ່ານັກຮຽນຜ່ານເກນການປະເມີນ
7.ສະຫຼຸບຜົນການວິໄຈຕາມຈຸດປະສົງຂອງການວິໄຈ
          ຜ່ານການປະຕິບັດທັງສອງຄັ້ງແລ້ວກໍ່ສັງເກດເຫັນວ່ານັກຮຽນມີຄວາມເຂົ້າໃຈຕໍ່ບົດຮຽນນັກຮຽນສາມາດຄໍານວນກ່ຽວ
ກັບຊອກຄວາມຖີ່, ຊອກຫາຄ່າສະເລ່ຍ ໄດ້ຢ່າງຖືກຕ້ອງ, ນັກຮຽນມີການປ່ຽນແປງໄປທາງທີ່ດີເຮົາສາມາດຄິດໄລ່ຮ້ອຍລະ 65
     ເວລາການປະຕິບັດເຮັດວຽກເປັນກຸ່ມທີ່ຄູມອບກິດຈະກໍາໃຫ້ນັກຮຽນແຕ່ລະຄົນກໍ່ມີຄວາມຫ້າວຫັນໄດ້ປະກອບຄໍາຄິດ
ຄຳເຫັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕໍ່ການເຮັດກິດຈະກຳໂດຍສະເພາະແມ່ນນັກຮຽນທີ່ຮຽນອ່ອນເມື່ອໄດ້ຈັດເຂົ້າກັບນັກຮຽນທີ່ຮຽນເກັ່ງແລ້ວນັກຮຽນທີ່ຮຽນອ່ອນກໍ່ມີການປ່ຽນແປງໄປທາງທີ່ດີສາມາດຊອກຫາຄວາມຖີ່ໄດ້ດ້ວຍການຊ່ວຍເຫຼືອຈາກຄູ ແລະ ນັກຮຽນພາຍໃນກຸ່ມ.
          ນອກນັ້ນຍັງເສີມສ້າງໃຫ້ຄູສອນໄດ້ເຕັກນິກວິທີສອນແບບໃໝ່ໂດຍສະເພາະແມ່ນວິທີສອນແບບທົດລອງ ແລະ
ຄູກໍ່ໄດ້ຮູ້ຈັກຄວາມໝາຍຂອງວິທີສອນແບບທົດລອງເຮັດໃຫ້ຄວາມຮູ້ຄວາມສາມາດໃນການສອນຂອງຄູດີຂຶ້ນກວ່າເກົ່ານອກຈາກນີ້ຍັງເຮັດໃຫ້ຄຸນນະພາບຂອງການສຶກສາດີຂຶ້ນເທື່ອລະກ້າວ.
     ຜ່ານການດຳເນີນການວິໄຈພາກປະຕິບັດຢູ່ໂຮງຮຽນມັດທະຍົມສົມບູນລະຄອນສີໃນຄັ້ງນີ້ນອກຈາກຜົນໄດ້ຮັບໃນທາງ
ທີ່ດີແລ້ວກໍ່ຍັງມີບັນຫາທີ່ຄົງຄ້າງເຖິງການປະຕິບັດຂອງພວກຂ້າພະເຈົ້ານີ້ໄດ້ດຳເນີນໄປຕາມແຜນການທີ່ວາງໄວ້ແຕ່ກໍ່ຍັງມີຂໍ້ທີ່ຄົງຄ້າງກໍ່ຄືນັກຮຽນຈຳນວນ 1 ຄົນ, ຍິງ 0 ຄົນບໍ່ທັນມີການປ່ຽນແປງ ຫຼື ມີການປ່ຽນແປງໄດ້ນ້ອຍຍັງບໍ່ສາມາດຊອກຄ່າຄວາມຖີ່ໄດ້ເທົ່າກັບຄົນອື່ນ, ເນື່ອງຈາກວ່າເວລາຍັງບໍທັນພຽງພໍກັບຄວາມຕ້ອງການໃນການເຮັດວິໄຈໃນຄັ້ງນີ້ມີຂໍ້ຄົງຄ້າງ.
    ຈາກຜົນຂອງການວິໄຈທີ່ສະຫຼຸບ  ແລະ   ອະທິບາຍທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າມີບາງຂັ້ນຕອນຈະຕ້ອງໄດ້ແກ້ໄຂ
 ແລະ ປັບປຸງເພື່ອໃຫ້ຂະບວນການຮຽນ-ການສອນຂອງຄູ ແລະ ນັກຮຽນມີຄຸນະພາບດີຂຶ້ນ ສະນັ້ນ ທີມງານວິໄຈຈີ່ງມີຂໍ້ສະເໜີແນະດັ່ງນີ້:
8.ຂໍ້ສະເໜີແນະ
ຈາກຜົນຂອງການວິໄຈທີ່ສະຫຼຸບ ແລະ ອະທິບາຍທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າມີບາງຂັ້ນຕອນຈະຕ້ອງໄດ້ແກ້ໄຂ ແລະ ປັບປຸງເພື່ອໃຫ້ຂະບວນການຮຽນ-ການສອນຂອງຄູ ແລະ ນັກຮຽນມີຄຸນະພາບດີຂຶ້ນ ສະນັ້ນ ທີມງານວິໄຈຈີ່ງມີຂໍ້ສະເໜີແນະດັ່ງນີ້:
-          ຄູຄວນເຮັດການວິໄຈກ່ຽວກັບບັນຫາທີ່ເກີດຂຶ້ນກັບນັກຮຽນ.
-          ຄູຄວນມອບວຽກບ້ານ ຫຼື ບົດເຝິກຫັດໃຫ້ນັກຮຽນເມືອແກ້ຢູ່ບ້ານແລ້ວກວດວຽກບ້ານທີ່ມອບໃຫ້ເພື່ອປະເມີນວ່າ: ນັກຮຽນມີຄວາມເຂົ້າໃຈຫຼາຍປານໃດທີ່ໄດ້ຈາກການຮຽນ.
-          ຄູຄວນຕິດຕາມສັງເກດແລະ ບັນທຶກຜົນການຮຽນຂອງນັກຮຽນກຸ່ມເປົ້າໝາຍໃນເວລາດຳເນີນກິດຈະກຳການຮຽນ-ການສອນ.
 9. ເອກະສານອ້າງອີງ
ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ, ວິທີສອນຄະນິດສາດ 1 , ພິມທີ່ Nhan Dan Printing House HCMC , ປີ 2008
ທອງເຄນ ຄຳສຸກຖາວົງ ແລະ ສຸກສາຄອນ ພຸດທະວົງ, ວິທີສອນຄະນິດສາດ 4 , ພິມທີ່ Nhan Dan Printing
       House HCMC, ປີ 2009
          ວິລະເລີດ ສະພົງທອງ ແລະ ສີສົມພູ ລາວຽງວົງ, ຄະນິດສາດມັດທະຍົມປີທີ 3 , ພິມທີ່ PiTAMBRA ( ປະເທດອິນ 
          ເດຍ ), ປີ 2012
          ວິລະເລີດ ສະພົງທອງ ແລະ ສີສົມພູ ລາວຽງວົງ , ຄູ່ມືຄູຄະນິດສາດມັດທະຍົມປີທີ 3, ພິມທີ່ PiTAMBRA ( 
          ປະເທດອິນເດຍ ), ປີ 2012
















ไม่มีความคิดเห็น:

แสดงความคิดเห็น