ບົດນຳ
1. ຄວາມເປັນມາ
ແລະ ຄວາມສຳຄັນຂອງການວິໄຈ
ຄະນິດສາດເປັນເລື່ອງນາມມະທຳ ຈິ່ງເປັນການຍາກທີ່ຈະທ່າຍຖອດໃຫ້ຜູ້ອື່ນເຂົ້າໃຈໄດ້ງ່າຍໆ ໃນນັ້ນແມ່ນນັກຮຽນ
ຊັ້ນມັດທະຍົມສຶກສາທີ່ມີແນວຄວາມຄິດເປັນຮູບປະທຳຫຼາຍກວ່ານາມມະທຳ ເຂົາເຈົ້າມັກຫຼິ້ນ ມ່ວນຊື່ນ, ມັກສັງເກດ, ມັກຊອກຮູ້ຊອກຫາຕ່າງໆນາໆ
ແລະ ອື່ນໆ…
ດັ່ງນັ້ນ ຄູຜູ້ສອນຈຳເປັນສຸດຈະຕ້ອງຈັດການຮຽນ-ການສອນຄະນິດສາດໃຫ້ຖືກຕ້ອງກັບຈຸດພິເສດຂອງນັກຮຽນ
ເພາະວ່າ ນັກຮຽນຈະຮຽນໄດ້ກໍ່ຕໍ່ເມື່ອໄດ້ເຫັນວັດຖຸຈິງ ( ຮູບປະທຳ
) ໄປສູ່ເຄິ່ງນາມມະທຳ ແລະ ສັນຍາລັກ. ຈາກຄວາມຮູ້
ແລະ ປະສົບການຂອງນັກຮຽນກ່ອນເຂົ້າໂຮງຮຽນໄດ້ພົວພັນກັບຄວາມຮູ້ທາງຄະນິດສາດເຊັ່ນ:
ການນັບ, ການຫຼີ້ນແກ່ນໝາກຂາມ, ການປຽບທຽບສັ້ນຍາວ ( ການຫຼີ້ນໄມ້ຕີຫົວປາຄໍ່
) ການແລກປ່ຽນ ( ຫຼິ້ນຊື້ຂາຍ ) ເຊິ່ງຄູຜູ້ສອນຄວນຄຳນຶງເຖິງຄວາມຮູ້ເບື້ອງຕົ້ນຂອງນັກຮຽນຜ່ານມາໃຫ້ມາປະສົມປະສານເຂົ້າໃນການຮຽນ-ການສອນວິຊາຄະນິດສາດ ແລະ ເນັ້ນໃສ່ການພັດທະນາ 3 ດ້ານໄປພ້ອມກັນຄື:
- ການພັດທະນາແນວຄວາມຄິດທາງຄະນິດສາດ
- ການພັດທະນາດ້ານທັກສະທາງຄະນິດສາດ
- ການພັດທະນາວິທີການນຳໃຊ້ຄະນິດສາດ
ສາຍມັດທະຍົມສຶກສາເປັນສາຍໜຶ່ງທີ່ມີຄວາມສຳຄັນໃນການສຶກສາຢູ່ໃນສັງຄົມມະນຸດຊາດເຮົາ
ທີ່ພັກ-ລັດເຮົາໄດ້ເລັງ
ໃສ່ແຜນຍຸດທະສາດດ້ານການພັດທະນາການສຶກສາຂັ້ນພື້ນຖານຄື: ສາຍອະນຸບານສຶກສາ,
ປະຖົມສຶກສາ ແລະ ມັດທະຍົມສຶກສາຈົນກ້າວໄປເຖິງວິຊາຊີບສຶກສາ.
ໂຮງຮຽນມັດທະຍົມສົມບູນລະຄອນສີ ເປັນໂຮງຮຽນທີ່ຂຶ້ນກັບຫ້ອງສຶກສາທິການ ແລະ ກິລາເມືອງລະຄອນເພັງ
ແຂວງສາລະວັນ ເຊິ່ງມີນັກຮຽນທັງໜົດ 55 ຄົນ, ຍິງ 20 ຄົນ, ນັກຮຽນສ່ວນໃຫຍ່ແມ່ນມາຈາກຫຼາຍບ້ານທີ່ມີພາສາສຳນຽງຄ້າຍຄືກັນ,
ຊໍ່າອາຍຸແຕກຕ່າງກັນ, ສ່ວນຫຼາຍແມ່ນລູກຊາວນາ,
ພໍ່ຄ້າຊາວຂາຍ ແລະ ພະນັກງານ, ສ່ວນໃຫຍ່ໂຮງຮຽນທີ່ນອນໃນເທດສະບານຂອງເມືອງ.
ສະພາບການນຸ່ງຖືຂອງນັກຮຽນມີຄວາມເປັນລະບຽບຮຽບຮ້ອຍຈົບງາມ, ມີມາລະຍາດດີ, ການເວົ້າຈາສຸພາບ, ການໃຫ້ຄວາມເຄົາລົບຕໍ່ຄູອາຈານກໍ່ດີ, ນັກຮຽນສ່ວນໃຫຍ່ມີຄວາມລ້າເລີງແຈ່ມໃສ
ແຕ່ເຖິງຢ່າງໃດກໍ່ຕາມການພັດທະນາທາງດ້ານການສຶກສາໃນໂຮງຮຽນແຫ່ງນີ້ຍັງມີຄວາມແຕກຕ່າງທາງດ້ານມັນສະໜອງ
( ການພັດທະນາຂອງມັນສະ
ໝອງໄວ - ຊ້າ )
ສະນັ້ນ ນັກຮຽນແຕ່ລະຄົນບໍ່ວ່າຊັ້ນຮຽນໃດຂອງໂຮງຮຽນແຫ່ງນີ້ຈິ່ງເປັນໜ້າສົນໃຈໃຫ້ແກ່ຄູ-ອາຈານຜູ້ສອນ ທີ່ຈະຕ້ອງສຶກສາຄົ້ນຄວ້າຊອກຫາຈຸດດີ - ຈຸດບົກຜ່ອງຂອງນັກຮຽນ
ເພື່ອນຳມາແກ້ໄຂ ແລະ ພັດທະນາດ້ານການຮຽນ-ການສອນຂອງຄູໃຫ້ດີຂຶ້ນເທື່ອລະກ້າວ.
ການຮຽນ-ການສອນໃນທຸກລາຍວິຊາແມ່ນມີຄວາມສຳຄັນເທົ່າໆກັນຕໍ່ກັບການພັດທະນາການສຶກສາກໍ່ຄືການພັດທະນາປະເທດຊາດ.
ດັ່ງນັ້ນ ໃນນາມທີ່ເປັນນັກສຶກສາລະບົບ 12+2 ສາຍຄູຄະນິດສາດທີ່ໄດ້ລົງເຝິກຫັດສອນໃນໄລຍະ
10 ອາທິດ ຢູ່ທີ່ໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງແຂວງສາລະວັນ
ຂອງສົກຮຽນ 2013-2014. ຈິ່ງມີຄວາມສົນໃຈໃນການພັດທະນາຄວາມຮູ້ດ້ານວິຊາສະເພາະປະກອບກັບການເຝິກຫັດສອນຕົວຈິງໃນແຕ່ລະວິຊາຮຽນໃນຊັ້ນມັດທະຍົມ
ໂດຍສະເພາະແມ່ນວິຊາຄະນິດສາດ ຫ້ອງ ມ 3 ທີ່ທີມງານວິໄຈພວກຂ້າພະເຈົ້າມີຄວາມສົນໃຈຢາກປັບປຸງ
ແລະ ພັດທະນາການຮຽນ-ການສອນໃຫ້ດີຂຶ້ນ ເພື່ອນຳເອົາເປັນບົດຮຽນປະກອບເຂົ້າໃນອາຊີບຄູໃນອານາຄົດໄດ້.
ຕະຫຼອດໄລຍະຂອງການລົງເຝິກຫັດສອນຕົວຈິງ 10 ອາທິດ ທີມງານການວິໄຈພວກຂ້າພະເຈົ້າໄດ້ຈັບເອົາບັນຫາຈາກການລາຍງານຂອງຄູລາຍວິຊາຄະນິດສາດ
ຫ້ອງ ມ 3 ບົດທີ 21: ຄວາມຖີ່ຂອງຂໍ້ມູນ,
ຜ່ານມາຄູເກົ່າໄດ້ດຳເນີນການຮຽນ-ການສອນແບບດາວ 5 ແຈເຂົ້າໃນການສອນວິຊາຄະນິດສາດ ເພາະວ່າ:
ວິທີສອນແບບດາວ 5 ແຈແມ່ນຂະບວນການທາງຍຸດທະວິທີການສອນຕ່າງໆ
ຢ່າງປະສົມປະສານກັນໃນຊົ່ວໂມງສອນໃດໜຶ່ງ ເພື່ອເຮັດໃຫ້ການຮຽນໄດ້ບັນລຸເປົ້າໝາຍຕາມຈຸດປະສົງທີ່ວາງໄວ້ເຊັ່ນ:
ການໃຊ້ຄຳຖາມ, ການໃຊ້ອຸປະກອນ, ການຈັດກຸ່ມ, ການຈັດກິດຈະກຳ ແລະ ການສອນຕິດພັນກັບຊີວິດປະຈຳວັນ.
ເຊິ່ງໄດ້ພົບບັນຫາທີ່ເກີດຂຶ້ນໃນຊ່ວງດຳເນີນການຮຽນ-ການສອນໃນພາກຮຽນທີ 2 ມີນັກຮຽນຈຳນວນ
2 ຄົນ, ທັກສະການຄິດຄຳນວນມີຄວາມສຳຄັນຕໍ່ການຮຽນຮູ້ໃນວິຊາຄະນິດສາດເປັນຢ່າງຫຼາຍນັກຮຽນສ່ວນໃຫຍ່ຍັງຂາດທັກສະໃນການຄິດຄຳນວນເຊິິ່ງມີຫຼາຍສາຍເຫດດັ່ງນີ້:
-
ພື້ນຖານການຮຽນຮູ້ຂອງນັກຮຽນຍັງບໍ່ຄ່ອຍດີ
-
ນັກຮຽນຂາດການຄົ້ນຄວ້າໃນການຄິດທີ່ຕໍ່ເນື່ອງ
-
ນັກຮຽນມີທັກສະການຄິດຄຳນວນໃນຂັ້ນພື້ນຖານທີ່ບໍ່ຖືກຕ້ອງ
ດັ່ງນັ້ນ ຄູປະຈຳວິຊາຈິ່ງພະຍາຍາມຊອກຫາວິທີສອນຫຼາຍວິທີເພື່ອຊ່ວຍເຂົ້າໃນການດຳເນີນການຮຽນ-ການສອນວິຊາຄະນິດສາດ
ຊັ້ນ ມ 3 ບົດທີ 22:
ຄວາມຖີ່ ໂດຍນຳໃຊ້ວິທີສອນແບບທົດລອງ
ເຊິ່ງວ່າການສອນແບບທົດລອງ ເປັນວິທີການສອນທີ່ມຸ້ງໃຫ້ຜູ້ຮຽນດ້ວຍການກະທຳ ຫຼື ດ້ວຍການສັງເກດ,
ເປັນການນຳເອົາຮູບປະທຳ ມາອະທິບາຍນາມມະທຳ ຜູ້ຮຽນຈະຄົ້ນຄວ້າຫາຂໍ້ສະຫຼຸບຈາກການທົດລອງນັ້ນດ້ວຍຕົນເອງ
ວິທີການສອນແບບທົດລອງນີ້ອາດຈະເຮັດເປັນກຸ່ມ ຫຼື ເປັນບຸກຄົນກໍ່ໄດ້ ທັງນີ້ກໍ່ຂຶ້ນກັບເນື້ອໃນ
ແລະ ຄວາມເໜາະສົມ. ຈາກທິດສະດີຂອງການສອນຈິ່ງເຮັດໃຫ້ທີມງານວິໄຈພວກຂ້າພະເຈົ້າມີຄວາມສົນໃຈທີ່ຢາກຄົ້ນຄວ້າ
ແລະ ຊອກວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງ, ສະນັ້ນ ທີມງານການວິໄຈຈິ່ງຕົກລົງຕັ້ງຫົວຂໍ້ການວິໄຈວ່າ:
“ ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ນັກຮຽນຫ້ອງ
ມ3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ທີ່ໄດ້ຮັບການສອນແບບທົດລອງ”
2. ຈຸດປະສົງຂອງການວິໄຈ
- ເພື່ອປຽບທຽບຜົນສຳເລັດທາງການຮຽນວິຊາຄະນິດສາດຂອງນັກຮຽນຫ້ອງ ມ 3 ທີ່ໃດ້ຮັບການສອນແບບທົດລອງ.
- ເພື່ອປັບປຸງແກ້ໄຂການຮຽນ-ການສອນໃນລາຍວິຊາຄະນິດສາດໃຫ້ດີຂຶ້ນກວ່າເກົ່າ
3.
ຂອບເຂດຂອງການວິໄຈ
3.1. ປະຊາກອນ ແລະ ກຸ່ມຕົວຢ່າງ
ການວິໄຈ-ສຳມະນາຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນກັບທີມງານວິໄຈຂ້າພະເຈົ້າທີ່ໄດ້ລົງເຝິກຫັດສອນ ແລະ ປະຕິບັດການວິໄຈໄປຄຽງຄູ່ກັນຈົນສາມາດຈັບເອົາບັນຫາທີ່ເກີດໃນການຮຽນ-ການສອນວິຊາຄະນິດສາດ ແລະ ໄດ້ເລືອກເອົາຫ້ອງມ 3 ເປັນເປົ້າໝາຍເຮັດການວິໄຈ ເຊິ່ງມີນັກຮຽນທັງໜົດ 55 ຄົນ, ຍິງ 20 ຄົນ
ໃນນັ້ນມີນັກຮຽນເປົ້າໝາຍ 2 ຄົນ,
ຍິງ 1 ຄົນ.
3.2. ເນື້ອໃນທີ່ນຳການສອນຄື:
ວິຊາຄະນິດສາດຊັ້ນມັດທະຍົມສຶກສາ ປີທີ 3
ບົດທີ 21 : ຄວາມຖີ່ຂອງຂໍ້ມູນ
ບົດທີ22: ຄວາມຖີ່ສະສົມຂອງຂໍ້ມູນ
3.3. ວິທີການສອນ ແບບທົດລອງ
ການຮຽນ-ການສອນກ່ຽວກັບຫົວຂໍ້:ຄວາມຖີ່ສະສົມຂອງຂໍ້ມູນໂດຍນຳໃຊ້ວິທີສອນແບບທົດລອງເຊິ່ງວ່າການສອນແບບທົດລອງ ເປັນວິທີການສອນທີ່ມຸ້ງໃຫ້ຜູ້ຮຽນດ້ວຍການກະທຳ
ຫຼື ດ້ວຍການສັງເກດ, ເປັນການນຳເອົາຮູບປະທຳ ມາອະທິບາຍນາມມະທຳ ຜູ້ຮຽນຈະຄົ້ນຄວ້າຫາຂໍ້ສະຫຼຸບຈາກການທົດລອງນັ້ນດ້ວຍຕົນເອງ
ວິທີການສອນແບບທົດລອງນີ້ອາດຈະເຮັດເປັນກຸ່ມ ຫຼື ເປັນບຸກຄົນກໍ່ໄດ້ ທັງນີ້ກໍ່ຂຶ້ນກັບເນື້ອໃນ
ແລະ ຄວາມເເໜະສົມ. ຈຸດປະສົງການຳໃຊ້ວິທີການສອນທົດລອງນີ້ແມ່ນ:
- ເພື່ອໃຫ້ຜູ້ຮຽນໄດ້ທົດລອງ ແລະ ຄົ້ນຫາມະໂນພາບດ້ວຍຕົນເອງ
- ເພື່ອເຝິກໃຫ້ຜູ້ຮຽນຮູ້ຈັກການເຮັດວຽກເປັນກຸ່ມດ້ວຍການທົດລອງຮ່ວມກັນ
- ເພື່ອເຝິກຜົນໃຫ້ຜູ້ຮຽນມີການສັງເກດ ແລະ ຮູ້ຈັກບັນທຶກຜົນ
·
ເທັກນິກໃນການໃຊ້ຄໍາຖາມ:
ການຕັ້ງຄໍາຖາມເປັນເລື່ອງທີ່ຈໍາເປັນໃນການສອນ,
ທັງນີ້ເພື່ອວ່າຜູ້ສອນຈະໄດ້ຄົ້ນຫາຄຳຕອບຈາກຜູ້ຮຽນວ່າຄວາມຄິດ
ແນວໃດໃນເລື່ອງນັ້ນ ແລະ
ເຂົ້າໃຈພຽງໃດ.
ການຕັ້ງຄຳຖາມທີ່ດີຈະເປັນເຄື່ອງມືຊ່ວຍເຫຼືອໃຫ້ຜູ້ຕອບພັດທະນາຄວາມຄິດຈົນຊອກຫາຄຳຕອບ
ແລະ ສະຫຼຸບໄດ້ ຜູ້ສອນຈະຕ້ອງມີສິລະປະໃນການໃຊ້ຄຳຖາມ
ເພື່ອເສີມສ້າງຄວາມສາມາດໃນທາງຄວາມຄິດເຫັນແກ່ຜູ້ຮຽນ. ລັກສະນະຄຳຖາມໄດ້ສະເໜີມາ
ລັກສະນະຄຳຖາມທີ່ດີ.
- ເປັນຄຳຖາມຊັດເຈນມີຄວາມໝາຍທີ່ແນ່ນອນ
- ບໍ່ງ່າຍບໍ່ຍາກເກີນໄປ ເໝາະສົມກັບເນື້ອໃນນັ້ນ ແລະ
ເໜາະສົມກັບໄວອາຍຸ ຕະຫຼອດຈົນລະດັບຊັ້ນຂອງຜູ້ຮຽນ
- ບໍ່ຄວນເປັນຄຳຖາມຊ້ອນຄຳຖາມ, ຄວນຈະຖາມເທື່ອລະປະໂຫຍກ ເຊັ່ນ:
ມາດຕາສ່ວນແມ່ນຫຍັງ ?
ວິທີຄິດໄລ່ແນວໃດ ?
- ບໍ່ຄວນເປັນຄຳຖາມແບບປະຕິເສດ
- ບໍ່ຄວນເປັນຄຳຖາມໜໍ່າ
- ຄຳຖາມທີ່ດີຄວນເປັນຄຳຖາມທີ່ພັດທະນາຄວາມຄິດ
- ຄຳຖາມອາດຈະຖາມໃຫ້ມີຄຳຕອບຖືກ ຫຼື ຜິດ
·
ເທັກນິກການສ້າງແຮງຈູງໃຈ:
ໃນຊີວິດປະຈໍາວັນຂອງພວກເຮົາ,
ເມື່ອເຮົາເຮັດສິ່ງໃດກໍຍ່ອມຕ້ອງການຄວາມສຳເລັດ,
ເມື່ອເກີດຄວາມສຳເລັດແລ້ວກໍ
ເຮັດໃຫ້ເກີດຄວາມພໍໃຈ ແລະ
ມີກຳລັງໃຈໃນການປະຕິບັດວຽກງານດີ ອັນເປັນຜົນສົ່ງໃຫ້ເກີດແຮງຈູງໃຈແກ່ຜູ້ຮຽນ.
ດ້ວຍເຫດນີ້ຜູ້ສອນຈິ່ງຕ້ອງສຶກສາວ່າເຮັດແນວໃດຈິ່ງຈະສ້າງແຮງຈູງໃຈໃຫ້ແກ່ຜູ້ຮຽນໄດ້.
ຜູ້ຮຽນຈະເກີດແຮງຈູງໃຈໄດ້ກໍຕໍ່ເມື່ອ:
-
ຜູ້ຮຽນໄດ້ຮັບການຍອມຮັບຈາກຜູ້ສອນ
ຫຼື ຈາກເພື່ອນເຊັ່ນ ຜູ້ຮຽນແກ້ໂຈດບັນຫາຄະນິດສາດທີ່ຍາກທີ່ສູດໄດ້, ຜູ້ສອນ ແລະ ເພື່ອນກໍສະແດງການຍ້ອງຍໍ
ຫຼື ສະແດງຄໍາວ່າເກັ່ງຫຼາຍ.
-
ຜູ້ຮຽນປະສົບຄວາມສຳເລັດ,
ເລື່ອງນີ້ຜູ້ສອນຄວນພິຈາລະນາເຊັ່ນ ຜູ້ຮຽນອ່ອນທາງຄະນິດສາດ,
ຜູ້ສອນຄວນຄຳນຶງເຖິງໂຈດບັນຫາທີ່ໃຫ້ນັກຮຽນແກ້,
ຄວນໃຊ້ໂຈດທີ່ງ່າຍໄປຫາຍາກເພື່ອຜູ້ຮຽນຈະໄດ້ປະສົບຄວາມສຳເລັດເປັນຂັ້ນໆໄປ
ກໍຈະເຮັດໃຫ້ເກີດແຮງຈູງໃຈຢາກຮຽນຕໍ່ໄປ.
-
ຜູ້ສອນຊີ້ໃຫ້ເຫັນປະໂຫຍດຂອງຄວາມຮູ້ທີ່ໄດ້ຮັບນັ້ນວ່າ
ຈະນຳໄປໃຊ້ໃນເວລາຕໍ່ໄປແນວໃດ ແລະ ຈະໃຊ້ກັບວິຊາອື່ນໆແນວໃດ.
-
ຜູ້ສອນຈັດກິດຈະກຳການສອນ-ການຮຽນໄດ້ເໜາະສົມເຊັ່ນ:
ການຊອກສື່ການສອນ-ການຮຽນມາປະກອບ, ການໃຊ້ຄະນິດສາດນັນທະນາການເຊັ່ນ ການຮ້ອງເພງ, ເກມ,
ການແຂ່ງຂັນອື່ນໆເຂົ້າຊ່ວຍ.
-
ຜູ້ສອນມອບໝາຍວຽກທີ່ທ້າທາຍໃຫ້ຜູ້ຮຽນເຮັດ.
-
ຜູ້ຮຽນໄດ້ອ່ານ, ໄດ້ຟັງ,
ເບິ່ງຮູບເງົາ, ຟັງວິທະຍຸ, ເບິ່ງໂທລະພາບ, ອ່ານວາລະສານກ່ຽວກັບຄະນິດສາດ,
ເພາະຜູ້ຮຽນຈະໄດ້ເອົາເລື່ອງຕ່າງໆເຫຼົ່ານັ້ນ ມາສຳພັນກັບເນື້ອໃນທີ່ຮຽນໃນປະຈຸບັນ.
-
ຜູ້ຮຽນສາມາດຄົ້ນພົບຄຳຕອບດ້ວຍຕົນເອງ
-
ຜູ້ສອນຊີ້ໃຫ້ເຫັນວ່າຜູ້ຮຽນຄະນິດສາດນັ້ນຈະມີໂອກາດປະກອບອາຊີບແນວໃດ?
-
ຜູ້ສອນສ້າງແຮງຈູງໃຈດ້ວຍຕົວຜູ້ສອນເອງ,
ບຸກຄະນິກທ່າທາງຂອງຜູ້ສອນ, ການປະຕິບັດຕົນເອງເປັນແບບຢ່າງທີ່ດີຕະຫຼອດຈົນວິທີການສອນ
ແລະ ເທັກນິກການສອນ, ການມີມະນຸດສຳພັນທີ່ດີ
ຈະເປັນແຮງຈູງໃຈໃຫ້ຜູ້ຮຽນສົນໃຈຢາກຮຽນວິຊາຄະນິດສາດຫຼາຍຂຶ້ນ.
·
ເທັກນິກການເສີມແຮງຈູງໃຈ:
ການເສີມແຮງຈູງໃຈເປັນສິ່ງສໍາຄັນໃນການສອນ-ການຮຽນ
ເພາະເມື່ອຜູ້ຮຽນຮັບຮູ້ວ່າພຶດຕິກຳທີ່ສະແດງອອກນັ້ນເປັນທີ່ຍອມຮັບ
ກໍຈະເຮັດໃຫ້ເກີດກຳລັງໃຈທີ່ຈະດຳເນີນປະຕິບັດເລື່ອງອື່ນໆຕໍ່ໄປ.
ຜູ້ສອນເປັນຜູ້ທີ່ມີບົດບາດສຳຄັນຍິ່ງ ໃນເລື່ອງການເສີມແຮງ ແຕ່ຜູ້ສອນຈະຕ້ອງເບິ່ງໃຫ້ເໝາະສົມ
ທັງນີ້ກໍເພື່ອເຮັດໃຫ້ເກີດກຳລັງໃຈໃນການຮຽນຕໍ່ໄປເລື້ອຍໆ.
ວິທີການເສີມແຮງອາດປະຕິບັດດັງນີ້:
-
ການຊົມເຊີຍໃນຂະນະທີ່ຜູ້ຮຽນກຳລັງປະຕິບັດຢູ່
ເຊັ່ນ: ຜູ້ສອນໃຫ້ຜູ້ຮຽນອອກແກ້ໂຈດຢູ່ກະດານ. ເມື່ອຜູ້ຮຽນແກ້ໄດ້ຖືກຕ້ອງ
ກໍອາດຈະໃຊ້ທ່າທາງປະກອບດ້ວຍການງຶກຫົວ ຫຼື ໃຊ້ວາຈາປະກອບວ່າ ດີຫຼາຍ, ຖືກຕ້ອງແລ້ວ.
ເມື່ອຜູ້ຮຽນເຮັດສິ່ງໃດຖືກຕ້ອງກໍຕ້ອງຊົມເຊີຍທັນທີ,
ແຕ່ຢ່າໃຫ້ການຊົມເຊີຍໂລດໂຜນ ແລະ ຖ້າແກ້ໂຈດບໍ່ຖືກຕ້ອງກໍຄວນພະຍາຍາມໃຊ້ຄຳເວົ້າເຊັ່ນ
ນ້ອງກຳລັງຈະແກ້ໄດ້ຖືກຕ້ອງແລ້ວພະຍາຍາມຕໍ່ໄປອີກໜ້ອຍໜຶ່ງ.
-
ການຍົກຍ້ອງຄວາມສາມາດເຊັ່ນ
ເມື່ອຜູ້ຮຽນໄປສ້າງຊື່ສຽງໃຫ້ແກ່ສະຖາບັນການສຶກສາຂອງຕົນດ້ວຍການສອບແຂ່ງຂັນ ຫຼື
ຕອບບັນຫາຊະນະຜູ້ສອນຈະຕ້ອງຍ້ອງຍໍຊົມເຊີຍ.
-
ການໃຫ້ລາງວັນ,
ເລື່ອງນີ້ຜູ້ສອນຕ້ອງລະວັງຢ່າໃຫ້ລາງວັນຈົນເຟິ້ ຈົນບໍ່ມີຄວາມໝາຍ.
-
ການສົ່ງຜົນງານທີ່ກວດແລ້ວກັບຄືນໄປໃຫ້ຜູ້ຮຽນ
ຄວນໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ເພາະຖ້າຜູ້ຮຽນແກ້ໄດ້ຖືກຕ້ອງກໍຈະເປັນການເສີມແຮງ.
-
ການຍົກຕົວຢ່າງປຽບທຽບເຊັ່ນ
ຜູ້ຮຽນທໍ້ຖອຍຕໍ່ການຮຽນ ເພາະບັນຫາທາງດ້ານຄອບຄົວ, ດ້ານເສດຖະກິດ
ຜູ້ສອນຕ້ອງພະຍາຍາມຍົກຕົວຢ່າງຊີວິດຂອງບຸກຄົນຕ່າງໆ
ທີ່ເຂົາສາມາດເອົາຊະນະອຸປະສັກໄດ້ເພື່ອເສີມແຮງໃຫ້ແກ່ຜູ້ຮຽນ.
-
ການບອກຈຸດປະສົງໃຫ້ແກ່ຜູ້ຮຽນ,
ຜູ້ສອນຕ້ອງການໃຫ້ຜູ້ຮຽນເຮັດຫຍັງ ເພາະຖ້າຜູ້ຮຽນເຮັດໄດ້ຊ້າກໍຈະເກີດຄວາມທໍ້ຖອຍ,
ຜູ້ສອນຈະຕ້ອງເສີມແຮງໃຫ້ຜູ້ຮຽນເຮັດໃຫ້ຖືກຕ້ອງ ແລະ ເພີ່ມຄວາມໄວຂຶ້ນ.
-
ການພະຍາຍາມເຮັດໃຫ້ຜູ້ຮຽນຮູ້ສຶກພາກພູມໃຈ
ໃນຜົນງານຂອງເຂົາ, ຖ້າຜູ້ຮຽນປະສົບຄວາມສໍາເລັດໃນລະດັບສູງຜູ້ສອນກໍອາດຈະເວົ້າວ່າ ດີເລີດ,
ດີຫຼາຍ, ນ້ອງເຮັດໄດ້ດີ ແລະ ວ່ອງໄວທີ່ສຸດ
ເຖິງຢ່າງໃດກໍຕາມການເສີມແຮງຈະມີປະສິດທິພາບກໍ່ຕໍ່ເມື່ອເປັນການເສີມແຮງໃນເວລາກຳລັງຮຽນ
ແລະ ຜູ້ຮຽນປະຕິບັດໄດ້ຜົນຕາມຄວາມຕ້ອງການ
ໃນເວລານັ້ນເປັນການເສີມແຮງທີ່ຕິດຕາມການອອກມາທັນທີ
ຫຼັງຈາກພຶດຕິກໍາທີ່ຕ້ອງການເກີດຂຶ້ນເຊັ່ນ ຜູ້ສອນອາດສະແດງທ່າທາງ,
ໃຊ້ວາຈາເສີມແຮງທັນທີ ເມື່ອຜູ້ຮຽນເຮັດໄດ້ດີ ແລະ ຖືກຕ້ອງ.
-
ເປັນການເສີມແຮງທີ່ສຳພັນກັບພຶດຕິກຳທີ່ຕ້ອງການ
-
ເປັນການເສີມແຮງດ້ວຍການຊີ້ແນະແນວທາງ
ຫຼື ໃຊ້ຄຳເວົ້າໃນພຶດຕິກຳທີ່ບໍ່ຕ້ອງການ
4. ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ
ຜ່ານການດຳເນີນການວິໄຈ ໃນຫົວຂໍ້:
“ຜົນສຳເລັດທາງການຮຽນຄະນິດສາດເລື່ອງ: ຄວາມຖີ່ ນັກຮຽນຫ້ອງ ມ 3 ກ ຂອງໂຮງຮຽນມັດທະຍົມສົມບູນລະຄອນສີ ເມືອງລະຄອນເພັງ ທີ່ໄດ້ຮັບການສອນແບບທົດລອງ” ສະຫຼຸບໄດ້ຈາກຜົນການວິໄຈຄັ້ງນີ້ຄື:
ປະສົບການໃນການເຮັດບົດວິໄຈ, ຮູ້ຈັກວິທີເຮັດວຽກເປັນທີມ,
ຮູ້ວິທີການວາງແຜນໃນການເຮັດບົດວິໄຈ, ປັບປຸງກິດຈະກຳການຮຽນ-ການສອນເມື່ອນັກຮຽນບໍ່ໄດ້,
ແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນ, ຂັ້ນຕອນຕ່າງໆໃນການດຳເນີນການວິໄຈ,
ວິທີສອນແບບທົດລອງ ແລະ ວິທີເກັບກຳຂໍ້ມູນຕ່າງໆມາເຮັດວິໄຈ.
ຜູ້ຮຽນສາມາດຄົ້ນຄວ້າຫາຄວາມຈິງດ້ວຍຕົນເອງ, ເກີດຄວາມສົນໃຈ ແລະ ຢາກຮຽນວິຊາຄະນິດສາດ, ຜູ້ຮຽນມີອິດສະຫຼະໃນການເຮັດວຽກເປັນກຸ່ມ ແລະ ໄດ້ລົງມືດ້ວຍຕົນເອງ, ຊ່ວຍໃຫ້ຜູ້ຮຽນເຮັດວຽກຮ່ວມກັນ, ຮູ້ຈັກແລກປ່ຽນບົດຮຽນ, ແລກປ່ຽນຄວາມຄິດເຫັນນຳໝູ່ນັກຮຽນດ້ວຍກັນ, ເມື່ອຜູ້ຮຽນມີຜົນສຳເລັດໃນການທົດລອງ ກໍຈະເກີດກໍ່າລັງໃຈໃນການຮຽນ ແລະ ເປັນການແລກປ່ຽນການຮຽນຈາກຮູບປະທຳໄປສູ່ນາມມະທຳ.
5.ວິທີສອນໃນໄລຍະການລົງເຝິກຫັດ
ຕະຫຼອດໄລຍະຂອງການເຝິກຫັດ ທີມງານການວິໄຈພວກຂ້າພະເຈົ້າໄດ້ມີຄວາມພາກພູມໃຈຍ່າງຍິ່ງຫາອັນປຽບບໍ່ໄດ້ທີ່
ໄດ້ຮັບການມອບໝາຍວຽກວິຊາການຈາກຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນລະຄອນສີ
ເມືອງລະຄອນເພັງ ແຂວງສາລະວັນ ເວົ້າສະເພາະແມ່ນວຽກສິດສອນຂອງຕົນຄື: ວິຊາຄະນິດສາດ
ແລະ ພ້ອມກັນນັ້ນທີມງານກໍ່ໄດ້ດຳເນີນການວິໄຈ-ສຳມະນາໄປພ້ອມໆກັນອີກດ້ວຍ.
ການຮຽນ-ການສອນຄະນິດສາດຊັ້ນມັດທະຍົມແມ່ນມີຄວາມໝາຍ ແລະ ຄວາມສຳຄັນຫຼາຍຕໍ່ຄູຜູ້ສອນ
ແລະ
ຜູ້ຮຽນ
ສະນັ້ນ ຂ້າພະເຈົ້າທີມງານການວິໄຈ ຈິ່ງວາງແຜນການດຳເນີນການຮຽນ-ການສອນວິຊາຄະນິດສາດ
ຫ້ອງ ມ 3 ແລະ ໄດ້ຮັບການຮ່ວມມືຈາກຄູປະຈຳວິຊາ
( ຄູເກົ່າ ) ແລະ ວິຊາການໂຮງຮຽນບ່ອນລົງເຝິກຫັດເປັນຍ່າງດີເຊັ່ນ:
ການແຕ່ງແຜນການສອນໄລຍະຍາວ, ແຕ່ງບົດສອນປະຈຳບົດ,
ຜະລິດສື່ການສອນ, ການສອນທົດລອງ ແລະ ການນຳເອົາບົດສອນໄປຜ່ານກ່ອນ
24 ຊົ່ວໂມງກ່ອນຂຶ້ນຫ້ອງສອນ.
ຜ່ານການດຳເນີນການຮຽນ-ການສອນ ວິຊາຄະນິດສາດ ບົດທີ21: ຄວາມຖີ່ ຂອງຂໍ້ມູນໃຊ້ເວລາ 120 ນາທີ, ເຊິ່ງນຳໃຊ້ວິທີສອນແບບທົດລອງໂດຍເນັ້ນເອົານັກຮຽນເປັນໃຈກາງ.
5.1 ຂັ້ນນໍາເຂົ້າສູ່ບົດຮຽນ:
ຄູໄດ້ຕັ້ງຄຳຖາມສົນທະນາກັບນັກຮຽນຄືນໃນບົດຮຽນທີ່ຜ່ານມາ
ແລະ ຕາງໜ້ານັກຮຽນລຸກຕອບ 1-2
ຄົນແລ້ວຄູກໍສະຫຼຸບບົດຮຽນຄືນ.
5.2 ຂັ້ນສອນບົດໃໝ່:
ໃນເວລາດຳເນີນການຮຽນ-ການສອນຄູແບ່ງນັກຮຽນອອກເປັນກຸ່ມຕາມຄວາມເໝາະສົມ, ຄູສະເໜີຫົວຂໍ້ ແລະ ຈຸດປະສົງຂອງບົດຮຽນສູ່ນັກຮຽນຟັງແລ້ວເລີ່ມເຂົ້າສູ່ກິດຈະກຳຂອງບົດຮຽນໃໝ່
( ກິດຈະກຳ 1 ) ແມ່ນຄູໄດ້ສະເໜີບົດຮຽນຕາມປຶ້ມແບບຮຽນ ແລະ ໃບກິດຈະກຳເປັນກຸ່ມ ( ໃບຄຳຖາມ ), ຄູ ແລະ ນັກຮຽນໄດ້ສົນທະນາກ່ຽວກັບຜົນຄະແນນປະຈຳເດືອນຂອງນັກຮຽນຫ້ອງ ມ 3 , ຄູຍົກຄະແນນໃຫ້ນັກຮຽນເບິ່ງ,
ຄູອ່ານຄຳຖາມໃຫ້ນັກຮຽນຟັງ ແລະ ໄດ້ແນະນໍາຂັ້ນຕອນຂອງການແກ້ກິດຈະກຳໂດຍສະເພາະແມ່ນການຕື່ມຕົວເລກໃສ່ຕາຕະລາງ ເຊັ່ນ:
ກິດຈະກຳ 1: ຄູສະເໜີກິດຈະກຳໃຫ້ນັກຮຽນຮູ້
1. ຂໍ້ມູນຕໍ່ໄປນີ້ແມ່ນຄະແນນກວດກາວິຊາຄະນິດສາດປະຈຳເດືອນຂອງນັກຮຽນຫ້ອງ ມ 3 ມີດັ່ງນີ້:
10,
10, 2, 3, 10, 3, 8, 9, 7, 3, 5, 3
5, 8, 7,
6, 2, 10, 4, 1, 3, 2, 4, 5
9, 4, 5,
6, 7,
8, 7, 4, 5, 9, 8, 2
1.
ອີງໃສ່ຂໍ້ມູນເບື້ອງເທິງແລ້ວຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
|
ຄະແນນ
|
1
|
2
|
3
|
4
|
5
|
6
|
7
|
8
|
9
|
10
|
|
ຄວາມຖີ່
|
1
|
4
|
5
|
……
|
……
|
……
|
……
|
……
|
……
|
…
|
|
ຄວາມຖີ່ສະສົມ
|
1
|
5
|
10
|
……
|
……
|
……
|
……
|
……
|
……
|
…
|
ຄູອະທິບາຍກິດຈະກຳໂດຍອີງໃສ່ຂໍ້ມູນເບື້ອງເທິງ ເຮົາມີ:
|
ຄະແນນ
|
1
|
|
3
|
4
|
5
|
6
|
7
|
8
|
9
|
10
|
|
|
|
4
|
5
|
……
|
……
|
……
|
……
|
……
|
……
|
…
|
|
|
|
5
|
10
|
……
|
……
|
……
|
……
|
……
|
……
|
…
|
ຂໍ້ມູນເດີມ:
10, 10, 2, 3, 10, 3, 8, 9, 7, 3, 5, 3
5, 8, 7,
6, 2, 10, 4, 1, 3, 2, 4, 5
9, 4, 5,
6, 7,
8, 7, 4, 5, 9, 8, 2
-
ນັກຮຽນສັງເກດການອະທິບາຍຂອງຄູ ແລະ ແຕ່ລະກຸ່ມພາກັນຄົ້ນຄວ້າ
-
ຕາງໜ້າກຸ່ມອອກແກ້ຢູ່ກະດານ ເຊັ່ນ:
ຜົນແກ້ກຸ່ມທີ 1, 2 ແລະ 3:
|
ຄະແນນ
|
1
|
2
|
3
|
4
|
5
|
6
|
7
|
8
|
9
|
10
|
|
ຄວາມຖີ່
|
1
|
4
|
5
|
4
|
|
2
|
4
|
4
|
3
|
|
|
ຄວາມຖີ່ສະສົມ
|
1
|
5
|
10
|
14
|
19
|
21
|
25
|
29
|
32
|
36
|
ຜົນແກ້ກຸ່ມທີ 4 ແລະ 5:
|
ຄະແນນ
|
1
|
2
|
3
|
4
|
5
|
6
|
7
|
8
|
9
|
10
|
|
ຄວາມຖີ່
|
1
|
4
|
5
|
4
|
5
|
2
|
4
|
4
|
3
|
4
|
|
ຄວາມຖີ່ສະສົມ
|
1
|
5
|
10
|
14
|
19
|
21
|
25
|
29
|
32
|
36
|
ຄູ ແລະ ນັກຮຽນພ້ອມກັນສະຫຼຸບຄຳຕອບຄືນ ກຸ່ມທີ່ແກ້ຖຶກຄູຊົມເຊີຍ ກຸ່ມທີ່ແກ້ຜິດຄູແນະນຳຕື່ມ
ສະຫຼຸບຄຳຕອບທີ່ຖືກຕ້ອງ ແມ່ນກຸ່ມ 1, 2 ແລະ
3 ແນະນຳນັກຮຽນຈົດເອົາເປັນບົດຮຽນໃສ່ປຶ້ມຂຽນຂອງໃຜລາວ.
ກິດຈະກຳທີ2: ຄູສະເໜີກິດຈະກຳໃຫ້ນັກຮຽນຮູ້
ແລະ ອະທິບາຍວິທີແກ້ເປັນຕົວຢ່າງ
1. ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນຄະແນນກວດກາວິຊາພາສາອັງກິດ ຂອງນັກຮຽນຫ້ອງ ມ 3
|
ຄະແນນ
|
1
|
2
|
3
|
4
|
5
|
6
|
7
|
8
|
9
|
10
|
|
ຄວາມຖີ່
|
2
|
4
|
7
|
8
|
6
|
4
|
4
|
2
|
5
|
3
|
|
ຄວາມຖີ່ສະສົມ
|
2
|
6
|
13
|
21
|
27
|
31
|
35
|
37
|
42
|
45
|
-
ຈົ່ງສັງເກດຕາຕະລາງແລ້ວຕອບຄຳຖາມຕໍ່ໄປນີ້:
ກ.
ນັກຮຽນຫ້ອງ ມ3 ມີຈັກຄົນ…?
ຂ. ຈົ່ງຊອກຄວາມຖີ່ສຳພັດ ສຳລັບຂໍ້ມູນແຕ່ລະຄ່າໂດຍຊອກອັດຕາສ່ວນລະຫວ່າງຈຳນວນນັກຮຽນທີ່ໄດ້ແຕ່
ລະຄະແນນ
ຄ. ຈົ່ງຄິດໄລ່ເປີເຊັນຄວາມຖີ່ສຳພັດສຳລັບຂໍ້ມູນແຕ່ລະຄ່າໂດຍອີງໃສ່ຂໍ້ມູນແຕ່ລະຄ່າໃສ່ກັບ 100.
ງ. ຈົ່ງຄິດໄລ່ຄວາມຖີ່ສະສົມສຳພັດຂອງແຕ່ລະຄະແນນໂດຍເອົາຜົນຫານລະຫວ່າງຄວາມຖີ່ສະສົມຂອງແຕ່ລະ
ຄະແນນໃຫ້ຈຳນວນນັກຮຽນທັງໜົດ
ຈ. ຈົ່ງຄິດໄລ່ເປີເຊັນຄວາມຖີ່ສຳພັດຂອງແຕ່ລະຄະແນນໂດຍການເອົາຜົນຄູນລະຫວ່າງຄວາມຖີ່ສະສົມສຳພັດ
ຂອງແຕ່ລະຄະແນນໃຫ້ຄົບຖ້ວນ 100
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ
|
ຄະແນນ
|
ຄວາມຖີ່
|
ຄວາມຖີ່ສະສົມ
|
ຄວາມຖີ່ສຳພັດ
|
ຄວາມຖີ່ສະສົມສຳພັດ
|
ເປີເຊັນຄວາມຖີ່ສຳພັດ %
|
ເປິເຊັນຄວາມຖີ່ສະສົມສຳພັດ
%
|
|
1
|
2
|
2
|
0,045
|
0,045
|
4,5
|
4,5
|
|
2
|
4
|
6
|
0,089
|
0,133
|
8,9
|
13,3
|
|
3
|
7
|
13
|
0,156
|
0,289
|
15,6
|
28,9
|
|
4
|
|
|
|
|
|
|
|
5
|
|
|
|
|
|
|
|
6
|
|
|
|
|
|
|
|
7
|
|
|
|
|
|
|
|
8
|
|
|
|
|
|
|
|
9
|
|
|
|
|
|
|
|
10
|
|
|
|
|
|
|
|
ລວມ
|
45
|
|
|
|
100
|
100
|
-
ນັກຮຽນແຕ່ລະກຸ່ມສົນທະນາກັນຄົ້ນຄວ້າ
-
ນັກຮຽນຕາງໜ້າກຸ່ມອອກແກ້ຢູ່ກະດານ1-2 ຄົນ
ຜົນການຄົ້ນຄວ້າຂອງແຕ່ລະກຸ່ມ
ແລະ ອອກແກ້ຢູ່ກະດານ ກຸ່ມທີ 1:
ບົດແກ້ກິດຈະກຳທີ2:
ຕາຕະລາງລຸ່ມນີ້ສະແດງເຖິງຂໍ້ມູນກ່ຽວກັບຄະແນນກວດກາວິຊາ ພາສາອັງກິດ ຫ້ອງມ 3 ຂອງໂຮງຮຽນມັດທະຍົມແຫ່ງໜຶ່ງ
|
ຄະແນນ
|
ຄວາມຖີ່
|
ຄວາມຖີ່ສະສົມ
|
|
1
|
2
|
2
|
|
2
|
4
|
6
|
|
3
|
7
|
13
|
|
4
|
8
|
21
|
|
5
|
6
|
27
|
|
6
|
4
|
31
|
|
7
|
4
|
35
|
|
8
|
2
|
37
|
|
9
|
5
|
42
|
|
10
|
3
|
45
|
1. ຈົ່ງສັງເກດຕາຕະລາງທີ 2 ແລ້ວຕອບຄຳຖາມຕໍ່ໄປນີ້
ກ. ນັກຮຽນຫ້ອງ ມ 3 ມີ 45 ຄົນ
ຂ. ຄວາມຖີ່ສຳພັດ = ຄວາມຖີ່ຂອງຂໍ້ມູນ ຫານໃຫ້ ຈຳນວນທັງໜົດ
ຄ.
ເປີເຊັນຄວາມຖີ່ສຳພັດ = ຄວາມຖີ່ສຳພັດ ຄູນໃຫ້ 100
ງ. ຄວາມຖີ່ສະສົມສຳພັດ = ຄວາມຖີ່ສະສົມ ຫານໃຫ້ ຈຳນວນທັງໜົດ
ຈ. ເປີເຊັນຄວາມຖີ່ສະສົມສຳພັດ = ຄວາມຖີ່ສະສົສຳພັດ ຄູນໃຫ້ 100
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ
|
ຄະແນນ
|
ຄວາມຖີ່
|
ຄວາມຖີ່ສະສົມ
|
ຄວາມຖີ່ສຳພັດ
|
ຄວາມຖີ່ສະສົມສຳພັດ
|
ເປີເຊັນຄວາມຖີ່ສຳພັດ
%
|
ເປິເຊັນຄວາມຖີ່ສະສົມສຳພັດ
%
|
|
1
|
2
|
2
|
0,045
|
0,045
|
4,5
|
4,5
|
|
2
|
4
|
6
|
0,089
|
0,133
|
8,9
|
13,3
|
|
3
|
7
|
13
|
0,156
|
0,289
|
15,6
|
28,9
|
|
4
|
8
|
21
|
0,178
|
0,467
|
17,8
|
46,7
|
|
5
|
6
|
27
|
0,133
|
0,606
|
13,3
|
60
|
|
6
|
4
|
31
|
0,09
|
0,689
|
9
|
68,9
|
|
7
|
4
|
35
|
0,09
|
0,778
|
9
|
77,8
|
|
8
|
2
|
37
|
0,089
|
0,822
|
4,5
|
82,2
|
|
9
|
5
|
42
|
0,11
|
0,933
|
11
|
93,3
|
|
10
|
3
|
45
|
0,067
|
1,000
|
|
100
|
|
ລ
|
45
|
|
|
|
100
|
100
|
ຜົນການຄົ້ນຄວ້າຂອງ ແລະ ອອກແກ້ຢູ່ກະດານ ກຸ່ມທີ 2:
ບົດແກ້ກິດຈະກຳທີ2:
2. ຈົ່ງຕື່ມຕາຕະລາງໃຫ້ຄົບຖ້ວນ
|
ຄະແນນ
|
ຄວາມຖີ່
|
ຄວາມຖີ່ສະສົມ
|
ຄວາມຖີ່ສຳພັດ
|
ຄວາມຖີ່ສະສົມສຳພັດ
|
ເປີເຊັນຄວາມຖີ່ສຳພັດ
%
|
ເປິເຊັນຄວາມຖີ່ສະສົມສຳພັດ
%
|
|
1
|
2
|
2
|
0,045
|
0,045
|
4,5
|
4,5
|
|
2
|
4
|
6
|
0,089
|
0,133
|
8,9
|
13,3
|
|
3
|
7
|
13
|
0,156
|
0,289
|
15,6
|
28,9
|
|
4
|
8
|
21
|
0,178
|
0,467
|
17,8
|
46,7
|
|
5
|
6
|
27
|
0,133
|
0,606
|
13,3
|
60
|
|
6
|
4
|
31
|
0,09
|
0,689
|
9
|
68,9
|
|
7
|
4
|
35
|
0,09
|
0,778
|
9
|
77,8
|
|
8
|
2
|
37
|
0,089
|
0,822
|
4,5
|
82,2
|
|
9
|
5
|
42
|
0,11
|
0,933
|
11
|
93,3
|
|
10
|
3
|
45
|
0,067
|
1,000
|
100
|
100
|
|
ລວມ
|
45
|
|
|
|
100
|
100
|
ຄູ ແລະ ນັກຮຽນພ້ອມກັນສະຫຼຸບຄຳຕອບຄືນ ກຸ່ມທີ່ແກ້ຖືກຄູຊົມເຊີຍ ກຸ່ມທີ່ແກ້ຜິດຄູແນະນຳຕື່ມ
ສະຫຼຸບຄຳຕອບທີ່ຖຶກຕ້ອງ ແມ່ນກຸ່ມ 1, 2 ແລະ
3 ແນະນຳນັກຮຽນຈົດເອົາເປັນບົດຮຽນໃສ່ປື້ມຂຽນຂອງໃຜລາວ.
ຈາກການດຳເນີນກິດຈະກຳການຮຽນ-ການສອນຫຼາຍກິດຈະກຳດ້ວຍການຈັດກິດຈະກຳຄົ້ນຄວ້າເປັນກຸ່ມ
ແລະ ໃຫ້ຕາງໜ້າກຸ່ມຂຽນເປັນບົດລາຍງານພ້ອມອອກແກ້ຢູ່ກະດານ.
5.3 ຂັ້ນສະຫຼຸບ
ເມື່ອຄູສອນສຳເລັດແລ້ວຄູກໍ່ມີການສະຫຼຸບຄືນບົດຮຽນທີ່ຮຽນຜ່ານມາກ່ຽວກັບເນື້ອໃນລວມຂອງບົດຮຽນເພື່ອໃຫ້ນັກຮຽນເຂົ້າໃຈໃນບົດຮຽນຫຼັງຈາກນັ້ນຄູກໍ່ຖາມຂໍ້ຂ້ອງໃຈຂອງນັກຮຽນກ່ຽວກັບບົດຮຽນທີ່ຮຽນຜ່ານມາແລ້ວໃຫ້ນັກຮຽນຈົດເອົາບົດຮຽນໃສ່ປຶ້ມຂອງໃຜລາວ
ດັ່ງນີ້:
ໃຈຄວາມ:
1. ຄວາມຖີ່ແມ່ນຈຳນວນທີ່ສະແດງການປະກົດຕົວຂອງຂໍ້ມູນໃດໜຶ່ງ
2. ການຈັດຄ່າຄວາມຖີ່ຂອງແຕ່ລະຂໍ້ມູນໃສ່ຕາຕະລາງເອີ້ນວ່າ ການສ້າງຕາຕະລາງຄວາມຖີ່ ຫຼື ວ່າແມ່ນສະເໜີຂໍ້ມູນດ້ວຍຕາຕະລາງເຊິ່ງມີ
2 ແບບຄື: ກໍລະນີ:
ກຸ່ມຂໍ້ມູນບໍ່ຫຼາຍ ແລະ ຜູ້ວິໄຈຢາກອະທິບາຍຄວາມຖີ່ຂອງຄ່າຄວາມຈິງຂອງຂໍ້ມູນ ເພິ່ນກໍ່ສາມາດຈັດຕາຕະລາງຂໍ້ມູນໄດ້.
5.4 ຂັ້ນວັດຜົນ ແລະ ປະເມີນຜົນ
ໃນການສອນຄັ້ງນີ້ ຄູຜູ້ສອນໃດ້ປະເມີນຄືນດ້ວຍການຕັ້ງຄຳຖາມທົດສອບເປັນບຸກຄົນຄື:
ຄຳຖາມ:
1.ໃຫ້ຮູ້ຕາຕະລາງເກັບຈຳນວນອ້າຍ ແລະ ເອື້ອຍຂອງນັກຮຽນຈຳນວນອື່ນໆ
ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
|
ຈຳນວນອ້າຍ
ແລະເອື້ອຍ
|
ຄວາມຖີ່3
|
ຄວາມຖີ່ສະສົມ
|
ຄວາມຖີ່ສຳພັດ
|
ຄວາມຖີ່ສະສົມສຳພັດ
|
ເປີເຊັນຄວາມຖີ່ສຳພັດ %
|
|
0
|
11
|
|
|
|
|
|
1
|
9
|
|
|
|
|
|
2
|
6
|
|
|
|
|
|
3
|
8
|
|
|
|
|
|
4
|
2
|
|
|
|
|
ບົດແກ້ເປັນບຸກຄົນ: ທ້າວ ຈ໋ອດ
ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
|
ຈຳນວນອ້າຍ
ແລະເອື້ອຍ
|
ຄວາມຖີ່3
|
ຄວາມຖີ່ສະສົມ
|
ຄວາມຖີ່ສຳພັດ
|
ຄວາມຖີ່ສະສົມສຳພັດ
|
ເປີເຊັນຄວາມຖີ່ສຳພັດ %
|
|
0
|
11
|
11
|
0,3056
|
0,3056
|
30,56
|
|
1
|
9
|
20
|
0,250
|
0,556
|
25
|
|
2
|
6
|
26
|
0,1667
|
0,7222
|
16,67
|
|
3
|
8
|
32
|
0,222
|
0,9444
|
22,2
|
|
4
|
2
|
36
|
0,0556
|
1,000
|
5,66
|
ບົດແກ້ເປັນບຸກຄົນ: ທ້າວ ຄຳແກ້ວ
ກ. ຈົ່ງຕື່ມໃສ່ຕາຕະລາງໃຫ້ຄົບຖ້ວນ
|
ຈຳນວນອ້າຍ ແລະເອື້ອຍ
|
ຄວາມຖີ່3
|
ຄວາມຖີ່ສະສົມ
|
ຄວາມຖີ່ສຳພັດ
|
ຄວາມຖີ່ສະສົມສຳພັດ
|
ເປີເຊັນຄວາມຖີ່ສຳພັດ %
|
|
0
|
11
|
11
|
0,3056
|
0,3056
|
30,56
|
|
1
|
9
|
20
|
0,250
|
0,556
|
25
|
|
2
|
6
|
26
|
0,1667
|
0,7222
|
16,67
|
|
3
|
8
|
34
|
0,222
|
0,9444
|
22,2
|
|
4
|
2
|
36
|
0,0556
|
1,000
|
5,66
|
ຈາກນັ້ນຄູໄດ້ກວດເບິ່ງຜົນການສອບຂອງນັກຮຽນໃນຫ້ອງໃຫ້ຄະແນນພ້ອມໃຫ້ຄຳຕຳນິຕິຊົມບ່ອນທີ່ຜິດພາດຂອງນັກຮຽນເພື່ອໃຫ້ນັກຮຽນມີຄວາມສາມາດຄຳນວນໄດ້
ພ້ອມທັງໃຫ້ຄຳຍ້ອງຍໍຊົມເຊີຍໃຫ້ນັກຮຽນແຕ່ລະຄົນເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຮຽນ.
5.5 ຂັ້ນຕັກເຕືອນ /
ມອບວຽກບ້ານ
ເປັນຂັ້ນຕອນສຸດທ້າຍຂອງການສອນໃນເມື່ອຄູສອນສຳເລັດການສອນ ຄູກໍ່ໄດ້ຕັກເຕືອນໃຫ້ນັກຮຽນໃນເວລາ
ເມືອເຮືອນຊ່ອຍວຽກພໍ່ແມ່ແລ້ວເບິ່ງບົດຮຽນທີ່ຄູມອບໃຫ້ໃນບົດເຝິກຫັດຂໍ້ທີ
1 , 2 ແລະ ມາຊົ່ວໂມງໜ້າຄູໃຫ້ອອກໄປແຕ້ມຢູ່ກະດານເພື່ອເອົາຄະແນນເດືອນທີ 3.
6. ວິເຄາະຂໍ້ມູນ
ການວິເຄາະຂໍ້ມູນໂດຍໃຊ້ສະຕິຖິພື້ນຖານໄດ້ແກ່
ຄ່າສະເລ່ຍ, ຮ້ອຍລະ ແລະ ປຽບທຽບພັດທະນາການຂອງນັກຮຽນແຕ່ລະຄົນໂດຍນຳໃຊ້
ຄະແນນກ່ອນການຮຽນ ແລະ ຫຼັງການຮຽນມາປຽບທຽບກັນ.
ຕາຕະລາງຄະແນນນັກຮຽນກ່ອນ - ຫຼັງຮຽນ
|
ລ/ດ
|
ຊື່ແລະນາມສະກຸນ
|
ຄະແນນກ່ອນຮຽນ
( 10 )
|
ຄະແນນຫຼັງຮຽນ
( 10 )
|
ຄະແນນ
ພັດທະນາ
( 10 )
|
ຜົນການປະເມີນ
|
|
1
|
ທ.
ຈ໋ອດ
|
2
|
6
|
4
|
ຜ່ານ
|
|
2
|
ນ.
ແກ້ວ
|
3,5
|
7
|
3,5
|
ຜ່ານ
|
|
ລວມ
|
|
5,5
|
13
|
7,5
|
|
|
ສະເລ່ຍ
|
|
2,75
|
6,5
|
3,75
|
|
|
ຮ້ອຍລະ
|
|
55
|
65
|
75
|
|
ຈາກຕາຕະລາງພົບວ່າ
ຫຼັງຈາກໄດ້ນໍາໃຊ້ວິທີສອນແບບທົດລອງແລ້ວນັກຮຽນຈໍານວນ 2
ຄົນມີການພັດທະນາດ້ານທັກສະການຄຳນວນໂດຍລວມຮ້ອຍລະ 75, ຄະແນນນັກຮຽນຫຼັງຮຽນຮ້ອຍລະ 65
ສະແດງວ່ານັກຮຽນຜ່ານເກນການປະເມີນ
7.ສະຫຼຸບຜົນການວິໄຈຕາມຈຸດປະສົງຂອງການວິໄຈ
ຜ່ານການປະຕິບັດທັງສອງຄັ້ງແລ້ວກໍ່ສັງເກດເຫັນວ່ານັກຮຽນມີຄວາມເຂົ້າໃຈຕໍ່ບົດຮຽນນັກຮຽນສາມາດຄໍານວນກ່ຽວ
ກັບຊອກຄວາມຖີ່,
ຊອກຫາຄ່າສະເລ່ຍ ໄດ້ຢ່າງຖືກຕ້ອງ, ນັກຮຽນມີການປ່ຽນແປງໄປທາງທີ່ດີເຮົາສາມາດຄິດໄລ່ຮ້ອຍລະ
65
ເວລາການປະຕິບັດເຮັດວຽກເປັນກຸ່ມທີ່ຄູມອບກິດຈະກໍາໃຫ້ນັກຮຽນແຕ່ລະຄົນກໍ່ມີຄວາມຫ້າວຫັນໄດ້ປະກອບຄໍາຄິດ
ຄຳເຫັນ,
ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕໍ່ການເຮັດກິດຈະກຳໂດຍສະເພາະແມ່ນນັກຮຽນທີ່ຮຽນອ່ອນເມື່ອໄດ້ຈັດເຂົ້າກັບນັກຮຽນທີ່ຮຽນເກັ່ງແລ້ວນັກຮຽນທີ່ຮຽນອ່ອນກໍ່ມີການປ່ຽນແປງໄປທາງທີ່ດີສາມາດຊອກຫາຄວາມຖີ່ໄດ້ດ້ວຍການຊ່ວຍເຫຼືອຈາກຄູ ແລະ
ນັກຮຽນພາຍໃນກຸ່ມ.
ນອກນັ້ນຍັງເສີມສ້າງໃຫ້ຄູສອນໄດ້ເຕັກນິກວິທີສອນແບບໃໝ່ໂດຍສະເພາະແມ່ນວິທີສອນແບບທົດລອງ ແລະ
ຄູກໍ່ໄດ້ຮູ້ຈັກຄວາມໝາຍຂອງວິທີສອນແບບທົດລອງເຮັດໃຫ້ຄວາມຮູ້ຄວາມສາມາດໃນການສອນຂອງຄູດີຂຶ້ນກວ່າເກົ່ານອກຈາກນີ້ຍັງເຮັດໃຫ້ຄຸນນະພາບຂອງການສຶກສາດີຂຶ້ນເທື່ອລະກ້າວ.
ຜ່ານການດຳເນີນການວິໄຈພາກປະຕິບັດຢູ່ໂຮງຮຽນມັດທະຍົມສົມບູນລະຄອນສີໃນຄັ້ງນີ້ນອກຈາກຜົນໄດ້ຮັບໃນທາງ
ທີ່ດີແລ້ວກໍ່ຍັງມີບັນຫາທີ່ຄົງຄ້າງເຖິງການປະຕິບັດຂອງພວກຂ້າພະເຈົ້ານີ້ໄດ້ດຳເນີນໄປຕາມແຜນການທີ່ວາງໄວ້ແຕ່ກໍ່ຍັງມີຂໍ້ທີ່ຄົງຄ້າງກໍ່ຄືນັກຮຽນຈຳນວນ
1 ຄົນ, ຍິງ 0 ຄົນບໍ່ທັນມີການປ່ຽນແປງ ຫຼື
ມີການປ່ຽນແປງໄດ້ນ້ອຍຍັງບໍ່ສາມາດຊອກຄ່າຄວາມຖີ່ໄດ້ເທົ່າກັບຄົນອື່ນ,
ເນື່ອງຈາກວ່າເວລາຍັງບໍທັນພຽງພໍກັບຄວາມຕ້ອງການໃນການເຮັດວິໄຈໃນຄັ້ງນີ້ມີຂໍ້ຄົງຄ້າງ.
ຈາກຜົນຂອງການວິໄຈທີ່ສະຫຼຸບ ແລະ ອະທິບາຍທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າມີບາງຂັ້ນຕອນຈະຕ້ອງໄດ້ແກ້ໄຂ
ແລະ ປັບປຸງເພື່ອໃຫ້ຂະບວນການຮຽນ-ການສອນຂອງຄູ ແລະ
ນັກຮຽນມີຄຸນະພາບດີຂຶ້ນ ສະນັ້ນ ທີມງານວິໄຈຈີ່ງມີຂໍ້ສະເໜີແນະດັ່ງນີ້:
8.ຂໍ້ສະເໜີແນະ
ຈາກຜົນຂອງການວິໄຈທີ່ສະຫຼຸບ
ແລະ ອະທິບາຍທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າມີບາງຂັ້ນຕອນຈະຕ້ອງໄດ້ແກ້ໄຂ ແລະ ປັບປຸງເພື່ອໃຫ້ຂະບວນການຮຽນ-ການສອນຂອງຄູ
ແລະ ນັກຮຽນມີຄຸນະພາບດີຂຶ້ນ ສະນັ້ນ ທີມງານວິໄຈຈີ່ງມີຂໍ້ສະເໜີແນະດັ່ງນີ້:
-
ຄູຄວນເຮັດການວິໄຈກ່ຽວກັບບັນຫາທີ່ເກີດຂຶ້ນກັບນັກຮຽນ.
-
ຄູຄວນມອບວຽກບ້ານ ຫຼື ບົດເຝິກຫັດໃຫ້ນັກຮຽນເມືອແກ້ຢູ່ບ້ານແລ້ວກວດວຽກບ້ານທີ່ມອບໃຫ້ເພື່ອປະເມີນວ່າ: ນັກຮຽນມີຄວາມເຂົ້າໃຈຫຼາຍປານໃດທີ່ໄດ້ຈາກການຮຽນ.
-
ຄູຄວນຕິດຕາມສັງເກດ ແລະ ບັນທຶກຜົນການຮຽນຂອງນັກຮຽນກຸ່ມເປົ້າໝາຍໃນເວລາດຳເນີນກິດຈະກຳການຮຽນ-ການສອນ.
9. ເອກະສານອ້າງອີງ
ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ, ວິທີສອນຄະນິດສາດ
1 , ພິມທີ່ Nhan Dan Printing House HCMC , ປີ 2008
ທອງເຄນ ຄຳສຸກຖາວົງ ແລະ ສຸກສາຄອນ ພຸດທະວົງ, ວິທີສອນຄະນິດສາດ
4 , ພິມທີ່ Nhan Dan Printing
House HCMC, ປີ 2009
ວິລະເລີດ ສະພົງທອງ ແລະ ສີສົມພູ
ລາວຽງວົງ, ຄະນິດສາດມັດທະຍົມປີທີ 3 , ພິມທີ່ PiTAMBRA ( ປະເທດອິນ
ເດຍ ), ປີ 2012
ວິລະເລີດ ສະພົງທອງ ແລະ ສີສົມພູ
ລາວຽງວົງ , ຄູ່ມືຄູຄະນິດສາດມັດທະຍົມປີທີ 3, ພິມທີ່ PiTAMBRA (
ປະເທດອິນເດຍ ), ປີ 2012
ไม่มีความคิดเห็น:
แสดงความคิดเห็น