I. ບົດນຳ
1.1 ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ :
ການຈັດກິດຈະກຳການຮຽນ - ການສອນໃນໂຮງຮຽນມັດທະຍົມສົມບູນໜອງຫີນແມ່ນໄດ້
ເນັ້ນໜັກໃຫ້ນັກຮຽນເປັນຈຸດໃຈກາງ ໝາຍຄວາມວ່າ: ກິດຈະກຳແຕ່ລະຢ່າງ ໃນວິຊາຮຽນຕ່າງໆ ແມ່ນນັກຮຽນເປັນຜູ້ປະຕິບັດ ໂດຍສະເພາະແມ່ນວິຊາ
ຄະນິດສາດ ເປັນວິຊາທີ່ມີຫຼັກເກນ, ຫຼັກການ, ນິຍາມ ແລະ ອື່ນໆ. ສະນັ້ນ ຖ້າຫາກຜູ້ຮຽນມີຄວາມເຂົ້າໃຈ ກໍຈະເຮັດໃຫ້ບໍ່ພົບຄວາມຫຍຸ້ງຍາກທາງດ້ານການ
ຮ່ຳຮຽນ.
ຜ່ານຈາກການສຳພາດ
ອາຈານ ອໍລະໄທ ໃນການຈັດການຮຽນ - ການສອນວິຊາຄະນິດ
ສາດຊັ້ນມັດທະຍົມປີທີ
2 ເຊິ່ງເປັນຫ້ອງໜຶ່ງທີ່ມີບັນຫາໃນການສຶກສາຮ່ຳຮຽນຄື:
ນັກຮຽນແກ້ສົມຜົນຂັ້ນ
ໜຶ່ງທີ່ມີໜຶ່ງຕົວລັບບໍ່ໄດ້. ອັນເນື່ອງມາຈາກການຮຽນຂອງນັກຮຽນຄື: ບໍ່ຕັ້ງໃຈໃນການຮຽນ,
ມັກຂາດ
ຮຽນ, ບໍ່ຟັງຄຳອະທິບາຍຂອງຄູອາຈານ
ອີກຢ່າງໜຶ່ງແມ່ນບັນຫາສຸຂະພາບຂອງຜູ້ກ່ຽວ ແລະ ທີ່ສຳຄັນ
ກໍ່ແມ່ນເນື່ອງມາຈາກການສິດສອນຂອງຄູ ແລະ ນັກຮຽນເອງ.
ຄູອະທິບາຍບໍ່ຈະແຈ້ງ. ຍົກຕົວຢ່າງ
ການແກ້ບົດເລກບໍ່ຫຼາກຫຼາຍອັນເຮັດໃຫ້ນັກຮຽນບໍ່ເຂົ້າໃຈໃນບັນຫານັ້ນ.
ການແກ້ສົມຜົນນີ້ແມ່ນຕ້ອງອີງໃສ່ຫຼັກເກນ,
ນິຍາມ,
ຄຸນລັກສະນະເຂົ້າໃນການແກ້ເພື່ອ
ຊອກຫາຄ່າຂອງຕົວລັບນັ້ນ.( ຫຼື ຄ່າຂອງ
)ການແກ້ສົມຜົນແມ່ນມີຄວາມສຳຄັນເຂົ້າໃນການແກ້ໄຂ
ບັນຫາ ຄື ບົດເລກໂຈດດ້ວຍວິທີສ້າງສົມຜົນ.
ດັ່ງນັ້ນ ໃນການຮຽນສົມຜົນໃນຊັ້ນມັດທະຍົມປີທີ
2 ຈຶ່ງເປັນທີ່ຍອມຮັບວ່າ:
ສຳຄັນທີ່ສຸດ
ໃນການຮ່ຳຮຽນວິຊາ
ຄະນິດສາດເຊິ່ງມັນໄດ້ຕິດພັນກັບວິຊາຕ່າງໆເຊັ່ນ: ຟີຊິກ, ເຄມີ...
ຜ່ານຈາກການສຶກສາ ແລະ ຕິດຕາມໃນເວລາຮ່ວມໂມງສອນ,
ຂຶ້ນສອນຕົວຈິງໄດ້ທົດ
ສອບນັກຮຽນ ແລະ ໄດ້ສອບຖາມຄູເກົ່າຈິ່ງພົບເຫັນບັນຫາ
ໃນກຸ່ມເດັກນັກຮຽນຊັ້ນມັດທະຍົມປີທີ 2
ຫ້ອງມ
ນັກຮຽນທີ່ຢູ່ໃນກຸ່ມເປົ້າໝາຍ
ທີ່ຈະດຳເນີນການແກ້ໄຂບັນຫາຕົວເດັກໃນດ້ານການຮຽນຮູ້.
ມີທັງໝົດ 4 ຄົນ.
ດັ່ງນັ້ນ
ພວກຂ້າພະເຈົ້າຈຶ່ງດຳເນີນການຊອກຮູ້ບັນຫາເພື່ອນຳມາແກ້ໄຂ
ປັບປຸງບັນຫາທີ່
ເກີດຂຶ້ນກັບນັກຮຽນ ເພື່ອໃຫ້ນັກຮຽນມີຄວາມຮູ້ ຄວາມສາມາດໃນດ້ານນີ້ໃຫ້ມີຄຸນະພາບ
ແລະ ດີຂຶ້ນ
ກວ່າເກົ່່າໃນຕໍ່ໜ້າ.
1.1 ຈຸດປະສົງຂອງການວິໄຈ:
1.2.1 ເພື່ອໃຫ້ນັກຮຽນສາມາດຊອກຫາຄ່າຂອງຕົວລັບໄດ້.
1.2.2 ເພື່ອໃຫ້ນັກຮຽນແກ້ເລກຖືກຕາມແຕ່ລະຂັ້ນຕອນ.
1.2.3 ເພື່ອພັດທະນານັກຮຽນແກ້ສົມຜົນຂັ້ນໜຶ່ງ
ທີ່ມີໜຶ່ງຕົວລັບ.
II. ວິທີດຳເນີນການວິໄຈ:
ການດຳເນີນການວິໄຈໃນຄັ້ງນິ້ີ້ ແມ່ນການວິໄຈພາກປະຕິບັດແບບໃຫ້ນັກຮຽນມີສ່ວນຮ່ວມ
ຫຼາຍຂຶ້ນ. ດັ່ງນັ້ນ
ທີມງານວິໄຈຂອງຂ້າພະເຈົ້າຈຶ່ງເລືອກຫາວິທີການນຳມາແກ້ໄຂການຮຽນ
- ການ
ສອນໃນວິຊາ ຄະນິສາດຂອງໂຮງຮຽນມັດທະຍົມຕົ້ນໜອງຫີນ
ກໍຄືຊັ້ນມັດທະຍົມປີທີ 2 ຫ້ອງ ມ
ເຊິ່ງມີຂັ້ນຕອນການວິໄຈດັ່ງນີ້:
2.1 ສຶກສາສະພາບບັນຫາ:
ການສຶກສາສະພາບບັນຫາທາງທີມງານວິໄຈໄດ້ພົວພັນກັບຄູເກົ່າກໍ່ຄືຄູປະຈຳວິຊາ
ແມ່ນ
ໄດ້ສຳພາດກັບຄູເກົ່າກ່ຽວກັບບັນຫາທີ່ເພິ່ນກັງວົນໃຈ
ແລະ ເຫັນວ່າບັນຫາທີ່ເກີດຂຶ້ນນັ້ນມີຢູ່ 5 ບັນຫາ
ຄື:
- ນັກຮຽນບໍ່ສາມາດຈື່ເອກະຜົນຄວນຈື່
- ນັກຮຽນແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບບໍ່ໄດ້
- ນັກຮຽນບໍ່ຕອບຄຳຖາມ
- ເລົ່າບັ້ງສູດບໍ່ໄດ້
- ນັກຮຽນມາໂຮງຮຽນບໍ່ທັນ
- ນັກຮຽນມີພຶດຕິກຳແຂງກະດ້າງ.
ເມື່ອໄດ້ຮູ້ຫຼາຍບັນຫາທີ່ເກີດຂຶ້ນກັບນັກຮຽນ ຫ້ອງມ2/1 ໃນຊົ່ວໂມງຮຽນວິຊາ ຄະນິສາດ.
ດັ່ງນັ້ນ,ທີມງານຂອງພວກຂ້າພະເຈົ້າໄດ້ມີການປຶກສາຫາລືກັນ
ໂດຍເລືອກເອົາໜຶ່ງບັນຫາຄື: ນັກຮຽນ
ແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບບໍ່ໄດ້”. ເພື່ອຢາກຊອກສາເຫດທີ່ແທ້ຈິງທາງທີມງານວິໄຈຈຶ່ງຕັ້ງຄຳ
ຖາມວິໄຈວ່າ:
µ ພວກເຮົາຈະເຮັດແນວໃດ ?
ເພື່ອແກ້ໄຂບັນຫາທີ່ນັກຮຽນແກ້ສົມຜົນຂັ້ນ
ໜຶ່ງທີ່ມີໜຶ່ງຕົວລັບບໍ່ໄດ້.
ຫຼັງຈາກໄດ້ຕັ້ງຄຳຖາມການວິໄຈແລ້ວ,ທີມງານຂອງພວກຂ້າພະເຈົ້າໄດ້ມີການປຶກສາຫາລື
ກັນຄົ້ນຄວ້າ ແລະ ກໍໄດ້ຕົກລົງກັນຕັ້ງຫົວຂໍ້ວ່າ:ປັບປຸງ ການແກ້ສົມຜົນຂັ້ນໜຶ່ງ
ທີ່ມີໜຶ່ງຕົວລັບຂອງ
ນັກຮຽນຫ້ອງ ມ 2 / 1 ເມື່ອໄດ້ຫົວຂໍ້ຂອງການວິໄຈແລ້ວ ທາງທີມງານພວກຂ້າພະເຈົ້າຈຶ່ງໄດ້ວາງ
ແຜນໄວ້ດັ່ງນີ້:
2.2 ການວາງແຜນ:
- ແຕ່ງບົດສອນ ( ສອນເພີ່ມໃຫ້ກັບກຸ່ມເປົ້າໝາຍ
)
- ຈັດນັກຮຽນເປັນກຸ່ມ,
ໃຊ້ແບບຊຸດໃບງານ
- ຕັ້ັງບົດເລກກ່ຽວກັບສົມຜົນ
ໃສ່ກະດານຈຳນວນ 4 ຂໍ້ ແລະ ແນະນຳວິທີແກ້ສົມຜົນ
- ໃຫ້ນັກຮຽນຖາມຄວາມສົນໃຈ
- ໃຫ້ນັກຮຽນພາຍໃນກຸ່ມແກ້ສົມຜົນຈຳນວນ
4 ຂໍ້
- ໃກ້ຊິດ, ຕິດແທດກັບນັກຮຽນ
(ຕິດຕາມສັງເກດ, ໃຫ້ການແນະນຳ ແລະ ຊວ່ຍເຫຼືອ)
- ແບ່ງຫົວຂໍ້ບົດເລກໃຫ້ນັກຮຽນ
- ໃຫ້ນັກຮຽນແກ້ບົດເລກເປັນບຸກຄົນ
ຢູ່ກະດານ
- ໃຫ້ວຽກບ້ານ ( ພ້ອມທັງກວດວຽກບ້ານ )
2.3 ປະຕິບັດ ແລະ ສັງເກດ:
ແຜນການທີ່ທາງທີມງານໄດ້ວາງໄວ້ນຳໄປປະຕິບັດ
ເຊິ່ງລາຍລະອຽດດັ່ງລຸ່ມນີ້:
ໃນວັນທີ 15. 2. 2013 ໄດ້ເຂົ້າສອນເພີ່ມວິຊາ: ຄະນິດສາດ ສອນໂດຍ ນ ດາວວະດີ ຜູ້ເຂົ້າຮວ່ມສັງເກດແມ່ນ ນາງ ຈິດປະສົງ
ສິງນິສານໃນທຸກໆທ້າຍຊົ່ວໂມງ 20 ນາທີຂອງຊົ່ວໂມງທີ 6 ພວກຂ້າພະເຈົ້າໄດ້ຈັດກິດຈະກຳການຮຽນ -
ການສອນໂດຍທີ່ມອບກິດຈະກຳໃຫ້ນັກຮຽນເປົ້າໝາຍປະຕິບັດ.
ຈາກນັ້ນຄູໄດ້ອະທິບາຍກ່ຽວກັບການແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ
ພ້ອມທັງຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລະ ຄູໄດ້ແນະນຳວິທີແກ້ສົມຜົນໃຫ້ແຕ່ລະຄົນ ໃນນັ້ນຄູໃຫ້ແຕ່ລະຄົນຂຶ້ນລາຍງານ ຜົນຂອງການລາຍງານຂອງນັກຮຽນພົບວ່າ:
ນັກຮຽນຈໍານວນ 40 ຄົນສາມາດແກ້ເລກດ້ວຍຕົນເອງໄດ້ ແຕ່ນັກຮຽນກຸ່ມເປົ້າໝາຍແກ້ເລກບໍ່ທັນໄດ້ດີ, ບໍ່ຮູ້ວິທີການແກ້.
ວັນທີ 27. 2 . 2013 ໃນທ້າຍຊົ່ວໂມງທີ 6
ໃຊ້ເວລາ 20 ນາທີ
ໄດ້ດຳເນີນການສອນ
ເພີ່ມໃຫ້ນັກຮຽນກຸ່ມເປົ້າໝາຍຄື
ຄູໄດ້ຕັ້ງບົດເລກສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ ແລະ
ໃຫ້ນັກຮຽນແຕ່ລະຄົນອອກແກ້ສົມຜົນຢູ່ກະດານເປັນບຸກຄົນ ໃນນັ້ນສັງເກດເຫັນວ່າ:
ແຕ່ລະຄົນແກ້ໄດ້ດີແຕ່ຍັງມີຈໍານວນນັກຮຽນ
2 ຄົນ ເທົ່ານັ້ນທີ່ແກ້ບໍ່ໄດ້ ແລະ
ຄູໄດ້ອະທິບາຍແນະນຳໃຫ້ນັກຮຽນຕື່ມອີກເປັນຕົ້ນແມ່ນວິທີແກ້ ການຍ້າຍຕົວລັບຫາຕົວລັບ ແລະ ການຍ້າຍຈຳນວນຈິງຫາຈຳນວນຈິງ. ຄູຕັ້ງບົດເລກ
ແກ້ເປັນຕົວຢ່າງພ້ອມອະທິບາຍໃຫ້ນັກຮຽນເບິ່ງ ດັ່ງນີ້:
ຕົວຢ່າງ:

ດັ່ງນັ້ນ: ໃຈຜົນຂອງ
ແມ່ນ 12
2.4 ການສະທ້ອນຄືນ:
ຜ່ານການດຳເນີນການວິໄຈໃນຫົວຂໍ້:
ປັບປຸງການແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ.
ຊັ້ນ
ມັດທະຍົມປີທີ 2 ຫ້ອງມ 2 /1 ໄດ້ສັງເກດເຫັນວ່າ:
ນັກຮຽນມີການປັບປຸງປ່ຽນແປງດ້ານຄວາມຮູ້ດີຂຶ້ນ
ຖ້າທຽບໃສ່ແຕ່ກ່ອນການແກ້ສົມຜົນແມ່ນມີແຕ່ພຽງບາງຂໍ້ເທົ່ານັ້ນທີ່ ແກ້ໄດ້ເຊິ່ງການແກ້ຂອງເຂົາສ່ວນຫຼາຍແມ່ນຄວາມຈຳ
ການເຂົ້າໃຈມີພຽງເລັກໜ້ອຍ. ແຕ່ປະຈຸບັນນີ້ນັກຮຽນດັ່ງກ່າວ ຫຼື ກຸ່ມເປົ້າໝາຍ
ສາມາດແກ້ສົມຜົນໄດ້ ແລະ ຖືກຕ້ອງເພາະວ່າມີຄວາມເຂົ້າໃຈໃນດ້ານເນື້ອໃນ,
ຫຼັກເກນ, ນິຍາມ ຂັ້ນຕອນໃນການແກ້.
ເຊິ່ງຜ່ານການທົດສອບເຂົາເຈົ້າໄດ້ປະຕິບັດສຳເລັດຕາມເວລາທີ່ກຳນົດໄວ້. ແລ້ວ
ພົບວ່າ:
ນັກຮຽນກຸ່ມເປົ້າໝາຍໄດ້ມີຄວາມກ້າວໜ້າໃນການແກ້ສົມຜົນເທື່ອລະກ້າວ.
III. ສະຫຼຸບ:
ຜ່ານການດຳເນີນການວິໄຈພາກປະຕິບັດໃນຫ້ອງຮຽນ
ໃນຫົວຂໍ້: ປັບປຸງການແກ້ສົມຜົນ
ຂັ້ນໜຶ່ງທີ່ມີໜຶ່ງຕົວລັບ ຊັ້ນມັດທະຍົມສຶກສາ ປີທີ 2 ຫ້ອງ ມ
ໂຮງຮຽນມັດທະຍົມສົມບູນຕົ້ນ
ໜອງຫີນ. ເຊິ່ງໄດ້ປະຕິບັດແຕ່ວັນທີ
15.02.2012 ຫາວັນທີ 12.03.2012
ຕາມຂັ້ນຕອນຂອງການວິໄຈ ໃນແຕ່ລະຂັ້ນຕອນສັງເກດເຫັນວ່າ:
ນັກຮຽນໃນກຸ່ມເປົ້າໝາຍຫ້ອງ ມ
.ຈໍານວນ
4 ຄົນ; ຍິງ 2 ຄົນໄດ້ມີການປ່ຽນແປງພຶດຕິກໍາທາງດ້ານການຮຽນຮູ້ ກ່ຽວກັບການແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ
ນັກຮຽນມີຄວາມເຂົ້າໃຈກ່ຽວກັບຫຼັກເກນ, ນິຍາມ ແລະ ວິທີການແກ້ ຫຼື ຄິດໄລ່
ເຊິ່ງສະແດງອອກໃນ
ບົດທົດສອບຂອງນັກຮຽນກຸ່ມເປົ້າໝາຍສາມາດແກ້ບົດເລກຖືກຕ້ອງຕາມແຕ່ລະຂັ້ນຕອນ,
ສາມາດຊອກ
ຫາຄ່າຂອງຕົວລັບ ແລະ
ເອົາໃຈຜົນຂອງສົມຜົນໄດ້.
ສະນັ້ນ, ທາງທີມງານວິໄຈຂອງພວກຂ້າພະເຈົ້າຈຶ່ງມີຄວາມພາກພູມໃຈໃນການເຮັດການ
ວິໄຈຄັ້ງນີ້ ທີ່ໄດ້ນຳບັນຫາດັ່ງກ່າວມາ ປັບປຸງ,
ແກ້ໄຂ ທາງດ້ານການຮຽນຮູ້ຂອງເດັກນັກຮຽນຫ້ອງ
ມ
ຈໍານວນ 4 ຄົນ, ຍິງ 2
ຄົນ.ໃນການແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບ ເພາະວ່າ ຈະເປັນພື້ນ
ຖານທີ່ຂາດບໍ່ໄດ້ ແລະ ຈະມີການນຳໃຊ້ ຫຼື
ຈັດການຮຽນ-ການສອນໃນຊັ້ນຮຽນຕໍ່ໆໄປ.
ໃນການດຳເນີນການ
ການວິໄຈພາກປະຕິບັດໃນຫ້ອງຮຽນ ຄັ້ງນີ້ີທີມງານວິໄຈຂອງພວກ
ຂ້າພະເຈົ້າຖືວ່າ: ເປັນບົດຮຽນອັນລ້ຳຄ່າ ແລະ ລາຄາແພງທີ່ສຸດ
ພວກຂ້າພະເຈົ້າສັນຍາວ່າຈະນຳໄປໃຊ້ໃນການປັບປຸງການຮຽນ - ການສອນ ໃຫ້ມີຄຸນະພາບໃນອານາຄົດຕໍ່ໜ້າອັນໃກ້ນີ້.
4.1
ຂໍ້ສະເໜີແນະຜົນການວິໄຈຕໍ່ໄປ
- ສະເໜີໃຫ້ຄູເກົ່າຈົ່ງໃຫ້ຄວາມໃກ້ຊິດ,
ຕິດຕາມ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ນັກ
ຮຽນທີ່ຢູ່ໃນກຸ່ມເປົ້າໝາຍ.
4.2.
ຂໍ້ສະເໝີແນະໃນການວິໄຈຄັ້ງຕໍ່ໄປ.
- ຄວນຈະເຮັດການວິໄຈກ່ຽວກັບ:
ການແກ້ລະບົບສົມຜົນ
- ຄວນສຶກສາກ່ຽວກັບ: ລະບົບສົມຜົນ
V. ເອກະສານອ້າງອີງ.
-
ບົດຮຽບຮຽງການວິໄຈພາກປະຕິບັດຕົວຈິງ ອາຈານ ພູມີ ຈັນທະລັງສີ.
- ແບບຮຽນຄະນິດສາດ ປີທີ 2.
VI. ຫຼັກຖານປະກອບການການວິໄຈ.
© ບົດສອນ.
© ແຜ່ນພູມ
© ບົດສຳພາດຄູ-ນັກຮຽນ
© ຮ່າງສັງເກດ.
© ແຜນການເຄື່ອນໄຫວການວິໄຈ.
© ບັນທຶກປະຈຳວັນ.
© ໂຄງການ.
© ຮູບພາບ.