วันศุกร์ที่ 24 พฤษภาคม พ.ศ. 2556

ການປັບປຸງການແກ້ສົມຜົນຂັ້ນໜຶ່ງທີ່ມີໜຶ່ງຕົວລັບຂອງນັກຮຽນມັດທະຍົມຕົ້ນປີ 2/1


  I.    ບົດ​ນຳ
1.1   ຄວາມ​ເປັນ​ມາ ​ແລະ ຄວາມສຳຄັນຂອງ​ບັນຫາ :
ການຈັດກິດຈະກຳ​ການ​ຮຽນ - ການ​ສອນ​ໃນໂຮງຮຽນມັດທະຍົມສົມບູນໜອງຫີນ​ແມ່ນ​ໄດ້
​ເນັ້ນ​ໜັກໃຫ້​ນັກຮຽນ​ເປັນຈຸດໃຈ​ກາງ ໝາຍຄວາມວ່າ:  ກິດຈະກຳແຕ່ລະຢ່າງ ​ໃນວິຊາຮຽນຕ່າງໆ ແມ່ນນັກຮຽນເປັນຜູ້ປະຕິບັດ ​ໂດຍ​ສະເພາະ​ແມ່ນ​ວິ​ຊາ ຄະນິດສາດ ເປັນວິຊາທີ່ມີຫຼັກເກນ, ຫຼັກການ, ນິຍາມ​ ແລະ ອື່ນໆ.  ສະນັ້ນ ຖ້າຫາກຜູ້ຮຽນມີຄວາມເຂົ້າໃຈ ກໍຈະເຮັດໃຫ້ບໍ່ພົບຄວາມຫຍຸ້ງຍາກທາງດ້ານການ
ຮ່ຳຮຽນ.
         ຜ່ານຈາກການສຳພາດ ອາຈານ ອໍລະໄທ ໃນການຈັດການຮຽນ - ການສອນວິຊາຄະນິດ
ສາດຊັ້ນມັດທະຍົມ​ປີ​ທີ 2 ​ເຊິ່ງ​ເປັນ​ຫ້ອງ​ໜຶ່ງ​ທີ່​ມີ​ບັນຫາ​ໃນ​ການ​ສຶກສາຮ່ຳຮຽນ​ຄື: ນັກຮຽນ​ແກ້​ສົມ​ຜົນຂັ້ນ​
ໜຶ່ງທີ່​ມີ​ໜຶ່ງ​ຕົວ​ລັບ​ບໍ່​ໄດ້.  ອັນ​ເນື່ອງມາ​ຈາກ​ການ​ຮຽນ​ຂອງ​ນັກຮຽນ​​ຄື: ບໍ່ຕັ້ງ​ໃຈ​ໃນ​ການ​ຮຽນ, ມັກ​ຂາດ​
ຮຽນ, ບໍ່ຟັງ​ຄຳ​ອະທິບາຍ​ຂອງ​ຄູ​ອາຈານ ອີກ​ຢ່າງ​ໜຶ່ງ​ແມ່ນ​ບັນຫາ​ສຸຂະພາບ​ຂອງ​ຜູ້ກ່ຽວ ​ແລະ ​ທີ່​ສຳ​ຄັນ​
ກໍ່​ແມ່ນ​ເນື່ອງ​ມາ​ຈາກ​ການ​ສິດສອນ​ຂອງ​ຄູ  ​ແລະ  ນັກຮຽນ​ເອງ. ຄູ​ອະທິບາຍ​ບໍ່ຈະ​ແຈ້ງ. ຍົກ​ຕົວຢ່າງ​
ການແກ້ບົດເລກບໍ່ຫຼາກຫຼາຍ​ອັນ​ເຮັດ​ໃຫ້​ນັກຮຽນບໍ່​ເຂົ້າ​ໃຈ​ໃນ​ບັນຫານັ້ນ.
      ການ​ແກ້​ສົມ​ຜົນ​ນີ້​ແມ່ນຕ້ອງ​ອີງ​ໃສ່ຫຼັກ​ເກນ,  ນິຍາມ, ຄຸນ​ລັກສະນະ​ເຂົ້າ​ໃນ​ການ​ແກ້​ເພື່ອ​
ຊອກ​ຫາ​ຄ່າ​ຂອງ​ຕົວ​ລັບ​ນັ້ນ.( ຫຼື ຄ່າ​ຂອງ  )ການ​ແກ້​ສົມ​ຜົນ​ແມ່ນ​ມີ​ຄວາມ​ສຳຄັນ​ເຂົ້າ​ໃນ​ການ​ແກ້​​ໄຂ​
ບັນຫາ ຄື ບົດ​ເລກ​ໂຈດ​ດ້ວຍ​ວິທີ​ສ້າງ​ສົມ​ຜົນ.
      ດັ່ງ​ນັ້ນ ​​ໃນ​ການ​ຮຽນ​ສົມ​ຜົນ​ໃນ​ຊັ້ນ​ມັດທະຍົມ​ປີ​ທີ  2 ຈຶ່ງ​ເປັນ​ທີ່​ຍອມຮັບ​ວ່າ: ສຳຄັນ​ທີ່​ສຸດ
ໃນ​ການ​ຮ່ຳຮຽນ​ວິຊາ ຄະນິດສາດ​ເຊິ່ງມັນ​ໄດ້​ຕິດ​ພັນ​ກັບ​ວິຊາ​ຕ່າງໆ​ເຊັ່ນ: ຟີ​ຊິກ, ​ເຄມີ...
      ຜ່ານ​ຈາກກ​ານສຶກສາ  ​ແລະ  ຕິດຕາມ​ໃນ​ເວລາ​ຮ່ວມ​ໂມງ​ສອນ, ຂຶ້ນສອນ​ຕົວ​ຈິງ​ໄດ້​ທົດ​
ສອບ​ນັກຮຽນ  ​ແລະ  ​ໄດ້​ສອບ​ຖາມ​ຄູ​ເກົ່າ​ຈິ່ງ​ພົບ​ເຫັນ​ບັນຫາ ​ໃນ​ກຸ່ມ​ເດັກ​ນັກຮຽນ​ຊັ້ນ​ມັດທະຍົມ​ປີ​ທີ 2
ຫ້ອງມ  ນັກຮຽນ​ທີ່ຢູ່​ໃນ​ກຸ່ມ​ເປົ້າໝາຍ ທີ່​ຈະ​ດຳ​ເນີນ​ການ​ແກ້​ໄຂ​ບັນຫາ​ຕົວ​ເດັກ​ໃນ​ດ້ານ​ການ​ຮຽນ​ຮູ້.
ມີ​ທັງໝົດ 4 ຄົນ.
      ດັ່ງ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈຶ່ງ​ດຳ​ເນີນ​ການ​ຊອກ​ຮູ້​ບັນຫາ​ເພື່ອ​ນຳ​ມາ​ແກ້​ໄຂ ປັບປຸງ​ບັນຫາ​ທີ່​
ເກີດຂຶ້ນ​ກັບ​ນັກຮຽນ ​ເພື່ອ​ໃຫ້​ນັກຮຽນ​ມີ​ຄວາມ​ຮູ້​ ຄວາມສາມາດ​ໃນ​ດ້ານ​ນີ້​ໃຫ້​ມີ​ຄຸ​ນະພາ​ບ ​ແລະ ດີ​ຂຶ້ນ
​ກວ່າ​ເກົ່່າ​ໃນຕໍ່ໜ້າ.
1.1 ຈຸດປະສົງ​ຂອງ​ການ​ວິ​ໄຈ:
1.2.1 ​ເພື່ອ​ໃຫ້​ນັກຮຽນ​ສາມ​າດຊອກ​ຫາ​ຄ່າ​ຂອງ​ຕົວ​ລັບ​ໄດ້.
1.2.2 ​ເພື່ອ​ໃຫ້​ນັກຮຽນ​ແກ້​ເລກ​ຖືກ​ຕາມ​ແຕ່ລະ​ຂັ້ນ​ຕອນ.
1.2.3 ​ເພື່ອ​ພັດທະນາ​ນັກຮຽນ​ແກ້​ສົມ​ຜົນ​ຂັ້ນ​ໜຶ່ງ ທີ່​ມີໜຶ່ງຕົວ​ລັບ. 


   
II. ວິທີ​ດຳ​ເນີນ​ການ​ວິ​ໄຈ:
     ການ​ດຳ​ເນີນການ​ວິ​ໄຈ​ໃນ​ຄັ້ງ​ນິ້ີ້   ​ແມ່ນ​ການ​ວິ​ໄຈ​ພາກ​ປະຕິບັດ​ແບບ​ໃຫ້​ນັກຮຽນ​ມີ​ສ່ວນ​ຮ່ວມ
ຫຼາຍຂຶ້ນ. ດັ່ງ​ນັ້ນ  ​ທີ​ມງານ​ວິ​ໄຈ​ຂອງ​ຂ້າພະ​ເຈົ້າຈຶ່ງ​ເລືອກ​ຫາ​ວິທີ​ການ​ນຳ​​ມາ​ແກ້​ໄຂ​ການ​ຮຽນ - ການ
​ສອນ​ໃນ​ວິຊາ ຄະ​ນິສາດ​ຂອງ​ໂຮງຮຽນ​ມັດທະຍົມ​ຕົ້ນໜອງຫີນ ກໍຄືຊັ້ນ​ມັດທະຍົມປີ​ທີ 2 ຫ້ອງ ມ 
​ເຊິ່ງມີ​ຂັ້ນ​ຕອນ​ການ​ວິ​ໄຈ​ດັ່ງ​​ນີ້:
2.1 ສຶກສາສະພາບ​ບັນຫາ:  
       ການ​ສຶກສາ​ສະພາບ​ບັນຫາທາງ​ທີ​ມງານ​ວິ​ໄຈ​ໄດ້​ພົວພັນ​ກັບ​ຄູ​ເກົ່າ​ກໍ່ຄື​ຄູປະຈຳ​ວິຊາ ​ແມ່ນ​
ໄດ້​ສຳພາດ​ກັບ​ຄູ​ເກົ່າ​ກ່ຽວກັບບັນຫາ​ທີ່​ເພິ່ນ​ກັງວົນ​ໃຈ ​ແລະ ​ເຫັນ​ວ່າ​ບັນຫາ​ທີ່​ເກີດ​ຂຶ້ນ​ນັ້ນ​ມີ​ຢູ່ 5 ບັນຫາ​
ຄື:
       -​​ ນັກຮຽນ​ບໍ່ສາມາດ​ຈື່​ເອກະ​ຜົນຄວນ​ຈື່
       - ນັກຮຽນ​ແກ້​ສົມ​ຜົນ​ຂັ້ນ​ໜຶ່ງ​ທີ່​ມີ​ໜຶ່ງ​ຕົວ​ລັບ​ບໍ່​ໄດ້
       - ນັກຮຽນ​ບໍ່ຕອບ​ຄຳ​ຖາມ
  - ເລົ່າບັ້ງສູດບໍ່ໄດ້
       - ນັກຮຽນ​ມາ​ໂຮງຮຽນ​ບໍ່ທັນ
       - ນັກຮຽນ​ມີ​ພຶດຕິ​ກຳ​ແຂງ​ກະດ້າງ.
​      ເມື່ອໄດ້ຮູ້ຫຼາຍບັນຫາທີ່ເກີດຂຶ້ນກັບນັກຮຽນ ຫ້ອງມ2/1 ໃນຊົ່ວໂມງຮຽນວິຊາ ຄະນິສາດ.
ດັ່ງນັ້ນ,ທີມງານຂອງພວກຂ້າພະເຈົ້າໄດ້ມີການປຶກສາຫາລືກັນ ໂດຍເລືອກເອົາໜຶ່ງບັນຫາຄື: ນັກຮຽນ
​ແກ້​ສົມ​ຜົນ​ຂັ້ນ​ໜຶ່ງ​ທີ່​ມີ​ໜຶ່ງ​ຕົວ​ລັບ​ບໍ່ໄດ້.   ​ເພື່ອ​ຢາກ​ຊອກ​ສາ​ເຫດ​ທີ່​ແທ້​ຈິງທາງທີມງານ​ວິ​ໄຈ​ຈຶ່ງ​ຕັ້ງ​ຄຳ​
ຖາມ​ວິ​ໄຈ​ວ່າ:
    µ ພວກ​ເຮົາ​ຈະ​ເຮັດ​ແນ​ວ​ໃດ ? ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ນັກຮຽນ​ແກ້​ສົມ​ຜົນ​ຂັ້ນ​
ໜຶ່ງ​ທີ່​ມີ​ໜຶ່ງ​ຕົວ​ລັບ​ບໍ່​ໄດ້.
     ຫຼັງຈາກໄດ້ຕັ້ງຄຳຖາມການວິໄຈແລ້ວ,ທີມງານຂອງພວກຂ້າພະເຈົ້າໄດ້ມີການປຶກສາຫາລື
ກັນຄົ້ນຄວ້າ ແລະ ກໍໄດ້ຕົກລົງກັນຕັ້ງຫົວຂໍ້ວ່າ:ປັບປຸງ ການແກ້ສົມຜົນຂັ້ນໜຶ່ງ ທີ່ມີໜຶ່ງຕົວລັບຂອງ
ນັກຮຽນຫ້ອງ ມ 2 / 1 ເມື່ອໄດ້ຫົວຂໍ້ຂອງການວິໄຈແລ້ວ ທາງທີມງານພວກຂ້າພະເຈົ້າຈຶ່ງໄດ້ວາງ
ແຜນໄວ້ດັ່ງນີ້:
2.2 ການວາງແຜນ:
      - ​ແຕ່ງ​ບົດ​ສອນ   ( ສອນເພີ່ມໃຫ້ກັບກຸ່ມເປົ້າໝາຍ )
      - ຈັດ​ນັກຮຽນ​ເປັນ​ກຸ່ມ, ໃຊ້ແບບຊຸດໃບງານ
      - ຕັ້ັງບົດເລກກ່ຽວກັບສົມຜົນ ໃສ່ກະດານຈຳນວນ 4 ຂໍ້ແລະ ແນະນຳວິທີແກ້ສົມຜົນ
      - ໃຫ້ນັກຮຽນຖາມຄວາມສົນໃຈ
      - ໃຫ້ນັກຮຽນພາຍໃນກຸ່ມແກ້ສົມຜົນຈຳນວນ 4 ຂໍ້
      - ໃກ້ຊິດ, ຕິດແທດກັບນັກຮຽນ (ຕິດຕາມ​ສັງ​ເກດ, ໃຫ້ການແນະນຳ ແລະ ຊວ່ຍເຫຼືອ)
      - ແບ່ງຫົວຂໍ້ບົດເລກໃຫ້ນັກຮຽນ
      - ​ໃຫ້​ນັກຮຽນ​ແກ້​ບົດເລກເປັນ​ບຸກຄົນ ຢູ່ກະດານ
      - ໃຫ້ວຽກບ້ານ ( ພ້ອມທັງກວດວຽກບ້ານ )
2.3 ປະຕິບັດ ແລະ ສັງ​ເກດ:
      ​ແຜນການ​ທີ່​ທາງ​ທີ​ມງານ​ໄດ້​ວາງ​ໄວ້​ນຳ​ໄປ​ປະຕິບັດ ​ເຊິ່ງລາຍ​ລະອຽດດັ່ງ​ລຸ່ມ​ນີ້:
ໃນ​ວັນ​ທີ 15.​ 2. 2013 ​ໄດ້ເຂົ້າສອນເພີ່ມວິຊາ: ຄະນິດສາດ ສອນໂດຍ ນ ດາວວະດີ ຜູ້ເຂົ້າຮວ່ມສັງເກດແມ່ນ ນາງ ຈິດປະສົງ ສິງນິສານ​ໃນ​ທຸກໆທ້າຍ​ຊົ່ວ​ໂມງ 20 ນາທີຂອງຊົ່ວໂມງທີ 6 ພວກຂ້າພະເຈົ້າໄດ້ຈັດກິດຈະກຳການ​ຮຽນ - ການສ​ອນ​ໂດຍ​ທີ່​ມອບ​ກິດຈະກຳໃຫ້ນັກຮຽນ​​ເປົ້າ​ໝາຍປະຕິບັດ. ຈາກ​ນັ້ນ​ຄູ​ໄດ້ອະທິບາຍ​ກ່ຽວ​ກັບ​ການ​ແກ້ສົມ​ຜົນ​ຂັ້ນໜຶ່ງ​ທີ່​ມີ​ໜຶ່ງ​ຕົວ​ລັບ​ ພ້ອມ​ທັງ​ຍົກ​ຕົວຢ່າງ​ໃຫ້ນັກຮຽນເບິ່ງ ​ແລະ ຄູ​ໄດ້​ແນະນຳ​ວິ​ທີ​ແກ້​ສົມຜົນໃຫ້​ແຕ່​ລະຄົນ ໃນ​ນັ້ນ​ຄູ​ໃຫ້​ແຕ່​ລະ​ຄົນ​ຂຶ້ນ​ລາຍ​ງານ​ ຜົນຂອງການລາຍງານຂອງນັກຮຽນພົບ​ວ່າ​: ນັກຮຽນຈໍານວນ 40 ຄົນສາມາດແກ້ເລກດ້ວຍຕົນເອງໄດ້ແຕ່ນັກຮຽນກຸ່ມເປົ້າໝາຍແກ້ເລກບໍ່ທັນໄດ້ດີ, ບໍ່ຮູ້ວິທີການແກ້.
               ວັນ​ທີ 27. 2 .  2013 ​ ​ໃນ​ທ້າຍ​ຊົ່ວ​ໂມງທີ 6 ​ໃຊ້ເວລາ 20 ນາທີ ​ໄດ້​ດຳ​ເນີນ​ການ​ສອນ
ເພີ່ມໃຫ້​​ນັກຮຽນ​ກຸ່ມເປົ້າ​ໝາຍ​ຄື​ ຄູ​ໄດ້​ຕັ້ງ​ບົດ​ເລກ​ສົມ​ຜົນ​ຂັ້ນ​ໜຶ່ງ​ທີ່​ມີ​ໜຶ່ງ​ຕົວ​ລັບ ​ແລະ ໃຫ້ນັກຮຽນ​​​​ແຕ່ລະຄົນ​ອອກ​ແກ້​ສົມ​ຜົນຢູ່​ກະດານ​ເປັນ​ບຸກຄົນ​ ​ໃນ​ນັ້ນ​ສັງ​ເກດ​ເຫັນ​ວ່າ​: ແຕ່ລະຄົນ​ແກ້​ໄດ້ດີແຕ່ຍັງມີຈໍານວນນັກຮຽນ 2 ຄົນ ​ເທົ່ານັ້ນ​ທີ່​ແກ້ບໍ່​ໄດ້ ​ແລະ ຄູ​ໄດ້​ອະທິບາຍ​​ແນະນຳໃຫ້​ນັກ​ຮຽນຕື່ມ​ອີກເປັນຕົ້ນແມ່ນວິທີ​​ແກ້ ການຍ້າຍຕົວລັບຫາຕົວລັບ  ​ແລະ  ​ການຍ້າຍຈຳນວນຈິງຫາຈຳນວນຈິງ. ຄູຕັ້ງບົດເລກ
ແກ້ເປັນຕົວຢ່າງພ້ອມອະທິບາຍໃຫ້ນັກຮຽນເບິ່ງດັ່ງນີ້:
     ຕົວຢ່າງ:  
              
                   
                
                          
    ດັ່ງ​ນັ້ນ: ​ໃຈ​ຜົນ​ຂອງ ​ ແມ່ນ 12
2.4 ການ​ສະທ້ອນ​ຄືນ:
                ຜ່ານ​ການ​ດຳ​ເນີນ​ການ​ວິ​ໄຈ​ໃນ​ຫົວ​ຂໍ້:  ປັບປຸງການ​ແກ້​ສົມ​ຜົນ​ຂັ້ນໜຶ່ງທີ່​ມີໜຶ່ງຕົວ​ລັບ. ຊັ້ນ​
ມັດທະຍົມ​ປີ​ທີ 2 ຫ້ອງມ 2 /1 ​ໄດ້​ສັງເກດ​ເຫັນ​ວ່າ: ນັກຮຽນ​ມີ​ການ​ປັບປຸງ​ປ່ຽນ​​ແປງດ້ານ​ຄວາມ​ຮູ້​ດີ​ຂຶ້ນ
ຖ້າ​ທຽບ​ໃສ່​ແຕ່​ກ່ອນ​ການ​ແກ້​ສົມ​ຜົນ​ແມ່ນ​ມີ​ແຕ່​ພຽງ​ບາງ​ຂໍ້​ເທົ່າ​ນັ້ນ​ທີ່​  ແກ້​ໄດ້​ເຊິ່ງການ​ແກ້​ຂອງ​ເຂົາສ່ວນຫຼາຍ​ແມ່ນ​ຄວາມ​ຈຳ ການເຂົ້າ​ໃຈ​ມີ​ພຽງ​ເລັກໜ້ອຍ. ​ແຕ່​ປະຈຸບັນ​ນີ້ນັກຮຽນ​ດັ່ງກ່າວ  ຫຼື  ກຸ່ມ​​ເປົ້າ​ໝາຍ ​ສາມາດແກ້​​ສົມ​ຜົນ​ໄດ້ ​ແລະ​ ຖືກຕ້ອງ​ເພາະວ່າ​ມີ​ຄວາມ​ເຂົ້າ​ໃຈ​ໃນ​ດ້ານ​ເນື້ອ​ໃນ, ຫຼັກ​ເກນ, ນິຍາມ ຂັ້ນຕອນ​​ໃນ​ການ​ແກ້. ​ເຊິ່ງ​ຜ່ານ​ການ​ທົດ​ສອບ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ສຳ​ເລັດ​ຕາມ​ເວລາ​ທີ່​ກຳນົດ​ໄວ້.   ​ແລ້ວ
ພົບວ່າ: ນັກຮຽນກຸ່ມເປົ້າໝາຍໄດ້ມີຄວາມກ້າວໜ້າໃນການແກ້ສົມຜົນເທື່ອລະກ້າວ.

III. ສະຫຼຸບ:
      ຜ່ານ​ການ​ດຳ​ເນີນການ​ວິ​ໄຈ​ພາກ​ປະຕິບັດ​ໃນ​ຫ້ອງ​ຮຽນ  ​ໃນ​​​ຫົວ​ຂໍ້: ປັບປຸງການ​ແກ້​ສົມ​ຜົນ
ຂັ້ນ​ໜຶ່ງ​ທີ່​ມີໜຶ່ງ​ຕົວ​ລັບ ​ຊັ້ນ​ມັດທະຍົມສຶກສາ ​ປີ​ທີ  2  ຫ້ອງ  ມ ​ ໂຮງຮຽນ​ມັດທະຍົມ​ສົມບູນຕົ້ນ​
ໜອງຫີນ.​ ເຊິ່ງ​ໄດ້​ປະຕິບັດ​ແຕ່​ວັນ​ທີ 15.02.2012 ຫາ​ວັນ​ທີ 12.03.2012 ຕາມຂັ້ນ​ຕອນ​ຂອງ​ການ​ວິ​ໄຈ ​ໃນ​ແຕ່ລະ​ຂັ້ນ​ຕອນ​​ສັງ​ເກດ​ເຫັນ​ວ່າ: ນັກຮຽນ​​ໃນ​ກຸ່ມ​ເປົ້າ​ໝາຍ​​ຫ້ອງ ມ.ຈໍານວນ 4 ຄົນ; ຍິງ 2 ຄົນໄດ້​ມີ​ການ​ປ່ຽນ​ແປງພຶດຕິກໍາ​ທາງ​ດ້ານ​ການ​ຮຽນຮູ້    ກ່ຽວກັບການ​​ແກ້​ສົມ​ຜົນ​ຂັ້ນ​ໜຶ່ງທີ່​ມີ​ໜຶ່ງ​ຕົວ​ລັບ​ ​ນັກຮຽນມີ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ຫຼັກ​ເກນ, ນິຍາມ  ​ແລະ ວິທີ​ການ​ແກ້​ ຫຼື ຄິດ​ໄລ່ ເຊິ່ງສະ​ແດງ​ອອກ​​ໃນ​
ບົດ​ທົດ​ສອບ​ຂອງ​ນັກຮຽນ​ກຸ່ມ​ເປົ້າໝາຍ​ສາມາດແກ້​ບົດ​ເລກ​ຖືກຕ້ອງ​ຕາມ​ແຕ່ລະຂັ້ນຕອນ, ສາມາດຊອກ
​ຫາ​ຄ່າຂອງ​ຕົວ​ລັບ​​ ​ແລະ ​ເອົາ​ໃຈ​ຜົນຂອງ​ສົມ​ຜົນໄດ້. 
          ສະ​ນັ້ນ, ທາງທີ​ມງານວິ​ໄຈ​ຂອງ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ມີຄວາມ​ພາກພູມ​ໃຈໃນການເຮັດການ
ວິໄຈຄັ້ງນີ້ ​ທີ່​ໄດ້ນຳ​ບັນຫາ​ດັ່ງກ່າວ​ມາ  ປັບປຸງ,   ​ແກ້​ໄຂ​ ​ທາງ​ດ້ານ​ການ​ຮຽນຮູ້​ຂອງເດັກ​ນັກຮຽນຫ້ອງ
 ມ ຈໍານວນ 4 ຄົນ, ຍິງ 2 ຄົນ.ໃນ​ການ​ແກ້​ສົມ​ຜົນ​ຂັ້ນ​ໜຶ່ງ​ທີ່​ມີ​ໜຶ່ງ​ຕົວ​ລັບ ​ເພາະວ່າ ຈະເປັນພື້ນ
ຖານທີ່ຂາດ​ບໍ່​ໄດ້ ​ແລະ ຈະມີ​ການນຳ​ໃຊ້​ ​ຫຼື ຈັດການ​ຮຽນ-ການ​ສອນ​ໃນ​ຊັ້ນ​ຮຽນ​ຕໍ່ໆ​ໄປ. 
     ​      ໃນ​ການ​ດຳ​ເນີນການ ການ​ວິ​ໄຈ​ພາກ​ປະຕິບັດ​​ໃນ​ຫ້ອງ​ຮຽນ ​​ຄັ້ງ​ນີ້ີທີມງານ​ວິ​ໄຈ​ຂອງ​ພວກ
​ຂ້າພະ​ເຈົ້າ​ຖືວ່າ: ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ ແລະ ລາຄາແພງທີ່​ສຸດ ພວກ​ຂ້າພະເຈົ້າສັນຍາວ່າຈະ​ນຳໄປ​ໃຊ້ໃນການປັບປຸງ​ການ​ຮຽນ - ການ​ສອນ ​ໃຫ້​ມີ​ຄຸນະພາ​ບ​ໃນ​ອານາຄົດຕໍ່ໜ້າ​ອັນ​ໃກ້​ນີ້.
IV. ຂໍ້​ສະ​ເໜີ​ແນະ
   4.1 ຂໍ້​ສະ​ເໜີ​ແນະ​ຜົນ​ການ​ວິ​ໄຈ​ຕໍ່​ໄປ
        - ສະ​ເໜີ​ໃຫ້​ຄູ​ເກົ່າ​ຈົ່ງ​ໃຫ້​ຄວາມ​ໃກ້​ຊິດ, ຕິດຕາມ​  ແລະ  ​ໃຫ້​ຄວາມຊ່ວຍ​ເຫຼືອ​ແກ່​ນັກ
          ຮຽນທີ່​ຢູ່ໃນ​ກຸ່ມ​ເປົ້າ​ໝາຍ.
4.2. ຂໍ້​ສະ​ເໝີ​ແນະ​ໃນ​ການ​ວິ​ໄຈ​ຄັ້ງ​ຕໍ່​ໄປ.
      - ຄວນ​ຈະ​ເຮັດ​ການ​ວິ​ໄຈ​ກ່ຽວກັບ: ການ​ແກ້​ລະບົບ​ສົມ​ຜົນ​
        - ຄວນ​ສຶກສາກ່ຽວກັບ: ລະບົບ​ສົ​ມຜົນ​
V. ​ເອກະສານອ້າງ​ອີງ.
         - ບົດ​ຮຽບຮຽງການ​ວິ​ໄຈ​ພາກ​ປະຕິບັດ​ຕົວ​ຈິງ ອາຈານ ພູມີ ຈັນທະ​ລັງສີ.
         - ​ແບບຮຽນຄະນິດສາດ ປີ​ທີ 2.
VI. ຫຼັກຖານ​ປະກອບ​ການ​ການວິໄຈ.
   ©  ບົດ​ສອນ.
   ©  ​ແຜ່ນພູມ
   ©  ບົດ​ສຳພາດ​ຄູ-ນັກຮຽນ
   ©  ຮ່າງ​ສັງ​ເກດ.
   ©  ​ແຜນການ​ເຄື່ອນ​ໄຫວການ​ວິ​ໄຈ.
   ©  ບັນທຶກ​ປະຈຳ​ວັນ.
   ©  ​ໂຄງການ.
   ©  ຮູບ​ພາບ.

ไม่มีความคิดเห็น:

แสดงความคิดเห็น