I. ບົດນຳ
1.1 ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ
ການສຶກສາເປັນພື້ນຖານທີ່ສຳຄັນຂອງບຸກຄົນ ແລະ
ສັງຄົມ ເຊິ່ງເປັນທີ່ຍອມຮັບກັນວ່າ ການສຶກສາເປັນປັດໄຈສຳຄັນ ແລະ
ເປັນຂອງມະນຸດໝົດທຸກຄົນ ທີ່ຂາດບໍ່ໄດ້
ຄວາມສຳຄັນຂອງການສຶກສາປະກົດຊັດໃນປະລິນຍາສາກົນວ່າດ້ວຍ ມະນຸດທີ່ບໍ່ມີໃຜປະຕິເສດໄດ້ “ການສຶກສາ “
ໄດ້ກາຍເປັນປັດໄຈພື້ນຖານໃນການດຳລົງຊີວິດ
ຄວາມຕ້ອງການທາງການສຶກສາໃນສັງຄົມໄດ້ເພີ່ມຂຶ້ນ
ປະຊາຊົນຮຽກຮ້ອງໃຫ້ໄດ້ຮັບການສຶກສາຢ່າງທົ່ວເຖິງ ລັດ ແລະ ເອກະຊົນ
ພະຍາຍາມທີ່ສະໜອງຄວາມຕ້ອງການໃນການສຶກສາ ໂດຍຈັດໃຫ້ມີການສຶກສາຫຼາຍແບບ, ຫຼາຍລະດັບ,
ຫຼາຍປະເພດ ໂດຍພະຍາຍາມ ຂະຫຍາຍການສຶກສາທັງໃນລັກສະນະປະລິມານ ແລະ ລັກສະນະຄຸນະພາບ ເຊິ່ງປະຈຸບັນນີ້ເປັນຍຸກແຫ່ງການປະຕິຮູບການສຶກສາເປີດໂອກາດໃຫ້ທຸກຄົນໄດ້ຮຽນ
ຕາມແນວຄິດທີ່ວ່າ “ ທຸກຄົນທີ່ຢາກຮຽນຕ້ອງໄດ້ຮຽນ” ການສຶກສາເປັນເຄື່ອງມືສໍາຄັນໃນການສ້າງຄົນ
ເຊິ່ງເປັນຜົນຜະລິດຂອງລະບົບການສຶກສາທີ່ສາມາດປັບຕົວ ແລະ
ແກ້ໄຂບັນຫາທີ່ມີຄວາມຫຼາກຫຼາຍໃນສະພາບການທີ່ປ່ຽນແປງຢ່າງໄວວາ ສາມາດພັດທະນາຕົນເອງ,
ຄົວຄອບ, ຊຸມຊົນ ແລະ
ຕະຫຼອດຈົນປະເທດຊາດໃຫ້ກ້າວໜ້າຢ່າງເພີ່ງປະສົງໂດຍພັດທະນາຄົນນັ້ນກໍມີສາດທີ່ເຂົ້າມາກ່ຽວຂ້ອງຫຼາກຫຼາຍ.
ຄະນິດສາດເປັນວິຊາທີ່ມີລັກສະນະນາມມະທໍາທີ່ກ່ຽວຂ້ອງກັບຄວາມຄິດ,
ຂະບວນການເຫດຜົນ ມີການພົວພັນກັບການດຳລົງຊີວິດປະຈຳວັນຂອງມະນຸດ,
ໂດຍສົ່ງເສີມໃຫ້ມວນມະນຸດມີຄວາມຄິດມີເຫດຜົນ, ຮອບຄອບ, ຄວາມປະພຶດ, ຄວາມລະອຽດຖີ່ຖ້ວນ,
ມີຄວາມຄິດລິເລີ່ມ ແລະ ສັງຄົມ.
ຄະນິດສາດຍັງມີຄວາມສໍາຄັນທີ່ຊ່ວຍໃຫ້ວິທະຍາສາດ, ວິທະຍາການ,
ຂະແໜງການຕ່າງໆຈະເລີນກ້າວໜ້າ. ດັ່ງນັ້ນທຸກໆຊາດຈຶ່ງເຫັນໄດ້ຄວາມສຳຄັນຂອງ
ວິຊາຄະນິດສາດທີ່ມີຕໍ່ພົນລະເມືອງ ແລະ
ສັງຄົມຈຶ່ງໄດ້ຈັດວິຊາຄະນິດສາດເຂົ້າໄວ້ໃນຫຼັກສູດຂອງທຸກລະດັບຊັ້ນຮຽນ.
ຄະນິດສາດເປັນວິຊາທີ່ກ່ຽວຂ້ອງກັບຄວາມຄິດ
ເຊິ່ງມີລັກສະນະນາມມະທໍາຊ່ວຍໃຫ້ເຮົາຄິດເປັນ,ແກ້ບັນຫາຢ່າງມີເຫດມີຜົນ,
ມີໄຫວພິກຕະຫຼອດຈົນພະຍາຍາມຄົ້ນຄິດເຖິງສິ່ງໃໝ່ເຊິ່ງເຮົາໄດ້ນຳໃຊ້ຄະນິດສາດພິສູດຢ່າງມີເຫດຜົນວ່າສິ່ງທີ່ເຮົາຄິດນັ້ນເປັນຈິງ
ຫຼື ບໍ ? ແລ້ວຈຶ່ງເອົາໄປນຳໃຊ້ ແລະ ແກ້ບັນຫາຕ່າງໆ. (ສີຖານ ສຸຂະວົງ ,1998, ໜ້າ 1)
ຄະນິດສາດໃນໂຮງຮຽນປະຖົມ
ແມ່ນແນ່ໃສ່ພັດທະນາຄວາມຮູ້ຄວາມສາມາດໃນການຄົ້ນຄິດ, ຄຳນວນ, ຮູ້ໄຕ່ຕອງຫາເຫດຫາຜົນ,
ສ້າງຄວາມຊິນເຄີຍໃນລະບຽບແບບແຜນ, ທັງເຮັດໃຫ້ນັກຮຽນສາມາດສະແດງແນວຄວາມຄິດ ແລະ
ພຶດຕິກຳຂອງຕົນອອກຢ່າງຊັດເຈນ ທັງໝົດເຫຼົ່ານີ້ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເປັນເຄື່ອງມືໃນການຮຽນວິຊາອື່ນໆ
ແລະ ໃນການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບດີ. ນອກຈາກນີ້ແລ້ວ
ຄະນິດສາດຢູ່ໃນໂຮງຮຽນປະຖົມຍັງແນໃສ່ປູກຝັງ ແລະ
ສົ່ງເສີມເຈຕະຄະຕິທີ່ດີຕໍ່ຄະນິດສາດ.(ສີຖານ ສຸຂະວົງ ,1998, ໜ້າ 3)
ໂຮງຮຽນປະຖົມສົມບູນ ປາກຕາພານ ເມືອງ ລະຄອນເພັງ ແຂວງ ສາລະວັນ ກໍ່ເປັນອີກໂຮງຮຽນ
ໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາ ເມືອງ ລະຄອນເພັງ ແຂວງ ສາລະວັນ. ໄດ້ຮັບການສ້າງຕັ້ງຂຶ້ນໃນປີ ຄສ 1969 ມີອາຄານ 2 ຫຼັງ ໃນນັ້ນ, ນຳໃຊ້ເປັນຫ້ອງຮຽນ 7 ຫ້ອງຮຽນ,ສົກຮຽນ 2012 – 2013
ໂຮງຮຽນຫຼັງນີ້ມີຄູສອນທັງໝົດ
7 ຄົນ,
ຍິງ
5 ຄົນ ແລະ ນັກຮຽນທັງໝົດ 159 ຄົນ, ຍິງ 80 ຄົນ ນັກຮຽນສ່ວນຫຼາຍແມ່ນເປັນລູກຫຼານຂອງພໍ່ແມ່ປະຊາຊົນທີ່ຖືອາຊີບເຮັດນາ, ເຮັດສວນ.
ສະພາບການຮຽນ-ການສອນທີ່ໂຮງຮຽນປະຖົມສົມບູນປາກຕາພານ ແມ່ນໄດ້ດຳເນີນການສອນແບບ
ເອົາຄູເປັນໃຈກາງ
ແລະ ນັກຮຽນເປັນໃຈກາງໂດຍທົ່ວໄປແລ້ວໄດ້ນຳໃຊ້ວິທີສອນຕ່າງໆທີ່ໄດ້ຮັບການຮໍ່າຮຽນ ຫຼື
ຈາກການເຝິກອົບຮົມຕ່າງໆ.
ການຈໍາແນກບົດເລກການຄໍານວນເປັນທັກສະທີ່ມີຄວາມສໍາຄັນຢ່າງຍິ່ງຕໍ່ການຈັດການຮຽນ-ການສອນວິຊາຄະນິດສາດ
ຈາກການຈັດການຮຽນ-ການສອນໃນຫ້ອງຮຽນ ປ 5 ທີ່ມີຈຳນວນນັກຮຽນທັງໝົດ 46 ຄົນ, ຍິງ 22 ຄົນ,
ຜູ່ວິໄຈພົບວ່ານັກຮຽນສ່ວນຫຼາຍບໍ່ສົນໃຈຕໍ່ກັບການຮຽນ, ບໍ່ຟັງຄູອະທິບາຍ,
ເອົາເລື່ອງອື່ນມາໂສກັນ ແລະ ຈຳແນກຜົນຫານເປັນຈຳນວນທົດສະນິຍົມບໍ່ໄດ້
ແຕ່ນັກຮຽນສ່ວນໃຫຍ່ເຮັດໄດ້ຕາມເກນທີ່ກຳນົດມີແຕ່ນັກຮຽນ 4
ຄົນນີ້ບໍສາມາດຈຳແນກຜົນຫານເປັນຈຳນວນທົດສະນິຍົມໄດ້
ໃນການສອນຈຳນວນທົດສະນິຍົມມັນມີຄວາມສຳຄັນໃນຊີວິດປະຈຳວັນເຊັ່ນ: ການວັດແທກ,
ການແບ່ງປັນ, ການບວກ, ການຄູນ ແລະ ການຫານ ນອກຈາກນັ້ນຍັງຈະເຮັດໃຫ້ນັກຮຽນເຂົ້າໃຈ,
ຄວາມຮັບຮູ້ ແລະ ເອົາໄປນຳໃຊ້ໃນການຮຽນຮູ້ບັນຫາໃໝ່ອີກດ້ວຍ.
ສະນັ້ນຜູ່ວິໄຈມີແນວຄິດຢາກປັບປຸງໃຫ້ມັນດີໂດຍໃຫ້ນັກຮຽນຈໍາແນກໄດ້ຈິ່ງເອົາບັນນີ້ມາເຮັດການວິໄຈໃນຫ້ອງຮຽນ.
1.2 ຈຸດປະສົງຂອງການວິໄຈ
1. ເພື່ອໃຫ້ນັກຮຽນຈຳນວນ 4 ຄົນ ສາມາດຊອກຜົນຫານເປັນຈຳນວນທົດສະນິຍົມໄດ້.
2. ເພື່ອປັບປຸງການຮຽນຂອງນັກຮຽນ ແລະ ການສິດສອນຂອງຄູໃຫ້ດີຂຶ້ນ.
II. ວິທີດຳເນີນການວິໄຈ
2.1 ສຶກສາສະພາບບັນຫາ
ເພື່ອຕ້ອງການເກັບກຳຂໍ້ມູນໃຫ້ລະອຽດ ແລະ ມີຄວາມຊັດເຈນກວ່າເກົ່າ ດັ່ງນັ້ນ,
ໃນວັນທີ
4
/ 2 / 2013 ຂ້າພະເຈົ້າຈຶ່ງໄດ້ສຳພາດຄູເກົ່າໄດ້ເລັ່ງໃສ່ດ້ານພຶດຕິກຳ ແລະ
ດ້ານການຮໍ່າຮຽນ
ເຊິ່ງເພິ່ນໃຫ້ຂໍ້ມູນວ່າ
ນັກຮຽນ ຈຳນວນ 4 ຄົນ ນີ້ ພື້ນຖານການຮຽນຮູ້ບໍດີ,
ນັກຮຽນຂາດການເຝິກຜົນໃນການຈຳແນກຢ່າງຕໍ່ເນື່ອງຈິ່ງເຮັດໃຫ້ນັກຮຽນມີບັນຫາໃນການຮຽນຮູ້,
ຈາກການສຳພາດຄູເກົ່ານັ້ນກໍ່ໄດ້ຂໍ້ມູນຍັງບໍ່ທັນພຽງພໍເທື່ອ ດັ່ງນັ້ນ
ເພື່ອຢາກໄດ້ຂໍ້ມູນອີກ ຂ້າພະເຈົ້າກໍໄດ້ເຊີນຄູ່ຮ່ວມງານມາສັງເກດການສອນຂອງຂ້າພະເຈົ້າວິຊາ ຄະນິດສາດ ໃນຫ້ອງປ5 ບົດທີ 21 ຫົວຂໍ້ ຜົນຫານເປັນຈຳນວນທົດສະນິຍົມ ເວລາ 2 ຊົ່ວໂມງຈາກການສັງເກດເຫັນວ່າສື່ການສອນທີ່ນຳມາໃຊ້ມີພຽງແຕ່ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູເທົ່ານັ້ນ. ກ່ອນການດຳເນີນການຮຽນ-ການສອນຄູໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຄື: ພວກນ້ອງຜ່ານມາເຄີຍແບ່ງປັນກັນຢູ່ບໍ ? ຈາກນັ້ນ ຄູຈຶ່ງນຳເຂົ້າສູ່ບົດຮຽນໃໝ່ກ່ຽວກັບຜົນຫານເປັນຈຳນວນທົດສະນິຍົມໃນການສອນບົດໃໝ່ ຂັ້ນຕອນທຳອິດແມ່ນຄູດຳເນີນການສິດສອນແບບດາວຫ້າແຈ ຫຼື ວິທີສອນເນັ້ນຜູ້ຮຽນເປັນໃຈກາງ
ການຮຽນຮູ້ຈະປະສົບຜົນສຳເລັດຫາກຜູ້ຮຽນມີສ່ວນຮ່ວມໃນກິດຈະກຳການສອນສຳພັນທະພາບທີ່ດີລະຫວ່າງຜູ້ຮຽນ ຈາກນັ້ນຄູກໍ່ຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນອອກມາແກ້ເລກຢູ່ກະດານ ແຕ່ກຸ່ມເປົ້າໝາຍບໍ່ສົນໃຈຕໍ່ກັບການຮຽນເລີຍ, ສ່ວນຄູບາງຄັ້ງກໍ່ແນະນຳນັກຮຽນວ່າຖ້າໃຜແລ້ວໃຫ້ກວດຄືນແລ້ວອອກມາແກ້ໃຫ້ໝູ່ເບິ່ງກ່ຽວກັບການຫານເລກ,ເມື່ອຄູເອີ້ນນັກຮຽນກຸ່ມເປົ້າໝາຍອອກມາຫານເລກຢູ່ກະດານເຫັນວ່າພວກເຂົາບໍ່ສາມາດຫານໄດ້. ເມື່ອເປັນແນວນັ້ນຄູຈຶ່ງເອີ້ນເອົານັກຮຽນເກັ່ງອອກມາແກ້ຊ່ວຍ ຈາກນັ້ນ, ຄູ ແລະ
ນັກຮຽນກໍ່ຮ່ວມກັນສະຫຼຸບບົດຮຽນກ່ຽວກັບການຫານເລກເປັນຈຳນວນທົດສະນິຍົມ.
ຜ່ານການສັງເກດການສອນຂອງຄູ່ຮ່ວມງານເຊິ່ງໃຊ້ເວລາປະມານ 2 ຊົ່ວໂມງ ຄູ່ຮ່ວມງານຄິດວ່າ ບັນຫາທີ່ນັກຮຽນຈຳນວນ 4 ຄົນບໍ່ສາມາດຫານເລກເປັນຈຳນວນທົດສະນິຍົມບໍ່ໄດ້ນີ້ແມ່ນເກີດມາຫຼາຍສາເຫດ, ສາເຫດໜຶ່ງເກີດຈາກຄູຜູ້ທີ່ສອນທີ່ບໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອໃກ້ຊິດຕິດແທດນັກຮຽນກຸ່ມ
ເປົ້າໝາຍນັກຮຽນຈຳນວນ 4 ຄົນ, ອີກຢ່າງໜຶ່ງການສິດສອນຂອງຄູແມ່ນຍັງຂາດການນຳໃຊ້ສື່ການສອນມາປະກອບ
ນັກຮຽນຍັງຂາດທັກສະການສັງເກດ ແລະ ຈຳແນກວ່າອັນໃດເປັນຜົນຫານຈຳນວນທົດສະນິຍົມ. ເພື່ອຕ້ອງການພັດທະນາການຮຽນການສອນຂອງຄູ ແລະ ນັກຮຽນໃຫ້ມີປະສິດທິພາບຍິ່ງ
ຂຶ້ນຈຶ່ງໄດ້ຄຳຖາມວິໄຈດັ່ງນີ້:
“ ພວກເຮົາຈະເຮັດແນວໃດ ເພື່ອໃຫ້ນັກຮຽນຫ້ອງປ5 ຈຳນວນ 4 ຄົນ ສາມາດຫານເລກຜົນຫານເປັນ
ຈຳນວນທົດສະນິຍົມໄດ້”
2.2 ຂັ້ນຕອນການວາງແຜນ
ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາ
ແລະ
ກຳນົດຫົວຂໍ້ວິໄຈເປັນທີ່ຮຽບຮ້ອຍແລ້ວ ມາ
ຮອດວັນທີ 8 / 2 / 2013 ຂ້າພະເຈົ້າກໍ່ໄດ້ປຶກສາຫາລືກັບຄູ່ຮ່ວມງານ ແລະ ຮ່ວມກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວປ່ຽນພຶດຕິກຳໃນທາງທີ່ດີ
ຂຶ້ນເຊິ່ງໄດ້ກຳນົດແຜນການລະອຽດດັ່ງລຸ່ມນີ້:
ວາງແຜນຄັ້ງທີ 1
- ການຈັດກຸ່ມໃຫ້ຫ່າງກວ່າເກົ່າ ແລະ ຕາມຄວາມເໝາະສົມຂອງຫ້ອງ.
-
ຄູໃຫ້ຄວາມໃກ້ຊິດກັບນັກຮຽນແຕ່ລະຄົນໃຫ້ຫຼາຍຂຶ້ນໂດຍສະເພາະນັກຮຽນກຸ່ມເປົ້າໝາຍ.
-
ຕ້ອງມີຫົວໜ້າກຸ່ມໃນແຕ່ລະກຸ່ມໂດຍເລັງໃສ່ນັກຮຽນກຸ່ມເປົ້າໝາຍມາເປັນຫົວໜ້າ.
-
ສ້າງບັ້ງເລກໃສ່ເຈ້ຍແຜ່ນໃຫຍ່ໄປຕິດໄວ້ຢູ່ໃນຫ້ອງໃຫ້ນັກຮຽນເບິ່ງເພື່ອເຝິກແອບການແກ້ຜົນຫານ
ເປັນຈຳນວນທົດສະນິຍົມ.
-ຈົ່ງສັງເກດຕົວຢ່າງແລ້ວຄິດໄລ່ຂໍ້ຕໍ່ໄປນີ້:
ຕົວຢ່າງ:
22 : 4 = 5,5
ກ. 10 : 4 = ງ. 4 : 5 =
ຂ. 12 : 5 = ຈ. 24 : 32 =
ຄ. 11 : 2 = ສ. 6 : 48 =
2.3 ການປະຕິບັດ ແລະ
ສັງເກດ
ຫຼັງຈາກໄດ້ວາງແຜນມາແລ້ວ ຂ້າພະເຈົ້າໄດ້ສອນເອງເຊິ່ງໃຫ້ຄູ່ຮ່ວມງານເປັນຜູ້ສັງເກດໃຊ້ວິທີການສິດສອນເຂົ້າໃນການສິດສອນຕົວຈິງເພື່ອໃຫ້ກຸ່ມເປົ້າໝາຍໄດ້ຄ່ອຍໆປ່ຽນແປງພຶດຕິກຳເກົ່າເຊິ່ງອຽດດັ່ງລຸ່ມນີ້:
ການປະຕິບັດ ແລະ ສັງເກດຄັ້ງທີ 1
ວັນທີ 12 / 2 / 2013 ຂ້າພະເຈົ້າໄດ້ເປັນຜູ້ສອນເອງ ແລະ ນຳເອົາແຜນການທີ່ວາງໄວ້ໄປປະຕິບັດໃນເວລາດຳເນີນການຮຽນ-ການສອນ ວິຊາຄະນິດສາດ ຫ້ອງ
ປ5 ບົດທີ21 ຜົນຫານເປັນຈຳນວນທົດສະນິຍົມ. ຄູ່ຮ່ວມງານເປັນຜູ້ສັງເກດກ່ອນດຳເນີນການສອນ ສັງເກດເຫັນວ່າຄູຜູ້ທີ່ສອນໄດ້ມີການກະກຽມບົດສອນ ແລະ ສື່ການສອນເປັນຢ່າງດີ ນອກຈາກປຶ້ມແບບຮຽນແລ້ວຍັງມີເຈ້ຍແຜ່ນໃຫຍ່ທີ່ແກ້ເລກບັ້ງຜົນຫານເປັນຈຳນວນທົດສະນິຍົມ ເພື່ອເປັນບ່ອນອີງໃນເວລາຮຽນກ່ອນການດຳເນີນການສອນ ຄູໄດ້ທວນຄືນບົດຮຽນເກົ່າຜ່ານມາຈາກນັ້ນ ຄູໄດ້ເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້ ຜົນຫານເປັນຈຳນວນທົດສະນິຍົມ ຄູໄດ້ນຳເອົາວິທີການແກ້ເລກ ຜົນຫານເປັນຈຳນວນທົດສະນິຍົມ ໃສ່ເຈ້ຍແຜ່ນໃຫຍ່ມາຕິດໃສ່ກະດານ.
ຄູແນະນຳນັກຮຽນວິທີການຫານເລກເປັນຈຳນວນທົດສະນິຍົມໃຫ້ນັກຮຽນຟັງໂດຍນຳໃຊ້ນັກຮຽນກຸ່ມ
ເປົ້າໝາຍ ເຊິ່ງໄດ້ເອີ້ນນັກຮຽນເກັ່ງມາຫານໃຫ້ເບິ່ງກ່ອນແລ້ວເອີ້ນນັກຮຽນໃນກຸ່ມເປົ້າໝາຍອອກມາແກ້
ເລກ ຜົນຫານເປັນຈຳນວນທົດສະນິຍົມເທື່ອລະຄົນ ສັງເກດເຫັນວ່ານັກຮຽນບາງຄົນກໍ່ສາມາດແກ້ໄດ້
ແລະ ບາງຄົນກໍ່ແກ້ບໍ່ໄດ້ແຕ່ຄູກໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອຈົນເຂົາສາມາດແກ້ໄດ້ ຈາກນັ້ນ ຄູແບ່ງ
ນັກຮຽນອອກເປັນ 6 ກຸ່ມຄູໃຫ້ນັກຮຽນເອົາປຶ້ມແບບຮຽນຂຶ້ນມາເບິ່ງໃນບົດທີ21 ຜົນຫານເປັນຈຳນວນ
ທົດສະນິຍົມແລ້ວໃຫ້ນັກຮຽນແຕ່ລະກຸ່ມແກ້ບົດເຝິກຫັດ ຂໍ້ທີ1 ໜ້າທີ 57 ສັງເກດເຫັນວ່ານັກຮຽນກຸ່ມ
ເປົ້າໝາຍຈຳນວນ 2 ຄົນໄດ້ເອົາໃຈໃສ່ຄົ້ນຄິດເພາະນັກຮຽນ 2 ຄົນນີ້ໄດ້ຮັບການຊ່ວຍເຫຼືອຈາກຄູໃນ
ການແນະນຳວິທີການແກ້ເລກ ແລະ ໃຫ້ກຳລັງໃຈ ນອກຈາກນັ້ນ, ນັກຮຽນທີ່ຮຽນເກັ່ງຢູ່ໃນກຸ່ມດຽວກັນ
ໄດ້ໃຫ້ຄວາມຊ່ວຍເຫຼືອໃນການອະທິບາຍວິທີການແກ້ເລກ ອີກ 2 ຄົນແມ່ນຍັງບໍ່ສົນໃຈມີແຕ່ອາໄສນັກ
ຮຽນທີ່ຮຽນເກັ່ງແຕ່ຢູ່ໃນກຸ່ມເປັນຜູ້ເຮັດ. ຄູຜູ້ສອນໄດ້ເລາະຕິດຕາມເບິ່ງແຕ່ລະກຸ່ມຈາກນັ້ນ ຄູໃຫ້ນັກຮຽນ
ແຕ່ລະກຸ່ມອອກມາລາຍງານພໍຮອດກຸ່ມເປົ້າໝາຍຄູໃຫ້ນັກຮຽນກຸ່ມເປົ້າໝາຍອອກມາລາຍງານຫຼັງຈາກ
ນັ້ນ ຄູ ແລະ ນັກຮຽນພ້ອມກັນສະຫຼຸບບົດຮຽນ.
ສະທ້ອນຄືນຄັ້ງທີ 1
ຈາກການປະຕິບັດຄັ້ງນີ້ ສັງເກດເຫັນວ່າໃນເວລາທີ່ຂ້າພະເຈົ້າໄດ້ຕິດແຜ່ນພູມໃສ່ກະດານນັກຮຽນມີຄວາມສົນໃຈ,
ມີຄວາມກະຕື້ລົ້ນຢາກອ່ານ ແລະ ສົນໃຈໃນບົດຮຽນ ຕໍ່ຈາກນັ້ນຂ້າພະເຈົ້າກໍໄດ້ໃຊ້ວິທີສອນແບບເປັນກຸ່ມ,
ນັກຮຽນເກັ່ງປົນກັບນັກຮຽນເປົ້າໝາຍສັງເກດເຫັນວ່ານັກຮຽນມີການປະກອບຄຳຄິດເຫັນສົນທະນາແລກປ່ຽນຄວາມຮູ້
ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ . ສ້າງໃຫ້ນັກຮຽນໄດ້ເຝິກແອບໃນການຈຳແນກຜົນຫານເປັນຈຳນວນທົດສະນິຍົມຂອງນັກຮຽນໃນກຸ່ມເປົ້າໝາຍຈຳນວນ 2 ຄົນແມ່ນຄ່ອຍໆມີພຶດຕິກຳປ່ຽນແປງດີຂຶ້ນ ເຂົາສາມາດແກ້ເລກຜົນຫານເປັນຈຳນວນທົດສະນິຍົມໄດ້ ແຕ່ຄູຍັງໃຫ້ຄຳແນະນຳຊ່ວຍເຫຼືອໃນເວລາປະຕິບັດຢູ່ແຕ່ວ່ານັກຮຽນກໍ່ຍັງບໍ່ສາມາດເຮັດໄດ້ດ້ວຍຕົນເອງ ນັກຮຽນກຸ່ມເປົ້າໝາຍ2 ຄົນແມ່ນຍັງບໍ່ທັນປ່ຽນແປງພຶດຕິກຳຫຍັງເລີຍ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ສົນທະນາປຶກສາຫາລືກັບຄູ່ຮ່ວມງານແລ້ວວາງແຜນຄືນໃໝ່ອີກ.
2.4 ການວາງແຜນຄັ້ງທີ 2
ເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວປ່ຽນແປງພຶດຕິກຳດີ
ຂຶ້ນ ມາຮອດວັນ ສຸກ ວັນທີ 15 / 2 / 2013 ຂ້າພະເຈົ້າຈຶ່ງໄດ້ປຶກສາຫາລືກັບຄູ່ຮ່ວມງານເພື່ອຮ່ວມກັນວາງອີກເປັນຮອບທີສອງ( ນຳໃຊ້ຕາມແຜນຄັ້ງທີ1 ) ແລະ ໄດ້ວາງແຜນຄັ້ງທີ2 ດັ່ງນີ້:.
- ສອນເພີ່ມໃຫ້ນັກຮຽນກຸ່ມເປົ້າໝາຍ ໃນຊົ່ວໂມງຫວ່າງ.
- ເອົາໃຈໃສ່ໃຫ້ຄວາມໃກ້ຊິດຕິດຕາມພຶດຕິກຳຂອງເດັກໃຫ້ຫຼາຍຂຶ້ນ.
- ເສີມກຳລັງໃຈດ້ວຍການໃຊ້ວາຈາເຊັ່ນ: ຊົມເຊີຍ, ດີຫຼາຍ ແລະ ໃຫ້ຄະແນນພ້ອມ.
ປະຕິບັດ
ແລະ ສັງເກດຄັ້ງທີ 2
ມາຮອດວັນ ພຸດ ວັນທີ
20 / 2 / 2013 ຂ້າພະເຈົ້າໄດ້ນຳເອົາແຜນທີ່ວາງໄວ້ຂ້າງເທິງໂດຍແມ່ນຄູ່ຮ່ວມງານເປັນຜູ່ສອນ
ແລະ ຂ້າພະເຈົ້າເປັນຜູ້ສັງເກດ ວິຊາຄະນິດສາດ ບົດທີ
21 (ຕໍ່)
ຜົນຫານເປັນຈຳນວນທົດສະນິຍົມ ສັງເກດເຫັນວ່າຄູໄດ້ມີການກະກຽມປຶ້ມແບບຮຽນ ແລະ ການແກ້ເລກທີ່ຂຽນໃສ່ເຈ້ຍແຜ່ນໃຫຍ່ ແລະ ເນື້ອໃນຂອງບົດຮຽນເພື່ອເປັນບ່ອນອີງໃນເວລານັກຮຽນແກ້ເລກຜົນຫານເປັນຈຳນວນທົດສະນິຍົມໄດ້ສັງເກດຂັ້ນຕອນ ແລະ ວິທີການດຳເນີນການສອນຂອງຄູກ່ອນດຳເນີນການສິດສອນຄູໄດ້ທວນຄືນບົດຮຽນເກົ່າທີ່ຜ່ານມາຈາກນັ້ນ ຄູເລີ່ມສິດສອນກິດຈະກຳທີ່ກຽມມາຄູໄດ້ເອົາເລກທີ່ຄູຂຽນໃສ່ເຈ້ຍແຜ່ນໃຫຍ່ ມາຕິດໃສ່ກະດານແລ້ວແນະນຳວິທີການແກ້ເລກໃຫ້ນັກຮຽນເບິ່ງພ້ອມທັງເປັນຕົວຢ່າງໃຫ້ນັກຮຽນກຸ່ມເປົ້າໝາຍເບິ່ງ 2-3 ຄັ້ງແລ້ວຄູເອີ້ນນັກຮຽນກຸ່ມເປົ້າໝາຍອອກມາແກ້ເທື່ອລະຄົນ ຈົນໝົດ 4 ຄົນ ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນແມ່ນສາມາດແກ້ໄດ້ດ້ວຍຕົນເອງສ່ວນອີກ 2 ຄົນແມ່ນຍັງບໍ່ສາມາດແກ້ໄດ້ແຕ່ຄູສອນກໍ່ເອົາໃຈໃສ່ຊ່ວຍເຫຼືອຈົນສຸດຄວາມສາມາດແຕ່ນັກຮຽນດັ່ງກ່າວຍັງຈຳແນກຜິດໆຖືກໆຢູ່ ຂ້າພະເຈົ້າຄິດວ່າອາດເປັນນຳຕົວນັກຮຽນເອງໂດຍສະເພາະການຮັບຮູ້ ແລະ ຄວາມເຂົ້າໃຈຍັງຊັກຊ້າ.
ຈາກການປະຕິບັດ ແລະ ສັງເກດໃນຄັ້ງນີ້ ຂ້າພະເຈົ້າກໍ່ເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ແມ່ນໄດ້ປ່ຽນແປງພຶດຕິກຳໃນທາງທີ່ດີຂຶ້ນເຊິ່ງເຂົາສາມາດແກ້ເລກຜົນຫານເປັນຈຳນວນທົດສະນິ
ຍົມໄດ້ ອີກ 2 ຄົນ ແມ່ນຍັງອາໄສຄູເປັນຜູ້ຊ່ວຍໃນການແກ້ເລກຜົນຫານເປັນຈຳນວນທົດສະນິຍົມ.
ສະທ້ອນຄືນຄັ້ງທີ
2
ຜ່ານຈາກການປະຕິບັດ ແລະ ສັງເກດຜູ້ເຮັດການວິໄຈສາມາດຕີລາຄາຜົນຂອງການວິໄຈຂ້າພະເຈົ້່າໄດ້ເຮັດໃຫ້ນັກຮຽນກຸ່ມເປົ້າໝາຍໄດ້ປ່ຽນແປງພຶດຕິກຳຈຳນວນ 2 ຄົນ ແຕ່ອີກຈຳນວນ 2 ຄົນ, ຍັງ
ບໍ່ທັນປ່ຽນແປງພຶດຕິກຳ
ໃນການດຳເນີນການວິໄຈພາກປະຕິບັດຄັ້ງນີ້ມັນໄດ້ເປັນບົດຮຽນໃຫ້ແກ່ຂ້າພະ
ເຈົ້າໄດ້ຮູ້ຂະບວນການວິໄຈພາກປະຕິບັດ ແລະ ມັນເປັນບົດຮຽນທີ່ນຳໄປເຮັດການວິໄຈພາກປະຕິບັດໃນຄັ້ງຕໍ່ໄປ.
ຈາກສິ່ງທີ່ສະທ້ອນຄືນເຫັນວ່າ: ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ ທີ່ຂ້າພະເຈົ້າບໍ່ສາມາດແກ້ໄຂໃຫ້ປ່ຽນແປງພຶດຕິກຳໄດ້ເທົ່າທີ່ຄວນ ຂ້າພະເຈົ້າຄິດວ່າອາດເກີດຂຶ້ນມາຈາກຄວາມຮັບຮູ້ຂອງນັກຮຽນ
ການສຶກສາສະພາບບັນຫາ ແລະ ການວາງແຜນແກ້ໄຂບັນຫາຍັງບໍ່ທັນສອດຄ່ອງກັບບັນຫາ
ສະນັ້ນໃນ
ອະນາຄົດເຮົາຄວນວາງແຜນ, ຫາວິທີແກ້ໄຂ
ແລະ ສືບຕໍ່ປະຕິບັດຕາມຮອບວຽນຂອງການວິໄຈຕໍ່ໄປ.
III. ສະຫຼຸບ
ຜ່ານການວິໄຈຄັ້ງນີ້ເຫັນວ່ານັກຮຽນສາມາດຈໍາແນກຜົນຫານຈໍານວນທົດສະນິຍົມໄດ້ໃນລະລດັບດີຈຳນວນ
2 ຄົນ ແລະ ຫານເລກໄດ້ໃນລະດັບພໍໃຊ້ຈຳນວນໜຶ່ງຄົນ.
ທາງນີ້ອາດເປັນເພາະເຂົາເຈົ້າໄດ້ນຳໃຊ້ເທັກນິກຫານເຂົ້າມາໃຊ້ໃນການຫານ.
IV. ຂໍ້ສະເໜີແນະ
4.1
ຂໍ້ສະເໜີແນະຜົນຂອງການວິໄຈທົ່ວໄປ
-
ຖ້າເຮັດການວິໄຈຄັ້ງຕໍ່ໄປເຮົາຄວນເອົາໃຈໃສ່ໃນການສຶກສາສະພາບບັນຫາໃຫ້ລະອຽດ.
-
ເອົາໃຈໃສ່ປະຕິບັດງານວິໄຈໃຫ້ຕໍ່ເນື່ອງ.
-
ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອໃກ້ຊິດກັບນັກຮຽນເປົ້າໝາຍໃຫ້ຫຼາຍຂຶ້ນ.
4.2 ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ
-
ຖ້າເຮັດການວິໄຈໃນຄັ້ງໜ້າຂໍສະເໜີໃຫ້ນັກວິໄຈເຮັດການວິໄຈໃນຫົວຂໍ້ “ ການມີສ່ວນຮ່ວມໃນ
ກິດຈະກຳກຸ່ມຂອງນັກຮຽນ ”
V. ເອກະສານອ້າງອີງ
ສີຖານ
ສຸຂະວົງ ( 1998 ) ວິທີສອນຄະນິດສາດ1 ພິມທີ່ໂຮງພິມແຫ່ງລັດ
ຈັນທະວີໄຊ
ແຫວນພະຈັນ ( 2553) ວິທະຍານິພົນ
VI. ຫຼັກຖານປະກອບ
- ໃບສຳພາດຄູ ແລະ ນັກຮຽນ
-
ບົດສອນ
-ບົດທົດສອບ
- ແຜນວາດຫ້ອງຮຽນ
ไม่มีความคิดเห็น:
แสดงความคิดเห็น