วันเสาร์ที่ 20 กรกฎาคม พ.ศ. 2556

ປັບປຸງການຄູນເລກສ່ວນໃຫ້ເລກສ່ວນຂອງນັກຮຽນຫ້ອງ ມ 2

   I.      ບົດນຳ
1.1       ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ
ຄວາມສຳຄັນສຳລັບການຮຽນ-ການສອນວິຊາຄະນິດສາດແມ່ນມີຄວາມສຳຄັນຫຼາຍ ໃນການຊອກຄວາມຮູ້
ເວລາຮຽນທັງແມ່ນຂະບວນການທີ່ບຸກຄົນມີການປ່ຽນແປງພຶດຕິກຳ. ຄະນິດສາດເປັນສິ່ງທີ່ມະນຸດສ້າງຂຶ້ນທີ່ມີການຄົ້ນຄິດຂຶ້ນມາດົນແລ້ວ. ຈົນມີບົດບາດສຳຄັນອັນມະຫາສານຕໍໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າ,ຄວາມວ່ອງໄວທາງດ້ານເຕັກໂນໂລຊີ. ດັ່ງນັ້ນ ວິຊາຄະນິດສາດຈິ່ງກາຍເປັນຄວາມສຳຄັນຂອງມະນຸດ.
               ຄະນິດສາດລະດັບມັດທະຍົມມີລະດັບສັບຊ້ອນການຄົ້ນຄິດ ຂະບວນການຮຽນຮູ້ ແລະ ມີລັກສະນະນາມມະທຳທີ່ສູງກວ່າລະດັບປະຖົມສຶກສາ ພິຈາລະນາໂດຍທົ່ວໄປແລ້ວຈະເຫັນວ່າຄະນິດສາດລະດັບມັດທະຍົມເປັນຫົວລ້ຽວຫົວຕໍ່ລະຫວ່າງຄວາມຄິດ, ຄວາມເຂົ້າໃຈລັກສະນະຮູບປະທຳ ແລະ ນາມມະທຳ ອະທິບາຍຈຸດປະສົງ ການຍົກຕົວຢ່າງເລື່ອງປະໂຫຍດຂອງຄະນິດສາດມັນເປັນເລື່ອງທີ່ມີຄວາມຈຳເປັນ ແລະ ສຳຄັນໂດຍຜູ້ຮຽນຍັງເປັນໄວທີ່ມີຄວາມຢາກຮູ້ຢາກເຫັນ. ຢາກຮຽນຮູ້ໃນສິ່ງທີ່ມີປະໂຫຍດຕໍ່ຕົນເອງໃນປະຈຸບັນເຊັ່ນ: ຜູ້ຮຽນມັກຖາມວ່າ ຮຽນເລື່ອງນີ້ເພື່ອຫຍັງ, ມີປະໂຫຍດອັນໃດໃນແຕ່ລະວັນ, ເຂົາບໍ່ເຫັນວ່າຈະຕ້ອງໃຊ້ຄວາມຮູ້ດັ່ງກ່າວໃນການດຳລົງຊີວິດປະຈຳວັນເລີຍ.
               ຄະນິດສາດເປັນສິ່ງໜຶ່ງທີ່ມະນຸດໄດ້ຄົ້ນຄິດຂຶ້ນມານານແລ້ວ. ຈົນມາເຖິງໄລຍະປະຫວັດສາດໜຶ່ງ ຄະນິດສາດຈຶ່ງແຍກມາເປັນວິຊາຮຽນໜຶ່ງ ຈາກນັ້ນຕໍ່ມາກໍເປັນຂະແໜງການໜຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງ ຈົນມີບົດບາດສຳຄັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າຂະຫຍາຍຕົວຢ່າງວ່ອງໄວດ້ານເຕັກໂນໂລຊີ, ຜະລິດຕະພັນອຸດສະຫະກຳ, ຄົມມະນາຄົມສື່ສານອັນທັນສະໄໜ ຈຶ່ງເວົ້າໄດ້ວ່າ: ຄະນິດສາດ ໄດ້ຖືກນຳໃຊ້ເກືອບທຸກວິຊາຮຽນ, ທຸກຂະແໜງການ ວຽກງານຕ່າງໆ. ດັ່ງນັ້ນ​ການຮຽນຄະນິດສາດໄດ້ກາຍເປັນສິ່ງຈໍາເປັນຂອງທຸກລະດັບຊັ້ນຮຽນ. ຄະນິດສາດເປັນສິ່ງເລີກລັບສັບຊ້ອນ . ແຕ່ກໍມີຄວາມເປັນລະບຽບຊັດເຈນໃນຕົວຂອງມັນ. ດັ່ງນັ້ນ ການຮຽນ-ການສອນຄະນິດສາດຈຶ່ງມີຄວາມໝາຍເຖິງການເຝິກຜົນໃຫ້ກາຍເປັນຜູ້ຮູ້ຄິດ-ຮູ້ກະທຳຢ່າງມີລະບຽບຫຼັກການ, ເປັນລະບົບ, ມີພີກໄຫວຢ່າງຄ່ອງແຄ້ວ, ຄົ້ນຄິດໄຕ່ຕອງດ້ວຍເຫດຜົນ ແລະ ມີຄວາມມານະອົດທົນ.
(ທອງເຄນ ຄຳສຸກຖາວົງ, ພິມມະສອນ ວໍລະຍຸດ, 2009 ໜ້າ 12).
                ຄະນິດສາດເປັນໜຶ່ງໃນວິຊາຮຽນທີ່ເປັນເຄື່ອງມືຂອງການຮຽນຮູ້, ການຮຽນ-ການສອນ ຄະນິດສາດຢູ່ຊັ້ນມັດທະຍົມແມ່ນແນໃສ່ເຮັດໃຫ້ນັກຮຽນມີຄວາມຮູ້ຄວາມເຂົ້າໃຈຄະນິດສາດພື້ນຖານ, ມີທັກສະຂະບວນການທາງຄະນິດສາດ, ພັດທະນາຄວາມສາມາດໄຕ່ຕອງຄື ການສັງເກດ, ການວິເຄາະ, ການຄິດແບບອຸປະມານ ແລະ ຊຸກຍູ້ຈິນຕະນາການ ເຮັດໃຫ້ນັກຮຽນມີການປ່ຽນແປງພຶດຕິກຳທັງສາມດ້ານຄື: ດ້ານຄວາມຮູ້, ດ້ານການກະທຳ ແລະ ດ້ານຄວາມຮູ້ສຶກ. ການສອນຄະນິດສາດແມ່ນເຮັດໃຫ້ຜູ້ຮຽນປະພຶດຕົນເອງເໜືອນນັກຄະນິດສາດ, ໂດຍເອົາບັນຫາໃຫ້ນັກຮຽນແກ້ ແລະ ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນຈະບໍ່ພຽງພໍເພື່ອການແກ້ໄຂບັນຫາທີ່ຄູວາງອອກ. ດັ່ງນັ້ນນັກຮຽນຈະຕ້ອງອີງໃສ່ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນເພື່ອຈຳແນກ, ຈັດກຸ່ມຫາຄວາມສຳພັນອັນໃໝ່, ຊອກຮູ້, ວາງຂໍ້ສົມມຸດ ແລະ ກວດຄືນເພື່ອແກ້ບັນຫາໂດຍຜູ້ສອນເປັນຜູ້ແນະນຳ ແຕ່ບໍ່ເປັນຜູ້ແກ້ບັນຫາຕາງນັກຮຽນ.
(ທອງເຄນ ຄຳສຸກຖາວົງ, ພິມມະສອນ ວໍລະຍຸດ, 2009 ໜ້າ 13).
                ໂຮງຮຽນມັດທະຍົມຕອນຕົ້ນບ້ານນາເມັກແມ່ນໂຮງຮຽນໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຮັບນັກຮຽນຈາກ 14 ໝູ່ບ້ານ, ສົກຮຽນ 2012-2013 ມີຄູສອນທັງໝົດ 11 ຄົນ, ຍິງ 3 ຄົນ
ແລະ ນັກຮຽນມີທັງໝົດ 151 ຄົນ, ຍິງ 61 ຄົນ.
                ສະພາບການຮຽນ-ການສອນຜ່ານມາໂຮງຮຽນມັດທະຍົມຕົ້ນບ້ານນາເມັກໄດ້ຈັດການຮຽນ-ການສອນໄປຕາມຫຼັກສູດໂດຍສະເພາະແມ່ນການອະທິບາຍຍ້ອນວ່າໂຮງຮຽນມີປຶ້ມແບບຮຽນບໍ່ພຽງພໍ ແລະ ຫໍລະມຸດ ສະນັ້ນຈຶ່ງເຮັດໃຫ້ການຈັດການຮຽນ-ການສອນໃນລາຍວິຊາຈຶ່ງພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ນັກຮຽນຈຳນວນໜຶ່ງ ບໍ່ສົນໃຈການຮຽນເປັນຕົ້ນແມ່ນນັກຮຽນ ມ 2 ບໍ່ມັກຮຽນຄະນິດສາດ ເຊິ່ງມີຈຳນວນນັກຮຽນທັງໝົດ 35 ຄົນ, ຍິງ 14 ຄົນ.
                ຈາກການລາຍງານຂອງຄູປະຈໍາວິຊາທີ່ໄດ້ໃຫ້ຂໍ້ມູນ, ນັກຮຽນສ່ວນຫຼາຍແມ່ນໄດ້ເອົາໃຈໃສ່ຕໍ່ການຮຽນ ແລະ ຮຽນໄດ້ດີແຕ່ຍັງມີນັກຮຽນ 2 ຄົນ, ທີ່ບໍເອົາໃຈໃສ່ຕໍ່ການຮຽນວິຊາຄະນິດສາດ ສະແດງອອກໃນເວລາມອບກິດຈະກຳໃຫ້ນັກຮຽນເຮັດ, ເຂົາບໍ່ສົນໃຈເຮັດກິດຈະກໍາຮ່ວມໜູ່, ບໍ່ຕອບຄຳຖາມຄູ ແລະ ບໍ່ແກ້ເລກທີ່ຄູມອບໃຫ້ ດັ່ງນັ້ນຈຶ່ງມີຄວາມສຳຄັນ ແລະ ຈຳເປັນຕ້ອງປັບປຸງວິທີສອນ, ການສ້າງກິດຈະກຳຄະນິດສາດເພື່ອເຮັດໃຫ້ຜູ້ຮຽນມີສ່ວນຮ່ວມ, ແລກປ່ຽນບົດຮຽນ ສ້າງແຮງຈູງໃຈຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ນັກຮຽນ ມ 2 ໄດ້ເຂົ້າຮ່ວມກິດຈະກຳຕ່າງໆທາງຄະນິດສາດທີ່ຄູໄດ້ຈັດຂຶ້ນທຸກຄັ້ງ.
               ການຮຽນ-ການສອນວິຊາຄະນິດສາດໂດຍສະເພາະແມ່ນ ການຄູນເລກສ່ວນໃຫ້ເລກສ່ວນແມ່ນມີຄວາມສຳຄັນຫຼາຍທີ່ສຸດໃນການດຳລົງຊີວິດປະຈຳວັນເຊັ່ນ: ການຄິດໄລ່ໃນການກໍສ້າງເຄຫະສະຖານ, ຄົມມະນາຄົມ, ການຄ້າຂາຍ, ການແລກປ່ຽນວັດຖຸສິ່ງຂອງ ແລະ ອື່ນໆ, ແຕ່ວ່າຄູສອນພັດບໍ່ຍົກໃຫ້ເຫັນຄວາມສຳຄັນຂອງຫົວຂໍ້ທີ່ກ່າວມານັ້ນ.
              ເພື່ອແກ້ໄຂບັນຫາທີ່ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຜູ້ວິໄຈຈຶ່ງໄດ້ຕົກລົງກັນກັບຄູ່ຮ່ວມງານກຳນົດຫົວຂໍ້ວິໄຈວ່າ ປັບປຸງການຄູນເລກສ່ວນໃຫ້ເລກສ່ວນຂອງນັກຮຽນຫ້ອງ ມ 2 “
1.2      ຈຸດປະສົງ
-       ເພື່ອໃຫ້ນັກຮຽນນຳໃຊ້ນິຍາມ ແລະ ຄຸນລັກສະນະເຂົ້າໃນການຄູນເລກສ່ວນໃຫ້ເລກສ່ວນໄດ້.
-       ເພື່ອເປັນການປັບປຸງການຮຽນ-ການສອນ ການຄູນເລກສ່ວນໃຫ້ເລກສ່ວນໃຫ້ມີປະສິດທິພາບດີຂຶ້ນໄດ້
II.ວິທີດຳເນີນການວິໄຈ
2.1 ​ການສຶກສາສະພາບບັນຫາ
           ເພື່ອເກັບກໍາຂໍ້ມູນໃຫ້ລະອຽດ ແລະ ມີຄວາມຊັດເຈນກວ່າເກົ່າຂ້າພະເຈົ້າຈິ່ງໄດ້ສົນທະນາປຶກສາຫາລືກັບຄູສອນປະຈຳວິຊາຄະນິດສາດເພື່ອຊອກຫາສາຍເຫດຂອງບັນຫາທີ່ເກີດຂຶ້ນກັບນັກຮຽນ 2 ຄົນ, ທີ່ ຄູນເລກສ່ວນໃຫ້ເລກສ່ວນບໍ່ໄດ້. ຂ້າພະເຈົ້າໄດ້ເຂົົ້າສັງເກດການສອນວິຊາຄະນິດສາດຢູ່ຫ້ອງ ມ 2 ບົດທີ 7 ການຄູນເລກສ່ວນ
ຄັ້ງທີ 1
   ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນໃນວິຊາ ຄະນິດສາດ ບົດທີ 7 ການຄູນເລກສ່ວນຜ່ານການສັງເກດການຮຽນ-ການສອນໄດ້ພົບເຫັນບັນຫາທີ່ເກີດຂຶ້ນດັ່ງນີ້:
-       ນັກຮຽນຈຳນວນໜຶ່ງຂຶ້ນຫ້ອງບໍ່ທັນເວລາ
-       ນັກຮຽນຄູນເລກສ່ວນບໍ່ໄດ້
-       ນັກຮຽນບໍ່ຕັ້ງໃຈຟັງຄູອະທິບາຍບົດຮຽນ
-       ນັກຮຽນຢອກກັນໃນເວລາຮຽນ
-       ນັກຮຽນຂາດຄວາມກ້າຫານໃນການຕອບຄຳຖາມຄູ
-       ນັກຮຽນເຂົ້າ ແລະ ອອກໂດຍບໍ່ໄດ້ຮັບຄຳອະນຸຍາດ
ໃນການສັງເກດ ແລະ ເຂົ້າຮ່ວມໂມງສອນຂອງຄູປະຈຳວິຊາຄັ້ງນີ້ຂ້າພະເຈົ້າຈິງໄດ້ເຂົ້າຮ່ວມໂມງສອນເພື່ອກຳຂໍ້ມູນໃຫ້ຊັດເຈນຂຶ້ນຕື່ມອີກຄື:
ຄັ້ງທີ 2:
       ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນຢ່ຫ້ອງ ມ2 ວິຊາຄະນິດສາດບົດທີ 7 ການຄູນເລກສ່ວນ (  ຕໍ່ ) ຜ່ານການຕິດຕາມໄດ້ພົບບັນຫາດັ່ງນີ້:
-       ນັກຮຽນມາຊ້າຂຶ້ນຫ້ອງບໍ່ທັນເວລາ
-       ນັກຮຽນມັກຢອກກັນໃນເວລາຮຽນ
-       ນັກຮຽນບໍ່ຕັ້ງໃຈຟັງຄຳອະທິບາຍຂອງຄູ
-       ນັກຮຽນບໍ່ສາມາດຄູນເລກສ່ວນໄດ້
    ໃນການເຂົ້າຮ່ວມໂມງສອນສອງຄັ້ງນີ້ສັງເກດເຫັນວ່ານັກຮຽນຈໍານວນຫຼາຍມີຄວາມຕັ້ງໝ້າ ແລະ ປະກອບສ່ວນໃນການຮຽນ, ມີຄວາມເປັນກັນເອງ, ນັກຮຽນມີການສົນທະນາຮ່ວມກັນແຕ່ມີນັກຮຽນຈຳນວນໜຶ່ງວົນແຊວ, ບໍ່ຟັງຄູອະທິບາຍ, ຕອບຄຳຖາມຄູບໍ່ໄດ້, ແກ້ເລກບໍ່ໄດ້ ແລະ ບາງຄັ້ງກໍບໍ່ອອກມາແກ້ເລກໃນເວລາຄູເອີ້ນ.
   ນອກຈາກການສັງເກດການສອນແລ້ວ ຂ້າພະເຈົ້າຍັງໄດ້ສໍາພາດຄູປະຈໍາວິຊາທ່ານໄດ້ໃຫ້ຄວາມເຫັນວ່າ: ຜ່ານການສິດສອນຕົວຈິງຂອງຂ້າພະເຈົ້າມີຄວາມກັງວົນຫຼາຍບັນຫາເປັນຕົ້ນແມ່ນນັກຮຽນມີຄວາມຮັບຮູ້ໜ້ອຍກ່ຽວກັບຫຼັກເກນຂອງເລກສ່ວນ ແລະ ຄຸນລັກສະນະຂອງເລກສ່ວນໂດຍສະເພາະແມ່ນນັກຮຽນ 2 ຄົນ, ສະນັ້ນຄູຜູ້ສອນໄດ້ມີຄຳເຫັນວ່ານັກຮຽນ 2 ຄົນບໍ່ຕັ້ງໃຈຮຽນ, ບໍ່ມັກຄົ້ນຄວ້າ, ບໍ່ມັກຕອບຄຳຖາມ ແລະ ບໍ່ອອກມາແກ້ເລກຢູ່ກະດານເວລາຄູເອີ້ນ.
    ຈາກການສໍາພາດນັກຮຽນພົບເຫັນວ່າ: ຜ່ານການປະຕິບັດກິດຈະກຳຕ່າງໆຈາກຄູແມ່ນເພິ່ນແນະນຳບາງຈຸດ ແລະ ເວລາຮຽນໃນຫ້ອງຄູໄດ້ຈັດກິດຈະກຳຕ່າງໆຄື: ຈັດກຸ່ມ, ເປັນບຸກຄົນ. ໃນການປະຕິບັດເປັນກຸ່ມແມ່ນມີຄວາມຫຍຸ້ງຍາກເພາະວ່າມີແຕ່ນັກຮຽນເກັ່ງເປັນຄົນປະຕິບັດ ຍ້ອນວ່າຢ້ານບໍ່ທັນເວລາທີ່ຄູກຳນົດໄວ້ ບາງເທື່ອກໍເຮັດຄົນດຽວສ່ວນນັກຮຽນທີ່ຮຽນອ່ອນແມ່ນນັ່ງເສີຍຢູ່ແຕ່ຄູໃຫ້ຄະແນນກຸ່ມເທົ່າກັນ ສຳລັບການສອນຂອງຄູແມ່ນເພິ່ນສອນເຂົ້າໃຈດີແຕ່ເພິ່ນໃຫ້ຕົວຢ່າງທີ່ມີແຕ່ໃນປຶ້ມເທົ່ານັ້ນສິ່ງທີ່ໄດ້ຄົ້ນພົບທີ່ກ່າວມາຂ້າງເທິງນັ້ນ ຂ້າພະເຈົ້າຈິ່ງໄດ້ກຳນົດເອົາບັນຫາດັ່ງນີ້: ນັກຮຽນບໍ່ສາມາດຄູນເລກສ່ວນໃຫ້ເລກສ່ວນເຊິ່ງມີສາເຫດມາຈາກນັກຮຽນນຳໃຊ້ຫຼັກການເຂົ້າໃນການແກ້ບົດເລກບໍ່ໄດ້.
    ສະນັ້ນຂ້າພະເຈົ້າຈິ່ງຕັ້ງຂໍ້ວິໄຈວ່າ: “ ປັບປຸງການຄູນເລກສ່ວນໃຫ້ເລກສ່ວນຂອງນັກຮຽນຫ້ອງມ2 ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄຳຖາມວ່າ: ພວກເຮົາຈະເຮັດແນວ? ເພື່ອໃຫ້ນັກຮຽນຫ້ອງ ມ 2 ຈຳນວນ 2 ຄົນແກ້ເລກສ່ວນໄດ້.
2.2 ວາງແຜນ
       ພາຍຫຼັງທີ່ສຶກສາສະພາບບັນຫາ ແລະ ໄດ້ຫົວຂໍ້ເປັນທີ່ຮຽບຮ້ອຍແລ້ວໃນວັນທີ 25 / 1 / 2012 ຜູ່ວິໄຈປຶກສາຫາລືກັບຄູ່ຮ່ວມງານເພື່ອວາງແຜນຊອກຫາວິທີແກ້ໄຂລາຍລະອຽດຂອງແຜນດັ່ງນີ້:
-       ສ້າງຄຳຖາມເຈາະຈົງກ່ຽວກັບເນື້ອໃນບົດຮຽນ
-       ຕິດຕາມແນະນຳນັກຮຽນກຸ່ມເປົ້າໝາຍໃນເວລາເຮັດກິດຈະກຳ
-       ໃຫ້ນັກຮຽນເປົ້າໝາຍອອກແກ້ເລກຢູ່ກະດານ
-       ສ້າງແບບທົດສອບ
  2.3  ປະຕິບັດ ແລະ ສັງເກດ
       ເມື່ອໄດ້ກຳນົດແຜນສຳເລັດແລ້ວຂ້າພະເຈົ້າໄດ້ກຳນົດເອົາແຜນທີ່ວາງໄວ້ປະຕິບັດໃນການຈັດການຮຽນ-ການສອນດັ່ງນີ້ໄດ້ດຳເນີນໃນຄັ້ງວັນທີ 1/11/2012 ຂຶ້ນຫ້ອງສິດສອນວິຊາຄະນິດສາດ ບົດທີ 7  ການຄູນເລກສ່ວນ ກ່ອນການເຂົ້າສູ່ບົດຮຽນຄູໄດ້ທວນຄືນບົດຮຽນເກົ່າໂດຍຄູຕັ້ງບັ້ງເລກໃສ່ກະດານໃຫ້ນັກຮຽນອອກມາແກ້ດັ່ງນີ້  ນັກຮຽນເກັ່ງອອກແກ້ ຫຼັງຈາກນັ້ນກໍເລີ່ມສອນບົດໃໝ່ຄູອະທິບາຍວິທີໂດຍເນັ້ນຫຼັກການໃນການຄູນເລກສ່ວນ ແລະ ແນະນຳນັກຮຽນກຸ່ມເປົ້າໝາຍເປັນພິເສດຈາກນັ້ນຄູກໍໄດ້ຂຽນຫຼັກເກນໃນການຄູນເລກສ່ວນໃຫ້ເລກສ່ວນຄື:
 ແລະ ທັງອະທິບາຍຫຼັກເກນໃຫ້ນັກຮຽນຟັງ ຄູສະເໜີໃຫ້ນັກຮຽນບັນທຶກໄວ້ໃສ່ປຶ້ມ ຫຼັງຈາກນັ້ນຄູໄດ້ເຮັດເປັນຕົວຢ່າງໃຫ້ນັກຮຽນສັງເກດເບິ່ງ ດັ່ງນີ້:   ຄູຕັ້ງບັ້ງເລກໃຫ້ນັກຮຽນອາສະໜັກອອກມາແກ້  1.
ນັກຮຽນ 2 ຄົນຮຽນຂ້ອນຂ້າງເກັ່ງແດ່ ອອກມາແກ້ເຫັນວ່າຖືກຕ້ອງ ຕໍ່ມາຄູໄດ້ເອີ້ນນັກຮຽນກຸ່ມເປົ້າໝາຍທັງສອງຄົນກໍ່ອອກມາແກ້ຢູ່ກະດານຜູ່ລະ 1 ຂໍ້ ດັ່ງນີ້:
ສຳເລັບຄົນທີ 1
1.    
ສໍາລັບຄົນທີ 2
2.   
ໃນເວລາທີ່ນັກຮຽນ 2 ຄົນກຳລັງແກ້ຢູ່ນັ້ນຄູ ແລະ ນັກຮຽນທັງໝົດໄດ້ພ້ອມກັນຕິດຕາມ ແລະ ແນະນຳວິທີແກ້, ນັກຮຽນ 2 ຄົນ, ສາມາດແກ້ເລກໄດ້ຢ່າງຖືກຕ້ອງຄູໃຫ້ນັກຮຽນບັນທຶກເອົາໃສ່ປຶ້ມແລ້ວສະຫຼຸບບົດຮຽນໃຫ້ນັກຮຽນຟັງ
ຄູໄດ້ເຮັດການທົດສອບ, ນັກຮຽນໝົດທຸກຄົນ, ເຊິ່ງເນື້ອໃນບົດສອບນັ້ນແມ່ນຄ້າຍຄືກິດຈະກຳຂ້າງເທິງເຊັ່ນ: ຈົ່ງຄິດໄລ່ເລກສ່ວນລຸ່ມນີ້:
1.
ຄູເອົາບົດທົດສອບມາກວດເຫັນວ່ານັກຮຽນກຸ່ມເປົ້າໝາຍສາມາດແກ້ໄດ້ຖືກຕ້ອງໝົດທຸກຂໍ້ ສະນັ້ນ ຂ້າພະເຈົ້າຜູ່ວິໄຈສາມາດເວົ້າໄດ້ວ່ານັກຮຽນໃນກຸ່ມເປົ້າໝາຍທັງ 2 ຄົນ, ຄູນເລກສ່ວນໄດ້ຖືກຕ້ອງແລ້ວ.
2.4     ສະທ້ອນຄືນ:
ຜົນຂອງການປະຕິບັດຕາມແຜນຄັ້ງນີ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນປ່ຽນແປງພຶດຕິ
ກຳດີຂຶ້ນ ນັກຮຽນສາມາດຄູນເລກສ່ວນໃຫ້ເລກສ່ວນໄດ້ດ້ວຍຕົນເອງຈາກຜົນການທົດສອບ. ການຮຽນສະທ້ອນໃຫ້ຮູ້ເຖິງວິທີການສອນ-ການຮຽນຂອງຄູ ແລະ ນັກຮຽນສາມາດນຳມາພັດທະນາທາງດ້ານການຮຽນຮູ້ ວິຊາຄະນິດສາດເຊິ່ງເຮັດໃຫ້ຜູ່ຮຽນມີຄວາມພາກພູມໃຈຕໍ່ຕົນເອງ, ກ້າຄິດ , ກ້າສະແດງອອກ ຜູ່ຮຽນເກີດມີຄວາມກະຕືລືລົ້ນຢາກຮຽນ ແລະ ມີທັດສະນະຄະຕິທີ່ດີຕໍ່ການຮຽນວິຊາຄະນິດສາດ.
              ຜົນການທົດສອບດັ່ງກ່າວເຫັນໄດ້ວ່າ: ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ, ສາມາດຄຳນວນການຄູນເລກສ່ວນໄດ້ ນອກນັ້ນ ຜົນການທົດສອບນັກຮຽນຍັງສາມາດເປັນເຄື່ອງມືຊ່ວຍເຂົ້າໃນການປັບປຸງວິທີສອນຂອງຄູ, ວິທີຮຽນ ແລະ ທັງເປັນການພັດທະນາຫຼັກສູດວິຊາຄະນິດສາດໂດຍສະເພາະແມ່ນວິຊາຄະນິດສາດຫ້ອງມ 2 ທີ່ເຫັນວ່າການສ້າງກິດຈະກຳຍັງບໍ່ທັນສອດຄ່ອງກັບຄວາມສາມາດຂອງຜູ່ຮຽນເຊັ່ນ: ບົດຮຽນທີ່ກ່ຽວຂ້ອງກັບການຄຳນວນເລກສ່ວນ.
             ການປະຕິບັດ ແລະ ສັງເກດໄດ້ສະທ້ອນໃຫ້ເຫັນວ່າຄູຜູ່ສອນກ່ອນຂຶ້ນຫ້ອງສິດສອນຕ້ອງໄດ້ກະກຽມໃຫ້ລະອຽດເຊັ່ນ: ແຜນການສອນ, ສື່ປະກອບການສອນລວມທັງຫຼັກການ ແລະ ວິທີສອນຂອງຄູໃຫ້ສອດຄ່ອງກັບເນື້ອໃນບົດຮຽນ ແລະ ລະດັບຄວາມຮູ້ຂອງນັກຮຽນພາຍໃນຫ້ອງນັ້ນ ເພື່ອຊ່ວຍການຈັດກິດຈະກຳການຮຽນ-ການສອນບັນລຸຕາມຈຸດປະສົງທີ່ວາງໄວ້.
III.     ສະຫຼຸບ
ຜ່ານການເຮັດບົດລາຍງານການວິໄຈໃນຫົວຂໍ້:ປັບປຸງການຄູນເລກສ່ວນໃຫ້ເລກສ່ວນຂອງນັກຮຽນຫ້ອງ
ມ 2 ຈຳນວນ 2 ຄົນທີ່ຄູນເລກສ່ວນບໍ່ໄດ້ໂດຍມີຈຸດປະສົງເພື່ອເຮັດໃຫ້ນັກຮຽນເປົ້າໝາຍມີຄວາມສາມາດໃນການຄູນເລກສ່ວນຕ່າງໆ ແລະ ເພື່ອເຮັດໃຫ້ການຈັດກິດຈະກຳການຮຽນ-ການສອນການຄູນເລກສ່ວນ ເຊິ່ງດຳເນີນການວິໄຈແຕ່ວັນທີ 27/9/2012 ຫາ ວັນທີ 20/12/2012 ການດຳເນີນການວິໄຈແມ່ນໄດ້ປະຕິບັດຕາມຂັ້ນຕອນຂອງການວິໄຈຄື: ການສຶກສາສະພາບບັນຫາ, ການວາງແຜນແກ້ໄຂບັນຫາ, ການປະຕິບັດ ແລະ ສັງເກດ ແລະ ສະທ້ອນຄືນ.
              ຜົນການວິໄຈໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຈັດຕັ້ງປະຕິບັດ, ການວິໄຈທີ່ແທ້ຈິງ ແລະ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກຫຼາຍພາກສ່ວນຈຶ່ງເຮັດໃຫ້ນັກຮຽນກຸ່ມເປົ້າໝາຍຈໍານວນ 2 ຄົນໄດ້ມີຄວາມສາມາດໃນການຄູນເລກສ່ວນເປັນຢ່າງດີ, ມີຄວາມສົນໃຈຕໍ່ການຮຽນໂດຍສະເພາະແມ່ນການຄູນເລກສ່ວນ ນັກຮຽນໃນຫ້ອງມີການສົນທະນາກັບໜູ່ຄູ່. ມີຄວາມຫ້າວຫັນຕໍ່ການເຮັດກິດຈະກຳທີ່ຄູມອບໃຫ້.
              ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນຜົນງານການວິໄຈມີຄວາມສໍາເລັດເຖິງແມ່ນວ່າບໍ່ເປັນງານວິໄຈທີ່ໃຫຍ່ແຕ່ມັນແມ່ນໝາກຜົນຂອງຂ້າພະເຈົ້າທີ່ໄດ້ຮຽນຮູ້ການສ້າງກິດຈະກຳທີ່ເຮັດໃຫ້ນັກຮຽນຄິດຢາກຮຽນ ແລະ ມີຄວາມກະຕືລືລົ້ນຕໍ່ການຮຽນຫຼາຍກວ່າເກົ່າທີ່ຜ່ານມາ ຜົນງານການວິໄຈຄັ້ງນີ້ເປັນບົດຮຽນທີ່ລໍ້າຄ່າທີ່ສຸດເພາະມັນຄືການຫາວິທີແກ້ໄຂບັນຫາຂອງນັກຮຽນທີ່ແກ້ເລກສ່ວນບໍ່ໄດ້ ຜູ່ວິໄຈໄດ້ຮຽນຮູ້ວິທີສ້າງກິດຈະກຳສາມາດນຳໃຊ້ຫຼັກເກນຢ່າງສອດຄ່ອງຖືກຕ້ອງ ເຮັດໃຫ້ນັກຮຽນໃນຫ້ອງ ແລະ ນັກຮຽນກຸ່ມເປົ້າໝາຍຄິດຄຳນວນຖືກຕ້ອງທີ່ສຸດເພື່ອໃຫ້ເກີດຄວາມໝັ້ນໃຈໃນການແກ້ບົດເລກ ນອກນັ້ນ ຍັງສະທ້ອນໃຫ້ເຫັນວ່າລະຫວ່າງຄູ ແລະ ນັກຮຽນໃນການຈັດກິດຈະກຳການຮຽນ-ການສອນທີ່ເຮັດໃຫ້ນັກຮຽນມີສ່ວນຮ່ວມໃນການແກ້ໄຂບັນຫາຮ່ວມກັນຢ່າງມ່ວນຊື່ນ ທັງນີ້ກໍ່ເພື່ອເປັນການພັດທະນາການຮຽນຂອງນັກຮຽນແຕ່ລະຄົນໃຫ້ມີສັກກາຍຍະພາບທີ່ດີ ມີຄວາມມານະອົດທົນຕໍ່ການຮຽນດີຂຶ້ນເປັນກ້າວໆ
IV.     ຂໍ້ສະເໜີແນະ
 4.1 ຂໍ້ສະເໜີແນະກ່ຽວກັບຜົນການວິໄຈ
              - ຄູຄວນສ້າງກິດຈະກໍາທີ່ເປີດໂອກາດໃຫ້ນັກຮຽນໄດ້ມີສ່ວນຮ່ວມໃນການແກ້ເລກຫຼາຍຂຶ້ນ
              - ຄູຄວນຕິດຕາມຜົນການຮຽນຂອງນັກຮຽນຢ່າງຕໍ່ເນື່ອງເພື່ອມາປັບປຸງການຮຽນ-ການສອນ

4.2          ຂໍ້ສະເໜີແນະກ່ຽວກັບການວິໄຈໃນຄັ້ງຕໍ່ໄປ
             - ຄູຄວນເຮັດການວິໄຈໃນຫ້ອງຮຽນເລື້ອຍໆເພື່ອເຮັດໃຫ້ການຈັດກິດຈະກໍາການຮຽນ-ການສອນດີຂຶ້ນ




















 V. ເອກະສານອ້າງອີງ
         ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ (2009 ) ວິທີສອນຄະນິດສາດ 1​,
         ພິມທີ່ Nhan Dan Printing House HCMC
        ຮ.ສ ແສ່ວ ມູນລະດົກ ແລະ ຄະນະ ( 2011) ຄະນິດສາດຊັ້ນມັດທະຍົມປີທີ 2 , ພິມທີ່ ບໍລິສັດວິສາຫາກິດ
        ໂຮງພິມສຶກສາ

   


วันพฤหัสบดีที่ 18 กรกฎาคม พ.ศ. 2556

ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4



   I.      ບົດນຳ
1.1       ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ
ຄະນິດສາດເປັນສິ່ງໜຶ່ງທີ່ມະນຸດໄດ້ຄົ້ນຄິດຂຶ້ນນານແລ້ວ,   ຈົນມາເຖິງໄລຍະປະຫວັດສາດໜຶ່ງຄະນິດສາດ
ຈິ່ງໄດ້ແຍກມາເປັນວິຊາຮຽນໜຶ່ງ ຈາກນັ້ນຕໍ່ມາກໍເປັນຂະແໜງການໜຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງຈົນມີບົດບາດສຳຄັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າຂະຫຍາຍຕົວຢ່າງວ່ອງໄວດ້ານເຕັກໂນໂລຊີ, ຜະລິດຕະພັນອຸດສະຫະກຳ, ຄົມມະນາຄົມສື່ສານອັນທັນສະໄໜຈຶ່ງໄດ້ວ່າຄະນິດສາດໄດ້ຖືກນຳມາໃຊ້ເກືອບທຸກວິຊາ, ທຸກຂະແໜງການວຽກງານຕ່າງໆ. ດັ່ງນັ້ນ ການຮຽນຄະນິດສາດໄດ້ກາຍເປັນສິ່ງຈຳເປັນຂອງທຸກລະດັບຊັ້ນຮຽນ, ຄະນິດສາດເປັນສິ່ງທີ່ເລິກລັບຊັບຊ້ອນແຕ່ກໍມີຄວາມເປັນລະບຽບຊັດເຈນໃນຕົວຂອງມັນ. ດັ່ງນັ້ນການຮຽນ-ການສອນຄະນິດສາດຈິ່ງມີຄວາມໝາຍເຖິງການເຝິກຜົນໃຫ້ກາຍເປັນຜູ່ຮູ້ຄິດ, ຮູ້ກະທຳຢ່າງມີລະບຽບຫຼັກການ, ເປັນລະບົບ, ມີພິກໄຫວຢ່າງຄ່ອງແຄ້ວ, ຄົ້ນຄິດໄຕຕອງດ້ວຍເຫດຜົນ ແລະ ມີຄວາມມານະອົດທົນ ( ສົມຈິດ ເພັງສຸວັນນະວົງ, 2011 ໜ້າ 2 ​)
          ຄະນິດສາດຢູ່ຊັ້ນປະຖົມແມ່ນແນ່ໃສ່ພັດທະນາຄວາມສາມາດໃນການຄົ້ນຄິດ, ການຄຳນວນ, ຮູ້ໄຕ່ຕອງຫາເຫດຜົນ, ສ້າງຄວາມຊິນເຄີຍໃນລະບຽບແບບແຜນທັງສາມາດສະແດງແນວຄິດ ແລະ ພຶດຕິກຳຂອງຕົນອອກຢ່າງຊັດເຈນ. ທັງໝົດນີ້ ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເຄື່ອງມືໃນການຮຽນວິຊາອື່ນໆ ແລະ ໃນການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບນອກຈາກນີ້ແລ້ວຄະນິດສາດຢູ່ຊັ້ນປະຖົມຍັງແນໃສ່ປູກຝັງ ແລະ ສົ່ງເສີມທັດສະນະຄະຕິທີ່ດີຕໍ່ຄະນິດສາດ. ( ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ , 1998 ໜ້າ 1 )
           ຄະນິດສາດເປັນເລື່ອງນາມມະທໍາ ເປັນຄວາມຄິດທີ່ບໍ່ມີຕົວຕົນທີ່ເຮົາຈະສໍາພັດດ້ວຍອິນຊີທັງໜ້າໄດ້ ດັ່ງນັ້ນ ຈຶ່ງເປັນການຍາກທີ່ຖ່າຍທອດໃຫ້ຜູ່ອື່ນເຂົ້າໃຈໄດ້ໂດຍງ່າຍ.
            ຄະນິດສາດແມ່ນຂຶ້ນຢູ່ກັບການພັດທະນາຕາມລໍາດັບຂັ້ນອາຍຸຂອງຜູ່ຮຽນ. ນັກຮຽນປະຖົມແມ່ນມີອາຍຸແຕ່ 6-12 ປີ ໝາຍເຖິງມີແນວຄິດທີ່ເປັນຮູບປະທຳ ຫຼາຍກວ່ານາມມະທຳ. ການຄົ້ນຄວ້າໄດ້ຢັ້ງຢືນວ່າ: ເພື່ອເຮັດໃຫ້ນັກຮຽນຢູ່ໄວນີ້ ສາມາດເຂົ້າໃຈຄະນິດສາດໄດ້ດີ ແລະ ມີເຫດຜົນຄວນໃຊ້ສື່ການສອນທີ່ເປັນຮູບປະທຳ ເພື່ອເປັນສິ່ງທີ່ກໍໃຫ້ເກີດແນວຄິດ ແລະ ຄວາມເຂົ້າໃຈ. ດັ່ງນັ້ນ ສິ່ງທີ່ຮັບໃຊ້ການສອນນີ້ຈຶ່ງມີບົດບາດສຳຄັນທີ່ສຸດຕໍ່ການສອນ-ການຮຽນຄະນິດສາດຢູ່ໃນຊັ້ນປະຖົມ. ນອກຈາກນີ້ ການຄົ້ນຄວ້າຍັງໄດ້ຢັ້ງຢືນໄວ້ຕື່ມວ່າ: ນັກຮຽນຈະຮຽນໄດ້ດີເມື່ອນັກຮຽນຫາກໄດ້ເລີ່ມຮຽນດ້ວຍຕົວຈິງ ຫຼື ສື່ ທີ່ເປັນຮູບປະທຳໄປຫາເຄິ່ງຮູບປະທຳ ຫຼື ສັນຍາລັກ.( ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ , 1998 ໜ້າ 2 ) .
           ໂຮງຮຽນປະຖົມສົົມບູນໝອງບົວເປັນໂຮງຮຽນແຫ່ງໜຶ່ງທີ່ຕັ້ງຢູ່ບ້ານໜອງບົວ ໄດ້ສ້າງຕັ້ງຂຶ້ນໃນປີ ຄ.ສ 1961ໃນສົກຮຽນ 2012-2013 ມີຄູທັງໝົດ 6 ຄົນ, ຍິງ 1 ຄົນ ແລະ ນັກຮຽນທັງໝົດ 282 ຄົນ, ຍິງ 120 ຄົນ.
            ສະພາບການຮຽນ-ການສອນໂຮງຮຽນປະຖົມສົມບູນໜອງບົວແມ່ນດຳເນີນການຈັດກິດຈະກຳການຮຽນ-ການສອນແບບເອົາຄູເປັນຈຸດໃຈກາງເນື່ອງຈາກວ່າຂາດອຸປະກອນຫຼາຍຢ່າງທີ່ຈຳເປັນຕໍ່ການດຳເນີນການຮຽນເຊັ່ນ: ປຶ້ມແບບຮຽນ, ໂຕະ, ຕັ່ງ, ຫ້ອງຮຽນ ແລະ ຫໍສະໜຸດ ສະນັ້ນ ຈຶ່ງເຮັດໃຫ້ການດຳເນີນການຮຽນ-ການສອນໃນວິຊານີ້ພົບຄວາມຫຍຸ້ງຍາກ ແລະ ນັກຮຽນຈຳນວນໜຶ່ງບໍ່ສົນໃຈຕໍ່ການຮຽນເປັນຕົ້ນແມ່ນນັກຮຽນຫ້ອງ ປ​ 4 ບໍ່ມັກຮຽນຄະນິດສາດ, ໃນຫ້ອງນີ້ມີນັກຮຽນທັງໝົດ 38 ຄົນ, ຍິງ 16 ຄົນ ຜ່ານການສອນພ້ອມທັງສັງເກດເປັນເວລາ 2 ເດືອນຜ່ານມາ ສັງເກດເຫັນວ່ານັກຮຽນຫ້ອງ ປ 4 ເຊິ່ງມີຈຳນວນ 3 ຄົນ, ຍິງ 2 ຄົນ ແມ່ນລໍຖ້າແຕ່ກ່າຍເອົາບົດຮຽນນຳຄູຈາກກະດານ, ຂາດຄວາມສາມາດໃນການອອກມາແກ້ເລກຢູ່ກະດານ, ແກ້ເລກບໍ່ໄດ້ ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າການລົບເລກມີຈື່ມີການຂະຫຍາຍຕົວ ແລະ ມີລັກສະນະຕໍ່ເນື່ອງໃນຫຼາຍສາຂາວິຊາຮຽນເຊັ່ນ: ຟິຊິກ, ເຄມີ ແລະ ຄະນິດສາດເປັນຕົ້ນ.
           ດັ່ງນັ້ນຂ້າພະເຈົ້າມີຄວາມສົນໃຈສຶກສາຄົ້ນຄວ້າກ່ຽວກັບວິທີການແກ້ເລກລົບມີຈື່.
1.2 ຈຸດປະສົງຂອງການວິໄຈ
        -   ເພື່ອໃຫ້ນັກຮຽນແກ້ເລກລົບມີຈື່ໄດ້.
        -   ເພື່ອເປັນການປັບປຸງການຮຽນ-ການສອນໃຫ້ມີປະສິດທິພາບຍິ່ງຂຶ້ນ.
 II. ວິທີດຳເນີນການວິໄຈ
 2.1  ສຶກສາສະພາບບັນຫາ
       ເພື່ອຢາກເກັບກໍາຂໍ້ມູນໃຫ້ລະອຽດ ແລະ ມີຄວາມຊັດເຈນກວ່າເກົ່າ ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ສົນທະນາປຶກສາກັບຄູ່ຜູ່ຮ່ວມງານແລ້ວເພື່ອຮ່ວມໂມງສອນຂອງຂ້າພະເຈົ້າໃນການສອນວິຊາຄະນິດໃນຫ້ອງ ປ 4 ບົດທີ 5 ການລົບເລກເວລາ 2 ຊົ່ວໂມງຈາກການສັງເກດເຫັນວ່າຄູສອນບໍ່ໄດ້ນຳໃຊ້ສື່ການສອນມີແຕ່ປຶ້ມແບບຮຽນເທົ່ານັ້ນ ກ່ອນການດຳເນີນການສອນຄູທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຄື: ການລົບເລກຈາກນັ້ນຄູສອນເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້ການລົບເລກມີຈື່ໃນການສອນບົດໃໝ່ຂັ້ນຕອນທຳອິດແມ່ນຄູສອນໄດ້ດຳເນີນການສິດສອນແບບດາວຫ້າແຈ ຫຼື ເນັ້ນຜູ່ຮຽນເປັນຈຸດໃຈກາງສອດຄ່ອງກັບເນື້ອໃນບົດຮຽນ ຈາກນັ້ນຄູກໍ່ຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນອອກມາແກ້ເລກຢູ່ກະດານ ແຕ່ກຸ່ມເປົ້າໝາຍບໍ່ສົນໃຈຕໍ່ກັບການຮຽນເລີຍສ່ວນຄູບາງຄັ້ງກໍແນະນຳນັກຮຽນວ່າ ຖ້າໃຜແລ້ວໃຫ້ກວດຄືນແລ້ວອອກມາແກ້ໃຫ້ໝູ່ເບິ່ງກ່ຽວກັບການຄິດໄລ່ການແກ້ເລກມີຈື່ ເມື່ອແກ້ບໍ່ໄດ້ຄູຈິ່ງເອີ້ນເອົານັກຮຽນເກັ່ງອອກມາແກ້ຊ່ວຍ ຈາກນັ້ນຄູ ແລະ ນັກຮຽນກໍ່ຮ່ວມກັນສະຫຼຸບບົດຮຽນກ່ຽວກັບການແກ້ເລກລົບມີຈື່.
         ຜ່ານການສັງເກດການສອນຂອງຄູເຊິ່ງໃຊ້ເວລາ 2 ຊົ່ວໂມງ ຂ້າພະເຈົ້າຄິດວ່າບັນຫາທີ່ນັກຮຽນຈຳນວນ 3 ຄົນບໍ່ສາມາດແກ້ເລກໄດ້ນີ້ແມ່ນເກີດມາຈາກຫຼາຍສາຍເຫດຄື: ສາເຫດໜຶ່ງເກີດຈາກຄູຜູ່ສອນທີ່ບໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອໃກ້ຊິດຕິດແທບນັກຮຽນກຸ່ມເປົ້າໝາຍ. ອີກຢ່າງໜຶ່ງການສິດສອນຂອງຄູແມ່ນຍັງຂາດການໃຊ້ສື່ການສອນມາປະກອບໃນການສອນ ນອກຈາກນີ້ກໍອາດເກີດຈາກຕົວນັກຮຽນເອງ ທີ່ຄວາມເອົາໃຈໃສ່ຕໍ່ການຮໍ່າຮຽນ ສະນັ້ນ ເພື່ອຢາກພັດທະນາການຮຽນ-ການສອນຂອງຄູ ແລະ ນັກຮຽນໃຫ້ມີປະສິດທີພາບຍິ່ງຂຶ້ນ.
          ສະນັ້ນຂ້າພະເຈົ້າຜູ່ວິໄຈຈິ່ງຕັ້ງຂໍ້ວິໄຈວ່າ: ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄຳຖາມວິໄຈວ່າ: ຂ້ອຍຈະເຮັດແນວໃດ? ເພື່ອໃຫ້ນັກຮຽນຫ້ອງ ປ 4 ຈຳນວນ 3 ຄົນແກ້ເລກລົບມີຈື່ໄດ້





2.2 ວາງແຜນ
      ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາເປັນທີ່ຮຽບຮ້ອຍແລ້ວ, ຂ້າພະເຈົ້າໄດ້ປຶກສາຫາລືຮ່ວມກັນກັບຄູ່ຮ່ວມງານເພື່ອວາງແຜນ ແລະ ປັບປຸງແກ້ໄຂນັກຮຽນກຸ່ມເປົ້າໝາຍເຊິ່ງໄດ້ກຳນົດແຜນດັ່ງນີ້:
ວາງແຜນຄັ້ງທີ 1
-       ສ້າງແຜນການສອນ
-       ນຳໃຊ້ສື່ການສອນເຊັ່ນ: ໄມ້ດິ້ວ, ກ້ອນຫີນ
-       ສ້າງບັນຍາກາດໃນຫ້ອງຮຽນ
-       ໃຫ້ແຮງຈຸງໃຈກັບນັກຮຽນກຸ່ມເປົ້າໝາຍ
-       ມອບວຽກບ້ານໃຫ້ນັກຮຽນກຸ່ມເປົ້າໝາຍໄປເຮັດຢູ່ເຮືອນ ແລ້ວກັບມາໂຮງຮຽນຄູກວດໃຫ້ຄະແນນ
2.3 ປະຕິບັດ ແລະ ສັງເກດຄັ້ງທີ 1
       ຫຼັງຈາກວາງແຜນເປັນທີ່ຮຽບຮ້ອຍແລ້ວວັນທີ 14 / 3 / 2013 ຂ້າພະເຈົ້າຈຶ່ງໄດ້ດຳເນີນເອົາແຜນໄປປະຕິບັດຕາມທີ່ໄດ້ກຳນົດໄວ້ໂດຍເປັນຜູ່ສອນວິຊາຄະນິດສາດ ບົດທີ 6 ການລົບເລກມີຈື່ ຜູ່ສອນໄດ້ກຽມສື່ການສອນ ແລະ ມີການວາງແຜນເປັນຢ່າງດີຈາກນັ້ນຄູກໍໄດ້ອະທິບາຍວິທີລົບເລກມີຈື່ດ້ວຍການນຳໃຊ້ ໄມ້ດິ້ວໃນການແກ້ບັ້ງເລກດັ່ງລຸ່ມນີ້:
ການແກ້ເລກລົບມີຈື່ :
 ກ.     7              ຂ.       67                 ຄ.  53   
      -                        -                          -
          8                       29                      37 
__________             ______             _______
         9                    38                   16
ເພື່ອໃຫ້ນັກຮຽນສາມາດນຳໃຊ້ເຂົ້າໃນການແກ້ບົດເລກໂດຍເນັ້ນໃຫ້ນັກຮຽນກຸ່ມເປົ້າໝາຍມີສ່ວນຮ່ວມຫຼາຍຂຶ້ນຈາກນັ້ນຄູກໍມອບກິດຈະກຳໃຫ້ນັກຮຽນກຸ່ມເປົ້າໝາຍປະຕິບັດເຊິ່ງມີກິດຈະກຳດັ່ງນີ້:
ກ. ຈົ່ງໃຫ້ນັກຮຽນຕື່ມໃສ່ບ່ອນຈໍ້າເມັດໃຫ້ເໝາະສົມກັບຜົນລົບຂອງມັນ
    1.     3.......2                 2.   ... 4....                  3. 2.......0
       -                                  -                            -
          .....5.....                        2......7                      .....8.....
    __________                   __________              _________
             188                              224                            00 9
ເມື່ອນັກຮຽນແກ້ສຳເລັດຄູກໍ່ໄດ້ຕິດຕາມ ແລະ ກວດຄືນພ້ອມສະຫຼຸບກັບນັກຮຽນ ແລະ ທ້າຍຊົ່ວໂມງກໍ່ພານັກຮຽນສ້າງບັນຍາກາດໃນຫ້ອງ.
       ຜ່ານການປະຕິບັດຕາມແຜນໃນຄັ້ງນີ້ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 3 ຄົນ, ນັ້ນໄດ້ປ່ຽນແປງພຶດຕິກຳພຽງແຕ່ 1 ຄົນເທົ່ານັ້ນເຊິ່ງສາມາດແກ້ເລກລົບມີຈື່ໄດ້ທີ່ຄູມອບໃຫ້ປະຕິບັດໃນເວລາດຳເນີນການຮຽນ-ການສອນເດັ່ນໄປກວ່ານັ້ນສະແດງອອກທາງດ້ານການວັດຜົນ ແລະ ໄດ້ຄະແນນດີແຕ່ຍັງອີກສອງຄົນທີ່ຍັງບໍ່ທັນປ່ຽນແປງເທື່ອ ສະນັ້ນຂ້າພະເຈົ້າຈຶ່ງໄດ້ສົນທະນາ ແລະ ປຶກສາຫາລືກັນຕື່ມອີກເພື່ອຊອກຫາວິທີແກ້ໄຂໃຫ້ນັກຮຽນອີກ 2 ຄົນ
2.3 ສະທ້ອນຄືນຄັ້ງທີ 1
      ໃນການຮຽນຄະນິດສາດຂອງຫ້ອງ ປ 4 ຫົວຂໍ້ ປັບປຸງການບວກເລກມີຈື່ ທີ່ໂຮງຮຽນປະຖົມສົມບູນໜອງບົວຂ້າພະເຈົ້າໄດ້ສຸມທຸກຄວາມຮູ້-ຄວາມສາມາດທີ່ໄດ້ຮຽນມາເຂົ້າໃນການດຳເນີນການວິໄຈຢ່າງຕັ້ງໜ້າ ແລະ ມີຄວາມພາກພູມໃຈຫຼາຍທີ່ສຸດທີ່ສາມາດດຶງດູດຈິດໃຈຂອງນັກຮຽນໃຫ້ຫັນມາເຂົ້າຮ່ວມກິດຈະກຳ ແລະ ປະກອບສ່ວນໃນການຮຽນວິຊາຄະນິດສາດທີ່ຂ້າພະເຈົ້າສອນ ເຊິ່ງສະແດງອອກໃຫ້ເຫັນວ່າ: ນັກຮຽນກຸ່ມເປົ້າໝາຍສາມາດບວກເລກມີຈື່ໄດ້ ແລະ ນັກຮຽນໃນກຸ່ມເປົ້າໝາຍໄດ້ມີຄວາມກະຕືລືລົ້ນໃນການຮຽນ, ກ້າສະແດງຄວາມຄິດເຫັນຂອງຕົນເອງບໍ່ວ່າຈະຖືກ ຫຼື ຜິດ ເຊິ່ງມັນສະແດງອອກໃນເວລາປະເມີນຜົນການຮຽນແຕ່ລະຄັ້ງເຊັ່ນ: ຜົນການຮຽນປະຈຳເດືອນລະຫວ່າງກ່ອນການວິໄຈ ແລະ ຫຼັງການວິໄຈແຕ່ຍັງມີນັກຮຽນກຸ່ມເປົ້າໝາຍອີກໜຶ່ງຄົນຍັງບໍທັນໄດ້ຕາມຄາດໝາຍທີ່ກຳນົດໄວ້ ສະນັ້ນ ຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈຶ່ງໄດ້ວາງແຜນໃໝ່.
2.4 ວາງແຜນຄັ້ງທີ 2
      ໃນວັນທີ 11 / 4 / 2013 ຜູ່ວີໄຈໄດ້ນຳເອົາສິ່ງທີ່ຄົງຄ້າງໃນການປະຕິບັດຜ່ານມາເພື່ອມາປຶກສາຫາລືກັນກັບຄູ່ຮ່ວມງານເພື່ອວາງແຜນຄືນໃໝ່ເຊິ່ງກຳນົດແຜນດັ່ງນີ້
-       ຈັດນັກຮຽນອອກເປັນ 4 – 5 ຄົນ ຕໍ່ກຸ່ມໜຶ່ງ
-       ສອນເພີ່ມນັກຮຽນກຸ່ມເປົ້າໝາຍໃນເວລານອກໂມງຮຽນ
-       ວັດຜົນການຮຽນຂອງນັກຮຽນດ້ວຍວິທີການທົດສອບ
-       ມອບວຽກບ້ານ ກັບ ມາໂຮງຮຽນຄູກວດກາໃຫ້ຄະແນນເພີ່ມ
2.5 ປະຕິບັດ ແລະ ສັງເກດຄັ້ງທີ 2
     ພາຍຫຼັງທີ່ວາງແຜນທີ່ຮຽບຮ້ອຍແລ້ວຂ້າພະເຈົ້າໄດ້ສອນຕົວຈິງໃຫ້ຄູ່ຮ່ວມງານເປັນຜູ່ສັງເກດໂດຍໃຊ້ເຄື່ອງມືແບບການສັງເກດຕາມສະພາບຄວາມເປັນຈິງເຊິ່ງຜູ່ສອນ ແມ່ນ ທ້າວ ຄຳເຜິງ ສອນວິຊາ: ຄະນິດສາດ ບົດທີ 6 ( ຕໍ່ ) ການບວກເລກມີຈື່ ແລະ ຄູ່ຮ່ວມງານເປັນຜູ່ສັງເກດການຮຽນ-ການສອນຂອງຄູດ້ວຍກັນເຊິ່ງໄດ້ນຳເອົາແຜນມາປະຕິບັດເຊັ່ນ:ໃຫ້ຄວາມໃກ້ຊິດນັກຮຽນກຸ່ມເປົ້າໝາຍຫຼາຍຂຶ້ນ, ຈັດກຸ່ມ 4-5 ຄົນຕໍ່ກຸ່ມໜຶ່ງແລ້ວມອບກິດຈະກຳໃຫ້ນັກຮຽນເຮັດແລ້ວອອກມາລາຍງານຢູ່ກະດານ ເມື່ອສະຫຼຸບບົດຮຽນແລ້ວກໍໄດ້ມີການທົດສອບບົດຮຽນທີ່ຮຽນມາໃຫ້ 2 ຊົ່ວໂມງ ໃນຕອນແລງກໍ່ໄດ້ສອນເພີ່ມນັກຮຽນເປົ້າໝາຍພ້ອມທັງມອບວຽກບ້ານແລ້ວກັບມາຄູກວດໃຫ້ຄະແນນ ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍ 2 ຄົນປ່ຽນແປງພຶດຕິກຳທາງທີ່ດີຂຶ້ນ, ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານ ແລະ ມີສ່ວນຮ່ວມໃນເວລາດຳເນີນກິດຈະກຳການຮຽນ-ການສອນສາມາດບວກເລກມີຈື່ໄດ້ເດັ່ນໄປກວ່ານັ້ນສະແດງອອກທາງດ້ານການວັດຜົນ ແລະ ໄດ້ຄະແນນດີຂຶ້ນ.





2.6 ສະທ້ອນຄືນຄັ້ງທີ 2
      ຜົນຂອງການປະຕິບັດຕາມແຜນຄັ້ງທີ 2 ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 1 ຄົນ, ທີ່ຍັງເຫຼືອມີການປ່ຽນແປງພຶດຕິກຳດີຂຶ້ນ. ນັກຮຽນສາມາດບວກເລກມີຈື່ໄດ້ດ້ວຍຕົນເອງ ແລະ ຈາກຜົນຂອງການທົດສອບໃນຄັ້ງນີ້ເຫັນວ່ານັກຮຽນກຸ່ມເປົ້າໝາຍທັງ 2 ຄົນໄດ້ຄະແນນໃນລະດັບຄາດໝາຍ.
        ຜ່ານການດໍາເນີນການວິໄຈໃນຫົວຂໍໍ້ : ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 ຜົນຂອງການປະຕິບັດ ສັງເກດ ແລະ ຈາກການທົດສອບທັງສອງຄັ້ງສະທ້ອນໃຫ້ເຫັນວ່າຄູຜູ່ສອນກໍ່ໄດ້ເອົາໃຈໃສ່ຕິດຕາມການສຶກສາຮໍ່າຮຽນຂອງນັກຮຽນ, ໃຫ້ການຊຸກຍູ້ຊ່ວຍເຫຼືອນັກຮຽນ, ມີຄວາມໃກ້ຊິດຕິດແທດກັບນັກຮຽນທຸກຄົນໃນຫ້ອງຮຽນໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍໃນການວິໄຈ, ທັງ 2 ຄົນສາມາດປ່ຽນແປງພຶດຕິກຳດີຂຶ້ນ, ຄືນັກຮຽນກຸ່ມເປົ້າໝາຍສາມາດບວກເລກມີຈື່ໄດ້.
III.     ສະຫຼຸບ
ຜ່ານການວິໄຈຄັ້ງນີ້ເຫັນວ່າ ນັກຮຽນສາມາດບວກເລກມີຈື່ໄດ້ໃນລະດັບດີຈຳນວນ 2 ຄົນ ແລະ ບວກເລກ
ມີຈື່ໃນລະດັບພໍໃຊ້ໜຶ່ງຄົນ. ທາງນີ້ອາດເປັນເພາະເຂົາເຈົ້າກຳວິທີຕື່ມໃສ່ຫົວສິບ, ຫົວໜ່ວຍເຂົ້າໃນການບວກເລກ.
IV.ຂໍ້້ສະເໜີແນະ
  4.1 ຂໍ້ສະເໜີແນະຜົນການວິໄຈ
       ໃນການຄໍານວນເລກບວກມີຈື່ໄດ້ນັ້ນນັກຮຽນຕ້ອງເຂົ້າໃຈວິທີຂຽນຕົວເລກໃສ່ ແລະ ວິທີຕື່ມໃສ່ຢ່າງຊັດເຈນ
 4.2 ຂໍ້ສະເໜີແນະການວິໄຈຄັ້ງຕໍ່ໄປ
        ຄວນວິໄຈກ່ຽວກັບການບວກເລກມີຈື່ເຂົ້າໃນສະຖານະການອື່ນໆ















V.       ເອກະສານອ້າງອີງ
-       ສົມຈິດ ເພັງສຸວັນນະວົງ ( 2011 ) ປຶ້ມວິທະຍານິພົນປະລິນຍາໂທສາຂາຫຼັກສູດການສອນ
        -   ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ ( 1998) ຫຼັກສູດ  ແລະ ການສອນຄະນິດສາດລະບົບ 11+1 ພິມທີ່ວິ
           ສາຫະກິດໂຮງພິມສຶກສາ
-       ສີມຸງຄຸນ ວົງຈຳປາ ແລະ ຄະນະ ( 2009 ) ຄະນິດສາດຊັ້ນປະຖົມສຶກສາ 4  ພິມທີ່ໂຮງພິມ
Eastern Printing public Co.Ltd 51 / 29 Moo 3 soi saimsamakee
Waphawadee Rangsit Road Talad Bangkhen Laksi BangKok 10210