I.
ບົດນຳ
1.1
ຄວາມເປັນມາ
ແລະ ຄວາມສໍາຄັນຂອງບັນຫາ
ຄະນິດສາດເປັນສິ່ງໜຶ່ງທີ່ມະນຸດໄດ້ຄົ້ນຄິດຂຶ້ນນານແລ້ວ, ຈົນມາເຖິງໄລຍະປະຫວັດສາດໜຶ່ງຄະນິດສາດ
ຈິ່ງໄດ້ແຍກມາເປັນວິຊາຮຽນໜຶ່ງ
ຈາກນັ້ນຕໍ່ມາກໍເປັນຂະແໜງການໜຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງຈົນມີບົດບາດສຳຄັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າຂະຫຍາຍຕົວຢ່າງວ່ອງໄວດ້ານເຕັກໂນໂລຊີ,
ຜະລິດຕະພັນອຸດສະຫະກຳ, ຄົມມະນາຄົມສື່ສານອັນທັນສະໄໜຈຶ່ງໄດ້ວ່າຄະນິດສາດໄດ້ຖືກນຳມາໃຊ້ເກືອບທຸກວິຊາ,
ທຸກຂະແໜງການວຽກງານຕ່າງໆ. ດັ່ງນັ້ນ
ການຮຽນຄະນິດສາດໄດ້ກາຍເປັນສິ່ງຈຳເປັນຂອງທຸກລະດັບຊັ້ນຮຽນ,
ຄະນິດສາດເປັນສິ່ງທີ່ເລິກລັບຊັບຊ້ອນແຕ່ກໍມີຄວາມເປັນລະບຽບຊັດເຈນໃນຕົວຂອງມັນ.
ດັ່ງນັ້ນການຮຽນ-ການສອນຄະນິດສາດຈິ່ງມີຄວາມໝາຍເຖິງການເຝິກຜົນໃຫ້ກາຍເປັນຜູ່ຮູ້ຄິດ,
ຮູ້ກະທຳຢ່າງມີລະບຽບຫຼັກການ, ເປັນລະບົບ, ມີພິກໄຫວຢ່າງຄ່ອງແຄ້ວ,
ຄົ້ນຄິດໄຕຕອງດ້ວຍເຫດຜົນ ແລະ ມີຄວາມມານະອົດທົນ ( ສົມຈິດ ເພັງສຸວັນນະວົງ, 2011 ໜ້າ 2
)
ຄະນິດສາດຢູ່ຊັ້ນປະຖົມແມ່ນແນ່ໃສ່ພັດທະນາຄວາມສາມາດໃນການຄົ້ນຄິດ, ການຄຳນວນ,
ຮູ້ໄຕ່ຕອງຫາເຫດຜົນ, ສ້າງຄວາມຊິນເຄີຍໃນລະບຽບແບບແຜນທັງສາມາດສະແດງແນວຄິດ ແລະ
ພຶດຕິກຳຂອງຕົນອອກຢ່າງຊັດເຈນ. ທັງໝົດນີ້ ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເຄື່ອງມືໃນການຮຽນວິຊາອື່ນໆ
ແລະ ໃນການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບນອກຈາກນີ້ແລ້ວຄະນິດສາດຢູ່ຊັ້ນປະຖົມຍັງແນໃສ່ປູກຝັງ
ແລະ ສົ່ງເສີມທັດສະນະຄະຕິທີ່ດີຕໍ່ຄະນິດສາດ. ( ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ ,
1998 ໜ້າ 1 )
ຄະນິດສາດເປັນເລື່ອງນາມມະທໍາ
ເປັນຄວາມຄິດທີ່ບໍ່ມີຕົວຕົນທີ່ເຮົາຈະສໍາພັດດ້ວຍອິນຊີທັງໜ້າໄດ້ ດັ່ງນັ້ນ
ຈຶ່ງເປັນການຍາກທີ່ຖ່າຍທອດໃຫ້ຜູ່ອື່ນເຂົ້າໃຈໄດ້ໂດຍງ່າຍ.
ຄະນິດສາດແມ່ນຂຶ້ນຢູ່ກັບການພັດທະນາຕາມລໍາດັບຂັ້ນອາຍຸຂອງຜູ່ຮຽນ.
ນັກຮຽນປະຖົມແມ່ນມີອາຍຸແຕ່ 6-12 ປີ ໝາຍເຖິງມີແນວຄິດທີ່ເປັນຮູບປະທຳ ຫຼາຍກວ່ານາມມະທຳ.
ການຄົ້ນຄວ້າໄດ້ຢັ້ງຢືນວ່າ: ເພື່ອເຮັດໃຫ້ນັກຮຽນຢູ່ໄວນີ້ ສາມາດເຂົ້າໃຈຄະນິດສາດໄດ້ດີ
ແລະ ມີເຫດຜົນຄວນໃຊ້ສື່ການສອນທີ່ເປັນຮູບປະທຳ ເພື່ອເປັນສິ່ງທີ່ກໍໃຫ້ເກີດແນວຄິດ ແລະ
ຄວາມເຂົ້າໃຈ. ດັ່ງນັ້ນ
ສິ່ງທີ່ຮັບໃຊ້ການສອນນີ້ຈຶ່ງມີບົດບາດສຳຄັນທີ່ສຸດຕໍ່ການສອນ-ການຮຽນຄະນິດສາດຢູ່ໃນຊັ້ນປະຖົມ.
ນອກຈາກນີ້ ການຄົ້ນຄວ້າຍັງໄດ້ຢັ້ງຢືນໄວ້ຕື່ມວ່າ:
ນັກຮຽນຈະຮຽນໄດ້ດີເມື່ອນັກຮຽນຫາກໄດ້ເລີ່ມຮຽນດ້ວຍຕົວຈິງ ຫຼື ສື່
ທີ່ເປັນຮູບປະທຳໄປຫາເຄິ່ງຮູບປະທຳ ຫຼື ສັນຍາລັກ.( ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ ,
1998 ໜ້າ 2 ) .
ໂຮງຮຽນປະຖົມສົົມບູນໝອງບົວເປັນໂຮງຮຽນແຫ່ງໜຶ່ງທີ່ຕັ້ງຢູ່ບ້ານໜອງບົວ
ໄດ້ສ້າງຕັ້ງຂຶ້ນໃນປີ ຄ.ສ 1961ໃນສົກຮຽນ 2012-2013 ມີຄູທັງໝົດ 6 ຄົນ, ຍິງ 1 ຄົນ ແລະ
ນັກຮຽນທັງໝົດ 282 ຄົນ, ຍິງ 120 ຄົນ.
ສະພາບການຮຽນ-ການສອນໂຮງຮຽນປະຖົມສົມບູນໜອງບົວແມ່ນດຳເນີນການຈັດກິດຈະກຳການຮຽນ-ການສອນແບບເອົາຄູເປັນຈຸດໃຈກາງເນື່ອງຈາກວ່າຂາດອຸປະກອນຫຼາຍຢ່າງທີ່ຈຳເປັນຕໍ່ການດຳເນີນການຮຽນເຊັ່ນ:
ປຶ້ມແບບຮຽນ, ໂຕະ, ຕັ່ງ, ຫ້ອງຮຽນ ແລະ ຫໍສະໜຸດ ສະນັ້ນ ຈຶ່ງເຮັດໃຫ້ການດຳເນີນການຮຽນ-ການສອນໃນວິຊານີ້ພົບຄວາມຫຍຸ້ງຍາກ
ແລະ ນັກຮຽນຈຳນວນໜຶ່ງບໍ່ສົນໃຈຕໍ່ການຮຽນເປັນຕົ້ນແມ່ນນັກຮຽນຫ້ອງ ປ 4
ບໍ່ມັກຮຽນຄະນິດສາດ, ໃນຫ້ອງນີ້ມີນັກຮຽນທັງໝົດ 38 ຄົນ, ຍິງ 16 ຄົນ ຜ່ານການສອນພ້ອມທັງສັງເກດເປັນເວລາ
2 ເດືອນຜ່ານມາ ສັງເກດເຫັນວ່ານັກຮຽນຫ້ອງ ປ 4 ເຊິ່ງມີຈຳນວນ 3 ຄົນ, ຍິງ 2 ຄົນ
ແມ່ນລໍຖ້າແຕ່ກ່າຍເອົາບົດຮຽນນຳຄູຈາກກະດານ, ຂາດຄວາມສາມາດໃນການອອກມາແກ້ເລກຢູ່ກະດານ,
ແກ້ເລກບໍ່ໄດ້ ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າການລົບເລກມີຈື່ມີການຂະຫຍາຍຕົວ ແລະ
ມີລັກສະນະຕໍ່ເນື່ອງໃນຫຼາຍສາຂາວິຊາຮຽນເຊັ່ນ: ຟິຊິກ, ເຄມີ ແລະ ຄະນິດສາດເປັນຕົ້ນ.
ດັ່ງນັ້ນຂ້າພະເຈົ້າມີຄວາມສົນໃຈສຶກສາຄົ້ນຄວ້າກ່ຽວກັບວິທີການແກ້ເລກລົບມີຈື່.
1.2 ຈຸດປະສົງຂອງການວິໄຈ
-
ເພື່ອໃຫ້ນັກຮຽນແກ້ເລກລົບມີຈື່ໄດ້.
- ເພື່ອເປັນການປັບປຸງການຮຽນ-ການສອນໃຫ້ມີປະສິດທິພາບຍິ່ງຂຶ້ນ.
II. ວິທີດຳເນີນການວິໄຈ
2.1 ສຶກສາສະພາບບັນຫາ
ເພື່ອຢາກເກັບກໍາຂໍ້ມູນໃຫ້ລະອຽດ
ແລະ ມີຄວາມຊັດເຈນກວ່າເກົ່າ ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ສົນທະນາປຶກສາກັບຄູ່ຜູ່ຮ່ວມງານແລ້ວເພື່ອຮ່ວມໂມງສອນຂອງຂ້າພະເຈົ້າໃນການສອນວິຊາຄະນິດໃນຫ້ອງ
ປ 4 ບົດທີ 5 ການລົບເລກເວລາ 2 ຊົ່ວໂມງຈາກການສັງເກດເຫັນວ່າຄູສອນບໍ່ໄດ້ນຳໃຊ້ສື່ການສອນມີແຕ່ປຶ້ມແບບຮຽນເທົ່ານັ້ນ
ກ່ອນການດຳເນີນການສອນຄູທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຄື:
ການລົບເລກຈາກນັ້ນຄູສອນເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້ການລົບເລກມີຈື່ໃນການສອນບົດໃໝ່ຂັ້ນຕອນທຳອິດແມ່ນຄູສອນໄດ້ດຳເນີນການສິດສອນແບບດາວຫ້າແຈ
ຫຼື ເນັ້ນຜູ່ຮຽນເປັນຈຸດໃຈກາງສອດຄ່ອງກັບເນື້ອໃນບົດຮຽນ
ຈາກນັ້ນຄູກໍ່ຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນອອກມາແກ້ເລກຢູ່ກະດານ
ແຕ່ກຸ່ມເປົ້າໝາຍບໍ່ສົນໃຈຕໍ່ກັບການຮຽນເລີຍສ່ວນຄູບາງຄັ້ງກໍແນະນຳນັກຮຽນວ່າ
ຖ້າໃຜແລ້ວໃຫ້ກວດຄືນແລ້ວອອກມາແກ້ໃຫ້ໝູ່ເບິ່ງກ່ຽວກັບການຄິດໄລ່ການແກ້ເລກມີຈື່
ເມື່ອແກ້ບໍ່ໄດ້ຄູຈິ່ງເອີ້ນເອົານັກຮຽນເກັ່ງອອກມາແກ້ຊ່ວຍ ຈາກນັ້ນຄູ ແລະ
ນັກຮຽນກໍ່ຮ່ວມກັນສະຫຼຸບບົດຮຽນກ່ຽວກັບການແກ້ເລກລົບມີຈື່.
ຜ່ານການສັງເກດການສອນຂອງຄູເຊິ່ງໃຊ້ເວລາ 2 ຊົ່ວໂມງ ຂ້າພະເຈົ້າຄິດວ່າບັນຫາທີ່ນັກຮຽນຈຳນວນ
3 ຄົນບໍ່ສາມາດແກ້ເລກໄດ້ນີ້ແມ່ນເກີດມາຈາກຫຼາຍສາຍເຫດຄື:
ສາເຫດໜຶ່ງເກີດຈາກຄູຜູ່ສອນທີ່ບໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອໃກ້ຊິດຕິດແທບນັກຮຽນກຸ່ມເປົ້າໝາຍ.
ອີກຢ່າງໜຶ່ງການສິດສອນຂອງຄູແມ່ນຍັງຂາດການໃຊ້ສື່ການສອນມາປະກອບໃນການສອນ
ນອກຈາກນີ້ກໍອາດເກີດຈາກຕົວນັກຮຽນເອງ ທີ່ຄວາມເອົາໃຈໃສ່ຕໍ່ການຮໍ່າຮຽນ ສະນັ້ນ
ເພື່ອຢາກພັດທະນາການຮຽນ-ການສອນຂອງຄູ ແລະ ນັກຮຽນໃຫ້ມີປະສິດທີພາບຍິ່ງຂຶ້ນ.
ສະນັ້ນຂ້າພະເຈົ້າຜູ່ວິໄຈຈິ່ງຕັ້ງຂໍ້ວິໄຈວ່າ: “ ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 ”
ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄຳຖາມວິໄຈວ່າ: “ ຂ້ອຍຈະເຮັດແນວໃດ?
ເພື່ອໃຫ້ນັກຮຽນຫ້ອງ ປ 4 ຈຳນວນ 3 ຄົນແກ້ເລກລົບມີຈື່ໄດ້”
2.2 ວາງແຜນ
ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາເປັນທີ່ຮຽບຮ້ອຍແລ້ວ,
ຂ້າພະເຈົ້າໄດ້ປຶກສາຫາລືຮ່ວມກັນກັບຄູ່ຮ່ວມງານເພື່ອວາງແຜນ ແລະ
ປັບປຸງແກ້ໄຂນັກຮຽນກຸ່ມເປົ້າໝາຍເຊິ່ງໄດ້ກຳນົດແຜນດັ່ງນີ້:
ວາງແຜນຄັ້ງທີ 1
- ສ້າງແຜນການສອນ
- ນຳໃຊ້ສື່ການສອນເຊັ່ນ: ໄມ້ດິ້ວ, ກ້ອນຫີນ
- ສ້າງບັນຍາກາດໃນຫ້ອງຮຽນ
- ໃຫ້ແຮງຈຸງໃຈກັບນັກຮຽນກຸ່ມເປົ້າໝາຍ
- ມອບວຽກບ້ານໃຫ້ນັກຮຽນກຸ່ມເປົ້າໝາຍໄປເຮັດຢູ່ເຮືອນ ແລ້ວກັບມາໂຮງຮຽນຄູກວດໃຫ້ຄະແນນ
2.3 ປະຕິບັດ ແລະ ສັງເກດຄັ້ງທີ
1
ຫຼັງຈາກວາງແຜນເປັນທີ່ຮຽບຮ້ອຍແລ້ວວັນທີ
14 / 3 / 2013
ຂ້າພະເຈົ້າຈຶ່ງໄດ້ດຳເນີນເອົາແຜນໄປປະຕິບັດຕາມທີ່ໄດ້ກຳນົດໄວ້ໂດຍເປັນຜູ່ສອນວິຊາຄະນິດສາດ
ບົດທີ 6 ການລົບເລກມີຈື່ ຜູ່ສອນໄດ້ກຽມສື່ການສອນ ແລະ
ມີການວາງແຜນເປັນຢ່າງດີຈາກນັ້ນຄູກໍໄດ້ອະທິບາຍວິທີລົບເລກມີຈື່ດ້ວຍການນຳໃຊ້ ໄມ້ດິ້ວໃນການແກ້ບັ້ງເລກດັ່ງລຸ່ມນີ້:
ການແກ້ເລກລົບມີຈື່ :
ກ.
7 ຂ. 67 ຄ. 53
- - -
8 29 37
__________ ______ _______
9 38 16
ເພື່ອໃຫ້ນັກຮຽນສາມາດນຳໃຊ້ເຂົ້າໃນການແກ້ບົດເລກໂດຍເນັ້ນໃຫ້ນັກຮຽນກຸ່ມເປົ້າໝາຍມີສ່ວນຮ່ວມຫຼາຍຂຶ້ນຈາກນັ້ນຄູກໍມອບກິດຈະກຳໃຫ້ນັກຮຽນກຸ່ມເປົ້າໝາຍປະຕິບັດເຊິ່ງມີກິດຈະກຳດັ່ງນີ້:
ກ. ຈົ່ງໃຫ້ນັກຮຽນຕື່ມໃສ່ບ່ອນຈໍ້າເມັດໃຫ້ເໝາະສົມກັບຜົນລົບຂອງມັນ
1.
3.......2 2. ... 4.... 3. 2.......0
- - -
.....5..... 2......7 .....8.....
__________ __________ _________
188 224 00 9
ເມື່ອນັກຮຽນແກ້ສຳເລັດຄູກໍ່ໄດ້ຕິດຕາມ ແລະ
ກວດຄືນພ້ອມສະຫຼຸບກັບນັກຮຽນ ແລະ ທ້າຍຊົ່ວໂມງກໍ່ພານັກຮຽນສ້າງບັນຍາກາດໃນຫ້ອງ.
ຜ່ານການປະຕິບັດຕາມແຜນໃນຄັ້ງນີ້ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 3
ຄົນ, ນັ້ນໄດ້ປ່ຽນແປງພຶດຕິກຳພຽງແຕ່ 1
ຄົນເທົ່ານັ້ນເຊິ່ງສາມາດແກ້ເລກລົບມີຈື່ໄດ້ທີ່ຄູມອບໃຫ້ປະຕິບັດໃນເວລາດຳເນີນການຮຽນ-ການສອນເດັ່ນໄປກວ່ານັ້ນສະແດງອອກທາງດ້ານການວັດຜົນ
ແລະ ໄດ້ຄະແນນດີແຕ່ຍັງອີກສອງຄົນທີ່ຍັງບໍ່ທັນປ່ຽນແປງເທື່ອ
ສະນັ້ນຂ້າພະເຈົ້າຈຶ່ງໄດ້ສົນທະນາ ແລະ
ປຶກສາຫາລືກັນຕື່ມອີກເພື່ອຊອກຫາວິທີແກ້ໄຂໃຫ້ນັກຮຽນອີກ 2 ຄົນ
2.3 ສະທ້ອນຄືນຄັ້ງທີ 1
ໃນການຮຽນຄະນິດສາດຂອງຫ້ອງ ປ 4 ຫົວຂໍ້ ປັບປຸງການບວກເລກມີຈື່
ທີ່ໂຮງຮຽນປະຖົມສົມບູນໜອງບົວຂ້າພະເຈົ້າໄດ້ສຸມທຸກຄວາມຮູ້-ຄວາມສາມາດທີ່ໄດ້ຮຽນມາເຂົ້າໃນການດຳເນີນການວິໄຈຢ່າງຕັ້ງໜ້າ
ແລະ
ມີຄວາມພາກພູມໃຈຫຼາຍທີ່ສຸດທີ່ສາມາດດຶງດູດຈິດໃຈຂອງນັກຮຽນໃຫ້ຫັນມາເຂົ້າຮ່ວມກິດຈະກຳ
ແລະ ປະກອບສ່ວນໃນການຮຽນວິຊາຄະນິດສາດທີ່ຂ້າພະເຈົ້າສອນ ເຊິ່ງສະແດງອອກໃຫ້ເຫັນວ່າ:
ນັກຮຽນກຸ່ມເປົ້າໝາຍສາມາດບວກເລກມີຈື່ໄດ້ ແລະ
ນັກຮຽນໃນກຸ່ມເປົ້າໝາຍໄດ້ມີຄວາມກະຕືລືລົ້ນໃນການຮຽນ,
ກ້າສະແດງຄວາມຄິດເຫັນຂອງຕົນເອງບໍ່ວ່າຈະຖືກ ຫຼື ຜິດ
ເຊິ່ງມັນສະແດງອອກໃນເວລາປະເມີນຜົນການຮຽນແຕ່ລະຄັ້ງເຊັ່ນ:
ຜົນການຮຽນປະຈຳເດືອນລະຫວ່າງກ່ອນການວິໄຈ ແລະ
ຫຼັງການວິໄຈແຕ່ຍັງມີນັກຮຽນກຸ່ມເປົ້າໝາຍອີກໜຶ່ງຄົນຍັງບໍທັນໄດ້ຕາມຄາດໝາຍທີ່ກຳນົດໄວ້
ສະນັ້ນ ຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈຶ່ງໄດ້ວາງແຜນໃໝ່.
2.4 ວາງແຜນຄັ້ງທີ 2
ໃນວັນທີ
11 / 4 / 2013 ຜູ່ວີໄຈໄດ້ນຳເອົາສິ່ງທີ່ຄົງຄ້າງໃນການປະຕິບັດຜ່ານມາເພື່ອມາປຶກສາຫາລືກັນກັບຄູ່ຮ່ວມງານເພື່ອວາງແຜນຄືນໃໝ່ເຊິ່ງກຳນົດແຜນດັ່ງນີ້
- ຈັດນັກຮຽນອອກເປັນ 4 – 5 ຄົນ ຕໍ່ກຸ່ມໜຶ່ງ
- ສອນເພີ່ມນັກຮຽນກຸ່ມເປົ້າໝາຍໃນເວລານອກໂມງຮຽນ
- ວັດຜົນການຮຽນຂອງນັກຮຽນດ້ວຍວິທີການທົດສອບ
- ມອບວຽກບ້ານ ກັບ ມາໂຮງຮຽນຄູກວດກາໃຫ້ຄະແນນເພີ່ມ
2.5 ປະຕິບັດ ແລະ ສັງເກດຄັ້ງທີ
2
ພາຍຫຼັງທີ່ວາງແຜນທີ່ຮຽບຮ້ອຍແລ້ວຂ້າພະເຈົ້າໄດ້ສອນຕົວຈິງໃຫ້ຄູ່ຮ່ວມງານເປັນຜູ່ສັງເກດໂດຍໃຊ້ເຄື່ອງມືແບບການສັງເກດຕາມສະພາບຄວາມເປັນຈິງເຊິ່ງຜູ່ສອນ
ແມ່ນ ທ້າວ ຄຳເຜິງ ສອນວິຊາ: ຄະນິດສາດ ບົດທີ 6 ( ຕໍ່ ) ການບວກເລກມີຈື່ ແລະ
ຄູ່ຮ່ວມງານເປັນຜູ່ສັງເກດການຮຽນ-ການສອນຂອງຄູດ້ວຍກັນເຊິ່ງໄດ້ນຳເອົາແຜນມາປະຕິບັດເຊັ່ນ:ໃຫ້ຄວາມໃກ້ຊິດນັກຮຽນກຸ່ມເປົ້າໝາຍຫຼາຍຂຶ້ນ,
ຈັດກຸ່ມ 4-5 ຄົນຕໍ່ກຸ່ມໜຶ່ງແລ້ວມອບກິດຈະກຳໃຫ້ນັກຮຽນເຮັດແລ້ວອອກມາລາຍງານຢູ່ກະດານ ເມື່ອສະຫຼຸບບົດຮຽນແລ້ວກໍໄດ້ມີການທົດສອບບົດຮຽນທີ່ຮຽນມາໃຫ້
2 ຊົ່ວໂມງ ໃນຕອນແລງກໍ່ໄດ້ສອນເພີ່ມນັກຮຽນເປົ້າໝາຍພ້ອມທັງມອບວຽກບ້ານແລ້ວກັບມາຄູກວດໃຫ້ຄະແນນ
ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍ 2 ຄົນປ່ຽນແປງພຶດຕິກຳທາງທີ່ດີຂຶ້ນ,
ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານ ແລະ ມີສ່ວນຮ່ວມໃນເວລາດຳເນີນກິດຈະກຳການຮຽນ-ການສອນສາມາດບວກເລກມີຈື່ໄດ້ເດັ່ນໄປກວ່ານັ້ນສະແດງອອກທາງດ້ານການວັດຜົນ
ແລະ ໄດ້ຄະແນນດີຂຶ້ນ.
2.6 ສະທ້ອນຄືນຄັ້ງທີ 2
ຜົນຂອງການປະຕິບັດຕາມແຜນຄັ້ງທີ
2 ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 1 ຄົນ, ທີ່ຍັງເຫຼືອມີການປ່ຽນແປງພຶດຕິກຳດີຂຶ້ນ.
ນັກຮຽນສາມາດບວກເລກມີຈື່ໄດ້ດ້ວຍຕົນເອງ ແລະ
ຈາກຜົນຂອງການທົດສອບໃນຄັ້ງນີ້ເຫັນວ່ານັກຮຽນກຸ່ມເປົ້າໝາຍທັງ 2
ຄົນໄດ້ຄະແນນໃນລະດັບຄາດໝາຍ.
ຜ່ານການດໍາເນີນການວິໄຈໃນຫົວຂໍໍ້ : “
ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 ” ຜົນຂອງການປະຕິບັດ
ສັງເກດ ແລະ
ຈາກການທົດສອບທັງສອງຄັ້ງສະທ້ອນໃຫ້ເຫັນວ່າຄູຜູ່ສອນກໍ່ໄດ້ເອົາໃຈໃສ່ຕິດຕາມການສຶກສາຮໍ່າຮຽນຂອງນັກຮຽນ,
ໃຫ້ການຊຸກຍູ້ຊ່ວຍເຫຼືອນັກຮຽນ, ມີຄວາມໃກ້ຊິດຕິດແທດກັບນັກຮຽນທຸກຄົນໃນຫ້ອງຮຽນໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍໃນການວິໄຈ,
ທັງ 2 ຄົນສາມາດປ່ຽນແປງພຶດຕິກຳດີຂຶ້ນ, ຄືນັກຮຽນກຸ່ມເປົ້າໝາຍສາມາດບວກເລກມີຈື່ໄດ້.
III. ສະຫຼຸບ
ຜ່ານການວິໄຈຄັ້ງນີ້ເຫັນວ່າ
ນັກຮຽນສາມາດບວກເລກມີຈື່ໄດ້ໃນລະດັບດີຈຳນວນ 2 ຄົນ ແລະ ບວກເລກ
ມີຈື່ໃນລະດັບພໍໃຊ້ໜຶ່ງຄົນ. ທາງນີ້ອາດເປັນເພາະເຂົາເຈົ້າກຳວິທີຕື່ມໃສ່ຫົວສິບ,
ຫົວໜ່ວຍເຂົ້າໃນການບວກເລກ.
IV.ຂໍ້້ສະເໜີແນະ
4.1 ຂໍ້ສະເໜີແນະຜົນການວິໄຈ
ໃນການຄໍານວນເລກບວກມີຈື່ໄດ້ນັ້ນນັກຮຽນຕ້ອງເຂົ້າໃຈວິທີຂຽນຕົວເລກໃສ່
ແລະ ວິທີຕື່ມໃສ່ຢ່າງຊັດເຈນ
4.2 ຂໍ້ສະເໜີແນະການວິໄຈຄັ້ງຕໍ່ໄປ
ຄວນວິໄຈກ່ຽວກັບການບວກເລກມີຈື່ເຂົ້າໃນສະຖານະການອື່ນໆ
V. ເອກະສານອ້າງອີງ
- ສົມຈິດ ເພັງສຸວັນນະວົງ ( 2011 ) ປຶ້ມວິທະຍານິພົນປະລິນຍາໂທສາຂາຫຼັກສູດການສອນ
- ແສງເດືອນ ຫຼ້າຈັນທະບູນ ແລະ ຄະນະ
( 1998) ຫຼັກສູດ ແລະ ການສອນຄະນິດສາດລະບົບ
11+1 ພິມທີ່ວິ
ສາຫະກິດໂຮງພິມສຶກສາ
- ສີມຸງຄຸນ ວົງຈຳປາ ແລະ ຄະນະ ( 2009 ) ຄະນິດສາດຊັ້ນປະຖົມສຶກສາ 4 ພິມທີ່ໂຮງພິມ
Eastern Printing public
Co.Ltd 51 / 29 Moo 3 soi saimsamakee
Waphawadee Rangsit Road
Talad Bangkhen Laksi BangKok 10210
ไม่มีความคิดเห็น:
แสดงความคิดเห็น