1.
ບົດນຳ
1.1
ຄວາມເປັນມາ ແລະ
ຄວາມສຳຄັນຂອງບັນຫາ
ການສຶກສາເປັນພື້ນຖານສຳຄັນໃນການພັດທະນາຊັບພະຍາກອນມະນຸດ. ເພາະການສຶກສາເປັນທິດຊີ້ຂາດໃຫ້ແກ່ການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ.
ພ້ອມທັງການດຳລົງຊີວິດຂອງຄົນເຮົາ ສະນັ້ນ ບໍ່ວ່າສັງຄົມໃດກໍປາດຖະໜາ ແລະ
ຊອກສະແຫວງຫາການສຶກສາຮ່ຳຮຽນ ເພື່ອໃຫ້ສັງຄົມມີການກ້າວໜ້າ ເຮັດໃຫ້ຕົນເອງກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ.
ບົດບາດຄວາມສຳຄັນ ແລະ
ຈຸດປະສົງຂອງເລຂາຄະນິດແມ່ນຄວາມຮູ້ພື້ນຖານປູດຈິດສຳນຶກໃຫ້ນັກຮຽນຮູ້ຈັກໂຄງສ້າງຕ່າງໆໃນທຳມະຊາດດ້ວຍໂລຊິກ,
ຮູ້ຈັກປຽບທຽບເລຂາຄະນິດກັບຊີວິດປະຈຳວັນ, ຊ່ວຍໃຫ້ນັກຮຽນມີຄວາມສາມາດໃນການສ້າງຮູບ,
ວັດແທກ ແລະ ຄິດໄລ່, ສາມາດພິສູດອະທິບາຍບັດດາຫຼັກເກນ, ຮູ້ຈຳແນກແກ້ບົດເຝິກຫັດ ແລະ
ນຳໄປເປັນແນວທາງໃນການສ້າງແຜນການສອນ, ວັດ ແລະ ປະເມີນການຮຽນເລຂາຄະນິດ, ທັງເປັນພື້ນຖານ
ແລະ ຕິດພັນກັບວິທະຍາສາດອື່ນໆເຊັ່ນ: ວິຊາເຄຫະສະຖານ, ວິຊາຊົນລະປະທານ, ແຜນຜັງ...
ໂຮງຮຽນມັດທະຍົມສົມບູນຄໍາທອງເປັນໂຮງຮຽນໜຶ່ງທີ່ຂຶ້ນກັບຫ້ອງການສຶກສາກິລາ
ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງໃນນັ້ນມີອາຄານຮຽນທັງໝົດ 4 ຫຼັງ, ຫ້ອງຮຽນມີແຕ່ ມ 1
- ມ 7 ໃນສົກຮຽນ 2012-2013 ມີນັກຮຽນທັງໝົດ 678 ຄົນ, ຍິງ 343 ຄົນ ແລະ ຄູອາຈານສອນທັງໝົດ
33 ຄົນ, ຍິງ 18 ຄົນ , ການສອນແມ່ນຖືເອົາວິທີສອນແບບເອົາຄູເປັນໃຈກາງ ແລະ
ແບບເອົານັກຮຽນເປັນໃຈກາງ.
ສະພາບການຮຽນ-ການສອນໂດຍລວມແລ້ວແມ່ນຄູອາຈານສອນແບບເອົາຄູເປັນໃຈກາງ ແລະ
ນັກຮຽນເປັນໃຈກາງ ເນື່ອງຈາກວ່າສະພາບຂອງຫ້ອງຮຽນມີຄວາມແອອັດຫຼາຍ ເພາະວ່າ ນັກຮຽນມີຈຳນວນຫຼວງຫຼາຍເຮັດໃຫ້ການສົ່ງຄວາມຮູ້ຂອງຄູນັ້ນບໍ່ທົ່ວເຖິງໂດຍສະເພາະແມ່ນວິຊາຄະນິດສາດ
ຫ້ອງມ2/1 ມີຈໍານວນນັກຮຽນທັງໝົດ 45 ຄົນ. ຍິງ 17 ຄົນ.
ທັກສະໃນພາກປະຕິບັດຕົວຈິງແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ການຈັດການຮຽນ-ການສອນວິຊາຄະນິດສາດມັນໄດ້ເຮັດໃຫ້ນັກຮຽນມີຄວາມຄ່ອງແຄ້ວໃນແຕ່ລະບາດກ້າວຂອງການສ້າງຮູບ.
ເບື້ອງຕົ້ນຕ້ອງມີທັກສະການນຳໃຊ້ອຸປະກອນຕ່າງເຊັ່ນ: ບັນທັດ, ວົງວຽນ, ເຄື່ອງວັດແທກມຸມ,
ບັນທັດສາກ...ເຝິກທັກສະການກຽມອຸປະກອນເຂົ້າໃນການເຮັດກິດຈະກຳຕ່າງໆ ເພາະວ່າ
ການສອນທີ່ໃຊ້ອຸປະກອນສາມາດເຮັດໃຫ້ນັກຮຽນຈຳໄດ້ຫຼາຍ
ແລະ ຈຳໄດ້ນານກວ່າການສະເໜີຂໍ້ມູນ ແລະ ຂ່າວສານ ດັ່ງນັ້ນ ຄູໃຊ້ອຸປະກອນ ຫຼື
ສິ່ງຂອງໃຫ້ນັກຮຽນໄດ້ຫຼິ້ນໄດ້ຈັບດ້ວຍຕົນເອງໄດ້ສັງເກດໄດ້ກວດສອບແລ້ວຕັ້ງບັນຫາໃຫ້ນັກຮຽນ
ຈາກນັ້ນ ນັກຮຽນຈະຫາທາງແກ້ບັນຫາເລົ່ານັ້ນເອງຄູມີໜ້າທີ່ຈັດສິ່ງແວບລ້ອມໃຫ້ເໜາະສົມ ແລະ
ໃຫ້ຄຳແນະນຳນ້ອຍທີ່ສຸດ
ຈາກການຈັດການຮຽນ-ການສອນໃນຊັ້ນຮຽນຜູ້ວິໄຈພົບວ່າເມື່ອກຳນົດໃຫ້ນັກຮຽນແຕ້ມຮູບເລຂາຄະນິດໜ້າພຽງ
ໃຫ້ນັກຮຽນສະແດງວິທີແຕ້ມ ແລະ ຄຳຕອບ ນັກຮຽນສ່ວນໃຫຍ່ເຮັດໄດ້ຕາມເກນທີ່ກຳນົດມີນັກຮຽນ 4
ຄົນທີ່ບໍ່ສາມາດເຮັດຕາມເກນທີ່ກຳນົດໄວ້ໄດ້ ຜູ້ວິໄຈຈິງຕ້ອງການທີ່ຈະພັດທະນານັກຮຽນທັງ 4
ຄົນນີ້ໃຫ້ສາມາດແຕ້ມຮູບເລຂາຄະນິດໜ້າພຽງໄດ້ ແລະ ສາມາດຕິດຕາມບົດຮຽນໄດ້ທັນເພື່ອນໃນຊັ້ນຮຽນເພື່ອເປັນແນວທາງໃນການແກ້ບັນຫາ.
1.2 ຈຸດປະສົງໃນການວິໄຈ
-
ເພຶ່ອປັບປຸງທັກສະຂອງການສ້າງຮູບສາມແຈຂອງນັກຮຽນຫ້ອງມ.2.
-
ເພຶ່ອປັບປຸງການຮຽນ-ການສອນຂອງຄູ ແລະ ນັກຮຽນໃຫ້ມີປະສິດທິພາບສູງ.
2.
ວິທີການດຳເນີນການວິໄຈ
2.1
ສຶກສາສະພາບບັນຫາ
ເພື່ອຢາກໄດ້ຂໍ້ມູນໃຫ້ລະອຽດ
ແລະ ມີຄວາມຈະແຈ້ງຊັດເຈນກວ່າເກົ່າ. ດັ່ງນັ້ນ ທັງທີມງານຂອງພວກຂ້າ
ເຈົ້າ. ໄດ້ສົນທະນາປຶກສາກັນວ່າຈະເຮັດແນວໃດຈິ່ງຈະໄດ້ຂໍ້ມູນຄົບຖ້ວນ.
ສະນັ້ນທີມງານວິໄຈໄດ້ຕົກລົງກັນໂດຍການສຳພາດຈາກຄູປະຈຳຫ້ອງ ແລະ ຄູປະຈຳວິຊາເຊິ່ງເພິ່ນກໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ
ນັກຮຽນຈຳນວນ 4 ຄົນ ແມ່ນຂາດພີ້ນຖານຫຼັກເກນ, ຫຼັກການ, ນິຍາມ,
ຄຸນລັກສະນະຂອງຮູບເລຂາຄະນິດໜ້າພຽງ ແລະ ຂາດທັກສະໃນການປະຕິບັດຕົວຈິງ ຈາກນັ້ນທີມງານວິໄຈໄດ້ເຂົ້າຮ່ວມໂມງສອນຂອງຄູເກົ່າ
ວິຊາ: ຄະນິດສາດ ບົດທີ 32 ຮູບສາມແຈ ໃຊ້ເວລາ 2 ຊົ່ວໂມງ ຈາກການສັງເກດເຫັນວ່າຄູບໍ່ໄດ້ກະກຽມສື່ການສອນຫຍັງເລີຍ. ມີແຕ່ປື້ມແບບຮຽນ ແລະ
ປື້ມຄູ່ມືຄູ. ຜ່ານການສັງເກດການສອນສາມາດເຫັນຂັ້ນຕອນ ແລະ ວິທີການສອນຂອງຄູເຊັ່ນ: ການດຳເນີນການສອນຄູໄດ້ທວນຄຶນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາ. ຈາກນັ້ນຄູສອນກໍສະເໜີເຂົ້າສູ່ບົດໃໜ່ຕອນທຳອິດຄູສອນແບບອະທິບາຍ
ແລະ ສາທິດ ຈາກນັ້ນຄູກໍຍົກຕົວຢ່າງໃຫ້ນັກຮຽນເບິ່ງ ກ່ຽວກັບການສ້າງຮູບສາມແຈ
ຈາກນັ້ນຄູກໍເອີ້ນນັກຮຽນກຸ່ມເປົ້າໝາຍອອກມາແກ້ຢູ່ກະດານໃຫ້ໝູ່ເບິ່ງກ່ຽວກັບການສ້າງຮູບສາມແຈ
ຈາກນັ້ນຄູກໍເອີ້ນນັກຮຽນກຸ່ມເປົ້າໝາຍອອກມາແກ້ເຫັນວ່ານັກຮຽນກຸ່ມເປົ້າໝາຍແກ້ບໍ່ໄດ້. ສະນັ້ນ ຄູຈິ່ງໃຫ້ນັກຮຽນເກັ່ງອອກມາແກ້ຊ່ວຍ ພ້ອມນັ້ນຄູກໍອະທິບາຍຄືນກ່ຽວກັບການສ້າງຮູບສາມແຈ, ຈາກນັ້ນ
ຄູກໍໄດ້ສະຫຼຸບບົດຮຽນໃຫ້ນັກຮຽນຈົດສຸດທ້າຍຄູກໍໄດ້ສຶກສາອົບຮົມແນວຄິດພ້ອມ ແລະ ມອບວຽກບ້ານໃຫ້ນັກຮຽນເອົາໄປແກ້ຢູ່ເຮືອນ.
ຜ່ານການສັງເກດການສອນຂອງຄູໃນເວລາ 2 ຊົ່ວໂມງ ທີມງານການວິໄຈຂອງພວກຂ້າພະເຈົ້າ ຄິດວ່າບັນຫານີ້ເກີດຈາກຜູ້ສອນທີ່ບໍ່ເອົາໃຈໃສ່, ບໍ່ໃຫ້ຄວາມຊ່ວຍເຫຼືອ ແລະ ໃກ້ຊິດຕິດແທດກັບກຸ່ມເປົ້າໝາຍ ການສິດສອນຂອງຄູແມ່ນຍັງຂາດສື່ການສອນ ປະກອບເຂົ້າໃນການສອນ ເຊັ່ນ: ເຈ້ຍແຜ່ນໃຫຍ່, ກະດານກະປູ ແລະ ອີກຢ່າງໜຶ່ງແມ່ນເກີດຂຶ້ນກັບຕົວນັກຮຽນເອງ ທີ່ຂາດການສຶກສາຮ່ຳຮຽນ. ສະນັ້ນ ເພື່ອຢາກພັດທະນາການຮຽນ -
ການສອນຂອງນັກຮຽນ ທີມງານການວິໄຈຂອງພວກຂ້າເຈົ້າຈິ່ງໄດ້ກຳນົດເອົາຫົວຂໍ້ວິໄຈໄດ້ດັ່ງນີ້.
v
ຄຳຖາມວິໄຈ
<< ພວກເຮົາຈະເຮັດແນວໃດເພື່ອໃຫ້ນັກຮຽນຈຳນວນ 4 ຄົນສ້າງຮູບສາມແຈໄດ້ຖືກຕ້ອງໂດຍນຳໃຊ້ໄມ້ບັນທັດ
ແລະ ວົງວຽນ >>
2.2
ວາງແຜນ
ພາຍຫຼັງທີ່ທີມງານຂອງພວກຂ້າພະເຈ້າໄດ້ສຶກສາສະພາບບັນຫາທີ່ຮຽບຮ້ອຍແລ້ວ
ທີມງານວິໄຈຈື່ງໄດ້ປຶກສາຫາລືກັນຊ່ວຍກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວ
ມີພຶດຕິກຳດີຂຶ້ນເຊິ່ງໄດ້ວາງແຜນດັ່ງນີ້:
-
ຄູສອນໂດຍນຳໃຊ້ວິທີສອນແບບສາທິດ.
-
ໃຫ້ຄວາມໃກ້ຊິດຕິດແທດກັບນັກຮຽນກຸ່ມເປົ້າໝາຍ.
-
ຄູສອນໂດຍນໍາໃຊ້ວິທີສອນແບບຮ່ວມມື
-
ສື່ການສອນເຊັ່ນ: ກະດານກະປູ , ຢາງ ບັນທັດຍາວ ແລະ ວົງວຽນ.
- ສ້າງແຮງຈູງໃຈແກ່ນັກຮຽນກຸ່ມເປົ້າໝາຍເຊັ່ນ: ໃຫ້ຄະແນນເພີ່ມ, ໃຫ້ຄຳຍ້ອງຍໍ.
2.3 ປະຕິບັດ
ແລະ ສັງເກດ
ຫຼັງຈາກການວາງແຜນລະອຽດແລ້ວ ທີມງານວິໄຈຂອງພວກຂ້າພະເຈົ້າຈຶ່ງໄດ້ນຳເອົາແຜນທີ່ວາງໄວ້ໄປທີ່ວາງໄວ້ໄປປະຕິບັດໃນວັນທີ
11 /02 /2013 ຢູ່ຫ້ອງມ.2/1 ເຊິ່ງແມ່ນ ທ. ສົມໃຈ ບັດສະດີ
ເປັນຜູ້ສອນໃນຊົ່ວໂມງ 1-2 ວິຊາ:
ຄະນິດສາດ ບົດທີ 32 ຮູບສາມແຈ ແລະ ຜູ້ຮ່ວມງານເປັນຜູ້ບັນທຶກ ໃນເວລາດຳເນີນການສອນ,
ຄູໄດ້ທວນຄືນບົດຮຽນເກົ່າດ້ວຍການຕັ້ງຄຳຖາມໃສ່ກະດານແລ້ວໃຫ້ນັກຮຽນອອກມາແກ້ເມື່ອນັກຮຽນແກ້ແລ້ວຄູໄດ້ສະຫຼຸບຄືນໃຫ້ນັກຮຽນຟັງແລ້ວເລີ່ມເຂົ້າສອນບົດໃໜ່ຄູໄດ້ຂຽນຫົວບົດໃສ່ກະດານແລ້ວຍົກອຸປະກອນໃຫ້ນັກຮຽນເບິ່ງແລ້ວຖາມນັກຮຽນວ່ານີ້ແມ່ນຫຍັງ?
ພ້ອມທັງສາທິດໃຫ້ນັກຮຽນເບິ່ງໃນການສ້າງຮູບໃສ່ອູປະກອນ
ແລ້ວເອີ້ນນັກຮຽນອອກມາສ້າງຮູບແບບເລຂາຄະນິດໜ້າພຽງເທື່ອລະຄົນ
ເມື່ອເຮັດກິດຈະກຳນີ້ສິ້ນສຸດແລ້ວຄູກໍ່ສາທິດໃຫ້ນັກຮຽນເບິ່ງແລ້ວແຕ້ມໄປນຳກັນ ພ້ອມ
ຄູອະທິບາຍກ່ຽວກັບການສ້າງຮູບສາມແຈ ແລະ ຍົກຕົວຢ່າງ, ຄູແບ່ງນັກຮຽນອອກເປັນ 5
ກຸ່ມເຊິ່ງລະ 6-7 ຄົນ ແລ້ວຄູຢາຍຄໍາຖາມໃຫ້ແຕ່ລະກຸ່ມ ຄູໃຫ້ນັກຮຽນແຕ່ລະກຸ່ມຄົ້ນຄວ້າ(
ຄູກໍານົດເວລາ ) ຄູຕິດຕາມການຄົ້ນຄວ້າຂອງແຕ່ລະກຸ່ມ ແລ້ວໃຫ້ນັກຮຽນແຕ່ລະກຸ່ມອອກມາລາຍງານ
ຈາກນັ້ນຄູກໍໄດ້ສະຫຼຸບບົດຮຽນຄືນໃນບົດຮຽນທີ່ຮຽນຜ່ານມາ
ແລ້ວຄູກໍ່ໄດ້ຕັ້ງບົດເລກໃສ່ກະດານໃຫ້ນັກຮຽນອອກມາແຕ້ມໃຫ້ຄູເບິ່ງສັງເກດເຫັນວ່ານັກຮຽນແຕ້ມໄດ້ດີພ້ອມທັງໃຫ້ກຳລັງໃຈ
ແລະ ສຶກສາອົບຮົບແນວຄິດນັກຮຽນພ້ອມທັງໃຫ້ວຽກບ້ານໄປເຮັດຢູ່ເຮືອນ.
2.4 ສະທ້ອນຄືນ
ຜ່ານການປະຕິບັດ ແລະ ສັງເກດໃນເວລາ 2 ຊົ່ວໂມງຜ່ານມາ
ທິມງານວິໄຈໄດ້ນໍາເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດໃນການຮຽນ - ການສອນເພື່ອປັບປຸງແກ້ໄຂການຮຽນຂອງນັກຮຽນໃຫ້ດີຂຶ້ນ.
ຜ່ານການສັງເກດ ທີມງານວິໄຈສາມາດສະຫຼຸບໄດ້ວ່າເມື່ອທີມງານສອນໂດຍນຳໃຊ້ການສອນແບບສາທິດໂດຍນຳໃຊ້ອຸປະກອນປະກອບການສອນໄລຍະທຳອິດນັກຮຽນພຽງແຕ່ນັ່ງເບິ່ງ
ແລະ ຟັງ ຫຼື ເຮັດບາງຢ່າງທີ່ບໍ່ກ່ຽວຂ້ອງກັບບົດຮຽນ.
ສິ່ງນີ້ບໍ່ໄດ້ຊ່ວຍການຮຽນຮູ້ຂອງພວກເຂົາເບິ່ງຄືວ່າເຂົາເຈົ້າເບື່ອໜ່າຍ ແລະ
ບໍ່ສົນໃຈໃນສິ່ງທີ່ພວກເຂົາກຳລັງເຮັດຢູ່ໃນບົດຮຽນເມື່ອຄູໃຫ້ນັກຮຽນກຸ່ມເປົ້າໝາຍອອກມາສາທິດໃຫ້ໝູ່ເບິ່ງໂດຍນຳໃຊ້ອຸປະກອນນັກຮຽນພຽງແຕ່ເຮັດໄດ້ພຽງ
1-2 ຄົນເທົ່ານັ້ນມັນອາດຈະມາຈາກນັກຮຽນບໍ່ຈື່ ນິຍາມ , ຄຸນລັກສະນະ
ຈະເຮັດໃຫ້ນັກຮຽນແຕ້ມຮູບບໍ່ໄດ້ດີຈາກນັ້ນເມື່ອແບ່ງນັກຮຽນອອກເປັນກຸ່ມລະ 6-7 ຄົນ
ພ້ອມດ້ວຍອຸປະກອນນຳແລ້ວເຈ້ຍຄຳຖາມພ້ອມ
ນັກຮຽນພາກັນສົນທະນາກັນພ້ອມດ້ວຍສາທິດໃສ່ອຸປະກອນໃຫ້ກັນເບິ່ງ
ສິ່ງນີ້ມັນຊ່ວຍການຮຽນຮູ້ເຂົາເພາະວ່າເຂົາໄດ້ເຮັດຕົວຈິງແລ້ວຕອບໃສ່ເຈ້ຍເມື່ອນັກຮຽນອອກມາລາຍງານໃຫ້ຄູຟັງສັງເກດເຫັນນັກຮຽນເປົ້າໝາຍກໍໄດ້ສາທິດໃຫ້ໝູ່ເບິ່ງດ້ວຍອຸປະກອນໄດ້ດີຂຶ້ນສະພາບປະຈຸບັນນີ້ມັນມີແຫຼ່ງຂໍ້ມູນຫຼາຍແຫ່ງທີ່ຊ່ວຍທີມງານຂ້ອຍຊອກຫາວິທີແກ້ໄຂ
ຂ້ອຍຄິດວ່າຄວນພະຍາຍາມໃຊ້ວິທີສອນຄຳຖາມໃສ່ອີກເຂົ້າໃນເວລາການສອນຈິ່ງຈະເຮັດໃຫ້ນັກຮຽນມີຄວາມເຂົ້າໃຈໄດ້ດີ.
2.5 ການວາງແຜນຄັ້ງທີ 2
ພາຍຫຼັງທີ່ໄດ້ປະຕິບັດ ແລະ ສັງເກດແລ້ວພົບເຫັນບັນຫາທີ່ຍັງຄົງຄ້າງຄື: ນັກຮຽນກຸ່ມເປົ້າໝາຍ
1 ຄົນຍັງບໍ່ທັນສາມາດສ້າງຮູບສາມແຈໄດ້ ສະນັ້ນຂ້າພະເຈົ້າຈິ່ງໄດ້ວາງແຜນຄືນໃໝ່ດັ່ງນີ້:
- ການນຳໃຊ້ການຮຽນເປັນກຸ່ມ
- ໃຊ້ວິທີສອນແບບໃຊ້ຄຳຖາມ
- ນຳໃຊ້ສື່ການສອນເຊັ່ນ: ກະດານກະປູ, ຢາງ, ໄມ້ບັນທັດ ແລະ ວົງວຽນ
2.6 ປະຕິບັດ ແລະ ສັງເກດຄັ້ງທີ 2
ພາຍຫຼັງທີ່ຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານວາງແຜນຄືນໃໝ່ລະອຽດ
ແລະ ໄດ້ນຳເອົາແຜນທີ່ວາງໄວ້ມາປະຕິບັດໃນວັນທີ 11 / 03 / 2013
ເຊິ່ງແມ່ນ ທ. ສົມໃຈ ບັດສະດີ ເປັນຜູ້ສອນ ຄູຮ່ວມງານເປັນຜູ້ສັງເກດຢູ່ໃນຫ້ອງມ.2/1
ໃນຫົວຂໍ້: ຮູບສາມແຈ. ໃນຂັ້ນຕອນທຳອິດຂ້າພະເຈົ້າໄດ້ທວນຄືນບົດຮຽນເກົ່າແລ້ວເລີ່ມສອນບົດໃໝ່
ຄູໄດ້ຕັ້ງຄຳຖາມກ່ອນໂດຍໃຫ້ນັກຮຽນກຸ່ມເປົ້າໝາຍຕອບຖ້າຕອບບໍ່ໄດ້ກໍໝູ່ຊ່ວຍແລ້ວຄູກໍ່ສະຫຼຸບຄືນກ່ຽວກັບຄຳຕອບແລ້ວຈັດນັກຮຽນອອກ
6 ກຸ່ມລະ 4-5 ຄົນ, ແຍກກຸ່ມເປົ້າໝາຍອອກໄປນັ່ງນຳນັກຮຽນເກັ່ງ, ຄູຢາຍຄຳຖາມໃຫ້ແຕ່ລະກຸ່ມເຊິ່ງຄຳຖາມຄືກັນໝົດ(ກຳນົດເວລາພ້ອມ)
ໂດຍເອົາໃຈໃສ່ນັກຮຽນກຸ່ມເປົ້າໝາຍເປັນພິເສດ ຄູໃຫ້ແຕ່ລະກຸ່ມອອກລາຍງານ
ຈາກນັ້ນຄູສະຫຼຸບຄືນແຕ່ລະກຸ່ມຈົດເອົາເປັນບົດຮຽນ
ໃນກິດຈະກຳຄັ້ງນີ້ຂ້າພະເຈົ້າໄດ້ນຳໃຊ້ວິທີສອນຫຼາຍຢ່າງເຊັນ: ສອນແບບເປັນກຸ່ມ,
ສອນແບບຕັ້ງຄຳຖາມ.
2.7 ສະທ້ອນຄືນ
ທີມງານຂອງພວກຂ້າພະເຈົ້າໄດ້ປຶກສາຫາລືກັນຖອດຖອນເອົາບົດຮຽນ,
ລວບລວມເອົາຂໍ້ມູນປະຕິບັດ ແລະ ສັງເກດໃນຄັ້ງທີ 2 ຜົນການທົດລອງການສອນໂດຍໃຫ້ນັກຮຽນກຸ່ມເປົ້າໝາຍໄປນັ່ງກັບນັກຮຽນເກັ່ງໃຫ້ຄວາມໃກ້ຊິດຕິດແທດ
ໃຫ້ກຳລັງໃຈ ຂ້ອຍໄດ້ຈັດນັກຮຽນເປັນ 6 ກຸ່ມ ກຸ່ມລະ 4-5 ຄົນ
ເພາະວ່າກຸ່ມນ້ອຍຈະຊ່ວຍໃຫ້ແຕ່ລະຄົນປະກອບສ່ວນເຂົ້າໃນການເຮັດກິດຈະກຳກຸ່ມສະດວກຂຶ້ນ
ໂດຍສະເພາະຂ້ອຍສາມາດເຫັນໄດ້ວ່ານັກຮຽນຜູ້ທີ່ມັກອາຍແດ່ກໍມີຄວາມຫ້າວຫັນ ແລະ ສົນໃຈໃນສິ່ງທີ່ພວກເຂົາເຮັດຫຼາຍກວ່າ
ແລະ ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້. ທີມງານຂ້ອຍໄດ້ຮຽນຮູ້ວ່ານັກຮຽນມີຄວາມພໍໃຈ
ແລະ ຢາກມີສ່ວນຮ່ວມເຂົ້າໃນການຮຽນຢ່າງຫ້າວຫັນ.
ຜ່ານການປະຕິບັດ
ແລະ ສັງເກດເຊິ່ງໄດ້ນຳເອົາແຜນທີ່ວາງໄວ້ໄປຈັດຕັ້ງປະຕິບັດການຮຽນ -
ການສອນ ເພື່ອປັບປຸງການຮຽນການສອນໃຫ້ດີຂຶ້ນ. ຈາກການສັງເກດ ແລະ ບັນທຶກ ທີມງານຂ້າພະເຈົ້າໄດ້ເຫັນກຸ່ມເປົ້າໝາຍຈຳນວນ
3 ຄົນສາມາດສ້າງຮູບສາມແຈໄດ້ ໂດຍນຳໃຊ້ບັນທັດ ແລະ ວົງວຽນ.
ທີມງານຂ້ອຍຮູ້ສຶກດີໃຈຫຼາຍກ່ຽວກັບສິ່ງທີ່ພວກຂ້ອຍໄດ້ເຮັດ ເພາະວ່າ
ການປັບປຸງການຮຽນຂອງນັກຮຽນໃຫ້ໄດ້ດີຂຶ້ນແມ່ນມີຄວາມສຳຄັນ.
ທີມງານຮູ້ສຶກພໍໃຈກັບສິ່ງທີ່ກຳລັງເຮັດ
ແຕ່ຍັງມີບັນຫາວ່າຈະເຮັດແນວໃດເພື່ອຊ່ວຍໃຫ້ນັກຮຽນທີ່ມີບັນຫາໃນການຮຽນ
ທີມງານຄິດວ່າໄດ້ເຮັດວຽກປົກະຕິປະຈຳວັນມັນກໍ່ຈະເຮັດໃຫ້ນັກຮຽນ ຮຽນໄດ້ດີຂຶ້ນເລື້ອຍໆ.
3. ສະຫຼຸບ
ຜ່ານການດຳເນີນການວິໄຈພາກປະຕິບັດຄັ້ງນີ້ໃນຫົວຂໍ້
ການປັບປຸງທັກສະການສ້າງຮູບສາມແຈຂອງນັກຮຽນຊັ້ນມັດທະຍົມຕົ້ນຂອງຫ້ອງມ.2/1
ໂດຍນຳໃຊ້ບັນທັດ ແລະ ວົງວຽນ ເພື່ອໃຫ້ນັກຮຽນມີສ່ວນຮ່ວມໃນການສ້າງຮູບສາມແຈ
ແລະ ເພື່ອປັບປຸງການຮຽນ - ການສອນໃຫ້ດີຂຶ້ນເທື່ອລະກ້າວ
ການດຳເນີນການວິໄຈຂອງພວກຂ້າພະເຈົ້າແມ່ນເລີ່ມແຕ່ວັນທີ 11/02/2013 –
011/03/2013 ສະຖານທີ່ເຮັດການວິໄຈແມ່ນໂຮງຮຽນມັດທະຍົມສົມບູນຄຳທອງໃນການດຳເນີນການວິໄຈຕາມຮອບວຽນຂອງການວິໄຈເຊັ່ນ:
ສຶກສາສະພາບບັນຫາ 2 ຄັ້ງ, ປະຕິບັດ ແລະ ສັງເກດ 2 ຄັ້ງ ແລະ ໄດ້ສະທ້ອນຄືນ 2
ຄັ້ງ. ຂ້າພະເຈົ້າໄດ້ດຳເນີນຕາມຮອບວຽນຂອງການວິໃຈທຸກຂັ້ນຕອນ.
ໃນການເຮັດບົດວິໄຈຄັ້ງນີ້ໄດ້ເປີດໂອກາດໃຫ້ນັກຮຽນກຸ່ມເປົ້າໝາຍ
ໂດຍສະເພາະແມ່ນກຸ່ມເປົ້າໝາຍ 4 ຄົນ ໄດ້ມີການປ່ຽນແປງຈາກການສ້າງຮູບສາມແຈບໍ່ໄດ້,
ກາຍເປັນຄົນທີ່ສາມາດສ້າງຮູບສາມແຈໄດ້ເຊິ່ງມັນມີຄວາມສຳຄັນຕໍ່ກັບການສຶກສາຮ່ຳຮຽນ
ແລະ ຊ່ວຍນຳໄປໃຊ້ໃນຊີວິດປະຈຳວັນ. ເຊິ່ງໃນນັ້ນ 3
ຄົນແມ່ນມີການປ່ຽນແປງພຶດຕິກຳ ແລະ ອີກ 1 ຄົນຍັງບໍ່ທັນປ່ຽນແປງພຶດຕິກຳ.
ຕາມຈຸດປະສົງທີ່ວາງໄວ້ເຖິງແມ່ນວ່າຈະບໍ່ປ່ຽນແປງພຶດຕິກຳໝົດທຸກຄົນກໍຕາມ ມັນກໍໄດ້ແກ້ໄຂນັກຮຽນສ່ວນໃດສ່ວນໜຶ່ງ ກໍເພື່ອປັບປຸງການຮຽນ - ການສອນໃຫ້ດີຂຶ້ນ.
ໃນການປະຕິບັດເຮັດບົດວິໄຈຄັ້ງນີ້
ຂ້າພະເຈົ້າໄດ້ມີປະສົບການ ແລະ ໄດ້ບົດຮຽນ, ຮູ້ຈັກວາງແຜນ, ວິທີແກ້ໄຂບັນຫາ
ແລະ ວິທີບັນທຶກຂໍ້ມູນຕ່າງໆ ເພາະວ່າການເຮັດບົດວິໄຈ
ແມ່ນການປັບປຸງການຮຽນຂອງນັກຮຽນ ແລະການສອນຂອງຄູໃຫ້ດີຂື້ນເທື່ອລະກ້າວ
ເພື່ອພັດທະນາການຮຽນການສອນດີຂຶ້ນ.
4. ຂໍ້ສະເໜີແນະ
4.1 ຂໍ້ສະເໜີແນະຜົນການວິໄຈ.
ທີມງານວິໄຈມີຄວາມເຫັນວ່າການປັບປຸງທັກສະຂອງການແຕ້ມຮູບໄດ້ນຳໃຊ້ໄມ້ບັນທັດ
ແລະ ວົງວຽນສາມາດນຳມາໃຊ້ໃນການຈັດການຮຽນ-ການສອນວິຊາຄະນິດສາດໄດ້ເປັນຢ່າງດີ
ສ່ວນນັກຮຽນທີ່ແຕ້ມບໍ່ໄດ້ນັ້ນຄວນມີການຊ່ວຍເຫຼືອເຂົາຕໍ່ໄປ.
4.2 ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ.
ຄູສືບຕໍ່ດຳເນີນການວິໄຈຊັ້ນຮຽນອື່ນ
ແລະ ວິຊາອື່ນໃນຫ້ອງຮຽນ ຫຼື ພາຍໃນໂຮງຮຽນ.
ไม่มีความคิดเห็น:
แสดงความคิดเห็น